ຢູ່ດ່ານຊາຍແດນຈ່ຽງເຄືອງ, ໃນຈຸດເວລານີ້ຈຳນວນຄົນເຂົ້າ-ອອກເມືອງໄດ້ເພີ່ມຂຶ້ນຢ່າງຈະແຈ້ງ, ຕົ້ນຕໍແມ່ນປະຊາຊົນທີ່ຢູ່ສອງຟາກຊາຍແດນໄປຢ້ຽມຢາມຍາດຕິພີ່ນ້ອງ, ນັກສຶກສາລາວ ກັບຄືນປະເທດໃນຍາມບຸນເຕັດ ແລະຄະນະແຂກຮັບໃຊ້ການເຄື່ອນໄຫວຮ່ວມມື, ການລົງທຶນ. ການເຄື່ອນໄຫວການສົ່ງອອກ, ນໍາເຂົ້າສິນຄ້າກໍ່ດຳເນີນໄປຢ່າງເປັນຂະບວນຟົດຟື້ນແນໃສ່ຕອບສະໜອງຄວາມຕ້ອງການຂອງຜູ້ບໍລິໂພກ, ການຜະລິດໃນຊ່ວງທ້າຍປີ.
ທ່ານພັນຕີ ຫງວຽນວັນແຄ໊ງ ຮອງຫົວໜ້າຄ້າຍທະຫານຊາຍແດນ ດ່ານຊາຍແດນຈ່ຽງເຄືອງ, ໃຫ້ຮູ້ວ່າ ກົມກອງໄດ້ເປັນເຈົ້າການສ້າງແຜນການເພື່ອໃຫ້ເໝາະສົມກັບຄວາມຮຽກຮ້ອງຕ້ອງການໜ້າທີ່ໃນໄລຍະບຸນເຕັດ, ສຸມໃສ່ການຄວບຄຸມຄົນ, ພາຫະນະ ແລະສິນຄ້າຜ່ານດ່ານຊາຍແດນຢ່າງເຂັ້ມງວດ. ພ້ອມທັງເພີ່ມທະວີການກຳແໜ້ນສະພາບການ, ແບ່ງປະເພດເປົ້າໝາຍ, ພາຫະນະ; ສົມທົບກັນຢ່າງແໜ້ນແຟ້ນກັບກຳລັງຢູ່ດ່ານຊາຍແດນ ແລະຝ່າຍເພື່ອນລາວ ແນໃສ່ປ້ອງກັນ, ຕ້ານອາດຊະຍາກຳປະເພດຕ່າງໆຢ່າງມີປະສິດທິຜົນ, ຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນໃນທຸກກໍລະນີ.
    |
 |
|
ພະນັກງານ, ນັກຮົບດ່ານຊາຍແດນເມື່ອງແລ່ວ ລາດຕະເວນ, ປົກປັກຮັກສາຊາຍແດນ. ພາບ: baosonla.vn |
ສ່ວນຢູ່ດ່ານຊາຍແດນເມື່ອງລ້ານ, ແຜນການຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນຊ່ວງເວລາກ່ອນ, ໃນ ແລະຫຼັງບຸນປີໃໝ່ປະຈໍາຊາດ ປີມະເມຍ ພວມໄດ້ຮັບການຜັນຂະຫຍາຍຢ່າງເຂັ້ມງວດ. ທ່ານພັນຕີ ມົ່ວລາວຈື, ຫົວໜ້າໜ່ວຍປ້ອງກັນ, ຕ້ານຢາເສບຕິດ ແລະອາດຊະຍາກໍາ ໃຫ້ຮູ້ວ່າ ໃນຈຸດເວລານີ້ວຽກງານລາດຕະເວນໄດ້ຮັບການເພີ່ມທະວີ. ໜ່ວຍລາດຕະເວນໄດ້ປະຕິບັດຕາມຂັ້ນຕອນຢ່າງເຂັ້ມງວດ, ສົມທົບກັນກວດກາຊາຍແດນ, ຫຼັກໝາຍຊາຍແດນດ້ວຍການສັງເກດ, ກໍາແໜ້ນສະພາບການໃນຂົງເຂດດັ່ງກ່າວ, ແລກປ່ຽນຂໍ້ມູນຂ່າວສານຢ່າງທັນການ, ຮັບປະກັນຄວາມປອດໄພໃຫ້ກຳລັງ ແລະບໍລິເວນຢ່າງເດັດຂາດ. ຄຽງຂ້າງນັ້ນ, ວຽກງານສົມທົບລະຫວ່າງອຳນາດການປົກຄອງທ້ອງຖິ່ນ ແລະທະຫານຊາຍແດນນັບມື້ນັບແໜ້ນແຟ້ນ, ເປັນຕົ້ນແມ່ນການເຄື່ອນໄຫວສົມທົບກັນລາດຕະເວນ, ສະຕິຄວາມຮັບຜິດຊອບຂອງພະນັກງານ, ສະມາຊິກພັກ ແລະປະຊາຊົນໃນການປົກປັກຮັກສາອະທິປະໄຕຜືນແຜ່ນດິນກໍ່ໄດ້ຮັບການຍົກສູງຂຶ້ນ.
