ໂດຍປະຕິບັດຕາມເປົ້າໝາຍ 100% ບັດລົງຄະແນນສຽງ, ບັດຜູ້ມີສິດເລືອກຕັ້ງຕ້ອງຮອດມືຂອງພົນລະເມືອງກ່ອນວັນຈັດຕັ້ງການປ່ອນບັດເລືອກຕັ້ງທີ່ໄດ້ກຳນົດ, ພາຍຫຼັງມອບຮັບວັດຖຸອຸປະກອນຕາມລາຍການໃຫ້ແກ່ບັນດາເກາະ, ຈຸດເກາະຢ່າງຄົບຖ້ວນ, ເພື່ອຮັບປະກັນຄວາມຄືບໜ້າໃນການເດີນທະເລ, ພາກສ່ວນຍັງເຫຼືອແມ່ນຮັບຜິດຊອບຈັດຕັ້ງການແນະນຳ, ເປັນເຈົ້າການມອບ-ຮັບວຽກງານ, ບັນດາພາກສ່ວນອື່ນໆກັບມາກຳປັ່ນເພື່ອເດີນທະເລຕໍ່.
ຈົນຮອດຕອນຄ່ຳຂອງວັນທີ 5 ກຸມພາ, ເກາະທຸກແຫ່ງຢູ່ທິດໃຕ້ຂອງເຂດພິເສດ ເຈື່ອງຊາ, ລວມມີ: ດ໊າລາດ, ເຈື່ອງຊາ, ດ໊າໄຕ, ເຈື່ອງຊາດົງ, ດ໊າດົງ, ອານບາງ, ທ່ວຽນຈ່າຍ, ຕຽນນື, ນຸ໊ຍເລ, ໂຕກຕານ, ຟານວິງ ໄດ້ຮັບຫີບບັດ, ບັດຄະແນນສຽງ ແລະວັດຖຸອຸປະກອນກ່ຽວຂ້ອງເຖິງວຽກງານປ່ອນບັດເລືອກຕັ້ງ.
    |
 |
|
ບັນດາໜ່ວຍເລືອກຕັ້ງ ຂຶ້ນກັບເຂດພິເສດ ເຈື່ອງຊາ ຕັ້ງໜ້າໂຄສະນາ, ເຜີຍແຜ່ບັນດາເນື້ອໃນວຽກງານເລືອກຕັ້ງໃຫ້ພະນັກງານ, ນັກຮົບ, ປະຊາຊົນທີ່ພວມດຳລົງຊີວິດ, ເຮັດວຽກຢູ່ເກາະ. ພາບ: ຝູ໊ເຊີນ |
ເຖິງວ່າເວລາພັກພາອາໄສຢູ່ບັນດາເກາະບໍ່ຍາວແຕ່ກໍ່ພຽງພໍເພື່ອໃຫ້ພວກຂ້າພະເຈົ້າ ຮັບຮູ້ໄດ້ບັນຍາກາດຟົດຟື້ນ, ກຽມພ້ອມໃຫ້ວັນບຸນໃຫຍ່ຂອງປະເທດຊາດ ຢູ່ເຂດພິເສດ ເຈື່ອງຊາ. ເກາະທຸກແຫ່ງທີ່ພວກຂ້າພະເຈົ້າ ໄປຮອດ, ພາຍຫຼັງໄດ້ຮັບວັດຖຸອຸປະກອນທີ່ກ່ຽວຂ້ອງເຖິງວຽກງານປ່ອນບັດເລືອກຕັ້ງຢ່າງຄົບຖ້ວນ, ບັນດາສະມາຊິກໜ່ວຍເລືອກຕັ້ງໄດ້ຈັດຕັ້ງປະຕິບັດບັນດາໜ້າທີ່ຢ່າງຮີບດ່ວນ. ຢູ່ຕຳແໜ່ງໃຈກາງ, ພວກຂ້າພະເຈົ້າໄດ້ສັງເກດເບິ່ງແຕ່ລະເສັ້ນທາງ, ແຕ່ລະເຂດເຮືອນຢູ່ ແລະເຮັດວຽກຈົນຮອດຄ້າຍທະຫານຂອງແຕ່ລະກົມກອງ ລ້ວນແຕ່ໄດ້ປະດັບທຸງແດງດາວເຫຼືອງ. ປ້າຍໂຄສະນາ, ຄຳຂວັນໄດ້ໂຄສະນາກ່ຽວກັບການປ່ອນບັດເລືອກຕັ້ງ, ສິດ ແລະໜ້າທີ່ຂອງຜູ້ມີສິດເລືອກຕັ້ງ... ໄດ້ຕິດຢູ່ບ່ອນສຳຄັນ, ສະແດງອອກໃຫ້ເຫັນຄວາມຕັດສິນໃຈຈັດຕັ້ງເຫດການການເມືອງທີ່ພິເສດຢູ່ເຂດດ່ານໜ້າຂອງປະເທດຊາດ.
