ລາດຕະເວນສອງຝ່າຍລະຫວ່າງ ຫວຽດນາມ ແລະລາວ
ກປ.ອອນໄລ - ວັນທີ 24 ມີນາ, ຄ້າຍທະຫານຊາຍແດນ ໝີ້ລີ້, ກອງບັນຊາການທະຫານຊາຍແດນແຂວງເງະອານ ສົມທົບກັບກອງຮ້ອຍທະຫານຊາຍແດນ 217, ກອງບັນຊາການທະຫານແຂວງຫົວພັນ ດໍາເນີນການລາດຕະເວນສອງຝ່າຍ ເພື່ອເພີ່ມທະວີວຽກງານຄຸ້ມຄອງ, ປົກປັກຮັກສາອະທິປະໄຕຜືນແຜ່ນດິນ, ຄວາມສະຫງົບຊາຍແດນແຫ່ງຊາດຢ່າງໝັ້ນແກ່ນ. ພ້ອມທັງປັບປຸງການພົວພັນສາມັກຄີ, ມິດຕະພາບແບບພິເສດລະຫວ່າງກໍາລັງປ້ອງກັນຊາຍແດນສອງປະເທດ.
ເຂົ້າຮ່ວມການລາດຕະເວນ, ຝ່າຍຄ້າຍທະຫານຊາຍແດນ ໝີ້ລີ້ ນໍາໂດຍພັນໂທ ບຸ່ຍຮົ່ງແມ້ງ ຮອງຫົວໜ້າການເມືອງ ຄ້າຍທະຫານຊາຍແດນ ໝີ້ລີ້; ຝ່າຍກອງຮ້ອຍທະຫານຊາຍແດນ 217 ນໍາໂດຍພັນຕີ ໄມວຽງ ຫົວໜ້າກອງຮ້ອຍ. ສອງຝ່າຍໄດ້ຈັດຕັ້ງການລາດຕະເວນຕອນຊາຍແດນ ແຕ່ຫຼັກໝາຍ 397 ເຖິງເສົາຫຼັກໝາຍ 397/1 (1), ດ້ວຍລວງຍາວທາງບົກ ແລະທາງນໍ້າ ປະມານ 3 ກິໂລແມັດ.
    |
 |
|
ສອງຝ່າຍແລກປ່ຽນສະພາບການ. ພາບ: qdnd.vn |
ໃນການລາດຕະເວນ, ກໍາລັງສອງຝ່າຍ ໄດ້ຂ້າມຜ່ານພູມີປະເທດທີ່ສັບສົນ, ທຸລະກັນດານ ເພື່ອດໍາເນີນການກວດກາສະພາບລະບົບຫຼັກໝາຍຊາຍແດນ, ເສົາຫຼັກໝາຍ; ສົມທົບກັບການໂຄສະນາ, ຕັກເຕືອນປະຊາຊົນເຂດຊາຍແດນປະຕິບັດຕາມຂໍ້ກໍານົດຂອງກົດໝາຍກ່ຽວກັບການຄຸ້ມຄອງ, ປົກປັກຮັກສາຊາຍແດນຢ່າງເຂັ້ມງວດ; ບໍ່ໄປເຮັດນາທີ່ບ້ານອື່ນ, ບໍ່ຂ້າມຊາຍແດນທີ່ຜິດກົດໝາຍ. ພ້ອມກັນນັ້ນ, ສອງຝ່າຍຍັງໄດ້ແລກປ່ຽນກ່ຽວກັບສະພາບຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມຢູ່ເຂດຊາຍແດນ.
ບັນຍາກາດການລາດຕະເວນດໍາເນີນໃນຈິດໃຈສາມັກຄີ, ໄວ້ເນື້ອເຊື່ອໃຈ, ເຂົ້າໃຈເຊິ່ງກັນ ແລະກັນ. ພະນັກງານ, ນັກຮົບຂອງສອງຝ່າຍໄດ້ສະແດງໃຫ້ເຫັນຄວາມຮັບຜິດຊອບ, ການສົມທົບຢ່າງຄ່ອງແຄ້ວ, ປະກອບສ່ວນຍົກສູງປະສິດທິພາບວຽການຄຸ້ມຄອງ, ປົກປັກຮັກສາຊາຍແດນ.
ພັນໂທ ບຸ່ຍຮົ່ງແມ້ງ ຮອງຫົວໜ້າການເມືອງຄ້າຍທະຫານຊາຍແດນ ໝີ້ລີ້ ຕີລາຄາວ່າການເຄື່ອນໄຫວລາດຕະເວນສອງຝ່າຍໃນຄັ້ງນີ້ ສືບຕໍ່ຢັ້ງຢືນ ປະສິດທິພາບຂອງກົນໄກສົມທົບກັນລະຫວ່າງກໍາລັງປ້ອງກັນຊາຍແດນ ຫວຽດນາມ-ລາວ; ປະກອບສ່ວນຮັກສາສະຖຽນລະພາບດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມຢູ່ເຂດຊາຍແດນ. ພ້ອມກັນນັ້ນນີ້ກໍແມ່ນໂອກາດ ເພື່ອເພີ່ມທະວີນໍ້າໃຈສາມັກຄີ, ສະໜິດຕິດພັນລະຫວ່າງພະນັກງານ, ນັກຮົບຂອງສອງຝ່າຍ, ຜ່ານນັ້ນເພີ່ມພູນຄູນສ້າງການພົວພັນມິດຕະພາບທີ່ເປັນມູນເຊື້ອແບບພິເສດລະຫວ່າງສອງປະເທດ ຫວຽດນາມ-ລາວ ໃຫ້ນັບມື້ນັບໝັ້ນແກ່ນ ແລະພັດທະນາ.
ໂດຍ: ໄຊຊະນະ