ເຂົ້າຮ່ວມການລາດຕະເວນມີພະນັກງານ, ນັກຮົບຄ້າຍທະຫານຊາຍແດນເມື່ອງໂປ່ນ, ກອງບັນຊາການປ້ອງກັນເຂດ 3, ນາຊອນ, ກອງບັນຊາການທະຫານຕາແສງ, ຜູ້ຕາງໜ້າຄະນະພັກ, ອຳນາດການປົກຄອງທ້ອງຖິ່ນຕາແສງເມື່ອງໂປ່ນ ເກືອບ 70 ຄົນ.

leftcenterrightdel
ກຳລັງລາດຕະເວນຢູ່ຫຼັກໝາຍຊາຍແດນເລກທີ 89. ພາບ: qdnd.vn

ໃນການລາດຕະເວນ, ບັນດາກຳລັງໄດ້ປະຕິບັດການເດີນທາງປະມານ 10 ກິໂລແມັດຢູ່ເຂດບ້ານປ໊າຈາ (ຕາແສງເມື່ອງໂປ່ນ, ແຂວງດ້ຽນບຽນ) ເຖິງຫຼັກໝາຍຊາຍແດນເລກທີ 89 ຕິດກັບປະເທດເພື່ອນລາວ. ການເຄື່ອນໄຫວລາດຕະເວນ ເພື່ອແນໃສ່ກໍາແໜ້ນສະພາບການບໍລິເວນ, ຄົ້ນພົບ ແລະແກ້ໄຂສະພາບການທີ່ເກີດຂຶ້ນຢ່າງທັນການ, ປະກອບສ່ວນຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມຢູ່ເຂດຊາຍແດນ.

ຕາມການຕີລາຄາແລ້ວ, ການເຄື່ອນໄຫວລາດຕະເວນໄດ້ຮັບການຜັນຂະຫຍາຍຢ່າງເຂັ້ມງວດ, ແໜ້ນແຟ້ນ, ຖືກຕ້ອງຕາມຂໍ້ກໍານົດ; ພ້ອມທັງສົມທົບກັນໂຄສະນາ, ຂົນຂວາຍປະຊາຊົນຍົກສູງສະຕິປະຕິບັດກົດໝາຍ, ຕັ້ງໜ້າເຂົ້າຮ່ວມການປົກປັກຮັກສາອະທິປະໄຕຜືນແຜ່ນດິນ, ຄວາມໝັ້ນຄົງຊາຍແດນແຫ່ງຊາດ.

ໂດຍ: ເຈິ່ນຮວ່ຽນ