ຜ່ານຜ່າຄວາມຫຍຸ້ງຍາກກ່ຽວກັບເງື່ອນໄຂພູມມີປະເທດ ແລະອາກາດ, ການລາດຕະເວນໄດ້ດຳເນີນໄປດ້ວຍຈິດໃຈສາມັກຄີ, ຄວາມໄວ້ເນື້ອເຊື່ອໃຈ, ຄວາມເຂົ້າໃຈເຊິ່ງກັນ ແລະກັນ. ພະນັກງານ, ນັກຮົບບັນດາກົມກອງໄດ້ສະແດງຄວາມຮັບຜິດຊອບ, ການສົມທົບກັນຢ່າງແໜ້ນແຟ້ນໃນການປະຕິບັດໜ້າທີ່, ປະກອບສ່ວນຍົກສູງປະສິດທິຜົນວຽກງານຄຸ້ມຄອງ ແລະປົກປັກຮັກສາຊາຍແດນ.

ສິ້ນສຸດການລາດຕະເວນ, ສອງຝ່າຍໄດ້ປະເມີນຜົນການລາດຕະເວນຮ່ວມ, ລາດຕະເວນສອງຝ່າຍ ແລະແລກປ່ຽນສະພາບຄວາມສະຫງົບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມຢູ່ເຂດຊາຍແດນ ໃນໄຕມາດທີ I ປີ 2026. ສອງຝ່າຍເຫັນດີເປັນເອກະພາບຮັກສາການແລກປ່ຽນຂໍ້ມູນຂ່າວສານກ່ຽວກັບຊາຍແດນ, ແກ້ໄຂບັນດາກໍລະນີຢ່າງທັນການ; ເພີ່ມທະວີວຽກງານລາດຕະເວນ, ຄວບຄຸມ ແລະຕໍ່ສູ້ຕ້ານການເຂົ້າອອກເມືອງຜິດກົດໝາຍ, ການຄ້າມະນຸດ, ການສໍ້ໂກງການຄ້າ ແລະການກະທຳຜິດກົດໝາຍອື່ນໆ. ຍູ້ແຮງການໂຄສະນາກົດໝາຍ ແລະນະໂຍບາຍກ່ຽວກັບຊາຍແດນ, ຍົກສູງຄວາມຮັບຮູ້ໃນການປະຕິບັດກົດໝາຍ, ສະຕິລະວັງຕົວປົກປັກຮັກສາຊາຍແດນຂອງປະຊາຊົນສອງຟາກຊາຍແດນ.

leftcenterrightdel
ຄ້າຍທະຫານຊາຍແດນໝີຫຼີ, ກອງບັນຊາການທະຫານຊາຍແດນແຂວງເງະອານ ປະສານສົມທົບກັບກອງຮ້ອຍທະຫານຊາຍແດນ 217, ກອງບັນຊາການທະຫານແຂວງຫົວພັນ (ລາວ) ລາດຕະເວນສອງຝ່າຍເພື່ອປົກປັກຮັກສາຊາຍແດນລວມ. ສອງຝ່າຍໄດ້ຈັດຕັ້ງການລາດຕະເວນຢູ່ເສັ້ນຊາຍແດນ ແຕ່ຫຼັກໝາຍທີ 397 ຮອດຫຼັກໝາຍທີ 397/1 (1), ດ້ວຍລວງຍາວປະມານ 3 ກິໂລແມັດ ຢູ່ທາງບົກ ແລະເທິງແມ່ນໍ້າ. ພາບ: ເລແທ້ກ
leftcenterrightdel
ສິ້ນສຸດການລາດຕະເວນ, ຄ້າຍທະຫານຊາຍແດນໝີຫຼີ ແລະກອງຮ້ອຍທະຫານຊາຍແດນ 217 ໄດ້ແລກປ່ຽນກ່ຽວກັບສະພາບການທີ່ກ່ຽວຂ້ອງເຖິງວຽກງານຄຸ້ມຄອງ ແລະປົກປັກຮັກສາຊາຍແດນ ຫວຽດນາມ-ລາວ. ພາບ: ເລແທ້ກ
leftcenterrightdel
ຄ້າຍທະຫານຊາຍແດນດ່ານສາກົນເບີ່ອີ (ທະຫານຊາຍແດນແຂວງກວ໋າງຫງາຍ) ສົມທົບກັບກອງຮ້ອຍທະຫານຊາຍແດນ 541, ກອງບັນຊາການທະຫານແຂວງອັດຕະປື  ດໍາເນີນການລາດຕະເວນສອງຝ່າຍ ແລະລົງກວດກາພູມີປະເທດຕົວຈິງຢູ່ເຂດຊາຍແດນ. ພາບ: ວັນແຕ໊ງ

ໂດຍ: ເຈິ່ນຮວ່ຽນ