ພາຍຫຼັງການໄປປະຕິບັດໜ້າທີ່ເຂົ້າຮ່ວມການຝຶກຊ້ອມທະຫານເຮືອຫຼາຍຝ່າຍ MILAN 2026 ຢູ່ ອິນເດຍ, ກໍາປັ່ນ 17 ສັງກັດກອງພົນນ້ອຍ 171 (ທະຫານເຮືອເຂດ 2) ໄດ້ກັບຄືນສູ່ສະພາບປົກກະຕິໂດຍໄວ. ຜູ້ບັນຊາການກອງພົນນ້ອຍ 171 ໄດ້ລົງພົບປະ, ກຳສະພາບການຂອງພະນັກງານ, ນັກຮົບທົ່ວກໍາປັ່ນຢ່າງທັນການ; ຊີ້ນຳກຳປັ່ນດໍາເນີນການປະເມີນ, ຖອດຖອນບົດຮຽນໂດຍກົງ ພາຍຫຼັງການໄປປະຕິບັດງານ ແລະປະເມີນການແຂ່ງຂັນໃຫ້ຖືກຄົນ, ຖືກວຽກ.

ນີ້ແມ່ນການຫັນຮູບແບບ “7 ພ້ອມ” (ພ້ອມກິນ, ພ້ອມຢູ່, ພ້ອມຮູ້, ພ້ອມກັນປຶກສາຫາລື, ພ້ອມກັນເຮັດ, ພ້ອມກັນຊົມໃຊ້, ພ້ອມກັນຮັບຜິດຊອບ), “5 ກໍາ” (ກໍາຊີວະປະຫວັດ, ກຳສະພາບການຄອບຄົວຂອງພົນທະຫານ; ກໍາຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ແບບແຜນການດຳລົງຊີວິດຂອງພົນທະຫານ; ກໍາແນວຄິດຈິດໃຈ, ຄວາມມຸ່ງມາດປາຖະໜາ, ຄວາມມັກຮັກ, ຄວາມຖະນັດ; ກໍາໄດ້ກຳລັງຄວາມສາມາດ, ສຸຂະພາບ, ກຳໄດ້ຜົນການສຳເລັດໜ້າທີ່; ກໍາໄດ້ສາຍສຳພັນໃນສັງຄົມຂອງພົນທະຫານ) ທີ່ຄະນະພັກ, ຜູ້ບັນຊາກອງພົນນ້ອຍ 171 ຜັນຂະຫຍາຍປະຕິບັດນັບແຕ່ປີ 2024.

leftcenterrightdel
ພະນັກງານກອງພັນ 1, ສູນອົບຮົມ-ຫັດແອບ, ທະຫານເຮືອເຂດ 2 ແນະນຳມູນເຊື້ອຂອງກົມກອງໃຫ້ນັກຮົບຮັບຊາບ. ພາບ: ຮວ່າງຊວນ

ທ່ານພັນເອກ ເຈິ່ນແທັງຫວູ, ເລຂາພັກ, ຫົວໜ້າການເມືອງກອງພົນນ້ອຍ 171 ໃຫ້ຮູ້ວ່າ “ປະຕິບັດ “7 ພ້ອມ”, “5 ກໍາ” ເປັນຢ່າງດີ ໄດ້ລົບລ້າງໄລຍະຫ່າງລະຫວ່າງຂັ້ນເທິງ ແລະຂັ້ນລຸ່ມ, ແກ້ໄຂຕາມແນວຄິດຈິດໃຈ, ອາລົມຈິດ, ຄວາມມຸ່ງມາດປາຖະໜາຂອງພົນທະຫານຢ່າງລະອຽດເຖິງຖອງ, ໂດຍສະເພາະແມ່ນພາຍຫຼັງການໄປປະຕິບັດງານເປັນເວລາຫຼາຍວັນ; ພ້ອມທັງສ້າງກຳລັງແຮງ, ສົ່ງເສີມຈິດໃຈສູ້ຊົນ, ສ້າງສາຍພົວພັນສາມັກຄີ, ສະໜິດຕິດພັນລະຫວ່າງບັນດາພົນທະຫານໃນກົມກອງ ແລະຊ່ວຍພະນັກງານຄາດຄະເນຖືກສະພາບການ, ແກ້ໄຂບັນດາກໍລະນີທີ່ເກີດຂຶ້ນເປັນຢ່າງດີ”.

