ກ່າວຄຳເຫັນທີ່ການເຮັດວຽກ, ທ່ານພົນໂທ ຫງວຽນເຈື່ອງຖັ໋ງ ຢືນຢັນວ່າ ກະຊວງປ້ອງກັນປະເທດຫວຽດນາມ ຕີລາຄາສູງ ແລະປາດຖະໜາຢາກຊຸກຍູ້ການຮ່ວມມືດ້ານອຸດສາຫະກຳປ້ອງກັນຊາດ ກັບກະຊວງປ້ອງກັນປະເທດອັງກິດ.

leftcenterrightdel
 
leftcenterrightdel
ທ່ານພົນໂທ ຫງວຽນເຈື່ອງຖັ໋ງ ແລະບັນດາຜູ້ແທນທີ່ການຢ້ຽມຢາມ ແລະ ເຮັດວຽກ. ພາບ: qdnd.vn

ທ່ານພົນໂທ ຫງວຽນເຈື່ອງຖັ໋ງ ປາດຖະໜາຢາກຊຸກຍູ້ການລົງນາມບົດບັນທຶກຊ່ວຍຈໍາ ວ່າດ້ວຍການຮ່ວມມືດ້ານອຸດສາຫະກຳປ້ອງກັນຊາດລະຫວ່າງກະຊວງປ້ອງກັນປະເທດຫວຽດນາມ ແລະກະຊວງປ້ອງກັນປະເທດອັງກິດ ໂດຍໄວ, ສ້າງພື້ນຖານນິຕິກໍາ, ເງື່ອນໄຂສະດວກໃຫ້ແກ່ບັນດາອົງການ, ວິສາຫະກິດຂອງສອງຝ່າຍ ຜັນຂະຫຍາຍບັນດາເນື້ອໃນການຮ່ວມມືດ້ານອຸດສາຫະກຳປ້ອງກັນຊາດໃນໄລຍະຈະມາເຖິງ.

ທ່ານພົນໂທ ຫງວຽນເຈື່ອງຖັ໋ງ ຕີລາຄາສູງຕໍ່ກໍາລັງຄວາມສາມາດດ້ານເຕັກໂນໂລຊີຂອງກຸ່ມບໍລິສັດ Leonardo, ເຊິ່ງແມ່ນໜຶ່ງໃນບັນດາຜູ້ຮັບເໝົາປ້ອງກັນຊາດໃຫຍ່ຢູ່ອັງກິດ; ຂອບໃຈກຸ່ມບໍລິສັດ Leonardo ທີ່ໄດ້ເຂົ້າຮ່ວມວາງສະແດງຢູ່ໃນງານວາງສະແດງປ້ອງກັນຊາດສາກົນຫວຽດນາມ ຄັ້ງທີ 1 (2022) ແລະ ຄັ້ງທີ 2 (2024); ຫວັງວ່າ ກຸ່ມບໍລິສັດຈະສືບຕໍ່ສົ່ງຄະນະຜູ້ແທນເຂົ້າຮ່ວມງານວາງສະແດງ ຄັ້ງທີ 3 ໃນປີ 2026.

ໂດຍ: ຈາງຫງວຽນ