ພື້ນຖານນິຕິກຳອັນໝັ້ນແກ່ນເພື່ອຊາຍແດນແຫ່ງສັນຕິພາບ, ມິດຕະພາບ

ເພື່ອໃຫ້ມີເສັ້ນຊາຍແດນແຫ່ງສັນຕິພາບ, ສະຖຽນລະພາບຄືໃນປະຈຸບັນ, ຫວຽດນາມ ແລະຈີນ ໄດ້ຜ່ານຜ່າວິວັດການເຈລະຈາແກ່ຍາວກວ່າ 30 ປີ, ຜ່ານຜ່າຄວາມຫຍຸ້ງຍາກຫຼາຍຢ່າງກ່ຽວກັບເງື່ອນໄຂທາງທໍາມະຊາດ, ເຕັກນິກ ກໍ່ຄືບັນຫາປະຫວັດສາດ.

ສົນທິສັນຍາຊາຍແດນທາງບົກ ໂດຍສອງປະເທດໄດ້ລົງນາມໃນວັນທີ 30 ທັນວາ 1999 ແລະມີຜົນສັກສິດແຕ່ວັນທີ 6 ກໍລະກົດ 2000 ໄດ້ສ້າງພື້ນຖານນິຕິກຳທີ່ສຳຄັນໃຫ້ແກ່ວຽກງານຄຸ້ມຄອງ, ປົກປັກຮັກສາຊາຍແດນ. ບົນພື້ນຖານນັ້ນ, ສອງຝ່າຍໄດ້ດຳເນີນການຂີດເສັ້ນຊາຍແດນ, ປັກຫຼັກໝາຍຊາຍແດນຢູ່ພື້ນທີ່ຕົວຈິງ. ວັນທີ 31 ທັນວາ 2008, ສອງຝ່າຍໄດ້ອອກຖະແຫຼງການຮ່ວມກ່ຽວກັບການສຳເລັດການປັກຫຼັກໝາຍຊາຍແດນ. ວັນທີ 18 ພະຈິກ 2009, ຢູ່ປັກກິ່ງ, ຈີນ, ສອງຝ່າຍໄດ້ລົງນາມເອກະສານນິຕິກຳກ່ຽວກັບຊາຍແດນທາງບົກລະຫວ່າງສອງປະເທດ  3 ສະບັບ, ລວມມີ: ອະນຸສັນຍາວ່າດ້ວຍການຂີດເສັ້ນຊາຍແດນ, ປັກຫຼັກໝາຍຊາຍແດນທາງບົກ ຫວຽດນາມ-ຈີນ; ສັນຍາວ່າດ້ວຍລະບຽບການຄຸ້ມຄອງຊາຍແດນທາງບົກ ຫວຽດນາມ-ຈີນ; ສັນຍາວ່າດ້ວຍດ່ານຊາຍແດນ ແລະລະບຽບການຄຸ້ມຄອງດ່ານຊາຍແດນທາງບົກ ຫວຽດນາມ-ຈີນ. ທ່ານ ປອ ເຈິ່ນກົງຈຸກ, ອະດີດຫົວໜ້າຄະນະຮັບຜິດຊອບຊາຍແດນຂອງລັດຖະບານຫວຽດນາມ ຖືວ່າ: ກ່ຽວກັບດ້ານນິຕິກຳ, ສິ່ງນີ້ຊ່ວຍໃຫ້ຫວຽດນາມ ມີເສັ້ນຊາຍແດນທີ່ຊັດເຈນ, ໄດ້ຂີດເສັ້ນຊາຍແດນ, ປັກຫຼັກໝາຍຊາຍແດນຜ່ານລະບົບຫຼັກໝາຍຊາຍແດນແຫ່ງຊາດທີ່ໃຫຍ່ໂຕ, ໝັ້ນແກ່ນ ແລະມີເອກະສານດ້ານນິຕິກຳເພື່ອຄຸ້ມຄອງ.

leftcenterrightdel
ການພົບປະສອງຝ່າຍລະຫວ່າງຄະນະຜູ້ແທນຂັ້ນສູງຫວຽດນາມ ແລະຈີນ. ພາບ: vov.vn

