ເຂົ້າຮ່ວມກອງປະຊຸມມີລັດຖະມົນຕີປ້ອງກັນປະເທດ, ຜູ້ຕາງໜ້າລັດຖະມົນຕີປ້ອງກັນປະເທດບັນດາປະເທດອາຊຽນ ແລະ 8 ປະເທດຄູ່ຮ່ວມມື ລວມມີ: ອົດສະຕາລີ, ຈີນ, ອິນເດຍ, ຍີ່ປຸ່ນ, ນິວຊີແລນ, ສ.ເກົາຫຼີ, ລັດເຊຍ ແລະສະຫະລັດອາເມລິກາ. ທ່ານພົນເອກ ຟານວັນຢາງ, ກຳມະການກົມການເມືອງ, ຮອງເລຂາຄະນະພັກ ການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ນໍາໜ້າຄະນະຜູ້ແທນຂັ້ນສູງຂອງກະຊວງປ້ອງກັນປະເທດຫວຽດນາມ ເຂົ້າຮ່ວມກອງປະຊຸມ.

ກ່າວຄຳເຫັນໄຂກອງປະຊຸມ, ທ່ານລັດຖະມົນຕີ Dato' Seri Mohamed Khaled bin Nordin ໄດ້ເນັ້ນໜັກວ່າ ກອງປະຊຸມປີນີ້ໄດ້ສ້າງຂີດໝາຍໄລຍະ 15 ປີແຫ່ງການຮ່ວມມືທີ່ສຳຄັນຂອງ ADMM+ ໂດຍອາຊຽນ ຊັກຈູງ. ADMM+  ໄດ້ ແລະພວມເສີມຂະຫຍາຍບົດບາດແມ່ນກົນໄກປຶກສາຫາລືນະໂຍບາຍ ແລະການຮ່ວມມືທີ່ແທດຈິງກ່ຽວກັບການປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນລັດຖະມົນຕີປ້ອງກັນປະເທດ,  ພ້ອມທັງມີບັນດາບາດກ້າວຫັນປ່ຽນ, ພັດທະນາເໝາະສົມກັບຄວາມຕ້ອງການ ກໍ່ຄືສະພາບການຕົວຈິງແນໃສ່ຮັບມືກັບສິ່ງທ້າທາຍຄວາມໝັ້ນຄົງທີ່ພວມພົ້ນເດັ່ນຂຶ້ນ.

leftcenterrightdel
ທ່ານພົນເອກ ຟານວັນຢາງ ກ່າວຄໍາເຫັນທີ່ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ເປີດກວ້າງ  (ADMM+) ຄັ້ງທີ 12. ພາບ: qdnd.vn

ໃນບົດກ່າວປາໄສດ້ວຍຫົວຂໍ້ “ເບິ່ງຄືນໄລຍະ 15 ປີ ADMM+ ແລະກໍານົດທິດການຮ່ວມມືໃນອະນາຄົດ”, ທ່ານພົນເອກ ຟານວັນຢາງ ເນັ້ນໜັກວ່າ: ເມື່ອເບິ່ງຄືນໄລຍະ 15 ປີຜ່ານມາ, ສາມາດຢັ້ງຢືນໄດ້ວ່າ ADMM+ ໄດ້ພິສູດໃຫ້ເຫັນຄຸນຄ່າ ແລະບົດບາດໃນການຄຸ້ມຄອງຄວາມໝັ້ນຄົງຂອງພາກພື້ນ, ປະກອບສ່ວນສຳຄັນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບຢູ່ອາຊີຕາເວັນອອກສ່ຽງໃຕ້; ກາຍເປັນເສົາຄໍ້າແຫ່ງການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃນໂຄງປະກອບຄວາມໝັ້ນຄົງຂອງພາກພື້ນ.