ຄຽງຄູ່ກັນນັ້ນ, ບັນຊີລາຍຊື່ຜູ້ມີສິດເລືອກຕັ້ງ, ຜູ້ອອກສະໝັກຮັບເລືອກຕັ້ງ ກໍ່ໄດ້ຕິດຢູ່ບ່ອນເປີດເຜີຍ ເພື່ອໃຫ້ພະນັກງານ, ນັກຮົບ, ປະຊາຊົນໄດ້ຕິດຕາມ. ທ່ານພັນໂທ ຫວູດຶກກິ່ງ, ຜູ້ບັນຊາການເກາະເຈື່ອງຊາ, ຫົວໜ້າຄະນະເລືອກຕັ້ງເຂດປ່ອນບັດເລືອກຕັ້ງ ທີ 14 ໃຫ້ຮູ້ວ່າ ໃນຊຸມວັນຜ່ານມາ, ໄປຄຽງຄູ່ກັບວຽກງານໂຄສະນາດ້ວຍອຸປະກອນ, ບັນດາກອງ ກໍ່ໄດ້ປະຊຸມຊາບຊຶມ, ຝຶກອົບຮົມວຽກງານປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XVI ແລະສະມາຊິກສະພາປະຊາຊົນ ທຸກຂັ້ນ ອາຍຸການ 2026-2031 ໃຫ້ແກ່ພະນັກງານ, ນັກຮົບ, ປະຊາຊົນຢູ່ເກາະ ທີ່ຄະນະພັກ, ຜູ້ບັນຊາການເກາະໄດ້ຈັດຕັ້ງປະຕິບັດຢ່າງເຂັ້ມງວດ, ຖືກຕາມຂໍ້ກຳນົດ. ຜູ້ບັນຊາການເກາະ ພ້ອມກັບສະມາຊິກໜ່ວຍເລືອກຕັ້ງ ໄດ້ຊີ້ນຳ, ກະຕຸກຊຸກຍູ້ບັນດາພາກສ່ວນເຂົ້າຮ່ວມວຽກງານກະກຽມຮັບປະກັນຄວາມເຄັ່ງຄັດ, ມີຄວາມຮັບຜິດຊອບ. ການຈັດຕັ້ງປະຕິບັດຖ້າວ່າມີຂໍ້ຄົງຄ້າງຕ້ອງລາຍງານ ເພື່ອມີວິທີການແກ້ໄຂທັນການ.
ສະຫາຍຜູ້ບັນຊາການ, ພັນໂທ ເຈິ່ນຮຸຍຟຸ້ງ, ເລຂາພັກ, ຫົວໜ້າການເມືອງເກາະ ເຈື່ອງຊາ ຢືນຢັນວ່າ “ພະນັກງານ, ນັກຮົບ ແລະປະຊາຊົນຢູ່ເກາະແຫ່ງນີ້ ລ້ວນແຕ່ຮັບຮູ້ ຄວາມໝາຍເຫດການການເມືອງສຳຄັນພິເສດຂອງການປ່ອນບັດເລືອກຕັ້ງຄັ້ງນີ້. ທົ່ວເກາະ ໄດ້ພ້ອມກັນຕັດສິນໃຈຈັດຕັ້ງການປ່ອນບັດເລືອກຕັ້ງຮັບປະກັນປະຊາທິປະໄຕ, ຖືກຕາມກົດໝາຍ, ປອດໄພຢ່າງສົມບູນ”.
