ຮັດແໜ້ນການປະສານສົມທົບ, ປັບປຸງວິທີການຈັດຕັ້ງ

ລາຍການພົບປະແລກປ່ຽນມິດຕະພາບປ້ອງກັນຊາດຢູ່ເຂດຊາຍແດນແມ່ນການເຄື່ອນໄຫວພົວພັນຕ່າງປະເທດດ້ານປ້ອງກັນຊາດ ເພື່ອແນໃສ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ, ຊຸກຍູ້ການສົມທົບກັນຄຸ້ມຄອງ, ປົກປັກຮັກສາຊາຍແດນ; ຜ່ານນັ້ນໄດ້ປະກອບສ່ວນເຂົ້າໃນການສ້າງຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ສະຖຽນລະພາບ, ຮ່ວມມື ແລະພັດທະນາລະຫວ່າງປະເທດບ້ານໃກ້ເຮືອນຄຽງ. ບໍ່ພຽງແຕ່ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານຍຸດທະສາດ ແລະເພີ່ມທະວີກົນໄກສົມທົບກັນລະຫວ່າງກຳລັງຄຸ້ມຄອງ, ປົກປັກຮັກສາຊາຍແດນບັນດາປະເທດເທົ່ານັ້ນ, ການພົບປະແລກປ່ຽນມິດຕະພາບປ້ອງກັນຊາດຊາຍແດນ ຍັງຊຸກຍູ້ຄວາມສະໜິດຕິດພັນວົງຄະນາຍາດ, ໜູນຊ່ວຍການຮັບປະກັນຊີວິດສັງຄົມ, ສ້າງ “ບ່ອນອີງ” ໃຫ້ເຂັ້ມແຂງໃຫ້ແກ່ປະຊາຊົນຢູ່ເຂດຊາຍແດນ. ຜ່ານການເຄື່ອນໄຫວແຮກສ່ຽວ, ການພົບປະແລກປ່ຽນ, ການເບິ່ງແຍງດູແລສຸຂະພາບ, ມອບການທຳມາຫາກິນລ້ຽງຊີບ ແລະທຶນການສຶກສາ, ສ້າງລາຍການຊ່ວຍຍົກຍູງຊີວິດການເປັນຢູ່ຂອງປະຊາຊົນ, ຈາກນັ້ນປັບປຸງພື້ນຖານທາງສັງຄົມໃຫ້ແກ່ໜ້າທີ່ຄຸ້ມຄອງ, ປົກປັກຮັກສາອະທິປະໄຕຜືນແຜ່ນດິນ, ຄວາມໝັ້ນຄົງຊາຍແດນແຫ່ງຊາດ.

leftcenterrightdel
ທ່ານພົນຕີ  ຫວູຈຸງກຽນ ຜູ້ບັນຊາການທະຫານຊາຍແດນ ເປັນປະທານກອງປະຊຸມ. ພາບ: ທູມິງ

ທີ່ກອງປະຊຸມ, ບັນດາອົງການທີ່ກ່ຽວຂ້ອງໄດ້ລາຍງານກ່ຽວກັບໝາກຜົນຂອງການຜັນຂະຫຍາຍໜ້າທີ່ທີ່ກະຊວງປ້ອງກັນປະເທດ ມອບໝາຍໃຫ້ກອງບັນຊາການທະຫານຊາຍແດນ, ສຸມໃສ່ສອງກຸ່ມເນື້ອໃນໃຫຍ່, ຄື: ການກະກຽມກິດຈະກຳ, ພື້ນຖານໂຄງລ່າງຢູ່ເຂດຊາຍແດນ ແລະເປັນເສນາທິການໃຫ້ແກ່ລາຍການ, ເນື້ອໃນ, ແຜນງານຈັດຕັ້ງການເຄື່ອນໄຫວພົບປະແລກປ່ຽນ; ພ້ອມທັງເຮັດແຈ້ງກ່ຽວກັບວຽກງານທີ່ກຳລັງສືບຕໍ່ຜັນຂະຫຍາຍແນໃສ່ຮັບປະກັນຄວາມຄືບໜ້າລວມ.

