ລາຍການ “ເດືອນມີນາ ຢູ່ເຂດຊາຍແດນ” ດ້ວຍຫຼາຍກິດຈະກຳທີ່ມີຄວາມໝາຍ
ກປ.ອອນໄລ - ວັນທີ 27 ກຸມພາ, ຢູ່ຕາແສງເຊີນກີມ 1, ແຂວງຮ່າຕິ້ງ, ສູນກາງຄະນະຊາວໜຸ່ມ, ສູນກາງສະຫະພັນແມ່ຍິງຫວຽດນາມ ໄດ້ສົມທົບກັບທະຫານຊາຍແດນ, ຄະນະຊາວໜຸ່ມກອງທັບ ແລະຄະນະຊາວໜຸ່ມແຂວງຮ່າຕິ້ງ ຈັດຕັ້ງລາຍການ “ເດືອນມີນາ ຢູ່ເຂດຊາຍແດນ” ດ້ວຍຫຼາຍກິດຈະກຳທີ່ມີຄວາມໝາຍ, ພົ້ນເດັ່ນແມ່ນພິທີເປີດສະຫຼອງກິດຈະກຳ “ແສງໄຟເຍືອງທາງຢູ່ເຂດຊາຍແດນ” ຢູ່ບ້ານຮ່າຈາຍ; ພິທີເຄົາລົບທຸງ “ຂ້າພະເຈົ້າຮັກປະເທດຊາດຂອງຕົນ” ໄດ້ຈັດຕັ້ງຢູ່ຫຼັກໝາຍຊາຍແດນເລກ 476 ຢູ່ເສັ້ນຊາຍແດນ ຫວຽດນາມ-ລາວ.
ໃນຂອບເຂດລາຍການ, ຄະນະຈັດຕັ້ງ ໄດ້ມອບທຸງຊາດ 500 ຜືນ ແລະ 100 ຮູບພາບລຸງໂຮ່ ໃຫ້ແກ່ປະຊາຊົນຕາແສງເຊີນກີມ 1; ມອບຂອງຂວັນ 20 ພູດໃຫ້ແກ່ຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກ; ທຶນການສຶກສາ 20 ທຶນ ສໍາລັບນັກຮຽນຜ່ານຜ່າຄວາມຫຍຸ້ງຍາກບືນຕົວຂຶ້ນໃນຮໍ່າຮຽນ; ຂອງຂວັນ 30 ພູດໃຫ້ແກ່ຊາວໜຸ່ມ, ເຍົາວະຊົນອະນຸຊົນທີ່ປະສົບຄວາມຫຍຸ້ງຍາກ; ຂອງຂວັນ 30 ພູດໃຫ້ແກ່ນັກຮົບຄ້າຍທະຫານຊາຍແດນທີ່ປະສົບກັບຄວາມຫຍຸ້ງຍາກ...
    |
 |
|
ຜູ້ແທນ ແລະສະມາຊິກຊາວໜຸ່ມຖ່າຍຮູບເປັນທີ່ລະນຶກທີ່ຫຼັກໝາຍຊາຍແດນເລກ 476 ຢູ່ເສັ້ນຊາຍແດນ ຫວຽດນາມ-ລາວ. ພາບ: baotintuc.vn |
ພິເສດ, ລາຍການໄດ້ມອບຮູບແບບການຫາເງິນລ້ຽງຊີບໃຫ້ແກ່ຊາວໜຸ່ມທ້ອງຖິ່ນລວມມີຝູງໄກ່ 2.000 ໂຕ ແລະອາຫານລ້ຽງສັດ 1.000 ກິໂລ. ນີ້ແມ່ນຮູບແບບໜູນຊ່ວຍການເລີ່ມທຸລະກິດ, ສ້າງວຽກເຮັດງານທຳ, ເພີ່ມລາຍຮັບໃຫ້ຊາວໜຸ່ມຢູ່ເຂດຊາຍແດນ, ຊ່ວຍໃຫ້ເຂົາເຈົ້າ ມີຄວາມອຸ່ນອ່ຽນໃຈໃນການຕິດພັນກັບທີ່ດິນ, ບ້ານ, ພັດທະນາເສດຖະກິດຄອບຄົວ, ປະກອບສ່ວນກໍ່ສ້າງເຂດຊາຍແດນໃຫ້ສະຖຽນລະພາບ, ໝັ້ນຄົງເຂັ້ມແຂງ. ລາຍການ “ເດືອນມີນາ ຢູ່ເຂດຊາຍແດນ” ປີ 2026 ຢູ່ຕາແສງເຊີນກີມ 1 ໄດ້ສິ້ນສຸດລົງດ້ວຍບັນຍາກາດຟົດຟື້ນ, ອົບອຸ່ນສາຍຈິດມິດໃຈລະຫວ່າງທະຫານ ແລະປະຊາຊົນ. ບັນດາກິດຈະກຳ, ວຽກງານ, ຂອງຂວັນທີ່ມອບໃຫ້ບໍ່ພຽງແຕ່ນຳມາເຊິ່ງຄຸນຄ່າດ້ານວັດຖຸເທົ່ານັ້ນ ຫາກຍັງແມ່ນສານກ່ຽວກັບຄວາມຮັບຜິດຊອບ, ຮ່ວມແຮງຮ່ວມໃຈຂອງໄວໜຸ່ມທົ່ວປະເທດສໍາລັບພໍ່ແມ່ປະຊາຊົນຢູ່ເຂດຊາຍແດນ.
ໂດຍ: ເຈິ່ນຮວ່ຽນ