ການລາດຕະເວນຮ່ວມລະຫວ່າງຕໍາຫຼວດທະເລຫວຽດນາມ ກັບຕໍາຫຼວດທະເລຈີນ ຄັ້ງທີ 1 ປີ 2026 ດຳເນີນໃນລະຫວ່າງວັນທີ 20-25 ເມສາ, ເຂດລາດຕະເວນມີ 13 ຈຸດ ດ້ວຍໄລຍະທາງຍາວ 255,5 ໄມທະເລ.

leftcenterrightdel
ຕໍາຫຼວດທະເລຫວຽດນາມ ປະຕິບັດພິທີເຄົາລົບທ່າກໍາປັ່ນ. ພາບ: qdnd.vn

ໃນວິວັດການປະຕິບັດໜ້າທີ່, ກໍາລັງຕໍາຫຼວດທະເລສອງປະເທດຈະດຳເນີນການພົບປະສອງຝ່າຍເພື່ອແລກປ່ຽນ, ປຽບທຽບແຜນການເຄື່ອນໄຫວຢູ່ທະເລ; ຈັດຕັ້ງການພົບປະແລກປ່ຽນວິຊາການດ້ານກົດໝາຍລະຫວ່າງສອງກໍາລັງ.

ຝ່າຍຕໍາຫຼວດທະເລຫວຽດນາມ ຈະສ້າງຕັ້ງໜ່ວຍກວດກາລະຫວ່າງຂະແໜງການ ເພື່ອດໍາເນີນການກວດກາ, ຕິດຕາມກວດກາກໍາປັ່ນ, ເຮືອຂອງຊາວປະມົງທີ່ຂຸດຄົ້ນສິນໃນນ້ຳ, ສິນທະເລຢູ່ເຂດທະເລຕິດກັບເສັ້ນຊາຍແດນ; ໂຄສະນາກ່ຽວກັບກົດລະບຽບການເຄື່ອນໄຫວ, ປະພຶດ ແລະໂຄສະນາເຜີຍແຜ່ກົດໝາຍໃຫ້ແກຊາວປະມົງ...

ນີ້ແມ່ນຄັ້ງທີ 11 ດຳເນີນການເຄື່ອນໄຫວລາດຕະເວນຢູ່ເຂດທະເລ ຕິດກັບເສັ້ນຊາຍແດນຢູ່ອ່າວພາກເໜືອ ລະຫວ່າງຕໍາຫຼວດທະເລຫວຽດນາມ ກັບຕໍາຫຼວດທະເລຈີນ. ຜ່ານການລາດຕະເວນປະກອບສ່ວນຮັກສາຄວາມເປັນລະບຽບຮຽບຮ້ອຍ, ຄວາມໝັ້ນຄົງໃນເຂດທະເລອ່າວພາກເໜືອ,  ເພີ່ມທະວີການພົວພັນຮ່ວມມື ແລະຄວາມເຂົ້າໃຈເຊິ່ງກັນ ແລະກັນລະຫວ່າງກໍາລັງຕໍາຫຼວດທະເລ ແລະປະຊາຊົນສອງປະເທດ ຫວຽດນາມ-ຈີນ.

ໂດຍ: ຈອນນີ ສະເຫຼີມສັກ