ສຳລັບພວກນ້ອງ, ຂອງຂວັນປີໃໝ່ບໍ່ພຽງແຕ່ແມ່ນປຶ້ມໃໝ່ ແລະເຄື່ອງແບບທີ່ສະອາດງາມຕາເທົ່ານັ້ນ, ຫາກຍັງແມ່ນອາລົມຈິດອັນອົບອຸ່ນ ແລະຄວາມໄວ້ເນື້ອເຊື່ອໃຈຕໍ່ກັບອະນາຄົດອັນສົດໃສຈາກໂຄງການ “ຊ່ວຍນ້ອງໄປໂຮງຮຽນ” ຂອງທະຫານຊາຍແດນຫວຽດນາມ.

ນ້ຳໃຈຂອງທະຫານຊາຍແດນຫວຽດນາມ

ໃນຊຸມມື້ໃກ້ຈະຮອດບຸນເຕັດ, ເມື່ອແສງແດດທາງທິດໃຕ້ຫຼຸດຄວາມແຮງລົງ, ແຕ່ລະໜ່ວຍປະຕິບັດງານຂອງຄ້າຍທະຫານຊາຍແດນ: ເຍີນໂຮ້ຍ, ກາກເກີ໋ຍ, ຟູໝີ ພັດພາກັນຂ້າມທາງດິນແດງໄປຢາມເດັກນ້ອຍຊາວກຳປູເຈຍ.

ຢູ່ໃນບໍລິເວນຊາຍແດນຂອງແຂວງ Takeo, Kandal ແລະ Kampot  (ປະເທດກໍາປູເຈຍ), ເງື່ອນໄຂດ້ານເສດຖະກິດຂອງຫຼາຍຄອບຄົວຍັງປະສົບກັບຄວາມຫຍຸ້ງຍາກຫຼາຍ, ເສັ້ນທາງໄປໂຮງຮຽນບາງບ່ອນເປັນຂີ້ຕົມ, ບາງບ່ອນໃນຍາມນ້ຳຫຼາຍຕ້ອງໄດ້ພາຍເຮືອໄປໂຮງຮຽນ, ກ່ອນໜ້ານີ້ມີເດັກນ້ອຍຫຼາຍຄົນໄດ້ປະເຊີນໜ້າກັບການປະລະການຮຽນ. ແບ່ງປັນຄວາມຫຍຸ້ງຍາກດັ່ງກ່າວ, ທະຫານຊາຍແດນແຂວງອານຢາງ ໄດ້ໜູນຊ່ວຍນັກຮຽນກຳປູເຈຍ 32 ຄົນ, ແຕ່ລະຄົນ ໄດ້ຮັບການໜູນຊ່ວຍດ້ວຍມູນຄ່າ 500.000 ດົ່ງຕໍ່ເດືອນ ພ້ອມກັບອຸປະກອນການຮຽນ.

leftcenterrightdel
ທະຫານຊາຍແດນແຂວງອານຢາງ ມອບຂອງຂວັນໜູນຊ່ວຍພວກນ້ອງນັກຮຽນກໍາປູເຈຍ ໃນໂຄງການ “ຊ່ວຍນ້ອງໄປໂຮງຮຽນ”. ພາບ: ຕວ໊ນກຽດ

ຮ້ອຍໂທ ຮີ່ງກົງຮຸຍ, ຫົວໜ້າໜ່ວຍຂົນຂວາຍມະຫາຊົນ, ຄ້າຍທະຫານຊາຍແດນເຍີນໂຮ້ຍ ແບ່ງປັນວ່າ: “ຊາຍແດນບໍ່ພຽງແຕ່ແມ່ນດ່ານໜ້າ ເພື່ອປົກປັກຮັກສາອະທິປະໄຕເທົ່ານັ້ນ, ຫາກຍັງເປັນບ່ອນຮັກສາ, ເພີ່ມພູນຄູນສ້າງນໍ້າໃຈມິດຕະພາບລະຫວ່າງສອງຊາດ. ນ້ອງນັກຮຽນ ແຕ່ລະຄົນ ໄດ້ຮັບການໜູນຊ່ວຍໄປໂຮງຮຽນໃນມື້ນີ້ ຖືວ່າແມ່ນ “ເມັດພືດ” ແຫ່ງຄວາມເຊື່ອໝັ້ນ, ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນສາມັກຄີແບບພິເສດ, ຄວາມສະໜິດຕິດພັນລະຫວ່າງປະຊາຊົນສອງປະເທດ.

ຈາກການແບ່ງປັນຢ່າງຈິງໃຈນັ້ນ, ທະຫານຊາຍແດນແຂວງອານຢາງ ໄດ້ກາຍເປັນບ່ອນອີງທາງດ້ານຈິດໃຈຂອງຫຼາຍຄອບຄົວຊາວກໍາປູເຈຍ ທີ່ຢູ່ເຂດຊາຍແດນ, ດ້ວຍເຫດນີ້ຈຶ່ງເປັນຄວາມຮັກແພງທີ່ລຽບງ່າຍແຕ່ເລິກເຊິ່ງ, ເຂົາເຈົ້າເອີ້ນພວກອາວທະຫານດ້ວຍຊື່ທີ່ຮັກແພງທີ່ສຸດ: “ທະຫານຫວຽດນາມ ຂອງພວກຂ້ພະເຈົ້າ”.

