ສຳເລັດທຸກໜ້າທີ່ຢ່າງດີເດັ່ນ, ຮັບປະກັນຄວາມປອດໄພທຸກດ້ານຢ່າງສົມບູນໃນການເດີນເຮືອສ້າງສະຖິຕິແກ່ຍາວເວລາ 59 ວັນ ດ້ວຍໄລຍະທາງ 11.016 ໄມທະເລ ແມ່ນຄວາມເອກອ້າງທະນົງໃຈຂອງຄະນະປະຕິບັດງານ ແລະທີມງານກຳປັ່ນ 016-ກວາງຈູງ, ກໍ່ແມ່ນຄວາມພາກພູມໃຈ ເຊິ່ງເພື່ອນມິດສາກົນ ແລະຊາວຫວຽດນາມ ອາໄສຢູ່ອົດສະຕາລີ ມີຄວາມຮູ້ສຶກນຳ.

“ເລື່ອງກຳປັ່ນ 016 - ກວາງຈູງ ເດີນທາງໄປ Sydney ໄດ້ສ້າງຂີດໝາຍໃນການເດີນເຮືອທາງທະເລຍາວທີ່ສຸດໃນປະຫວັດສາດຂອງທະຫານເຮືອປະຊາຊົນຫວຽດນາມ ແລະນີ້ກໍ່ແມ່ນຄວາມພາກພູມໃຈ ເຊິ່ງພວກຂ້າພະເຈົ້າ ຢາກໄດ້ແບ່ງປັນ... ຜ່ານການເຄື່ອນໄຫວຮ່ວມມືລະຫວ່າງທະຫານເຮືອສອງປະເທດ, ພວກເຮົາໄດ້ພ້ອມກັນປະກອບສ່ວນຮັກສາສະພາບແວດລ້ອມແຫ່ງການເດີນທະເລຢ່າງມີສັນຕິພາບ ແລະມີຄວາມໝັ້ນຄົງໃນພາກພື້ນອາຊີ-ປາຊີຟິກ”, ທ່ານພົນຈັດຕະວາ Mark Hammond, ຜູ້ບັນຊາການທະຫານເຮືອລາດຊະວົງອົດສະຕາລີ (ປະຈຸບັນແມ່ນຜູ້ບັນຊາການກຳລັງປ້ອງກັນຊາດອົດສະຕາລີ) ກ່າວຄຳເຫັນທີ່ງານລ້ຽງຢູ່ກຳປັ່ນ 016-ກວາງຈູງ ຢູ່ອ່າວ Sydney ໃນຕອນຄໍ່າວັນທີ 23 ມີນາ.

leftcenterrightdel
ກໍາປັ່ນຂອງບັນດາປະເທດເຂົ້າຮ່ວມການຈັດຮູບຖານຖ່າຍຮູບທາງອາກາດຈາກອ່າວ Jervis ຮອດອ່າວ Sydney ເບິ່ງຈາກ ກໍາປັ່ນ 016 - ກວາງຈູງ, ວັນທີ 20 ເມສາ. ພາບ: ງອກຮຶງ

ເລື່ອງທ່ານພົນຈັດຕະວາ Mark Hammond ມາເຂົ້າຮ່ວມງານລ້ຽງຢູ່ກໍາປັ່ນຂອງ ຫວຽດນາມ ໃນເວລາທີ່ຍັງຄາວຽກຫຼາຍດ້ວຍການເຄື່ອນໄຫວສະເຫຼີມສະຫຼອງ ແລະຝຶກຊ້ອມທີ່ໜາແໜ້ນໂດຍທະຫານເຮືອລາດຊະວົງ ອົດສະຕາລີ ເປັນປະເທດເຈົ້າພາບ ແມ່ນສະແດງໃຫ້ເຫັນວ່າ ການພົວພັນມິດຕະພາບ, ການຮ່ວມມືອັນດີງາມລະຫວ່າງກອງທັບ ແລະທະຫານເຮືອສອງປະເທດ, ສອດຄ່ອງກັບຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ອົດສະຕາລີ. ໃນເດືອນມັງກອນ ປີນີ້, ທ່ານພົນຈັດຕະວາ Mark Hammond ໄດ້ມີການຢ້ຽມຢາມຫວຽດນາມ ແລະຢ້ຽມຢາມກຳປັ່ນ 016-ກວາງຈູງ.

