ດ້ວຍອາລົມທີ່ເບີກບານມ່ວນຊື່ນຂອງຊຸມມື້ຕົ້ນລະດູບານໃໝ່, ອ້າຍ ຮວິ່ງບ໊າຕວານ, ກັບຕັນທັງເປັນເຈົ້າຂອງເຮືອ QNa-98796-TS, ໄດ້ແບ່ງປັນວ່າ: “ປີ 2025 ຜ່ານມາ, ເຮືອຂອງຄອບຄົວຂ້າພະເຈົ້າໄດ້ອອກໄປຫາປາ 6 ຄັ້ງ ຢ່າງປອດໄພ ແລະມີລາຍຮັບດີ. ເຖິງແມ່ນວ່າສະພາບອາກາດ ແລະສະຖານະການໃນທະເລບາງຄັ້ງກໍ່ຜັນແປຢ່າງສັບສົນ, ແຕ່ພະນັກງານຕໍາຫຼວດທະເລ ກໍ່ໄດ້ຮ່ວມເດີນທາງ, ແນະນໍາຢ່າງສຸດຈິດສຸດໃຈ, ໂຄສະນາຂໍ້ກໍານົດຂອງກົດໝາຍຢ່າງລະອຽດ, ຍາມໃດກໍ່ມີເຮືອ ແລະກໍາລັງກູ້ຊີບມືອາຊີບກຽມພ້ອມກູ້ໄພ, ໃຫ້ການຊ່ວຍເຫຼືອຢູ່ທະເລ... ສະນັ້ນ, ໂດຍພື້ນຖານແລ້ວ, ພໍ່ແມ່ປະຊາຊົນພວກຂ້າພະເຈົ້າ ມີຄວາມອຸ່ນອຽ່ນໃຈທີ່ສຸດ...”.
ທ່ານ ຮິງເທ໊ດຽວ, ປະທານສະຫະພັນອາຊີບຫາປາ ຕາມກວາງ ໃຫ້ຮູ້ວ່າ: "ປະຈຸບັນສະຫະພັນອາຊີບຫາປາ ຕາມກວາງ ມີສະມາຊິກ 360 ຄົນ, ມີ 6 ໜ່ວຍ, ມີເຮືອຫາປາເກືອບ 200 ລຳ. ສະພາບການຕົວຈິງໄດ້ຊີ້ໃຫ້ເຫັນວ່າ ການເຄື່ອນໄຫວຂຸດຄົ້ນສິນທະເລແມ່ນອາຊີບທີ່ມີຄວາມສ່ຽງສູງ; ຊາວປະມົງ ແລະສະມາຊິກສະຫະພັນມີຄວາມສ່ຽງຕໍ່ການສູນເສຍຊີວິດ, ພາຫະນະ ແລະຊັບສິນຍ້ອນບໍ່ເຂົ້າໃຈກົດໝາຍ, ພ້ອມກັບຜົນສະທ້ອນຂອງສະພາບອາກາດ ແລະຄວາມບໍ່ສະຫງົບກ່ຽວກັບການຄັດແຍ້ງຍາດຊິງເນື້ອທີ່ຫາປາ, ຖືກເຮືອຕ່າງປະເທດນາບຂູ່, ບຸກໂຈມຕີ...
    |
 |
|
ພະນັກງານ, ນັກຮົບຕໍາຫຼວດທະເລເຂດ 2 ປະຖົມພະຍາບານໃຫ້ແກ່ຊາວປະມົງທີ່ປະສົບອຸບັດຕິເຫດເມື່ອອອກໄປຫາປາຢູ່ທະເລ. ພາບ: qdnd.vn |
ນັບຕັ້ງແຕ່ພະນັກງານ, ນັກຮົບຕໍາຫຼວດທະເລ ໄດ້ຈັດຕັ້ງການໂຄສະນາ, ຂົນຂວາຍ, ແນະນໍາຜ່ານລາຍການ "ຕໍາຫຼວດທະເລຮ່ວມເດີນທາງກັບຊາວປະມົງ", ສະມາຊິກຂອງສະຫະພັນມີຄວາມຮັບຮູ້ທີ່ຖືກຕ້ອງ, 100% ເຈົ້າຂອງເຮືອປະຕິບັດຂໍ້ກຳນົດກ່ຽວກັບການຕິດຕາມກວດກາການເດີນເຮືອ, ການເຂົ້າ-ອອກທ່າຢ່າງເຂັ້ມງວດ ແລະບໍ່ລະເມີດການຫາປາທີ່ຜິດກົດໝາຍ, ບໍ່ລາຍງານ ແລະບໍ່ປະຕິບັດຕາມຂໍ້ກຳນົດ (IUU). ໃນໄລຍະ 5 ປີຜ່ານມາ, ສະຫະພັນອາຊີບຫາປາ ຕາມກວາງ ບໍ່ມີເຮືອລຳໃດລະເມີດຂໍ້ກຳນົດ; ເຮືອຫາປາທຸກລຳລ້ວນແຕ່ມີລາຍຮັບຢ່າງໝັ້ນຄົງ. ການຮ່ວມເດີນທາງຢ່າງສຸດໃຈ, ນັບທັງທາງບົກ ແລະທາງທະເລຂອງພະນັກງານ, ນັກຮົບຕໍາຫຼວດທະເລ ເຂດ 2 ໄດ້ປະກອບສ່ວນເຂົ້າໃນການລະດົມກຳລັງໃຈຂອງສະມາຊິກສະຫະພັນອາຊີບຫາປາ ຕາມກວາງ ຂອງພວກຂ້າພະເຈົ້າ ຜ່ານຜ່າຄວາມຫຍຸ້ງຍາກ, ພ້ອມກັນມີຄວາມຄາດຫວັງອອກທະເລໄປຫາປາ ແລະຕິດພັນກັບທະເລ..."
