ໜັງສືພິມກອງທັບປະຊາຊົນຫວຽດນາມ ໄດ້ສຳພາດພັນເອກນາງ Alana Burkitt, ທູດປ້ອງກັນຊາດອົດສະຕາລີ ປະຈຳ ຫວຽດນາມ ກ່ຽວກັບການເດີນທາງຄັ້ງນີ້ ແລະການພັດທະນາການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງຫວຽດນາມ ແລະ ອົດສະຕາລີ.

ນັກຂ່າວ: ນີ້ແມ່ນຄັ້ງທີສອງທີ່ທະຫານເຮືອປະຊາຊົນຫວຽດນາມ ໄດ້ສົ່ງກໍາປັ່ນໄປເຂົ້າຮ່ວມການຝຶກຊ້ອມ Kakadu. ສິ່ງນີ້ມີຄວາມໝາຍແນວໃດຕໍ່ການພົວພັນລະຫວ່າງສອງປະເທດເວົ້າລວມ ແລະກອງທັບສອງປະເທດເວົ້າສະເພາະ, ຂໍຮຽນທ່ານນາງພັນເອກ?

ພັນເອກນາງ Alana Burkitt: ຫວຽດນາມ ແລະ ອົດສະຕາລີ ເປັນຄູ່ຮ່ວມມື ແລະເປັນເພື່ອນມິດທີ່ໃກ້ຊິດສະໜິດສະໜົມ, ພ້ອມກັນແບ່ງປັນວິໄສທັດກ່ຽວກັບພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ ກວມລວມ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະວັດທະນະຖາວອນ.

ອົດສະຕາລີ ມີຄວາມເປັນກຽດ ແລະຮູ້ບຸນຄຸນທີ່ສຸດເມື່ອຫວຽດນາມ ໄດ້ສົ່ງກຳປັ່ນ 016 - ກວາງຈູງ ມາເຂົ້າຮ່ວມພິທີສວນສະໜາມກໍາປັ່ນທະຫານເຮືອສາກົນເພື່ອສະເຫຼີມສະຫຼອງ 125 ປີ ແຫ່ງວັນສ້າງຕັ້ງທະຫານເຮືອແຫ່ງ ລາຊະອານາຈັກ ອົດສະຕາລີ ແລະການຝຶກຊ້ອມ Kakadu 2026. ນີ້ແມ່ນຂີດໝາຍປະຫວັດສາດຂອງທະຫານເຮືອປະຊາຊົນຫວຽດນາມ, ເຊິ່ງເປັນການເດີນທາງທີ່ຍາວນານທີ່ສຸດ ນັບແຕ່ກ່ອນຈົນມາຮອດປະຈຸບັນຂອງກຳປັ່ນສູ້ຮົບຫວຽດນາມ, ຜ່ານຜ່າໄລຍະທາງຫຼາຍກວ່າ 11.000 ໄມທະເລ ໃນເວລາປະມານ 60 ມື້.

leftcenterrightdel
ພັນເອກ ນາງ Alana Burkitt, ທູດປ້ອງກັນຊາດອົດສະຕາລີ ປະຈຳຫວຽດນາມ. ພາບ: ນາມລອງ

ການຢ້ຽມຢາມຊິດນີ ຂອງກຳປັ່ນ 016 - ກວາງຈູງ ໄດ້ພິສູດໃຫ້ເຫັນກໍາລັງແຮງຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງອົດສະຕາລີ ແລະ ຫວຽດນາມ, ເຊິ່ງໄດ້ລົງນາມໃນເດືອນມີນາ 2024. ສິ່ງນິ້ກໍ່ສະແດງໃຫ້ເຫັນຜົນປະໂຫຍດລວມຂອງທັງສອງປະເທດໃນການເພີ່ມທະວີການພົວພັນດ້ານການປ້ອງກັນຊາດ ແລະທະຫານເຮືອ.

ຄວາມໄວ້ເນື້ອເຊື່ຶອໃຈດ້ານການເມືອງລະຫວ່າງລັດຖະບານ ແລະກອງທັບສອງປະເທດແມ່ນຢູ່ໃນລະດັບສູງພໍສົມຄວນ, ໄດ້ພິສູດໃຫ້ເຫັນຜ່ານການຕັດສິນໃຈຂອງຫວຽດນາມ ໃນການຜັນຂະຫຍາຍກຳປັ່ນສູ້ຮົບທີ່ທັນສະໄໝທີ່ສຸດລຳໜຶ່ງໄປເຂົ້າຮ່ວມໃນຂີດໝາຍສຳຄັນຂອງທະຫານເຮືອອົດສະຕາລີ.