ໃນຂະນະນັ້ນ, ທ່ານພັນເອກ Alana Burkitt, ທີ່ປຶກສາທູດປ້ອງກັນຊາດ ອົດສະຕາລີ ປະຈຳ ຫວຽດນາມ ຖືວ່າ ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງລັດຖະບານ ແລະກອງທັບສອງປະເທດແມ່ນສູງທີ່ສຸດ, ດ້ວຍເລື່ອງຫວຽດນາມ ຕົກລົງຜັນຂະຫຍາຍກຳປັ່ນລຳໜຶ່ງທັນສະໄໝທີ່ສຸດໄປເຂົ້າຮ່ວມເຫດການ ໄດ້ສ້າງຂີດໝາຍສຳຄັນຂອງທະຫານເຮືອລາດຊະວົງ ອົດສະຕາລີ.

ສະຫຼຸບການເຄື່ອນໄຫວໃນການໄປປະຕິບັດງານຄັ້ງນີ້, ທ່ານພັນເອກພິເສດ ຫງວຽນມິງແລັ່ງ, ຮອງຫົວໜ້າເສນາທິການທະຫານເຮືອເຂດ 4, ຫົວໜ້າຄະນະປະຕິບັດງານຢູ່ກຳປັ່ນ 016-ກວາງຈູງ ໃຫ້ຮູ້ວ່າ ໃນການເດີນເຮືອຂ້າມມະຫາສະໝຸດ 2 ແຫ່ງ, ທະເລ 7 ເຂດ (ທະເລຕາເວັນອອກ, ທະເລ Java, ທະເລ Banda, ທະເລ Timor, ທະເລ Arafura, ທະເລ Coral ແລະທະເລ Tasman), ກໍາປັ່ນ 016 - ກວາງຈູງ ໄດ້ເຂົ້າຮ່ວມການຈັດຮູບຖານຖ່າຍຮູບທາງອາກາດ, ພິທີສວນສະໜາມ, ຈັດງານລ້ຽງຢູ່ເທິງກຳປັ່ນບັນດາເນື້ອໃນຝຶກຊ້ອມຢູ່ທ່າເຮືອ, ພົບປະແລກປ່ຽນວັດທະນະທຳ, ແຂ່ງຂັນກິລາ...

“ດ້ວຍຈິດໃຈຕິດແທດກັບຫຼັກການບໍ່ສູ້ຮົບເມື່ອເຂົ້າຮ່ວມ Kakadu, ກໍາປັ່ນ 016-ກວາງຈູງ ແລະຄະນະປະຕິບັດງານ ໄດ້ສະແດງໃຫ້ເຫັນການເປັນມືອາຊີບ, ບັນດາທັກສະ, ການພັດທະນາທັນສະໄໝ ກໍ່ຄືການມີລະບຽບວິໄນຂອງທະຫານເຮືອປະຊາຊົນຫວຽດນາມ ໃນທຸກການເຄື່ອນໄຫວ”, ທ່ານພັນເອກພິເສດ ຫງວຽນມິງແລັ່ງ ຢືນຢັນ ແລະໃຫ້ຮູ້ວ່າ ການໄປປະຕິບັດງານຄັ້ງນີ້ແມ່ນກາລະໂອກາດອັນລ້ຳຄ່າ ເພື່ອດຳເນີນການຝຶກແອບເດີນທະເລໃນໄລຍະທາງທີ່ຍາວໄກ, ຍົກສູງຄວາມສາມາດຈັດຕັ້ງບັນຊາ, ປະສົມປະສານ, ຄວາມສາມາດກຽມພ້ອມສູ້ຮົບ, ຍົກລະດັບຄວາມຮູ້ຄວາມສາມາດໃນການນຳໃຊ້ອາວຸດ, ວັດຖຸອຸປະກອນເຕັກນິກຂອງທະຫານໃນເງື່ອນໄຂເຄື່ອນໄຫວຫຼາຍວັນຢູ່ທະເລ.

leftcenterrightdel
ພິທີຕ້ອນຮັບກຳປັ່ນ 016 - ກວາງຈູງ ແລະຄະນະປະຕິບັດງານຢູ່ທ່າກໍາປັ່ນທະຫານ ກາມແຣງ ໃນຕອນເຊົ້າວັນທີ 22 ເມສາ. ພາບ: ງອກຮຶງ