ຜັນຂະຫຍາຍແຜນການຕໍ່ສູ້ປ້ອງກັນ, ຕ້ານອາດຊະຍາກຳ ແລະລະເມີດກົດໝາຍໃນຊ່ວງເວລາກ່ອນ, ໃນ ແລະຫຼັງບຸນປີໃໝ່ປະຈໍາຊາດ ປີມະເມຍ 2026, ກອງບັນຊາການທະຫານຊາຍແດນແຂວງເຊີນລາ ໄດ້ຈັດຕັ້ງການຊາບຊຶມໜ້າທີ່ຢ່າງເຂັ້ມງວດ ແລະຈັດຕັ້ງການປຸກລະດົມແຂ່ງຂັນໃນຊ່ວງນີ້ເພື່ອຕໍ່ສູ້, ປາບປາມອາດຊະຍາກຳຢູ່ເຂດຊາຍແດນ. ເປັນໜ້າເອົາໃຈໃສ່, ໃນຊ່ວງເວລາຜັນຂະຫຍາຍແຜນການນີ້ສຸມໃສ່ກໍາແໜ້ນສະພາບການ, ວິເຄາະ ແລະຄາດຄະເນແຕ່ຫົວທີ, ແຕ່ໄກ; ເພີ່ມທະວີກຳລັງ, ພາຫະນະຄວບຄຸມໃນບໍລິເວນຢ່າງແໜ້ນແຟ້ນ, ເປັນຕົ້ນແມ່ນບໍລິເວນກ່ຽວກັບຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍທີ່ສັບສົນ.
ໄປຄຽງຄູ່ກັບການຜັນຂະຫຍາຍການຕໍ່ສູ້ຢູ່ເຂດຊາຍແດນ, ກອງບັນຊາການທະຫານຊາຍແດນແຂວງເຊີນລາ ໄດ້ຊີ້ນໍາບັນດາຄ້າຍທະຫານຊາຍແດນຍູ້ແຮງວຽກງານໂຄສະນາ, ຂົນຂວາຍປະຊາຊົນເຂົ້າຮ່ວມການປົກປັກຮັກສາຊາຍແດນ; ສຸມໃສ່ຜັນຂະຫຍາຍຂະບວນການ “ທົ່ວປວງຊົນເຂົ້າຮ່ວມການປົກປັກຮັກສາອະທິປະໄຕຜືນແຜ່ນດິນ, ຮັກສາຄວາມສະຫງົບຊາຍແດນແຫ່ງຊາດໃນສະພາບການໃໝ່” ຕິດພັນກັບການດຳລົງຊີວິດຂອງປະຊາຊົນຢູ່ເຂດຊາຍແດນ. ທ່ານພັນເອກພິເສດ ໂດ໋ວັນດົງ, ຫົວໜ້າຫ້ອງການເມືອງກອງບັນຊາການທະຫານຊາຍແດນ ແຂວງເຊີນລາ ໃຫ້ຮູ້ວ່າ ພວກຂ້າພະເຈົ້າຍາມໃດກໍ່ກຳນົດເອົາປະຊາຊົນແມ່ນເຈົ້າກຳຂອງທ່າສະໜາມຊາຍແດນທົ່ວປວງຊົນ. ເມື່ອປະຊາຊົນເຂົ້າໃຈກົດໝາຍ, ເຂົ້າໃຈຄວາມຮັບຜິດຊອບຂອງຕົນຢ່າງຈະແຈ້ງນັ້ນ, ຊາຍແດນຈຶ່ງມີຄວາມຍືນຍົງຢ່າງແທ້ຈິງ. ຍ້ອນແນວນັ້ນ, ທຸກການເຄື່ອນໄຫວໂຄສະນາຂອງທະຫານຊາຍແດນລ້ວນແຕ່ມຸ່ງໄປເຖິງຄວາມໃກ້ຊິດສະໜິດສະໜົມ, ແທດຈິງ, ເຂົ້າໃຈງ່າຍເພື່ອໃຫ້ປະຊາຊົນຮັບເອົາ ແລະຈັດຕັ້ງປະຕິບັດໄດ້ຢ່າງງ່າຍດາຍ.