ຢູ່ກອງພົນນ້ອຍ 125 (ທະຫານເຮືອເຂດ 2), ໜ້າທີ່ກໍ່ສ້າງກົມກອງໃຫ້ມີຄວາມເຂັ້ມແຂງ ແລະໜັກແໜ້ນດ້ານການເມືອງຕິດພັນກັບການຍົກສູງຄວາມສາມາດກຽມພ້ອມສູ້ຮົບ, ກໍ່ສ້າງລະບຽບຫຼວງ. ກົມກອງຍາມໃດກໍ່ສົມທົບກັນຢ່າງແໜ້ນແຟ້ນລະຫວ່າງການຝຶກແອບດ້ານການທະຫານກັບການສຶກສາດ້ານການເມືອງ ເພື່ອເພີ່ມຄຸນທາດ, ຍົກລະດັບຄວາມຮູ້ຄວາມສາມາດໃນການແກ້ໄຂທຸກກໍລະນີທີ່ເກີດຂຶ້ນໃຫ້ແກ່ພະນັກງານ, ນັກຮົບ, ຜູ້ບັນຊາການທຸກຂັ້ນໄດ້ເອົາໃຈໃສ່ເບິ່ງແຍງດູແລຊີວິດການເປັນຢູ່ທາງດ້ານວັດຖຸ, ຈິດໃຈ, ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດເປັນຢ່າງດີ, ຮັບປະກັນໃຫ້ “ກົມກອງແມ່ນຄົວຄອບ, ພະນັກງານ, ນັກຮົບແມ່ນອ້າຍເອື້ອຍນ້ອງຄີງ”. ເພື່ອຈັດຕັ້ງປະຕິບັດສິ່ງດັ່ງກ່າວ, ຮູບແບບ “5 ເປັນເຈົ້າການໃນວຽກງານແນວຄິດ” (ກໍາໄດ້, ຄຸ້ມຄອງ, ຄາດຄະເນ, ກໍານົດທິດ ແລະແກ້ໄຂສະພາບການດ້ານແນວຄິດ) ໄດ້ຈັດຕັ້ງປະຕິບັດຢ່າງຄົບຊຸດຢູ່ບັນດາອົງການ, ກົມກອງໃນທົ່ວກອງພົນນ້ອຍ.

ທ່ານຮ້ອຍເອກພິເສດ ເລວັນທິ, ຫົວໜ້າການເມືອງກໍາປັ່ນ ເຈື່ອງຊາ 19, ກອງທະຫານເຮືອ 1 (ຂຶ້ນກັບກອງພົນນ້ອຍ 125) ແບ່ງປັນວ່າ: “ໃນເງື່ອນໄຂປະຕິບັດໜ້າທີ່ວຽກງານຢູ່ທະເລຢ່າງເຄັ່ງຕຶງ, ອິດເມື່ອຍ, ຫ່າງຈາກດິນຕໍ່ແຜ່ນ ໄດ້ເຮັດໃຫ້ນ້ຳໃຈສະຫາຍອ້າຍນ້ອງ, ເພື່ອນຮ່ວມກົມກອງຍິ່ງສະໜິດຕິດພັນກັນແໜ້ນແຟ້ນຂຶ້ນ. ເມື່ອນັກຮົບມີຂໍ້ຂ້ອງໃຈ, ພະນັກງານກໍາປັ່ນ ຈະເປັນເຈົ້າການແບ່ງປັນ, ໃຫ້ກຳລັງໃຈ, ຊ່ວຍເຫຼືອ. ຄວາມສາມັກຄີ, ຄວາມເປັນເອກະພາບດັ່ງກ່າວ ໄດ້ສ້າງກຳລັງແຮງລວມໝູ່, ຊ່ວຍກຳປັ່ນຍາມໃດກໍ່ໝັ້ນຄົງ, ເຂັ້ມແຂງຕໍ່ພະຍຸລົມແດງ ແລະຄື້ນຟອງທະເລ, ເຮັດສຳເລັດທຸກໜ້າທີ່ທີ່ໄດ້ມອບໝາຍໃຫ້ເປັນຢ່າງດີ”.

ນັບແຕ່ໜ້າທີ່ທີ່ເປັນເອກະລັກ, ບັນດາກົມກອງທີ່ສັງກັດທະຫານເຮືອເຂດ 2 ໄດ້ເປັນເຈົ້າການຈັດຕັ້ງປະຕິບັດບາງຮູບແບບການເຄື່ອນໄຫວວຽກງານພັກ, ວຽກງານການເມືອງໃຫ້ມີຄວາມສອດຄ່ອງ, ມີປະສິດທິຜົນ, ຄື: “ຕໍ່ກຳລັງແຮງໃນລະດູຝຶກແອບ-ຝຶກຊ້ອມ”, “ວັນເກີດເພື່ອນຮ່ວມກົມກອງ”... ກອງບັນຊາການທະຫານເຮືອເຂດ 2 ກໍ່ໄດ້ຊີ້ນໍາການຈັດຕັ້ງປະຕິບັດບັນດາຮູບແບບ, ລາຍການຢ່າງເລິກເຊິ່ງກວ້າງຂວາງ: ທະຫານເຮືອເປັນບ່ອນອີງໃຫ້ຊາວປະມົງມີຄວາມອຸ່ນອ່ຽນໃຈອອກໄປຫາປາໄກຝັ່ງ”, ກໍ່ສ້າງກົມກອງ “3 ເຂັ້ມແຂງ”; “ໜ່ວຍພັກ 4 ດີ”, “2 ຄຸນນະພາບ, 2 ເຊີດຊູ” “1 ສຸມໃສ່, 3 ບຸກທະລຸ”, “ກົມກອງ 3 ດີເດັ່ນ”... ບັນດາຮູບແບບ, ວິທີເຮັດທີ່ມີຫົວຄິດປະດິດສ້າງນີ້ໄດ້ປະກອບສ່ວນຍົກສູງປະສິດທິຜົນການສຶກສາດ້ານການເມືອງ, ການທະຫານ, ສ້າງສະພາບແວດລ້ອມວັດທະນະທຳຢ່າງປອດໃສ, ປັບປຸງຄວາມສາມັກຄີ, ເປັນເອກະພາບໃນກົມກອງ.