ຄຽງຄູ່ກັນນັ້ນ, ການຄາດເດົາໄດ້ຄວາມຫຍຸ້ງຍາກຂອງການເດີນເຮືອພິເສດນີ້ເປັນຕົ້ນແມ່ນອາກາດປ່ຽນແປງຜິດປົກກະຕິ, ເຂດທະເລແປກ ແລະທຸລະກັນດານ... ຄະນະປະຕິບັດງານ ແລະກຳປັ່ນ 016-ກວາງຈູງ ໄດ້ເຮັດວຽກງານກະກຽມທຸກດ້ານເປັນຢ່າງດີ. ວຽກງານເສນາທິການ, ວຽກງານພັກ, ວຽກງານການເມືອງ, ຮັບປະກັນພະລາທິການ, ເຕັກນິກກອງພົນນ້ອຍ 162 ແລະກໍາປັ່ນ 016-ກວາງຈູງ ລ້ວນແຕ່ໄດ້ຜັນຂະຫຍາຍຢ່າງຮອບດ້ານ. ໄລຍະເວລາເພື່ອກະກຽມໃນການໄປປະຕິບັດງານຄັ້ງນີ້ແມ່ນບໍ່ຫຼາຍ, ກົງກັບບຸນປີໃໝ່ປະຈຳຊາດ (ກຳປັ່ນອອກຈາກທ່າເຮືອທະຫານ ກາມແຣງ ໃນວັນທີ 23 ກຸມພາ), ແຕ່ວ່າດ້ວຍຄວາມເອົາໃຈໃສ່, ການຊີ້ນຳນຳພາຢ່າງເລິກເຊິ່ງຂອງການນຳກອງບັນຊາການເຫຼົ່າທັບທະຫານເຮືອ, ກອງບັນຊາການທະຫານເຮືອເຂດ 4; ການແນະນຳ, ໜູນຊ່ວຍທຸກດ້ານຂອງບັນດາອົງການທີ່ກ່ຽວຂ້ອງຂອງກະຊວງປ້ອງກັນປະເທດ, ເຫຼົ່າທັບທະຫານເຮືອ ແລະທະຫານເຮືອເຂດ 4 ໃນວິວັດທະນາການຈັດຕັ້ງປະຕິບັດໜ້າທີ່, ຄະນະປະຕິບັດງານ ແລະທີມງານກຳປັ່ນ ຈຶ່ງຮັບຮູ້ກ່ຽວກັບຄວາມສຳຄັນຂອງໜ້າທີ່ພົວພັນຕ່າງປະເທດດ້ານປ້ອງກັນຊາດ ຄັ້ງນີ້, ສະນັ້ນຈຶ່ງໄດ້ກະກຽມຢ່າງລະອຽດ; ປະສານສົມທົບຢ່າງແໜ້ນແຟ້ນກັບບັນດາອົງການທີ່ກ່ຽວຂ້ອງ ເພື່ອປະຕິບັດໃຫ້ຖືກຕາມແຜນການຂອງການໄປປະຕິບັດງານຄັ້ງນີ້.

ການໄປປະຕິບັດງານເຂົ້າຮ່ວມພິທີສວນສະໜາມ ແລະຝຶກຊ້ອມ Kakadu 2026 ເດີນທາງໄກກວ່າໝື່ນໄມທະເລ ເພື່ອແນໃສ່ປະຕິບັດຕາມແຜນນະໂຍບາຍ, ແນວທາງຂອງພັກ, ລັດ, ທັດສະນະຊີ້ນຳຂອງຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນ ແລະການພົວພັນຕ່າງປະເທດດ້ານປ້ອງກັນຊາດ ໄດ້ປະສົບຜົນສຳເລັດຢ່າງຈົບງາມ. ສືບຕໍ່ມູນເຊື້ອຂອງທະຫານເຮືອປະຊາຊົນຫວຽດນາມ, ຄວາມພາກພູມໃຈກ່ຽວກັບການເດີນທະເລທີ່ພິເສດນີ້ ຈະແມ່ນກຳລັງໜູນປະກອບສ່ວນຊຸກຍູ້ວິວັດທະນາການພັດທະນາທັນສະໄໝຂອງທະຫານເຮືອປະຊາຊົນຫວຽດນາມ, ຊ່ວຍປັບປຸງ ແລະເພີ່ມທະວີການພົວພັນມິດຕະພາບ, ການຮ່ວມມື ອັນດີງາມລະຫວ່າງທະຫານເຮືອປະຊາຊົນຫວຽດນາມ ເວົ້າສະເພາະ ແລະກອງທັບປະຊາຊົນຫວຽດນາມ ກັບທະຫານເຮືອ ແລະກອງທັບບັນດາປະເທດ ເວົ້າລວມ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາໃນພາກພື້ນ ແລະໃນໂລກ.

ໂດຍ: ແສງເດືອນ