    |
 |
|
ໜ່ວຍເລືອກຕັ້ງຂອງເກາະເຈື່ອງຊາ ປະຊຸມ, ຈັດແບ່ງໜ້າທີ່ວຽກງານ. ພາບ: ຝູ໊ເຊີນ |
ເມື່ອໄດ້ຖາມກ່ຽວກັບວັນປ່ອນບັດເລືອກຕັ້ງ, ທ່ານຮ້ອຍໂທ ເຈິ່ນງອກແອັງ, ປະຕິບັດໜ້າທີ່ຢູ່ເກາະ ດ໊າລາດ ເວົ້າກັບຂ້າພະເຈົ້າວ່າ ນີ້ແມ່ນເທື່ອທີສອງທີ່ອ້າຍມີກຽດໄດ້ເຂົ້າຮ່ວມປ່ອນບັດເລືອກຕັ້ງຢູ່ ເຈື່ອງຊາ. ບ້ານເກີດເມືອງນອນຢູ່ເມືອງຕິ໊ງຢາ, ແຂວງແທັງຮ໊ວາ ປີ 2018 ໄດ້ເຂົ້າເປັນທະຫານ ແລະໄດ້ສົ່ງໄປຮຽນຂະແໜງຂໍ້ມູນສື່ສານການທະຫານ ແລະປະຕິບັດໜ້າທີ່ຢູ່ກອງພັນໃຫຍ່ 146. ປີ 2021, ອ້າຍ ໄປປະຕິບັດໜ້າທີ່ຢູ່ເກາະຟານວິງ ອາ. ອາຍຸ 23 ປີ, ເປັນເທື່ອທຳອິດ ໄດ້ປະຕິບັດສິດຂອງຜູ້ມີສິດເລືອກຕັ້ງຢູ່ເຂດດ່ານໜ້າຂອງປະເທດຊາດ, ເຈິ່ນງອກແອັງ ຍັງບໍ່ເຂົ້າໃຈພໍປານໃດ ແຕ່ວ່າໄດ້ຮັບການແນະນຳຢ່າງສຸດຈິດສຸດໃຈຂອງໜ່ວຍເລືອກຕັ້ງຢູ່ເກາະ ກໍ່ຄືຊອກຫາບັນດາເອກະສານທີ່ກ່ຽວຂ້ອງມາອ່ານ, ແອັງ ຈຶ່ງມີຄວາມເຂົ້າໃຈຢ່າງຊັດເຈນກ່ຽວກັບບັນດາຫຼັກການ, ຂໍ້ກຳນົດເມື່ອເຂົ້າຮ່ວມການປ່ອນບັດເລືອກຕັ້ງ; ເລືອກເອົາສະມາຊິກທີ່ມີມາດຕະຖານຄົບຖ້ວນ ແລະເລືອກຕັ້ງຖືກຕາມຂໍ້ກຳນົດ, ຖືກຕາມຈຳນວນເພື່ອຮັບປະກັນໃຫ້ບັດລົງຄະແນນສຽງຖືກຕາມລະບຽບກົດໝາຍ... “ຍ້ອນມີບົດຮຽນປະສົບການຈາກເທື່ອທຳອິດເຂົ້າຮ່ວມການປ່ອນບັດເລືອກຕັ້ງສະນັ້ນໃນເທື່ອນີ້, ເຖິງວ່າບໍ່ແມ່ນສະມາຊິກຂອງໜ່ວຍເລືອກຕັ້ງກໍ່ຕາມແຕ່ຂ້າພະເຈົ້າ ກໍ່ເປັນເຈົ້າການແບ່ງປັນ, ໃຫ້ກຳລັງໃຈບັນດານັກຮົບໜຸ່ມທີ່ຫາກໍ່ມາຮອດເກາະຍາດແຍ່ງເອົາວັນພັກ, ຊົ່ວໂມງພັກ ຄົ້ນຄວ້າກ່ຽວກັບກົດໝາຍວ່າດ້ວຍການປ່ອນບັດເລືອກຕັ້ງ, ຊອກຮູ້ກ່ຽວກັບປະຫວັດຫຍໍ້ຂອງບັນດາຜູ້ອອກສະໝັກຮັບເລືອກຕັ້ງ. ນອກຈາກນັ້ນ, ຂ້າພະເຈົ້າ ຍັງສະໝັກໃຈເຂົ້າຮ່ວມໜ່ວຍໂຄສະນາເຄື່ອນທີ່ໄປຫາບັນດາກຳປັ່ນທີ່ຢູ່ນອກຝັ່ງ ເພື່ອຂົນຂວາຍປະຊາຊົນໃຫ້ກັບມາປ່ອນບັດເລືອກຕັ້ງ, ເລືອກຕັ້ງສະມາຊິກ ຈະເປັນຜູ້ຕາງໜ້າໃຫ້ທັດສະນະຂອງຕົນຢູ່ໃນສະພາແຫ່ງຊາດ ແລະສະພາປະຊາຊົນທຸກຂັ້ນ”.