ຕາມທ່ານພົນເອກ ຟານວັນຢາງ ແລ້ວ, ໂລກພວມຢູ່ໃນໄລຍະປ່ຽນແປງທີ່ມີລັກສະນະຍຸກສະໄໝ. ການປະທະກັນດ້ານອາວຸດ, ພ້ອມກັບສິ່ງທ້າທາຍຄວາມໝັ້ນຄົງທີ່ບໍ່ແມ່ນການທະຫານ, ຄື: ການປ່ຽນແປງຂອງດິນຟ້າອາກາດ, ໄພພິບັດທໍາມະຊາດ, ການກໍ່ການຮ້າຍ, ອາຊະຍາກໍາຂ້າມຊາດ, ຄວາມໝັ້ນຄົງທາງໄຊເບີໄດ້ສົ່ງຜົນສະທ້ອນໂດຍກົງເຖິງຊີວິດການເປັນຢູ່ຂອງປະຊາຊົນບັນດາປະເທດ. ໃນສະພາບການດັ່ງກ່າວນັ້ນ, ADMM+ ຕ້ອງຄວາມມານະພະຍາຍາມ ແລະສະໜິດຕິດພັນກວ່າອີກເພື່ອຮັບມືກັບບັນຫາທີ່ມີຢູ່ແລ້ວ ແລະສິ່ງທ້າທາຍທີ່ຫາກໍ່ພົ້ນເດັ່ນຂຶ້ນຢ່າງມີປະສິດທິຜົນກວ່າ. ໜຶ່ງແມ່ນ, ສືບຕໍ່ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານຍຸດທະສາດທີ່ເປັນພື້ນຖານໃຫ້ແກ່ການເຄື່ອນໄຫວຮ່ວມມື. ບັນດາປະເທດຄວນຍູ້ແຮງການເຈລະຈາຢ່າງເປີດອົກເປີດໃຈ, ເຄົາລົບກົດໝາຍສາກົນ, ເອກະລາດ, ອະທິປະໄຕ ແລະຜົນປະໂຫຍດອັນຊອບທຳຂອງກັນ. ກ່ຽວກັບບັນຫາທະເລຕາເວັນອອກ, ຫວຽດນາມ ໄດ້ເນັ້ນໜັກເຖິງຄວາມຈຳເປັນຕໍ່ການປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະມີປະສິດທິຜົນ, ສ້າງສະພາບແວດລ້ອມສະດວກໃຫ້ແກ່ການເຈລະຈາກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ຢ່າງແທດຈິງ ແລະມີປະສິດທິຜົນ, ສອດຄ່ອງກັບກົດໝາຍສາກົນ, ເປັນຕົ້ນແມ່ນສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982.

ສອງແມ່ນ, ເພີ່ມທະວີຄວາມສາມັກຄີອາຊຽນ ກໍຄືລະຫວ່າງອາຊຽນ ກັບບັນດາຄູ່ຮ່ວມມື; ຊຸກຍູ້ບົດບາດໃຈກາງຂອງອາຊຽນ.

ສາມແມ່ນ, ບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈ ແລະຄວາມສາມັກຄີ, ຍົກລະດັບການຮ່ວມມືດ້ານປ້ອງກັນຊາດຢ່າງແທດຈິງ, ສຸມໃສ່ບັນດາຂົງເຂດບຸລິມະສິດ ແລະສິ່ງທ້າທາຍທີ່ພົ້ນເດັ່ນ.

ສີ່ແມ່ນ, ຕິດພັນການຍົກສູງກໍາລັງຄວາມສາມາດຮັບມືກັບສິ່ງທ້າທາຍຄວາມໝັ້ນຄົງລວມກັບການເພີ່ມທະວີການຮ່ວມມືດ້ານການສຶກສາ-ບໍາລຸງສ້າງ ແລະພັດທະນາຊັບພະຍາກອນມະນຸດໃຫ້ມີຄຸນນະພາບສູງ.

ຫ້າແມ່ນ, ເຊີດຊູນ້ຳໃຈຄວາມຮັບຜິດຊອບເພື່ອສັນຕິພາບ ແລະວັດທະນາຖາວອນລວມ.

leftcenterrightdel
ທ່ານພົນເອກ ຟານວັນຢາງ ແລະບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ. ພາບ: qdnd.vn

