leftcenterrightdel
ທ່ານພົນຈັດຕະວາ ຫງວຽນຫວຽດຢຸ້ງ ຫົວໜ້າກົມກົດໝາຍ ກ່າວຄໍາເຫັນໄຂກອງປະຊຸມ. ພາບ: qdnd.vn

ຕາມທ່ານພົນຈັດຕະວາ ຫງວຽນຫວຽດຢຸ້ງ ຫົວໜ້າກົມກົດໝາຍ, ວຽກງານກົດໝາຍໃນກອງທັບ ມີບົດບາດສຳຄັນໃນການກໍ່ສ້າງກອງທັບໃຫ້ມີລະບຽບແບບແຜນ, ມີລະບຽບວິໄນ ແລະທັນສະໄໝເທື່ອລະກ້າວ. ການກໍ່ສ້າງ ແລະປັບປຸງລະບົບກົດໝາຍການທະຫານ, ການປ້ອງກັນຊາດໃຫ້ສົມບູນແບບ; ເຜີຍແຜ່ ແລະສຶກສາອົບຮົມກົດໝາຍ; ກວດກາ, ຕິດຕາມກວດກາການຈັດຕັ້ງປະຕິບັດກົດໝາຍ... ແມ່ນໜ້າທີ່ສຳຄັນເພື່ອຮັບປະກັນລະບຽບວິໄນ, ປະສິດທິພາບ ແລະປະສິດທິຜົນໃນການປະຕິບັດໜ້າທີ່ປ້ອງກັນຊາດ.

leftcenterrightdel
ທ່ານພົນຈັດຕະວາ ຫງວຽນຫວຽດຢຸ້ງ ມອບຂອງຂວັນເປັນທີ່ລະນຶກໃຫ້ຫົວໜ້າຄະນະພະນັກງານຮັບຜິດຊອບກົດໝາຍຂອງກອງທັບແຫ່ງລາຊະອານາຈັກກຳປູເຈຍ. ພາບ: qdnd.vn

ໃນຂອບເຂດກອງປະຊຸມ, ຄະນະພະນັກງານຮັບຜິດຊອບກົດໝາຍຂອງກອງທັບແຫ່ງລາຊະອານາຈັກກຳປູເຈຍ ໄດ້ຮັບຟັງການນໍາສະເໜີກ່ຽວກັບພາລະບົດບາດ, ໜ້າທີ່ ແລະວຽກງານກົດໝາຍໃນກອງທັບປະຊາຊົນຫວຽດນາມ; ບົດຮຽນໃນການສ້າງກົດໝາຍການທະຫານ, ປ້ອງກັນຊາດ; ກົດໝາຍວ່າດ້ວຍການປ້ອງກັນຊາດປີ 2018 ຂອງຫວຽດນາມ.

ທ່ານພົນຈັດຕະວາ ຫງວຽນຫວຽດຢຸ້ງ ຢືນຢັນວ່າ, ກອງປະຊຸມບໍ່ພຽງແຕ່ແມ່ນການເຄື່ອນໄຫວດ້ານວິຊາສະເພາະທີ່ມີຄວາມໝາຍແທດຈິງເທົ່ານັ້ນ ຫາກຍັງແມ່ນກາລະໂອກາດເພື່ອເພີ່ມທະວີການພົວພັນຮ່ວມມື, ຄວາມເຂົ້າໃຈ, ແບ່ງປັນບົດຮຽນປະສົບການລະຫວ່າງບັນດາກໍາລັງກົດໝາຍຂອງກອງທັບປະຊາຊົນຫວຽດນາມ ແລະກອງທັບແຫ່ງລາຊະອານາຈັກກຳປູເຈຍ.

ໂດຍ: ໄຊຊະນະ