ຄະນະນັກຂ່າວ ພວກຂ້າພະເຈົ້າ ໄດ້ມີເວລາໜຶ່ງວັນທີ່ໄປນຳບັນດາສະມາຊິກຂອງໜ່ວຍເລືອກຕັ້ງຢູ່ເກາະເຈື່ອງຊາ ໄດ້ໄປຮອດແຕ່ລະຄອບຄົວ ເພື່ອແຈ້ງບັນດາຂໍ້ກຳນົດ ແລະການເຄື່ອນໄຫວຈັດຕັ້ງການປ່ອນບັດເລືອກຕັ້ງຢູ່ທີ່ນີ້. ແມ່ນຜູ້ທີ່ດຳລົງຊີວິດ ແລະເຮັດວຽກຢູ່ທີ່ນີ້ເປັນເວລາຫຼາຍປີ, ອ້າຍ ຟ້າມວັນບ໊າວ, ລັດຖະກອນຄະນະກຳມະການປະຊາຊົນ ເຂດພິເສດ ເຈື່ອງຊາ ຍາມໃດກໍ່ຕັ້ງໜ້າ, ນຳໜ້າຄະນະ, ອ້າຍ ໄດ້ແນະນຳໃຫ້ພໍ່ແມ່ປະຊາຊົນ ແຂວນທຸງຊາດ ແລະປະດັບປະດາເຮືອນຊານບ້ານຊ່ອງໃຫ້ສວຍງາມ ແລະສາມາດຮັກສາໄວ້ໄດ້ດົນຕໍ່ເງື່ອນໄຂດິນຟ້າອາກາດຮ້າຍແຮງຂອງທະເລ. ພ້ອມກັບບັນດາສະຫາຍໃນຄະນະການນຳເກາະ ແລະໜ່ວຍເລືອກຕັ້ງ, ບໍ່ວ່າທັງກາງເວັນ ແລະກາງຄືນ, ອ້າຍ ໄດ້ຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວຢູ່ເກາະ. ອ້າຍ ຟ້າມວັນບ໊າວ ເວົ້າດ້ວຍຄວາມຕື້ນຕັນໃຈວ່າ “ການປ່ອນບັດເລືອກຕັ້ງແມ່ນເຫດການການເມືອງສຳຄັນ, ເຂົ້າຮ່ວມພ້ອມກັບປະຊາຊົນທົ່ວປະເທດ, ບ່ອນເກາະຫ່າງໄກ ພວກຂ້າພະເຈົ້າ ກໍ່ຕັ້ງໜ້າກະກຽມທຸກວຽກງານ ເພື່ອຮັບປະກັນໃຫ້ເຫດການ ປະສົບຜົນສຳເລັດ, ປອດໄພ. ບັນດາບັດລົງຄະແນນສຽງຂອງເຂດທະເລເຈື່ອງຊາ ທີ່ມີລົດຊາດເຄັມຈະປະສົມປະສານເຂົ້າກັບບັດລົງຄະແນນສຽງຫຼາຍລ້ານບັດໃນທົ່ວປະເທດ, ສ້າງກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ, ນຳປະເທດກ້າວເຂົ້າສູ່ສະໄໝໃໝ່, ໝັ້ນໝາຍວ່າ ຈະຍາດໄດ້ໄຊຊະນະໃໝ່ບຸກທະລຸ, ພັດທະນາ”.
ໂດຍ: ແສງເດືອນ