ທ່ານພົນເອກ ຟານວັນຢາງ ຢືນຢັນຫວຽດນາມ ໃຫ້ຄຳໝັ້ນສັນຍາວ່າຈະສືບຕໍ່ເປັນສະມາຊິກທີ່ເປັນເຈົ້າການ, ຕັ້ງໜ້າ ແລະມີຄວາມຮັບຜິດຊອບ, ພ້ອມກັບບັນດາປະເທດອາຊຽນ ແລະບັນດາປະເທດຄູ່ຮ່ວມມືປະກອບສ່ວນເຂົ້າໃນພາກພື້ນແຫ່ງສັນຕິພາບ, ສະຖຽນລະພາບ ແລະການພັດທະນາ; ສະແດງຄວາມເຊື່ອໝັ້ນວ່າ, ດ້ວຍເຈດຕະນາດີ ແລະຄວາມມານະພະຍາຍາມລວມ, ADMM+ ຈະສືບຕໍ່ພັດທະນາ, ເປັນແບບຢ່າງແຫ່ງການຮ່ວມມືທີ່ປະສົບຜົນສຳເລັດຢ່າງແທ້ຈິງ.

leftcenterrightdel
ພິທີມອບຮັບຕໍາແໜ່ງປະທານ ADMM ແລະ ADMM+ ໃນປີ 2026 ໃຫ້ແກ່ກະຊວງປ້ອງກັນປະເທດຟີລິບປິນ. ພາບ: qdnd.vn

* ໃນວັນດຽວກັນ, ພິທີມອບຮັບຕໍາແໜ່ງປະທານ ADMM ແລະ ADMM+ ໄດ້ຈັດຂຶ້ນຢ່າງສົມກຽດຢູ່ ກົວລາລຳເປີ. ຕາມນັ້ນແລ້ວ, ກະຊວງປ້ອງກັນປະເທດຟີລິບປິນ ເປັນປະທານ ADMM ແລະ ADMM+ ໃນປີ 2026.

* ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມ ADMM+ ຄັ້ງທີ 12, ທ່ານພົນເອກ ຟານວັນຢາງ ໄດ້ມີການພົບປະສອງຝ່າຍກັບທ່ານ Pete Hegseth ລັດຖະມົນຕີກະຊວງສົງຄາມອາເມລິກາ, ທ່ານ Shri Rajnath ລັດຖະມົນຕີກະຊວງປ້ອງກັນປະເທດອິນເດຍ,  ທ່ານ Richard Marles ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງປ້ອງກັນປະເທດອົດສະຕາລີ, ທ່ານ Ahn Gyuback ລັດຖະມົນຕີກະຊວງປ້ອງກັນປະເທດສ.ເກົາຫຼີ, ທ່ານ Koizumi Shinjiro ລັດຖະມົນຕີກະຊວງປ້ອງກັນປະເທດຍີ່ປຸ່ນ ແລະທ່ານ Oleg Saveliev ຮອງລັດຖະມົນຕີກະຊວງປ້ອງກັນປະເທດລັດເຊຍ... ທີ່ການພົບປະຢູ່ນອກກອງປະຊຸມ, ທ່ານພົນເອກ ຟານວັນຢາງ ແລະການນຳກະຊວງປ້ອງກັນປະເທດບັນດາປະເທດ ໄດ້ພ້ອມກັນແລກປ່ຽນກ່ຽວກັບການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ.

leftcenterrightdel
ການພົບປະບໍ່ເປັນທາງການລະຫວ່າງລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ-ຍີ່ປຸ່ນ. ພາບ: qdnd.vn

*ວັນທີ 1 ພະຈິກ, ຢູ່ກົວລາລໍາເປີ, ໄດ້ດໍາເນີນການພົບປະບໍ່ເປັນທາງການລະຫວ່າງລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ-ຍີ່ປຸ່ນ  ພາຍໃຕ້ການເປັນປະທານຮ່ວມຂອງທ່ານ Dato' Seri Mohamed Khaled bin Nordin ລັດຖະມົນຕີກະຊວງປ້ອງກັນປະເທດມາເລເຊຍ ແລະທ່ານ Koizumi Shinjiro ລັດຖະມົນຕີກະຊວງປ້ອງກັນປະເທດຍີ່ປຸ່ນ. ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດຫວຽດນາມ ໂດຍທ່ານພົນເອກ ຟານວັນຢາງ ນຳໜ້າເຂົ້າຮ່ວມການພົບປະ.

ການພົບປະແມ່ນໂອກາດເພື່ອໃຫ້ລັດຖະມົນຕີປ້ອງກັນປະເທດບັນດາປະເທດອາຊຽນ ແລະລັດຖະມົນຕີກະຊວງປ້ອງກັນປະເທດຍີ່ປຸ່ນ ແລກປ່ຽນບັນດາບັນຫາທີ່ມີຄວາມສົນໃຈຮ່ວມ ແລະຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ ອາຊຽນ-ຍີ່ປຸ່ນ.