ການຢ້ຽມຢາມກໍ່ສະແດງໃຫ້ເຫັນວ່າ ອົດສະຕາລີ ແລະ ຫວຽດນາມ ຖືເປັນສໍາຄັນການແບ່ງປັນບົດຮຽນ ແລະການແລກປ່ຽນທັກສະລະຫວ່າງທະຫານເຮືອສອງປະເທດ ກໍ່ຄືໃນພາກພື້ນ. ສິ່ງນີ້ສະແດງໃຫ້ເຫັນວ່າ ພວກເຮົາສາມາດຮ່ວມມືກັນເພື່ອສ້າງການຮ່ວມສຳພັນລະຫວ່າງປະຊາຊົນສອງປະເທດ ແລະພ້ອມກັນໃຫ້ຄໍາໝັ້ນສັນຍາເພື່ອສະຖຽນລະພາບຂອງພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ.

ນັກຂ່າວ: ການເຂົ້າຮ່ວມຊ້ອມຮົບ Kakadu 2026 ແມ່ນການເດີນທາງທີ່ຍາວທີ່ສຸດນັບແຕ່ກ່ອນຈົນມາຮອດປະຈຸບັນຂອງກໍາປັ່ນສູ້ຮົບຫວຽດນາມ. ຂໍທ່ານນາງພັນເອກ ໃຫ້ຮູ້ກ່ຽວກັບການໜູນຊ່ວຍຂອງກະຊວງປ້ອງກັນປະເທດອົດສະຕາລີ ໃຫ້ແກ່ການເດີນທາງຄັ້ງນີ້?

ພັນເອກນາງ Alana Burkitt: ກະຊວງປ້ອງກັນປະເທດອົດສະຕາລີ ຈະໜູນຊ່ວຍດ້ານພະລາທິການ ແລະການນຳທາງໃຫ້ແກ່ກໍາປັ່ນ 016 - ກວາງຈູງ ໃນວິວັດການເຂົ້າຮ່ວມພິທີສວນສະໜາມກໍາປັ່ນທະຫານເຮືອສາກົນ ແລະການຝຶກຊ້ອມ Kakadu. ການໜູນຊ່ວຍລວມມີພາຫະນະເຄື່ອນທີ່ໃຫ້ແກ່ຄະນະລູກເຮືອຢູ່ຊິດນີ ເພື່ອໃຫ້ເຂົາເຈົ້າສາມາດໄປຢ້ຽມຊົມສະຖານທີ່ທ່ອງທ່ຽວຢູ່ບ້ານເກີດເມືອງນອນຂອງຂ້າພະເຈົ້າ. ເຂົາເຈົ້າຈະມີກາລະໂອກາດໄປຢ້ຽມຊົມໂຮງລະຄອນໂອເປຣາ, ຂົວທ່າເຮືອ ແລະຫາດຊາຍທະເລ Manly...

leftcenterrightdel
ການນຳ, ຜູ້ບັນຊາການກອງພົນນ້ອຍ 162, ທະຫານເຮືອເຂດ 4 ກວດກາການກະກຽມຂອງລູກເຮືອ. ພາບ: ນາມລອງ

ອົດສະຕາລີ ກໍ່ຈະສະໜອງນໍ້າມັນເຊື້ອໄຟເພື່ອໜູນຊ່ວຍການເດີນທາງຂອງກໍາປັ່ນ 016 - ກວາງຈູງ ທັງຂາໄປ ແລະຂາກັບຈາກອົດສະຕາລີ, ກໍ່ຄືໃນຕະຫຼອດການເຂົ້າຮ່ວມພິທີສວນສະໜາມ ແລະການຝຶກຊ້ອມ. ສຸດທ້າຍ, ອົດສະຕາລີ ຈະໜູນຊ່ວຍການນຳພາທາງ      ເພື່ອໃຫ້ກໍາປັ່ນ 016 - ກວາງຈູງ ໄປຜ່ານບາງເຂດທະເລທີ່ອັນຕະລາຍ, ທຸລະກັນດານຂອງອົດສະຕາລີ, ພິເສດແມ່ນເຂດແນວປະກາລັງ Great Barrier Reef ທີ່ຢູລຽບຕາມແຄມຝັ່ງທະເລຕາເວັນອອກ.

ນັກຂ່າວ: ເມື່ອຫວນຄືນ Kakadu 2024, ການເຂົ້າຮ່ວມຄັ້ງທຳອິດຂອງກໍາປັ່ນທະຫານເຮືອຫວຽດນາມ  ໄດ້ປະກອບສ່ວນຫຍັງແດ່ຕໍ່ຜົນສໍາເລັດຂອງການຝຶກຊ້ອມນີ້, ຂໍຮຽນທ່ານນາງພັນເອກ?

