ກອງບັນຊາການທະຫານແຂວງເງະອານ ອວຍພອນບຸນປີໃໝ່ບັນດາກົມກອງຂອງລາວ
ກປ.ອອນໄລ - ເນື່ອງໃນໂອກາດກະກຽມຕ້ອນຮັບບຸນປີໃໝ່ຂອງລາວ, ແຕ່ວັນທີ 30 ມີນາ ຫາວັນທີ 3 ເມສາ, ຄະນະປະຕິບັດງານຂອງກອງບັນຊາການທະຫານແຂວງເງະອານ ໄດ້ໄປຢ້ຽມຢາມ ແລະອວຍພອນບຸນປີໃໝ່ພະນັກງານ, ນັກຮົບກໍາລັງປະກອບອາວຸດແຂວງຊຽງຂວາງ, ວຽງຈັນ ແລະບໍລິຄໍາໄຊ.
ຄະນະປະຕິບັດງານກອງບັນຊາການທະຫານແຂວງເງະອານ ໄດ້ສົ່ງຄຳອວຍພອນປີໃໝ່ມາຍັງພະນັກງານ, ນັກຮົບກໍາລັງປະກອບອາວຸດບັນດາແຂວງ; ອວຍພອນການນຳອຳນາດການປົກຄອງ ແລະປະຊາຊົນບັນດາເຜົ່າຂອງບັນດາແຂວງ ກ້າວເຂົ້າສູ່ປີໃໝ່ຈົ່ງສືບຕໍ່ບັນລຸໄດ້ຜົນງານຫຼາຍຢ່າງ, ປະຕິບັດໜ້າທີ່ພັດທະນາເສດຖະກິດ, ວັດທະນະທໍາ, ສັງຄົມ ແລະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.
    |
 |
|
ຄະນະປະຕິບັດງານກອງບັນຊາການທະຫານແຂວງເງະອານ ພ້ອມດ້ວຍບັນດາສະຫາຍໃນຄະນະປະຕິບັດງານມອບຂອງຂວັນອວຍພອນບຸນປີໃໝ່ພະນັກງານ, ນັກຮົບກອງບັນຊາການທະຫານແຂວງວຽງຈັນ. ພາບ: qdnd.vn |
ກອງບັນຊາການທະຫານແຂວງເງະອານ ສະແດງຄວາມຂອບໃຈຕໍ່ຄວາມເອົາໃຈໃສ່, ສົມທົບ ແລະຊ່ວຍເຫຼືອຂອງກອງບັນຊາການທະຫານບັນດາແຂວງຂອງລາວ; ພິເສດແມ່ນການສົມທົບໃນວຽກງານປົກປັກຮັກສາອະທິປະໄຕ ແລະຄວາມໝັ້ນຄົງຊາຍແດນຢ່າງມີປະສິດທິຜົນ; ຊອກຫາ, ທ້ອນໂຮມອັດຖິທະຫານອາສາສະໝັກ, ນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ ລາວ.
ຜູ້ຕາງໜ້າການນຳກອງບັນຊາການທະຫານບັນດາແຂວງໄດ້ແຈ້ງໝາກຜົນພົ້ນເດັ່ນກ່ຽວກັບສະພາບເສດຖະກິດ-ສັງຄົມ, ວຽກງານກໍ່ສ້າງ, ປັບປຸງການປ້ອງກັນຊາດທົ່ວປວງຊົນຂອງກຳລັງປະກອບອາວຸດແຂວງ. ພ້ອມທັງຂອບໃຈຕໍ່ອາລົມຈິດຂອງກອງບັນຊາການທະຫານແຂວງເງະອານ ໄດ້ສະຫງວນໃຫ້ແກ່ພະນັກງານ, ນັກຮົບກຳລັງປະກອບອາວຸດບັນດາແຂວງ; ພິເສດແມ່ນການສົມທົບໃນວຽກງານປົກປັກຮັກສາອະທິປະໄຕ ແລະຄວາມໝັ້ນຄົງຊາຍແດນຢ່າງມີປະສິດທິຜົນ.
    |
 |
|
ບັນຍາກາດທີ່ພິທີອວຍພອນບຸນປີໃໝ່ພະນັກງານ, ນັກຮົບກອງບັນຊາການທະຫານແຂວງບໍລິຄໍາໄຊ. ພາບ: qdnd.vn |
ການນຳ, ຜູ້ບັນຊາການບັນດາແຂວງ ຢືນຢັນວ່າໃນໄລຍະຈະມາເຖິງຈະສຸມໃສ່ຊີ້ນຳ, ນຳພາ, ສົມທົບກັບອົງການທີ່ກ່ຽວຂ້ອງຍູ້ແຮງວຽກງານໂຄສະນາ, ການສຶກສາອົບຮົມ, ຍົກສູງຄວາມຮັບຮູ້ໃຫ້ແກ່ຄະນະພັກ, ອຳນາດການປົກຄອງ, ອົງການຈັດຕັ້ງມະຫາຊົນຂັ້ນ ແລະປະຊາຊົນທຸກຊັ້ນວັນນະກ່ຽວກັບທັດສະນະຂອງພັກ, ລັດ ກ່ຽວກັບສາຍພົວພັນສະໜິດຕິດພັນ, ຄວາມສາມັກຄີລະຫວ່າງສອງປະເທດ ຫວຽດນາມ-ລາວ ເວົ້າລວມ ແລະແຂວງເງະອານ ກັບບັນດາແຂວງເວົ້າສະເພາະ.
ໂດຍ: ເຈິ່ນຮວ່ຽນ