ຕາມທ່ານພັນເອກພິເສດ ເລຮຸຍ, ຫົວໜ້າການເມືອງຕໍາຫຼວດທະເລເຂດ 2 ແລ້ວ: ການປະຕິບັດມະຕິ, ການຊີ້ນໍາຂອງຂັ້ນເທິງ, ໃນໄລຍະຜ່ານມາ, ບັນດາກົມກອງຕໍາຫຼວດທະເລເຂດ 2 ໄດ້ຮັບການຜັນຂະຫຍາຍຢ່າງຄົບຊຸດ, ມີຮູບການ, ມາດຕະການທີ່ຫຼາກຫຼາຍຮູບແບບ ເພື່ອຮ່ວມເດີນທາງກັບຊາວປະມົງໃນບໍລິເວນ. ກົມກອງໄດ້ຊາບຊຶມ, ສຶກສາອົບຮົມຄວາມຮູ້ຢ່າງເລິກເຊິ່ງກ່ຽວກັບການປະຕິບັດວຽກງານປຸກລະດົມ, ຂົນຂວາຍ, ໂຄສະນາເຜີຍແຜ່ໃຫ້ແກ່ພະນັກງານ, ນັກຮົບຢ່າງເປັນປົກກະຕິ ແລະຊ່ວຍເຫຼືອຊາວປະມົງພັດທະນາເສດຖະກິດ, ຍົກສູງຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນແມ່ນຄວາມຮັບຜິດຊອບຂອງແຕ່ລະອົງການ, ແຕ່ລະບຸກຄົນ.
ໃນແຕ່ລະປີ, ກອງບັນຊາການຕໍາຫຼວດທະເລເຂດ 2 ລ້ວນແຕ່ສ້າງແຜນການ, ສົມທົບກັບຄະນະພັກ, ອຳນາດການປົກຄອງ, ອົງການຈັດຕັ້ງມະຫາຊົນທ້ອງຖິ່ນ ແລະກົມກອງເພື່ອນເພື່ອຈັດຕັ້ງວຽກງານຂົນຂວາຍປະຊາຊົນໃນຫຼາຍບໍລິເວນ, ໃນນັ້ນສຸມໃສ່ຢູ່ບັນດາເກາະ, ທ້ອງຖິ່ນແຄມຝັ່ງທະເລທີ່ມີຊາວປະມົງຈຳນວນຫຼວງຫຼາຍ, ຜ່ານນັ້ນຂົນຂວາຍ, ໂຄສະນາເຜີຍແຜ່ກົດໝາຍ ແລະໜູນຊ່ວຍ, ຊ່ວຍເຫຼືອບັນດາຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກເພື່ອຍົກສູງຊີວິດການເປັນຢູ່. ບັນດາກໍາປັ່ນໄປລາດຕະເວນ, ຄວບຄຸມຢູ່ທະເລຕໍາຫຼວດທະເລເຂດ 2 ລ້ວນແຕ່ໄດ້ຮັບມອບໝາຍໃຫ້ສົມທົບການປະຕິບັດໜ້າທີ່ກັບການຈັດຕັ້ງໂຄສະນາ ແລະຊ່ວຍເຫຼືອຊາວປະມົງທີ່ພວມຫາປາຢູ່ທະເລ, ສ້າງຄວາມໄວ້ເນື່ອເຊື່ອໃຈ ແລະຕັດສິນໃຈອອກໄປຫາປາຢູ່ທະເລ ແລະຕິດພັນກັບທະເລ, ຫາສິນທະເລຖືກຕາມກົດໝາຍໃຫ້ພໍ່ແມ່ປະຊາຊົນຊາວປະມົງ.
ທ່ານພັນເອກພິເສດ ເລຮຸຍ ໃຫ້ຮູ້ວ່າ: “ພ້ອມກັນນັ້ນ, ວຽກງານຊອກຫາກູ້ຊີບ-ກູ້ໄພໃຫ້ແກ່ຊາວປະມົງ, ຕໍາຫຼວດທະເລເຂດ 2 ກໍ່ໄດ້ເອົາໃຈໃສ່ເປັນພິເສດ. ຍາມໃດຕໍາຫຼວດທະເລເຂດ 2 ກໍ່ມີວິທີການ, ແຜນການເພື່ອຄົ້ນຫາກູ້ຊີບ-ກູ້ໄພ ແລະຈັດຕັ້ງການຝຶກແອບໃຫ້ມີຄວາມຊຳນານ, ຕິດແທດກັບສະພາບການພຶດຕິກຳຕົວຈິງ; ຮັກສາກຳລັງ, ພາຫະນະເວນຍາມກຽມພ້ອມຕະຫຼອດ 24 ຊົ່ວໂມງ, ເມື່ອມີຄວາມຮຽກຮ້ອງຕ້ອງການ, ມີຄໍາສັ່ງແມ່ນເຄື່ອນທີ່ຄົ້ນຫາກູ້ຊີບ-ກູ້ໄພ, ໃຫ້ການຊ່ວຍເຫຼືອຊາວປະມົງໂດຍໄວ”.
ໂດຍ: ຈາງຫງວຽນ