ພຶດຕິກໍາຕົວຈິງໃນຊຸມປີຜ່ານມາ, ເຂດຊາຍແດນສອງປະເທດມີສະຖຽນລະພາບໂດຍພື້ນຖານ; ລະບົບຫຼັກໝາຍຊາຍແດນໄດ້ຮັບການຮັກສາຢ່າງໝັ້ນຄົງ; ຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ການເຄື່ອນໄຫວເຂົ້າ-ອອກເມືອງ ແລະການຄ້າຂ້າມຊາຍແດນນັບມື້ນັບມີຄວາມສະດວກ, ໂລ່ງລ່ຽນ. ພ້ອມກັນນັ້ນລະບົບດ່ານຊາຍແດນ, ພື້ນຖານໂຄງລ່າງຄົມມະນາຄົມເຊື່ອມຕໍ່ໄດ້ຮັບຄວາມເອົາໃຈໃສ່ລົງທຶນ, ສ້າງເງື່ອນໄຂສະດວກໃຫ້ການພົບປະແລກປ່ຽນ, ການຮ່ວມມື ແລະການຍົກສູງຊີວິດການເປັນຢູ່ຂອງປະຊາຊົນຢູ່ເຂດຊາຍແດນ. ນີ້ແມ່ນພື້ນຖານອັນໝັ້ນແກ່ນ ເພື່ອໃຫ້ສອງປະເທດສືບຕໍ່ສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະການພັດທະນາທີ່ຍາວນານ.

ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ - ຂົວຕໍ່ສະໜິດຕິດພັນບ້ານໃກ້ເຮືອນຄຽງ

ບົນພື້ນຖານນັ້ນ, ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ຈີນ ໄດ້ຈັດຕັ້ງຄັ້ງທຳອິດໃນປີ 2014 ແລະໄດ້ຈັດຂຶ້ນເປັນປະຈຳຈົນມາຮອດປະຈຸບັນ, ນັບມື້ນັບເຂົ້າສູ່ລວງເລິກ, ກາຍເປັນ “ຈຸດພົ້ນເດັ່ນ” ຂອງການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ. ຜ່ານນັ້ນ, ສະແດງໃຫ້ເຫັນຄວາມຕັດສິນໃຈດ້ານການເມືອງສູງ ແລະຈິດໃຈຄວາມຮັບຜິດຊອບຂອງກອງທັບສອງປະເທດໃນການສ້າງເສັ້ນຊາຍແດນແຫ່ງສະຖຽນລະພາບ, ການຮ່ວມມື ແລະພ້ອມກັນພັດທະນາ.

ໂດຍສືບທອດໝາກຜົນນັ້ນ, ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ຈີນ ຄັ້ງທີ 10, ໄດ້ດຳເນີນໄປໃນລະຫວ່າງວັນທີ 18-19 ມີນາ ດ້ວຍການເຄື່ອນໄຫວທີ່ແທດຈິງຫຼາຍຢ່າງ, ສືບຕໍ່ຢືນຢັນບົດບາດແມ່ນກົນໄກຮ່ວມມືສຳຄັນລະຫວ່າງສອງກະຊວງປ້ອງກັນປະເທດ ແລະກຳລັງປົກປັກຮັກສາຊາຍແດນສອງປະເທດ.

ທ່ານພັນເອກພິເສດ ໂດ໋ຢຸຍຈີງ, ຮອງຫົວໜ້າກົມໂຄສະນາອົບຮົມ, ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ຢືນຢັນວ່າ: ງານພົບປະແລກປ່ຽນ ຄັ້ງທີ 10 ມີຄວາມໝາຍສຳຄັນພິເສດ, ປະກອບສ່ວນເຂົ້າໃນການເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ສ້າງນໍ້າໃຈມິດຕະພາບ, ຄວາມສາມັກຄີແບບພິເສດລະຫວ່າງກອງທັບ ແລະປະຊາຊົນສອງປະເທດ ຫວຽດນາມ-ຈີນ; ຊຸກຍູ້ການຮ່ວມມືຢ່າງແທ້ຈິງລະຫວ່າງສອງກຳລັງປົກປັກຮັກສາຊາຍແດນ, ອຳນາດການປົກຄອງທ້ອງຖິ່ນ ແລະປະຊາຊົນຢູ່ເຂດຊາຍແດນ, ປະກອບສ່ວນສ້າງເສັ້ນຊາຍແດນ ຫວຽດນາມ-ຈີນ ແຫ່ງສັນຕິພາບ, ມິດຕະພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາ.