ກ່າວຄໍາເຫັນທີ່ການພົບປະ, ທ່ານພົນເອກ ຟານວັນຢາງ ເນັ້ນໜັກວ່າ ການຮ່ວມມືດ້ານປ້ອງກັນຊາດ ອາຊຽນ-ຍີ່ປຸ່ນ ນັບມື້ນັບສະແດງໃຫ້ເຫັນບົດບາດສໍາຄັນໃນໂຄງປະກອບຄວາມໝັ້ນຄົງຂອງພາກພື້ນໂດຍອາຊຽນ ສວມບົດບາດໃຈກາງ; ຕີລາຄາວ່າ, ຍີ່ປຸ່ນ ຍາມໃດກໍ່ແມ່ນສະມາຊິກທີ່ຕັ້ງໜ້າ ແລະມີຄວາມຮັບຜິດຊອບໃນຂອບເຂດ ADMM+.

ທ່ານພົນເອກ ຟານວັນຢາງ ສະເໜີວ່າ ໃນໄລຍະຈະມາເຖິງ ການຮ່ວມມືດ້ານປ້ອງກັນຊາດ ອາຊຽນ-ຍີ່ປຸ່ນ ຈະຕ້ອງໄດ້ສຸມໃສ່ 3 ຂົງເຂດ ຈຸດສຸມ. ໜຶ່ງແມ່ນການຮ່ວມມືໜູນຊ່ວຍມະນຸດສະທໍາ ແລະການບັນເທົາທຸກໄພພິບັດ (HADR). ສອງແມ່ນການຮ່ວມມືໃນການເດີນທະເລ. ສາມແມ່ນການຮັບມືກັບສິ່ງທ້າທາຍຄວາມໝັ້ນຄົງທີ່ບໍ່ແມ່ນການທະຫານ. ຕາມທ່ານພົນເອກ ຟານວັນຢາງ ແລ້ວ, ສອງຝ່າຍຄວນສືບຕໍ່ເສີມຂະຫຍາຍຜົນສຳເລັດຈາກລາຍການຮ່ວມມືດ້ານຄວາມໝັ້ນຄົງທາງໄຊເບີ, ພ້ອມທັງເປີດກວ້າງໄປສູ່ຂົງເຂດທີ່ມີຄວາມສາມາດບົ່ມຊ້ອນເຊິ່ງ ຍີ່ປຸ່ນ ມີທ່າແຮງ ແລະອາຊຽນ ມີຄວາມຕ້ອງການ, ຄື: ຄວາມໝັ້ນຄົງດ້ານສິ່ງແວດລ້ອມ ແລະເຕັກໂນໂລຢີກ້າວໜ້າ...

ທ່ານພົນເອກ ຟານວັນຢາງ ເຊື່ອໝັ້ນວ່າ, ດ້ວຍພື້ນຖານການພົວພັນມິດຕະພາບ, ຄວາມໄວ້ເນື້ອເຊື່ອໃຈດ້ານຍຸດທະສາດພ້ອມກັບຄວາມຕັດສິນໃຈຂອງທຸກຝ່າຍ, ການຮ່ວມມືດ້ານປ້ອງກັນຊາດລະຫວ່າງອາຊຽນ ແລະຍີ່ປຸ່ນ ຈະສືບຕໍ່ພັດທະນາຢ່າງແຂງແຮງ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະການພັດທະນາແບບຍືນຍົງຢູ່ພາກພື້ນ ແລະໃນໂລກ.

* ໃນວັນທີ 1 ພະຈິກ, ຢູ່ກົວລາລຳເປີ, ທ່ານພົນເອກ ຟານວັນຢາງ ກໍ່ໄດ້ເຂົ້າຮ່ວມງານລ້ຽງນໍ້າຊາລະຫວ່າງບັນດາລັດຖະມົນຕີປ້ອງກັນປະເທດອາຊຽນ ແລະລັດຖະມົນຕີກະຊວງສົງຄາມອາເມລິກາ.

ໂດຍ: ເຈິ່ນຮວ່ຽນ