ນັບແຕ່ເດືອນພະຈິກ 2025 ມາຮອດປະຈຸບັນ, ຄ້າຍທະຫານຊາຍແດນໃນບໍລິເວນແຂວງເຊີນລາ ໄດ້ຈັດຕັ້ງການໂຄສະນາ, ເຜີຍແຜ່ກົດໝາຍໄດ້ 10 ຄັ້ງ, ມີຜູ້ເຂົ້າຮ່ວມຮັບຟັງກວ່າ 1.200 ເທື່ອຄົນ, ແຈກຢາຍໃບປິວໃຫ້ປະຊາຊົນກວ່າ 1.000 ໃບ, ຂົນຂວາຍພໍ່ແມ່ປະຊາຊົນຫ້າມບໍ່ໃຫ້ເຂົ້າ-ອອກເມືອງຜິດກົດໝາຍ, ບໍ່ຊ່ວຍເຫຼືອ, ປົກປິດໃຫ້້ເປົ້າໝາຍລະເມີດກົດໝາຍ. ພ້ອມດຽວກັນນັ້ນ, ທົ່ວແຂວງເຊີນລາ ຍັງໄດ້ຮັກສາການເຄື່ອນໄຫວຂອງໜ່ວຍຄວບຄຸມ, ຮັກສາຄວາມສະຫງົບຊາຍແດນເອງ 261 ໜ່ວຍ, ດ້ວຍສະມາຊິກທັງໝົດເກືອບ 1.440 ຄົນ ແລະໝູ່ຄະນະຄວບຄຸມເສັ້ນຊາຍແດນ, ປົກປັກຮັກສາຫຼັກໝາຍຊາຍແດນແຫ່ງຊາດເອງ 69 ຄະນະ, ມີຄອບຄົວເຂົ້າຮ່ວມກວ່າ 4.150 ຄອບຄົວ, ສ້າງເປັນລະບົບປິດແຈບເພື່ອປົກປັກຮັກສາຊາຍແດນແຂວງໃຫ້ແໜ້ນແຟ້ນ.
ດ້ວຍຈິດໃຈເປັນເຈົ້າການ, ຢຶດໝັ້ນ, ຄົບຊຸດ ແລະມີປະສິດທິຜົນ, ກໍາລັງທະຫານຊາຍແດນແຂວງເຊີນລາ ສືບຕໍ່ຢືນຢັນບົດບາດຫຼັກແຫຼ່ງໃນການຕໍ່ສູ້ປ້ອງກັນ, ຕ້ານອາດຊະຍາກຳຢູ່ເສັ້ນຊາຍແດນ, ປະກອບສ່ວນຮັກສາອະທິປະໄຕ, ຄວາມສະຫງົບແຫ່ງຊາດ ແລະຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນໃຫ້ມີຄວາມສະຫງົບສຸກ, ເປັນຕົ້ນແມ່ນໃນບຸນປີໃໝ່ປະຈໍາຊາດ ປີມະເມຍ 2026 ທີ່ໃກ້ຈະມາຮອດນີ້.
ໂດຍ: ເຈິ່ນຮວ່ຽນ