ໃນຊຸມປີຜ່ານມາ, ຄະນະພັກ, ກອງບັນຊາການທະຫານເຮືອເຂດ 2 ໄດ້ຊີ້ນຳ, ນຳພາການຈັດຕັ້ງປະຕິບັດຫຼາຍແຜນນະໂຍບາຍ, ມາດຕະການຢ່າງມີປະສິດທິຜົນ ເພື່ອແນໃສ່ສ້າງກົມກອງໃຫ້ມີຄວາມເຂັ້ມແຂງ ແລະໜັກແໜ້ນດ້ານການເມືອງ. ພ້ອມກັບການຊາບຊຶມ, ຮ່ຳຮຽນມະຕິຂອງພັກ, ຫັນມະຕິເປັນລະອຽດ ແລະປ່ຽນແປງໃໝ່ການສຶກສາດ້ານການເມືອງ, ບັນດາອົງການ, ກົມກອງໃນທົ່ວເຂດ ໄດ້ຍູ້ແຮງການຈັດຕັ້ງປະຕິບັດຂະບວນການແຂ່ງຂັນຕັດສິນໃຈຍາດເອົາໄຊຊະນະ, ຜັນຂະຫຍາຍບັນດາຮູບແບບ, ລາຍການ, ການເຄື່ອນໄຫວໃຫ້ຕິດແທດກັບພຶດຕິກຳຕົວຈິງ.

ພ້ອມກັນນັ້ນ, ຄະນະພັກ, ກອງບັນຊາການທະຫານເຮືອເຂດ 2 ຍັງເອົາໃຈໃສ່ເປັນພິເສດໃນການກໍ່ສ້າງອົງຄະນະພັກໃຫ້ມີຄວາມປອດໃສ, ເຂັ້ມແຂງ ແລະໜັກແໜ້ນ; ສຸມໃສ່ຍົກສູງຄຸນນະພາບໃນການດຳເນີນຊີວິດໜ່ວຍພັກ; ເອົາໃຈໃສ່ຫັນມະຕິເປັນລະອຽດ ແລະຈັດຕັ້ງປະຕິບັດຢ່າງແທດຈິງ, ຕິດພັນກັບໜ້າທີ່ການເມືອງ ແລະການເຄື່ອນໄຫວພຶດຕິກຳຕົວຈິງຂອງແຕ່ລະອົງການ, ກົມກອງ; ພ້ອມທັງເພີ່ມທະວີການສຶກສາດ້ານການເມືອງ, ແນວຄິດໃຫ້ພະນັກງານ, ນັກຮົບດ້ວຍຫຼາຍຮູບການທີ່ອຸດົມສົມບູນ, ແທດຈິງ.

ທ່ານພົນຈັດຕະວາ ເຈິ່ນແມ້ງຈ໊ຽນ, ເລຂາພັກ, ຫົວໜ້າການເມືອງທະຫານເຮືອເຂດ 2 ເນັ້ນໜັກວ່າ “ປີ 2026, ກົມກອງສືບຕໍ່ຍົກສູງປະສິດທິຜົນໃນການຈັດຕັ້ງປະຕິບັດວຽກງານພັກ, ວຽກງານການເມືອງຕາມທິດນຳ “ຖືກ, ຄົບຖ້ວນ, ເອກະພາບ, ຄຸນນະພາບ, ມີປະສິດທິຜົນ”. ຄະນະພັກທະຫານເຮືອເຂດ 2 ໄດ້ສຸມໃສ່ນຳພາການທະວີຄູນບັນດາຮູບແບບ, ແບບຢ່າງດີເດັ່ນໃນວຽກງານແຂ່ງຂັນ, ຕິດພັນກັບການເສີມຂະຫຍາຍປະຊາທິປະໄຕຢູ່ຮາກຖານ, ເພີ່ມທະວີຄວາມສາມັກຄີ, ເປັນເອກະພາບໃນທົ່ວທະຫານເຮືອເຂດ 2... ນີ້ແມ່ນບັນດາໜ້າທີ່ສຳຄັນເພື່ອກໍ່ສ້າງທະຫານເຮືອເຂດ 2 ໃຫ້ເຂັ້ມແຂງ ແລະໜັກແໜ້ນດ້ານການເມືອງ, ຍົກສູງກຳລັງແຮງສັງລວມ, ປົກປັກຮັກສາອະທິປະໄຕທະເລ, ໝູ່ເກາະອັນສັກກະລະບູຊາຂອງປະເທດຊາດໄວ້ໝັ້ນຄົງເຂັ້ມແຂງ.

ໂດຍ: ແສງເດືອນ