ທີ່ການພົບປະ, ສອງຝ່າຍໄດ້ຢືນຢັນວ່າ ການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງຫວຽດນາມ-ອັງກິດ ໃນໄລຍະຜ່ານມາ ໄດ້ຮັບການຜັນຂະຫຍາຍຖືກຕາມການກໍານົດທິດ, ສອດຄ່ອງກັບຜົນການເຈລະຈານະໂຍບາຍປ້ອງກັນຊາດຫວຽດນາມ-ອັງກິດ ຄັ້ງທີ 5 ແລະບົດບັນທຶກຊ່ວຍຈໍາກ່ຽວກັບການຮ່ວມມືດ້ານປ້ອງກັນຊາດສອງຝ່າຍທີ່ໄດ້ລົງນາມໃນປີ 2017, ເຊິ່ງບັນລຸໄດ້ໝາກຜົນທີ່ຕັ້ງໜ້າຫຼາຍຢ່າງ, ພົ້ນເດັ່ນແມ່ນໃນບັນດາຂົງເຂດ: ການແລກປ່ຽນຄະນະຜູ້ແທນທຸກຂັ້ນ; ການຮັກສາກົນໄກຮ່ວມມືຢ່າງມີປະສິດທິຜົນ, ເປັນຕົ້ນແມ່ນກົນໄກເຈລະຈານະໂຍບາຍປ້ອງກັນຊາດປະຈຳປີ; ຄວາມໝັ້ນຄົງ, ຄວາມປອດໄພໃນການເດີນທະເລ; ການຮັກສາສັນຕິພາບ ສປຊ, ການຝຶກອົບຮົມ...

leftcenterrightdel
ພົນເອກ ຟານວັນຢາງ ມອບຂອງຂວັນທີ່ລະນຶກໃຫ້ແກ່ທ່ານ Vernon Coaker ຮອງລັດຖະມົນຕີກະຊວງປ້ອງກັນປະເທດອັງກິດ. ພາບ: qdnd.vn

ເພື່ອນໍາການຮ່ວມມືດ້ານປ້ອງກັນຊາດສອງຝ່າຍສອດຄ່ອງກັບການພົວພັນລະຫວ່າງຫວຽດນາມ-ອັງກິດ, ສອງຝ່າຍໄດ້ເຫັນດີເປັນເອກະພາບກັນວ່າ ໃນໄລຍະຈະມາເຖິງຈະສືບຕໍ່ຊຸກຍູ້ການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ເປັນຕົ້ນແມ່ນຂັ້ນສູງ, ແນໃສ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ, ຄວາມເຂົ້າໃຈ ແລະເປີດກວ້າງການຮ່ວມມືໃນບັນດາຂົງເຂດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ; ສືບຕໍ່ຮັກສາກົນໄກທາບທາມຄວາມເຫັນ, ການເຈລະຈາຢ່າງມີປະສິດທິຜົນ; ເພີ່ມທະວີການຮ່ວມມືຝຶກອົບຮົມ, ຊຸກຍູ້ການຮ່ວມມືລະຫວ່າງວິທະຍາຄານ, ໂຮງຮຽນກອງທັບສອງປະເທດ; ຊຸກຍູ້ການຮ່ວມມືດ້ານເສນາຮັກ, ຄວາມໝັ້ນຄົງ, ຄວາມປອດໄພໃນການເດີນທະເລ, ອຸດສາຫະກຳປ້ອງກັນຊາດ, ຮັກສາສັນຕິພາບສະຫະປະຊາຊາດ; ສືບຕໍ່ຜັນຂະຫຍາຍການຮ່ວມມືປ້ອງກັນ, ຕ້ານການຄ້າມະນຸດຢ່າງມີປະສິດທິຜົນ; ພ້ອມທັງຄົ້ນຄວ້າຄວາມສາມາດຊຸກຍູ້ການຮ່ວມມືກ່ຽວກັບການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມຢູ່ຫວຽດນາມ.

ທ່ານພົນເອກ ຟານວັນຢາງ ແລະທ່ານ Vernon Coaker ໄດ້ເຫັນດີເປັນເອກະພາບທີ່ຈະມອບໃຫ້ອົງການທີ່ກ່ຽວຂ້ອງຂອງສອງກະຊວງປ້ອງກັນປະເທດ ຕັ້ງໜ້າຊຸກຍູ້, ຜັນຂະຫຍາຍບັນດາເນື້ອໃນທີ່ໄດ້ເຫັນດີເປັນເອກະພາບທີ່ການພົບປະ.

ກໍ່ທີ່ການພົບປະ, ສອງຝ່າຍຍັງໄດ້ແລກປ່ຽນກ່ຽວກັບສະພາບການໂລກ ແລະພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

ໂດຍ: ຈາງຫງວຽນ