ທີ່ການພົບປະ, ທ່ານພັນເອກ Priet Van Tha ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງສົມກຽດ, ເຕັມໄປດ້ວຍນໍ້າໃຈມິດຕະພາບ ເຊິ່ງ ພະນັກງານ, ນັກຮົບທະຫານຊາຍແດນແຂວງດັກລັກ ທີ່ສະຫງວນໃຫ້ແກ່ຄະນະ; ເນັ້ນໜັກວ່າ ການເຄື່ອນໄຫວຢ້ຽມຢາມຖາມຂ່າວ, ອວຍພອນເນື່ອງໃນໂອກາດບຸນເຕັດ ແລະເຫດການສໍາຄັນຂອງສອງຊາດ ໂດຍສອງຝ່າຍ ໄດ້ຮັກສາຢ່າງເປັນປະຈໍາໃນຊຸມປີຜ່ານມາ, ກາຍເປັນຈຸດຄວາມງາມທີ່ເປັນມູນເຊື້ອ, ປະກອບສ່ວນປັບປຸງ ແລະເພີ່່ມທະວີການພົວພັນສາມັກຄີ, ມິດຕະພາບລະຫວ່າງກໍາລັງປະກອບອາວຸດ ແລະອໍານາດການປົກຄອງທ້ອງຖິ່ນສອງຝ່າຍ.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: qdnd.vn

ທີ່ການຕ້ອນຮັບ, ທ່ານພັນເອກພິເສດ ຫງວຽນວັນລິງ ຫົວໜ້າການທະຫານກອງບັນຊາການທະຫານຊາຍແດນແຂວງດັກລັກ ສະແດງຄວາມຂອບໃຈຕໍ່ອາລົມຈິດອັນດີງາມຂອງກອງບັນຊາການທະຫານແຂວງ Mondulkiri ທີ່ມີຕໍ່ກົມກອງ; ພ້ອມທັງແຈ້ງໃຫ້ຊາບ ກ່ຽວກັບຜົນງານອັນພົ້ນເດັ່ນຂອງຫວຽດນາມ ໃນປີ 2025 ພາຍໃຕ້ການນໍາພາຂອງພັກ, ການຄຸ້ມຄອງ, ບໍລິຫານຂອງລັດ, ເສດຖະກິດ-ສັງຄົມ ສືບຕໍ່ພັດທະນາສະຖຽນລະພາບ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ໄດ້ຮັບການຮັກສາ, ຊີວິດການເປັນຢູ່ຂອງປະຊາຊົນ ນັບມື້ນັບໄດ້ຮັບການຍົກສູງຂຶ້ນ.

leftcenterrightdel
ຄະນະຜູ້ແທນກອງບັນຊາການທະຫານແຂວງ Mondulkir ມອບຂອງຂວັນ, ອວຍພອນບຸນເຕັດກອງບັນຊາການທະຫານຊາຍແດນແຂວງດັກລັກ. ພາບ: qdnd.vn

ບົນຈິດໃຈ “ສາມັກຄີ, ມິດຕະພາບ, ການຮ່ວມມື, ເຄົາລົບເອກະລາດ, ອະທິປະໄຕ ແລະຜືນແຜ່ນດິນອັນຄົບຖ້ວນຂອງກັນ”, ທ່ານພັນເອກພິເສດ ຫງວຽນວັນລິງ ຫວັງວ່າ ສອງຝ່າຍຈະສືບຕໍ່ເພີ່ມທະວີການແລກປ່ຽນຄະນະ, ແບ່ງປັນຂໍ້ມູນຂ່າວສານ, ສົມທົບກັນຢ່າງແໜ້ນແຟ້ນໃນການຄຸ້ມຄອງ, ປົກປັກຮັກສາຊາຍແດນ;... ຈັດຕັ້ງການເຄື່ອນໄຫວແຮກສ່ຽວປ້ອມ-ຄ້າຍທະຫານຊາຍແດນ, ປະກອບສ່ວນກໍ່ສ້າງເສັ້ນຊາຍແດນ ຫວຽດນາມ-ກໍາປູເຈຍ ສັນຕິພາບ, ມິດຕະພາບ, ຮ່ວມມື ແລະພັດທະນາ.

ໂດຍ: ໄຊນີດາ