ຕາມບົດລາຍງານແລ້ວ, ວຽກງານກະກຽມໃຫ້ແກ່ສອງລາຍການພົບປະແລກປ່ຽນກອງບັນຊາການທະຫານຊາຍແດນ ໄດ້ສ້າງແຜນການຢ່າງຮັດກຸມ; ຂັ້ນຕອນການຜັນຂະຫຍາຍໄດ້ດໍາເນີນຢ່າງມີແບບມີແຜນ, ຕິດແທດກັບຫົວຂໍ້. ມາຮອດປະຈຸບັນ, ສະຖານທີ່ທີ່ຄາດຄະເນວ່າຈະຈັດຕັ້ງ, ວຽກງານປະດັບປະດາ, ຮັບປະກັນຄວາມໝັ້ນຄົງ, ການສ້າງລາຍການເຄື່ອນໄຫວ, ການປະສານສົມທົບ ແລະແຜນງານທີ່ປອດໄພ... ບັນດາກົມກອງກຳລັງຕັ້ງໜ້າກວດກາຄືນ, ປັບປຸງໃຫ້ສໍາເລັດ, ກະກຽມລະອຽດໃນທຸກດ້ານ.

ລາຍການພົບປະແລກປ່ຽນມິດຕະພາບປ້ອງກັນຊາດຢູ່ເຂດຊາຍແດນ ຫວຽດນາມ-ຈີນ ຄັ້ງທີ 10 ຄາດຄະເນວ່າ ຈະຈັດຕັ້ງຢູ່ແຂວງກວາງນິງ (ຫວຽດນາມ) ແລະແຂວງກວາງຊີ (ຈີນ) ໃນທ້າຍເດືອນມີນາ 2026. ບົນພື້ນຖານບົດລາຍງານຂອງບັນດາອົງການ, ກົມກອງ ແລະໝາກຜົນຂອງການສຳຫຼວດຢູ່ໃນບໍລິເວນ, ກອງບັນຊາການທະຫານຊາຍແດນ ໄດ້ກຳນົດຈຸດສຸມແມ່ນສືບຕໍ່ປັບປຸງແຜນແມ່ບົດໃຫ້ສຳເລັດ, ແຜນງານຈັດຕັ້ງ, ຮັບປະກັນຄວາມຄົບຊຸດນັບແຕ່ເນື້ອໃນການພົວພັນຕ່າງປະເທດ, ພິທີການຈົນເຖິງວຽກງານພະລາທິການ, ເຕັກນິກ ແລະຄວາມສະຫງົບ, ປອດໄພ.

ຕາມແຜນການແລ້ວ, ລາຍການພົບປະແລກປ່ຽນມິດຕະພາບປ້ອງກັນຊາດຢູ່ເຂດຊາຍແດນ ຫວຽດນາມ-ຈີນ ຄັ້ງທີ 10 ລວມມີກິດຈະກຳທີ່ແທດຈິງ, ພົ້ນເດັ່ນຫຼາຍຢ່າງ ເຊັ່ນ: ການກວດພະຍາດ, ການແຈກຢາຍຢາ, ສົມທົບກັບການມອບງົວແມ່ພັນໃຫ້ຄອບຄົວທີ່ທຸກຍາກ; ມອບທຶນການສຶກສາໃຫ້ນັກຮຽນທີ່ທຸກຍາກຢູ່ເຂດຊາຍແດນ; ປະເມີນຜົນການແຮກສ່ຽວກຸ່ມຊຸມຊົນ, ແຮກສ່ຽວລະຫວ່າງບັນດາກົມກອງທະຫານຊາຍແດນສອງຝ່າຍ; ພ້ອມກັບການເຄື່ອນໄຫວຫຼັກ ຄື ພິທີຕ້ອນຮັບ-ສົ່ງ, ການປູກຕົ້ນໄມ້ມິດຕະພາບ, ພິທີລົງມືກໍ່ສ້າງໂຄງການມິດຕະພາບ, ການຢ້ຽມຢາມໂຮງຮຽນ, ການຢ້ຽມຢາມກົມກອງກອງທັບ, ການພົບປະເຈລະຈາ, ລົງນາມເອກະສານ; ການລາດຕະເວນສອງຝ່າຍ.

