ໃນຫຼາຍປີຜ່ານມາ, ກອງທັບສອງປະເທດໄດ້ຮັກສາການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ຜັນຂະຫຍາຍກົນໄກຮ່ວມມືຢ່າງມີປະສິດທິຜົນ, ສົມທົບກັນຢ່າງແໜ້ນແຟ້ນລະຫວ່າງກໍາລັງທະຫານຊາຍແດນ, ທະຫານເຮືອ ແລະຕໍາຫຼວດທະເລສອງປະເທດໃນການຄຸ້ມຄອງຊາຍແດນ, ເຂດທະເລ, ຕໍ່ສູ້ຕ້ານອາດຊະຍາກຳ ແລະໜູນຊ່ວຍການພັດທະນາເສດຖະກິດຢູ່ເຂດຊາຍແດນ. ຈາກກົນໄກຮ່ວມມືເຫຼົ່ານັ້ນ, ການພົວພັນດ້ານປ້ອງກັນຊາດລະຫວ່າງສອງປະເທດ ຈຶ່ງນັບມື້ນັບໄດ້ຮັບການເປີດກວ້າງ.

leftcenterrightdel
ພະນັກງານ, ນັກຮົບຄ້າຍທະຫານຊາຍແດນລຸງກູ໊, ທະຫານຊາຍແດນແຂວງຕວຽນກວາງ ລາດຕະເວນສອງຝ່າຍກັບກຳລັງປ້ອງກັນຊາຍແດນຈີນ. ພາບ: ສໍານັກຂ່າວສານ ຫວຽດນາມ

ໃນສະພາບການພາກພື້ນ ແລະໂລກມີການຜັນແປຢ່າງສັບສົນ, ການເພີ່ມທະວີການສົມທົບກັນລະຫວ່າງກຳລັງປ້ອງກັນຊາຍແດນສອງປະເທດ ບໍ່ພຽງແຕ່ປະກອບສ່ວນຮັກສາອະທິປະໄຕຜືນແຜ່ນດິນ, ຮັກສາຄວາມສະຫງົບຢູ່ເຂດຊາຍແດນຂອງແຕ່ລະປະເທດເທົ່ານັ້ນ, ຫາກຍັງສ້າງສະພາບແວດລ້ອມທີ່ໝັ້ນຄົງໃຫ້ແກ່ການພົບປະແລກປ່ຽນ, ການຮ່ວມມື ແລະພັດທະນາຢູ່ເຂດຊາຍແດນ. ໃນຕົວຈິງແມ່ນມີຫຼາຍກົນໄກສົມທົບ, ຮູບແບບການຮ່ວມມື ແລະການເຄື່ອນໄຫວການທູດຊາຍແດນສອງຝ່າຍໄດ້ຜັນຂະຫຍາຍຢ່າງມີປະສິດທິຜົນ, ໃນນັ້ນກໍາລັງທະຫານຊາຍແດນຫວຽດນາມ ມີບົດບາດແກ່ນສານໃນການເປັນເສນາທິການ ແລະຈັດຕັ້ງປະຕິບັດ.

ໃນຂະບວນການພັດທະນາການພົວພັນດ້ານປ້ອງກັນຊາດລະຫວ່າງຫວຽດນາມ ແລະຈີນ, ລາຍການພົບປະແລກປ່ຽນມິດຕະພາບປ້ອງກັນຊາດ ຢູ່ເຂດຊາຍແດນຫວຽດນາມ-ຈີນ ຖືວ່າແມ່ນໜຶ່ງໃນບັນດາຂີດໝາຍດີເດັ່ນຂອງການພົວພັນຕ່າງປະເທດດ້ານປ້ອງກັນຊາດ. ພາຍຫຼັງກວ່າໜຶ່ງທົດສະວັດແຫ່ງການຜັນຂະຫຍາຍ, ກິດຈະກຳນີ້ບໍ່ພຽງແຕ່ປະກອບສ່ວນປັບປຸງຄວາມເຊື່ອໝັ້ນລະຫວ່າງກຳລັງປະກອບອາວຸດສອງປະເທດເທົ່ານັ້ນ, ຫາກຍັງສ້າງກົນໄກຮ່ວມມືທີ່ແທດຈິງໃນການຄຸ້ມຄອງ, ປົກປັກຮັກສາຊາຍແດນ.