ພັນເອກນາງ Alana Burkitt: ເຖິງວ່າຂ້າພະເຈົ້າຫາກໍ່ມາຮັບໜ້າທີ່ເປັນທູດປ້ອງກັນຊາດອົດສະຕາລີ ປະຈຳ ຫວຽດນາມ ກໍ່ຕາມ, ແຕ່ຂ້າພະເຈົ້າກໍ່ໄດ້ຮັບຟັງຫຼາຍເລື່ອງກ່ຽວກັບການເຂົ້າຮ່ວມທີ່ປະສົບຜົນສຳເລັດຂອງກໍາປັ່ນ 18 ໃນການຝຶກຊ້ອມ Kakadu 2024.

ຂ້າພະເຈົ້າ ກໍ່ໄດ້ຮັບຟັງກ່ຽວກັບຜົນສໍາເລັດຂອງຫວຽດນາມ ໃນການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳ ແລະແຂ່ງຂັນກິລາມິດຕະພາບ. ຫວຽດນາມ ໄດ້ລາງວັນທີສອງໃນການແຂ່ງຂັນກິລາບານສົ່ງ ແລະບານເຕະ. ນອກຈາກນັ້ນ, ງານລ້ຽງຢູ່ເທິງກໍາປັ່ນຫວຽດນາມ ຍັງມີເຍື່ອງອາຫານທີ່ດີເລີດ ແລະສຽງດົນຕີທີ່ໄດ້ຄັດສັນມາເປັນຢ່າງດີ, ໄດ້ຮັບການຕີລາຄາວ່າ ເປັນງານລ້ຽງທີ່ດີທີ່ສຸດໃນ Kakadu 2024.

ຂ້າພະເຈົ້າ ກໍ່ໄດ້ຮູ້ຂໍ້ມູນມາວ່າ ອະດີດນັກສຶກສາການທະຫານຫວຽດນາມ ທີ່ເຄີຍຮຽນຢູ່ອົດສະຕາລີ ແມ່ນໜຶ່ງໃນບັນດາສະມາຊິກຫຼັກແຫຼ່ງຂອງຄະນະ ແລະໄດ້ມີການປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນຜົນສໍາເລັດຂອງກໍາປັ່ນ 18.

ນັກຂ່າວ: ສອງກໍາລັງປ້ອງກັນປະເທດສາມາດຊຸກຍູ້ການຮ່ວມມືຕື່ມອີກຄືແນວໃດ ເພື່ອໃຫ້ເໝາະສົມກັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ, ຂໍຮຽນທ່ານນາງພັນເອກ?

ພັນເອກນາງ Alana Burkitt: ການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດກຳລັງພັດທະນາຢ່າງຕໍ່ເນື່ອງ ແລະປະກອບສ່ວນເຂົ້າໃນການເປີດກວ້າງການພົວພັນສອງຝ່າຍພໍສົມຄວນ. ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໄດ້ສະແດງອອກໃຫ້ເຫັນລະດັບຄວາມໄວ້ເນື້ອເຊື່ອໃຈ ແລະການຮ່ວມມືສູງທີ່ສຸດ.

ອົດສະຕາລີ ຈະໜູນຊ່ວຍການຫັນກອງທັບເປັນທັນສະໄໝ ແລະເຮັດວຽກກັບຫວຽດນາມ ເພື່ອພ້ອມກັນກຳນົດບັນດາຂົງເຂດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈທາງດ້ານຍຸດທະສາດ. ພວກຂ້າພະເຈົ້າ ກຳລັງສຳຫຼວດ, ຄົ້ນຫາຂົງເຂດການຮ່ວມມືໃໝ່ ລວມທັງຂົງເຂດອິນເຕີເນັດທາງທະເລ, ການແບ່ງປັນຂໍ້ມູນຂ່າວສານ, ອຸດສາຫະກຳປ້ອງກັນຊາດ ແລະການຄົ້ນຫາກູ້ໄພ-ກູ້ຊີບ.

ຕົວຢ່າງອີກອັນໜຶ່ງແມ່ນງານວາງສະແດງປ້ອງກັນຊາດສາກົນຫວຽດນາມ 2026 ໃນເດືອນທັນວາທີ່ຈະມາເຖິງນີ້, ໝັ້ນໝາຍວ່າໃນອະນາຄົດຈະເປີດໂອກາດໃຫ້ແກ່ການຮ່ວມມືດ້ານອຸດສາຫະກຳປ້ອງກັນຊາດ. ດັ່ງນັ້ນ, ການເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດໃຫ້ເໝາະສົມກັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານແມ່ນສິ່ງທີ່ຈຳເປັນ.

ນັກຂ່າວ: ຂໍຂອບໃຈທ່ານນາງພັນເອກ!

ໂດຍ: ຈາງຫງວຽນ