ພວກນ້ອງນັກຮຽນຜ່ານຜ່າຄວາມຫຍຸ້ງຍາກ

ໃນຈຳນວນນັກຮຽນກຳປູເຈຍ 32 ຄົນ ທີ່ທະຫານຊາຍແດນແຂວງອານຢາງ ໄດ້ໜູນຊ່ວຍ, ນ້ອງ ຣິດໄຊນິດ (ນັກຮຽນຫ້ອງ  ມໍ 1A ຢູ່ໂຮງຮຽນປະຖົມສຶກສາ ຊະເຮີຍເວຍ) ແລະ ນ້ອງ ກຸກລິນາ (ນັກຮຽນຫ້ອງ  ມໍ 2B  ຢູ່ໂຮງຮຽນມັດທະຍົມຕອນຕົ້ນພະນົມດາ) ໂດຍຄ້າຍທະຫານຊາຍແດນເຍີນໂຮ້ຍ ໄດ້ໜູນຊ່ວຍໂດຍກົງສອງນ້ອງຈຶ່ງຮຽນເກັ່ງ, ດີເດັ່ນ, ມີມານະຈິດຜ່ານຜ່າຄວາມຫຍຸ້ງຍາກ.

ເກີດມາໃນຄອບຄົວທຸກຍາກຢູ່ບັນດາບ້ານຊາຍແດນທີ່ຫ່າງໄກສອກຫຼີກ, ເສັ້ນທາງໄປໂຮງຮຽນຂອງນ້ອງ ຣິດໄຊນິດ ແລະ ກຸກລິນາ ແມ່ນບໍ່ສະດວກ. ໃນໄວເດັກຂອງພວກນ້ອງຜູກພັນກັບວັນທີ່ພໍ່ແມ່ຂອງນ້ອງເຮັດວຽກໜັກ ຕັ້ງແຕ່ເຊົ້າຈົນຮອດຄ່ຳເພື່ອຫາເງິນລ້ຽງຊີບ, ຊີວິດຂອງເຂົາເຈົ້າແມ່ນອາໄສການເຮັດໄຮ່, ການເກັບກ່ຽວພືດ ດ້ວຍຄ່າຈ້າງໜ້ອຍດຽວ, ສະນັ້ນຈຶ່ງປະຢັດທຸກຄາບເຂົ້າ, ປຶ້ມສໍຢ່າງສຸດຄວາມສາມາດ.

ນ້ອງ ຣິດໄຊນິດ ແລະ ນ້ອງ ກຸກລິນາ ຕ້ອງຜ່ານໄລຍະທາງປະມານ 25 ກິໂລແມັດ ຈຶ່ງໄປຮອດໂຮງຮຽນກິນນອນ. ເຖິງວ່າພວກນ້ອງເຂົ້າຮຽນຢູ່ໂຮງຮຽນກິນນອນກໍ່ຕາມ, ແຕ່ຄ່າໃຊ້ຈ່າຍໃນການດຳລົງຊີວິດ, ຄ່າຄາບເຂົ້າ,  ປຶ້ມສໍ ຄອບຄົວຂອງພວກນ້ອງຍັງໄດ້ແບກຫາບຢ່າງໜັກໜ່ວງ. ພວກນ້ອງແບ່ງປັນວ່າ "ຄວາມຫຍຸ້ງຍາກ ທີ່ສຸດສໍາລັບພວກນ້ອງແມ່ນການຂາດອຸປະກອນການຮຽນ ແລະບໍ່ມີເງິນພຽງພໍເພື່ອຈ່າຍຄ່າອາຫານ ຢູ່ໂຮງຮຽນ". ຄອບຄົວຂອງນ້ອງ ຣິດໄຊນິດ ມີອ້າຍເອື້ອຍນ້ອງ 4 ຄົນ, ມີແຕ່ ໄຊນິດ ແລະນ້ອງຄົນທີ 4  ໄດ້ໄປໂຮງຮຽນ. ໃນຄອບຄົວຂອງນ້ອງ ກຸກລິນາ, ໜຶ່ງສ່ວນສາມຂອງອ້າຍເອື້ອຍນ້ອງຕ້ອງປະລະການຮຽນ.

ຍ້້ອນເຫດນັ້ນ, ເມື່ອໄດ້ຮັບການໜູນຊ່ວຍຈາກຄ້າຍທະຫານຊາຍແດນ ເຍີນໂຮ້ຍ ໃນໂຄງການ “ຊ່ວຍນ້ອງໄປໂຮງຮຽນ”, ພວກນ້ອງ ແລະ ຄອບຄົວຮູ້ສຶກດີໃຈຫຼາຍ. ຈໍານວນເງິນໜູນຊ່ວຍທີ່ໄດ້ຮັບໃນແຕ່ລະເດືອນແມ່ນເພື່ອຊື້ປຶ້ມ, ຊື້ອຸປະກອນການຮຽນ, ແລະຈ່າຍຄ່າອາຫານຢູ່ໂຮງຮຽນກິນນອນ. ນັກຮຽນສອງຄົນ ແບ່ງປັນວ່າ: “ພວກນ້ອງດີໃຈຫຼາຍ! ຂໍຂອບໃຈພວກອາວທະຫານຫວຽດນາມ ທີ່ໄດ້ເອົາໃຈໃສ່ ແລະຊ່ວຍເຫຼືອພວກນ້ອງ”.

ຢູ່ໂຮງຮຽນ, ນ້ອງ ຣິດໄຊນິດ ແລະ ນ້ອງ ກຸກລິນາ ທັງສອງຄົນມີຜົນງານການຮຽນດີ, ຝຶກຝົນຫຼໍ່ຫຼອມດີ ແລະພວກນ້ອງ ໄດ້ຫຼໍ່ລ້ຽງຄວາມຝັນ, ຫວັງວ່າເມື່ອເຕີບໃຫຍ່ຂຶ້ນມາ ຈະສາມາດຊ່ວຍເຫຼືອວົງຄະນາຍາດຊຸມຊົນ, ຊ່ວຍເຫຼືອບ້ານທີ່ພວກນ້ອງເກີດມາ.

ໂດຍ: ທູຈາງ