ຢູ່ຕາແສງເຊີນວີ, ທ່ານພັນຕີ ຫງວຽນຊວນຢາງ, ຫົວໜ້າຄ້າຍທະຫານຊາຍແດນ ດ່ານຊາຍແດນຊໍາປູນ ໄດ້ໄປຢ້ຽມຢາມ ແລະອວຍພອນບຸນເຕັດຄະນະພັກ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນຕາແສງ, ກອງບັນຊາການທະຫານຕາແສງ; ແລກປ່ຽນສະພາບການໃນບໍລິເວນ ພາຍຫຼັງທີ່ຮັບໜ້າທີ່.

leftcenterrightdel
ທ່ານພັນຕີ ຫງວຽນຊວນຢາງ, ຫົວໜ້າຄ້າຍທະຫານຊາຍແດນດ່ານຊາຍແດນຊໍາປູນ (ຜູ້ທີສອງຈາກຂວາຫາຊ້າຍ) ມອບຂອງຂວັນ, ອວຍພອນບຸນເຕັດຄະນະພັກ, ອໍານາດການປົກຄອງຕາແສງເຊີນວີ.  ພາບ: qdnd.vn

ເນື້ອໃນສຸມໃສ່ຕີລາຄາສະພາບຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມ ຢູ່ເຂດຊາຍແດນ; ຜົນການສົມທົບກັນຄຸ້ມຄອງ, ປົກປັກຮັກສາອະທິປະໄຕຜືນແຜ່ນດິນ, ຄວາມສະຫງົບຢູ່ເຂດຊາຍແດນແຫ່ງຊາດ; ຄວາມສະດວກ, ຄວາມຫຍຸ້ງຍາກ ແລະ ໜ້າທີ່ຈຸດສຸມໃນໄລຍະຈະມາເຖິງ.

ໃນວັນດຽວກັນ, ທ່ານພັນຕີ ຮຸ່ງດິ່ງຫງອກ, ພະນັກງານການເມືອງ, ຄ້າຍທະຫານຊາຍແດນ ດ່ານຊາຍແດນຊໍາປູນ ໄດ້ໄປຢ້ຽມຢາມ, ອວຍພອນປີໃໝ່, ແລກປ່ຽນສະພາບການກັບຫ້ອງພາສີຄ້າຍທະຫານຊາຍແດນ ດ່ານຊາຍແດນຊໍາປູນ, ບັນດາປ້ອມປ້ອງກັນຊາຍແດນ ແລະບາງກົມກອງຢູ່ໃນບໍລິເວນ.

ເນື້ອໃນການແລກປ່ຽນສຸມໃສ່ວຽກງານສົມທົບກັນຄວບຄຸມການເຂົ້າ-ອອກເມືອງ; ຕ້ານ ແລະສະກັດກັ້ນການຄ້າເຖື່ອນ ແລະການສໍ້ໂກງການຄ້າ; ຮັບປະກັນຄວາມສະຫງົບ, ຄວາມປອດໄພ ຢູ່ດ່ານຊາຍແດນ ແລະ ບັນດາໂຄງການຈຸດສຸມ; ຮັກສາລະບອບກຽມພ້ອມສູ້ຮົບຢ່າງເຂັ້ມງວດໃນໂອກາດບຸນເຕັດ.

leftcenterrightdel
ພະນັກງານຄ້າຍທະຫານຊາຍແດນ ດ່ານຊາຍແດນຊໍາປູນ ຢ້ຽມຢາມ,  ອວຍພອນບຸນເຕັດພະນັກງານ, ພາລະກອນ, ກໍາມະກອນຂອງບໍລິສັດໄຟຟ້ານ້ຳຕົກຍໍເກ໋ 1. ພາບ: qdnd.vn

ຜ່ານການຢ້ຽມຢາມ ແລະ ອວຍພອນປີໃໝ່, ພະນັກງານ, ນັກຮົບຄ້າຍທະຫານຊາຍແດນ ດ່ານຊາຍແດນຊໍາປູນ ສືບຕໍ່ປັບປຸງສາຍພົວພັນສາມັກຄີ ຄວາມສະໜິດຕິດພັນກັບຄະນະພັກ, ອໍານາດການປົກຄອງ, ບັນດາກຳລັງຢູ່ໃນບໍລິເວນ; ຕັດສິນໃຈຮັກສາອະທິປະໄຕຜືນແຜ່ນດິນ, ຄວາມສະຫງົບຢູ່ເຂດຊາຍແດນແຫ່ງຊາດ ເພື່ອໃຫ້ປະຊາຊົນຕ້ອນຮັບບຸນເຕັດມີຄວາມປອດໄພ ແລະ ປອດໃສເຂັ້ມແຂງ.

ໂດຍ: ທູຈາງ