leftcenterrightdel
ຜູ້ແທນ ແລະນັກຮຽນ ຖ່າຍຮູບເປັນທີ່ລະນຶກ. ພາບ: qdnd.vn

ທີ່ລາຍການ, ບັນດາຜູ້ແທນ, ຄູອາຈານ ແລະນັກຮຽນໄດ້ຮັບການແຈ້ງໃຫ້ຊາບກ່ຽວກັບສະພາບການທະເລ, ໝູ່ເກາະໃນຫວ່າງມໍ່ໆມານີ້; ຖານະ, ບົດບາດ, ພາລະບົດບາດ, ໜ້າທີ່ ແລະມູນເຊື້ອຂອງກໍາລັງຕໍາຫຼວດທະເລຫວຽດນາມ ເວົ້າລວມ, ກອງບັນຊາການຕໍາຫຼວດທະເລເຂດ 3 ເວົ້າສະເພາະ; ໄປຢ້ຽມຢາມຕົວຈິງໃນກໍາປັ່ນຕໍາຫຼວດທະເລ. ພວກນ້ອງນັກຮຽນໄດ້ມີການພົບປະແລກປ່ຽນກັບພະຍານຫຼັກຖານປະຫວັດສາດທີ່ເຄີຍເຂົ້າຮ່ວມຕໍ່ສູ້ໃນການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝະລັ່ງ ແລະຈັກກະພັດອາເມລິກາ, ປະກອບສ່ວນເພີ່ມພູນຄູນຄວາມຮັກຕໍ່ປະເທດຊາດ ແລະລັດທິວິລະຊົນປະຕິວັດຫວຽດນາມ.

ກ່າວຄຳເຫັນທີ່ລາຍການ, ທ່ານພັນເອກ ເຢືອງກົງຈີ໊ງ, ຮອງຫົວໜ້າການເມືອງກອງບັນຊາການຕໍາຫຼວດທະເລເຂດ 3 ເນັ້ນໜັກວ່າ ຜ່ານການເຄື່ອນໄຫວ, ກອງບັນຊາການຕໍາຫຼວດທະເລເຂດ 3  ສືບຕໍ່ເພີ່ມພູນຄູນສ້າງຄວາມຮັກຕໍ່ບ້ານເກີດເມືອງນອນ, ທະເລ, ໝູ່ເກາະໃຫ້ແກ່ນັກຮຽນ; ພ້ອມທັງແຜ່ຂະຫຍາຍສະຕິ, ຄວາມຮັບຜິດຊອບໃນການປົກປັກຮັກສາອະທິປະໄຕທະເລ, ໝູ່ເກາະໃນຊຸມຊົນ, ປະກອບສ່ວນກໍ່ສ້າງລຸ້ນໜຸ່ມທີ່ມີຄຸນທາດດ້ານການເມືອງ, ພູມປັນຍາ ແລະຄວາມຄາດຫວັງອຸທິດສ່ວນໃຫ້ປະເທດຊາດ.

ໂດຍ: ທອງສີ ສຸຕິວົງ