ການສົມທົບກັນຫຼາຍຝ່າຍ, ແຜ່ຂະຫຍາຍຄວາມໝາຍທີ່ແທດຈິງ

ຄຳເຫັນປະກອບທີ່ກອງປະຊຸມ ກໍ່ໄດ້ເນັ້ນໜັກເຖິງຄວາມຮຽກຮ້ອງຕ້ອງການໃຫ້ຮັບປະກັນການເຄື່ອນໄຫວພົບປະແລກປ່ຽນທັງສະແດງໃຫ້ເຫັນເຖິງຂອບເຂດທີ່ຖືກຕ້ອງຂອງການທູດປ້ອງກັນຊາດ, ທັງແຜ່ຂະຫຍາຍສານແຫ່ງຄວາມສາມັກຄີ, ມິດຕະພາບໃຫ້ແກ່ພະນັກງານ, ນັກຮົບ ແລະປະຊາຊົນຢູ່ເຂດຊາຍແດນ. ຄຽງຂ້າງນັ້ນ, ບັນດາກົມກອງ ຍັງໄດ້ສຸມໃສ່ການກວດກາຄືນຢ່າງລະອຽດກ່ຽວກັບວຽກງານຮັບປະກັນການຄົມມະນາຄົມ, ການເຄື່ອນທີ່ຂອງກຳລັງ, ສາທາລະນະສຸກ, ຂໍ້ມູນຕິດຕໍ່ພົວພັນ; ເປັນເຈົ້າການວິທີການປ້ອງກັນ, ສະກັດກັ້ນຄວາມສ່ຽງ, ຮັບປະກັນຄວາມປອດໄພຢ່າງເດັດຂາດໃຫ້ບຸກຄະລາກອນ, ພາຫະນະ ແລະອຸປະກອນໃນຕະຫຼອດຂະບວນການຈັດຕັ້ງ.

leftcenterrightdel
ຄະນະຜູ້ແທນກະຊວງປ້ອງກັນປະເທດສອງປະເທດ ຖ່າຍຮູບເປັນທີ່ລະນຶກທີ່ລາຍການພົບປະແລກປ່ຽນມິດຕະພາບປ້ອງກັນຊາດຢູ່ເຂດຊາຍແດນ ຫວຽດນາມ-ຈີນ ຄັ້ງທີ 9 ຢູ່ແຂວງລ້າງເຊີນ ແລະເຂດປົກຄອງຕົນເອງຊົນເຜົ່າຈວາງກວາງຊີ (ຈີນ) ໃນເດືອນເມສາ ປີ 2025. ພາບ: ສໍານັກຂ່າວສານຫວຽດນາມ.