ຜ່ານການຈັດງານພົບປະໃນແຕ່ລະຄັ້ງນັ້ນແມ່ນໄດ້ເປີດກວ້າງກ່ຽວກັບເນື້ອໃນ, ເຂົ້າສູ່ລວງເລິກ ແລະຕິດພັນກັບຄວາມຕ້ອງການຕົວຈິງຂອງເຂດຊາຍແດນຢ່າງບໍ່ຢຸດຢັ້ງ. ນັບແຕ່ການເຄື່ອນໄຫວພົວພັນຕ່າງປະເທດຂັ້ນສູງ, ຄື: ການພົບປະສອງຝ່າຍ, ການລາດຕະເວນຮ່ວມຈົນຮອດການເຄື່ອນໄຫວທີ່ມີລັກສະນະມະນຸດສະທຳ, ຄື: ການກວດ, ປິ່ນປົວພະຍາດ, ໜູນຊ່ວຍການຫາເງິນລ້ຽງຊີບໃຫ້ແກ່ປະຊາຊົນຢູ່ເຂດຊາຍແດນ, ມອບທຶນສຶກສາໃຫ້ນັກຮຽນທີ່ປະສົບກັບຄວາມຫຍຸ້ງຍາກຢູ່ເຂດຊາຍແດນ... ທັງໝົດລ້ວນແຕ່ມຸ່ງໄປເຖິງເປົ້າໝາຍລວມ, ນັ້ນແມ່ນທັງເພີ່ມທະວີການສົມທົບລະຫວ່າງກຳລັງທີ່ກ່ຽວຂ້ອງ, ທັງເບິ່ງແຍງດູແລຊີວິດການເປັນຢູ່ຂອງປະຊາຊົນ, ຜ່ານນັ້ນປັບປຸງຄວາມເຊື່ອໝັ້ນ ແລະຄວາມສະໜິດຕິດພັນລະຫວ່າງສອງຝ່າຍ.

leftcenterrightdel
ການພົບປະສອງຝ່າຍລະຫວ່າງຄະນະຜູ້ແທນຂັ້ນສູງຫວຽດນາມ ແລະຈີນ. ພາບ: vov.vn

ບົນພື້ນຖານເອກະສານນິຕິກຳພ້ອມກັບກົນໄກຮ່ວມມືທີ່ແທດຈິງ, ຄື: ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ, ສອງປະເທດພວມເພີ່ມທະວີການສົມທົບກັນໃນການຄຸ້ມຄອງ, ປົກປັກຮັກສາຊາຍແດນ, ຊຸກຍູ້ການພັດທະນາ ແລະຊຸກຍູ້ການສ້າງຄວາມຜູກພັນລະຫວ່າງປະຊາຊົນຢູ່ເຂດຊາຍແດນ, ມຸ່ງໄປເຖິງເປົ້າໝາຍພັດທະນາແບບຍືນຍົງໃນໄລຍະຍາວ.

ຫັນການກໍານົດທິດດັ່ງກ່າວນັ້ນໃຫ້ປະກົດຜົນເປັນຈິງ, ການເຄື່ອນໄຫວໃນຂອບເຂດລາຍການປີນີ້ແມ່ນໄດ້ຮັບການຜັນຂະຫຍາຍຕາມທິດທີ່ແທດຈິງ, ຕິດພັນກັບຊີວິດການເປັນຢູ່ຂອງປະຊາຊົນຢູ່ເຂດຊາຍແດນຢ່າງແໜ້ນແຟ້ນ. ໃນນັ້ນ, ການເຄື່ອນໄຫວກວດ, ປິ່ນປົວພະຍາດ ແລະສົ່ງເສີມສຸຂະພາບໃຫ້ປະຊາຊົນແມ່ນໜຶ່ງໃນບັນດາການເຄື່ອນໄຫວທີ່ສະແດງໃຫ້ເຫັນຈິດໃຈມະນຸດສະທຳ ແລະການຮ່ວມມືຕົວຈິງລະຫວ່າງສອງຝ່າຍຢ່າງຈະແຈ້ງ.

ການເຄື່ອນໄຫວທີ່ລະອຽດ, ແທດຈິງບໍ່ພຽງແຕ່ນໍາເອົາຜົນປະໂຫຍດມາໃຫ້ປະຊາຊົນໂດຍກົງເທົ່ານັ້ນ ຫາກຍັງປະກອບສ່ວນປັບປຸງຄວາມເຊື່ອໝັ້ນ, ການເພີ່ມທະວີຄວາມສະໜິດຕິດພັນລະຫວ່າງກອງທັບ, ອຳນາດການປົກຄອງ ແລະປະຊາຊົນສອງປະເທດອີກດ້ວຍ, ແຜ່ຂະຫຍາຍນໍ້າໃຈມິດຕະພາບ, ການຮ່ວມມືໃນທົ່ວເສັ້ນຊາຍແດນຢ່າງເລິກເຊິ່ງກວ້າງຂວາງ. ພາຍຫຼັງຈັດຕັ້ງມາເກືອບທົດສະວັດ, ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ຈີນ ໄດ້ກາຍເປັນຂົວເຊື່ອມຕໍ່ທີ່ສຳຄັນ, ປະກອບສ່ວນຊຸກຍູ້ການຮ່ວມມືຢ່າງແທດຈິງ ແລະມຸ່ງໄປເຖິງເປົ້າໝາຍສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ສະຖຽນລະພາບ, ພັດທະນາແບບຍືນຍົງ.

ໂດຍ: ເຈິ່ນຮວ່ຽນ