ປີ 2014, ເປັນຄັ້ງທຳອິດທີ່ລາຍການໄດ້ຈັດຂຶ້ນຢູ່ແຂວງກວ໋າງນີງ (ຫວຽດນາມ) ແລະແຂວງກວາງຊີ (ຈີນ). ຈາກຂີດໝາຍນັ້້ນ, ການເຄື່ອນໄຫວພົບປະແລກປ່ຽນໄດ້ຈັດຂຶ້ນໃນທຸກປີ ແລະຜັດປ່ຽນກັນຈັດຢູ່ຫຼາຍທ້ອງຖິ່ນທີ່ຢູ່ລຽບຕາມຊາຍແດນ. ໃນຂອບເຂດລາຍການພົບປະແລກປ່ຽນ, ບັນດາການເຄື່ອນໄຫວຫຼາຍຢ່າງໄດ້ຜັນຂະຫຍາຍຢ່າງແທດຈິງ, ຄື: ການລາດຕະເວນຮ່ວມ, ການປ້ອງກັນ, ຕ້ານໂລກລະບາດ, ການພົບປະແລກປ່ຽນດ້ານວັດທະນະທຳ-ແຂ່ງຂັນກິລາ, ກວດ ແລະປິ່ນປົວພະຍາດໃຫ້ປະຊາຊົນຢູ່ເຂດຊາຍແດນ. ບັນດາກິດຈະກຳດັ່ງກ່າວບໍ່ພຽງແຕ່ເພີ່ມທະວີຄວາມສາມາດໃນການສົມທົບລະຫວ່າງກໍາລັງທີ່ກ່ຽວຂ້ອງຂອງສອງຝ່າຍເທົ່ານັ້ນ, ຫາກຍັງປະກອບສ່ວນຮັດແໜ້ນນໍ້າໃຈສາມັກຄີ, ມິດຕະພາບລະຫວ່າງອຳນາດການປົກຄອງ ແລະປະຊາຊົນຢູ່ສອງຟາກຊາຍແດນອີກດ້ວຍ.

ໄປຄຽງຄູ່ກັບການເຄື່ອນໄຫວພົບປະແລກປ່ຽນຂັ້ນສູງ, ການສົມທົບກັນຢ່າງແທດຈິງລະຫວ່າງກຳລັງປ້ອງກັນຊາຍແດນສອງປະເທດໄດ້ຜັນຂະຫຍາຍເປັນປະຈຳ. ກອງບັນຊາການທະຫານຊາຍແດນຫວຽດນາມ ໄດ້ຊີ້ນໍາກອງບັນຊາການທະຫານຊາຍແດນ 7 ແຂວງຊາຍແດນທາງພາກເໜືອເພີ່ມທະວີການສົມທົບກັບກໍາລັງປ້ອງກັນຊາຍແດນສອງແຂວງຢູນໜານ ແລະກວາງຊີ (ຈີນ) ຄຸ້ມຄອງ ແລະປົກປັກຮັກສາຊາຍແດນ. ການເຄື່ອນໄຫວລາດຕະເວນຮ່ວມໄດ້ຈັດຕັ້ງຂຶ້ນເປັນປົກກະຕິ, ຜ່ານສິ່ງດັ່ງກ່າວນັ້ນຍົກສູງປະສິດທິຜົນໃນການຄົ້ນພົບ, ສະກັດກັ້ນການລະເມີດ, ຕໍ່ສູ້ກັບອາດຊະຍາກຳປະເພດຕ່າງໆ, ປະກອບສ່ວນຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນ ແລະດ່ານຊາຍແດນ.

