ທີ່ພິທີປຸກລະດົມ, ຜູ້ບັນຊາການສອງຝ່າຍຢືນຢັນວ່າ ການເຄື່ອນໄຫວລາດຕະເວນສອງຝ່າຍປະຈຳປີຂອງກໍາລັງຄຸ້ມຄອງ, ປົກປັກຮັກສາຊາຍແດນຂອງທະຫານຊາຍແດນແຂວງດ້ຽນບຽນ ແລະທະຫານຊາຍແດນເຂດ Meng tu ໄດ້ສະແດງໃຫ້ເຫັນຈິດໃຈຮ່ວມມືຢ່າງແໜ້ນແຟ້ນ, ເປັນຈຸດພົ້ນເດັ່ນໃນວຽກງານການທູດປ້ອງກັນຊາຍແດນ, ປະກອບສ່ວນກໍ່ສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມື, ພັດທະນາ.

leftcenterrightdel
ສອງຝ່າຍດໍາເນີນການລາດຕະເວນ. ພາບ: qdnd.vn

ພາຍຫຼັງພິທີປຸກລະດົມ, ພາຍໃຕ້ການເຫັນດີເປັນເອກະພາບຂອງຜູ້ບັນຊາການສອງຝ່າຍ, ກໍາລັງລາດຕະເວນຂຶ້ນກັບດ່ານຊາຍແດນ ອາປາຈ໊າຍ ແລະປ້ອມຄຸ້ມຄອງຊາຍແດນເຂດ Jinping,  ທະຫານຊາຍແດນເຂດ Meng tu ໄດ້ສົມທົບກັນຈັດຕັ້ງການລາດຕະເວນ ຢູ່ຕອນເສັ້ນຊາຍແດນແຕ່ຫຼັກໝາຍຊາຍແດນເລກ 3 ຮອດຫຼັກໝາຍຊາຍແດນທີ່ເຂດສາມແຍກຊາຍແດນ ຫວຽດນາມ-ຈີນ-ລາວ.

leftcenterrightdel
ສອງຝ່າຍທາສີຫຼັກໝາຍຊາຍແດນ ຢູ່ເຂດສາມແຍກຊາຍແດນ ຫວຽດນາມ-ຈີນ-ລາວ. ພາບ: qdnd.vn

ໃນວິວັດການລາດຕະເວນ, ພະນັກງານ, ນັກຮົບຂອງສອງຝ່າຍໄດ້ສົມທົບກັນຖາງຫຍ້າເສັ້ນທາງລາດຕະເວນ ແລະທຳຄວາມສະອາດເຂດອ້ອມຂ້າງຫຼັກໝາຍຊາຍແດນ; ພ້ອມທັງແລກປ່ຽນ ແລະແບ່ງປັນຂໍ້ມູນຂ່າວສານກ່ຽວກັບສະພາບຄວາມໝັ້ນຄົງ ແລະຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນ.

ຜົນການລາດຕະເວນປະກົດວ່າ ລະບົບເສັ້ນຊາຍແດນ, ຫຼັກໝາຍຊາຍແດນຮັກສາສະພາບເດີມ, ບໍ່ພົບເຫັນສັນຍານລະເມີດກົດລະບຽບຊາຍແດນ, ຄວາມໝັ້ນຄົງຢູ່ໃນເຂດໄດ້ຮັກສາໄວ້ເປັນປົກກະຕິ.

leftcenterrightdel
ສອງຝ່າຍມອບຂອງຂວັນທີ່ພິທີເລີ່ມດໍາເນີນການລາດຕະເວນສອງຝ່າຍ. ພາບ: qdnd.vn

ສິ້ນສຸດການລາດຕະເວນ, ສອງຝ່າຍໄດ້ຈັດຕັ້ງການທາສີຫຼັກໝາຍຊາຍດນ ຢູ່ເຂດສາມແຍກຊາຍແດນ ຫວຽດນາມ-ຈີນ-ລາວ ແລະຈັດກອງປະຊຸມຕີລາຄາໝາກຜົນທີ່ບັນລຸໄດ້. ຕາມນັ້ນແລ້ວ, ສອງຝ່າຍເຫັນດີເປັນເອກະສັນສືບຕໍ່ຮັກສາການແລກປ່ຽນຂໍ້ມູນຂ່າວສານ ຜ່ານສາຍດ່ວນຢ່າງມີປະສິດທິຜົນ, ເພີ່ມທະວີການພົບປະແລກປ່ຽນ ແລະສົມທົບກັນໃນການຄຸ້ມຄອງ ແລະປົກປັກຮັກສາຊາຍແດນ.

ໂດຍ: ທູຈາງ