ກ່ຽວກັບລາຍການພົບປະແລກປ່ຽນມິດຕະພາບປ້ອງກັນຊາດຢູ່ເຂດຊາຍແດນ ຫວຽດນາມ-ຈີນ-ລາວ ຄັ້ງທີ 1, ຄາດວ່າ ຈະຈັດຂຶ້ນຢູ່ແຂວງດຽນບຽນ (ຫວຽດນາມ), ແຂວງຢຸນນານ (ຈີນ) ແລະແຂວງຜົ້ງສາລີ (ລາວ) ໃນໄຕມາດທີ II ປີ 2026. ບັນດາເນື້ອໃນກະກຽມກໍາລັງໄດ້ຮັບການຜັນຂະຫຍາຍຕາມທິດສົມທົບກັນຫຼາຍຝ່າຍ, ຄົບຊຸດລະຫວ່າງບັນດາກຳລັງ ແລະທ້ອງຖິ່ນທີ່ກ່ຽວຂ້ອງ. ລາຍການພົບປະແລກປ່ຽນມິດຕະພາບປ້ອງກັນຊາດຢູ່ເຂດຊາຍແດນ ຫວຽດນາມ-ຈີນ-ລາວ ຄັ້ງທຳອິດ ຈະມີການເຄື່ອນໄຫວທີ່ມີຄວາມໝາຍ, ແທດຈິງຫຼາຍຢ່າງ. ພ້ອມກັນນັ້ນແມ່ນການເຄື່ອນໄຫວຫຼັກ, ຄື: ພິທີຕ້ອນຮັບ-ສົ່ງ, ພິທີເຄົາລົບຫຼັກໝາຍຊາຍແດນ, ການປູກຕົ້ນໄມ້ມິດຕະພາບ, ການຢ້ຽມຢາມກົມກອງ, ການຝຶກຊ້ອມຮ່ວມກັນ, ການພົບປະເຈລະຈາລະຫວ່າງລັດຖະມົນຕີກະຊວງປ້ອງກັນປະເທດຂອງສາມປະເທດ ແລະການລົງນາມໃນເອກະສານການຮ່ວມມື.

ສະຫຼຸບກອງປະຊຸມ, ທ່ານພົນຕີ ຫວູຈຸງກຽນ ໄດ້ຍ້ອງຍໍຊົມເຊີຍບັນດາອົງການ, ກົມກອງທີ່ໄດ້ຕັ້ງໜ້າ, ເປັນເຈົ້າການໃນວຽກງານກະກຽມ. ທ່ານພົນຕີ ຫວູຈຸງກຽນ ໄດ້ຮຽກຮ້ອງໃຫ້ກົມເສນາທິການ, ບັນດາກົມ ແລະທະຫານຊາຍແດນແຂວງກວາງນິງ ແລະແຂວງດຽນບຽນ ຜັນຂະຫຍາຍໜ້າທີ່ຢ່າງຮີບດ່ວນ, ເດັດຂາດ, ຕິດແທດກັບການຊີ້ນໍາຂອງກະຊວງປ້ອງກັນປະເທດ, ສົມທົບກັນຢ່າງແໜ້ນແຟ້ນກັບກົມພົວພັນຕ່າງປະເທດ ແລະບັນດາອົງການ, ທ້ອງຖິ່ນທີ່ກ່ຽວຂ້ອງເພື່ອຮັບປະກັນຄຸນນະພາບ, ຄວາມຄືບໜ້າຂອງລາຍການ. ພ້ອມທັງ, ບັນດາກົມກອງສືບຕໍ່ປັບປຸງແຜນແມ່ບົດ, ສ້າງແຜນການມອບໝາຍໜ້າທີ່ຢ່າງລະອຽດ, ສືບຕໍ່ສຳຫຼວດສະຖານທີ່ທີ່ຄາດວ່າຈະຈັດຕັ້ງ, ເຄື່ອນໄຫວລາຍການ; ກະກຽມເງື່ອນໄຂເພື່ອຮັບປະກັນສາທາລະນະສຸກ, ພະລາທິການ; ປະກອບສ່ວນເຂົ້າໃນການຈັດຕັ້ງສອງລາຍການພົບປະແລກປ່ຽນໃຫ້ປະສົບຜົນສຳເລັດ, ຜ່ານນັ້ນຮັດແໜ້ນການພົວພັນມິດຕະພາບ, ການຮ່ວມມື, ສ້າງຊາຍແດນແຫ່ງສັນຕິພາບ, ສະຖຽນລະພາບ ແລະພັດທະນາ.

ໂດຍ: ຈາງຫງວຽນ