ພ້ອມກັນນັ້ນ, ຫຼາຍຮູບແບບການຮ່ວມມືທີ່ແທດຈິງໄດ້ຮັບການຜັນຂະຫຍາຍ, ຄື: “ສ້າງເສັ້ນຊາຍແດນຕົວແບບ”, “ທູດມິດຕະພາບ”, “ການລາດຕະເວນສາມັກຄີ”. ພິເສດແມ່ນວຽກງານແຮກສ່ຽວລະຫວ່າງຄ້າຍ-ປ້ອມ ແລະກຳລັງປະກອບອາວຸດສອງຝ່າຍໄດ້ປະກອບສ່ວນຍົກສູງປະສິດທິຜົນການຄຸ້ມຄອງ ແລະປົກປັກຮັກສາຊາຍແດນ. ການພົວພັນຮ່ວມມືບໍ່ໄດ້ຢຸດຢູ່ທີ່ກຳລັງກ່ຽວຂ້ອງເທົ່ານັ້ນ ຫາກຍັງແຜ່ຂະຫຍາຍອອກໄປສູ່ຊຸມຊົນທີ່ຢູ່ສອງຟາກຊາຍແດນອີກດ້ວຍ. ມາຮອດປະຈຸບັນ, 72 ກຸ່ມຊຸມຊົນທີ່ຢູ່ສອງຟາກຊາຍແດນໄດ້ຈັດຕັ້ງການແຮກສ່ຽວນຳກັນ, ປະກອບສ່ວນຊຸກຍູ້ຄວາມສະໜິດຕິດພັນລະຫວ່າງວົງຄະນະຍາດຊຸມຊົນ. ຫຼາຍຮູບແບບໜູນຊ່ວຍການພັດທະນາເສດຖະກິດ, ຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ, ການໂຄສະນາ ແລະເຜີຍແຜ່ກົດໝາຍໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ, ປະກອບສ່ວນຍົກສູງຊີວິດການເປັນຢູ່ຂອງປະຊາຊົນຢູ່ເຂດຊາຍແດນຂຶ້ນເທື່ອລະກ້າວ.

ບັນດາໝາກຜົນທີ່ບັນລຸໄດ້ໃນການພົວພັນສົມທົບລະຫວ່າງທະຫານຊາຍແດນຫວຽດນາມ ແລະກໍາລັງປ້ອງກັນຊາຍແດນຈີນ ໃນໄລຍະຜ່ານມາແມ່ນພະຍານຫຼັກຖານຢ່າງຈະແຈ້ງທີ່ສະແດງໃຫ້ເຫັນເຖິງຄວາມຮັບຜິດຊອບ, ຄວາມໄວ້ເນື້ອເຊື່ອໃຈ ແລະເຈດຕະນາດີຂອງການຮ່ວມມືລະຫວ່າງສອງຝ່າຍ. ພຶດຕິກຳຕົວຈິງໄດ້ສະແດງໃຫ້ເຫັນວ່າ ເມື່ອກົນໄກສົມທົບໄດ້ຮັບການຮັກສາຢ່າງມີປະສິດທິຜົນ, ເມື່ອກຳລັງປ້ອງກັນຊາຍແດນສອງປະເທດເພີ່ມທະວີການແລກປ່ຽນ, ມີຄວາມເຂົ້າໃຈ ແລະສົມທົບກັນຢ່າງແໜ້ນແຟ້ນນັ້ນ, ເສັ້ນຊາຍແດນຫວຽດນາມ-ຈີນ ບໍ່ພຽງແຕ່ໄດ້ຮັບການຄຸ້ມຄອງຢ່າງແໜ້ນແຟ້ນເທົ່ານັ້ນ, ຫາກຍັງກາຍເປັນຂົງເຂດທີ່ມີສັນຕິພາບ, ມີການຮ່ວມມື ແລະພັດທະນາ.

ໂດຍ: ເຈິ່ນຮວ່ຽນ