ໂດຍຕັ້ງຢູ່ປະຕູທາງທິດຕາເວັນຕົກສ່ຽງໃຕ້ຂອງແຂວງຮ່າຕິ້ງ, ພ້ອມກັບແຂວງເງະອານ, ຕາແສງເຊີນຮົ່ງ ຍັງມີເສັ້ນຊາຍແດນຕິດກັບປະເທດເພື່ອນລາວ ສະນັ້ນສະພາບການຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນຍາມໃດກໍ່ຊ້ອນແຝງຄວາມສ່ຽງຫຼາຍຢ່າງ. ໃນນັ້ນພົ້ນເດັ່ນແມ່ນສະພາບການຂົນສົ່ງຢາເສບຕິດຜ່ານຊາຍແດນຈາກລາວ ເຂົ້າຫວຽດນາມ ຍັງມີການຜັນແປຢ່າງສັບສົນ; ສະພາບການປະຊາຊົນຂຸດຄົ້ນປ່າໄມ້, ສິນໃນນໍ້າ,  ລ້ຽງສັດ, ລະເມີດກົດລະບຽບຢູ່ເຂດຊາຍແດນຍັງເກີດຂຶ້ນ.

ໂດຍໄດ້ກຳນົດເອົາການຮັບປະກັນຄວາມສະຫງົບຢູ່ເຂດຊາຍແດນເວົ້າສະເພາະ ແລະຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍເວົ້າລວມແມ່ນໜ້າທີ່ລຸໂລ່ງ, ພິເສດແມ່ນເວລາກ່ອນຈັດກອງປະຊຸມ, ກຳລັງຈັດ ແລະພາຍຫຼັງການຈັດກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ, ຕຳຫຼວດຕາແສງເຊີນຮົ່ງ ໄດ້ສ້າງແຜນການຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ຕິດແທດກັບຮາກຖານ, ບໍລິເວນ ເພື່ອກໍ່ສ້າງທ່າຮົບທົ່ວປວງຊົນປ້ອງກັນຄວາມສະຫງົບຢ່າງໝັ້ນແກ່ນ. ທ່ານພັນໂທ ເຈິ່ນວັນກວ໊າດ, ຫົວໜ້າຫ້ອງການຕໍາຫຼວດຕາແສງເຊີນຮົ່ງ ໃຫ້ຮູ້ວ່າ ການຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນທີ່ຕິດຈອດ ແລະເຂດຊາຍແດນໄວ້ຢ່າງໝັ້ນຄົງ, ຕຳຫຼວດຕາແສງເຊີນຮົ່ງໄດ້ລະດົມແລະຍົກສູງກຳລັງແຮງສັງລວມຂອງທັງລະບົບການເມືອງ, ຂົນຂວາຍປະຊາຊົນເຂົ້າຮ່ວມວຽກງານຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃຫ້ແທດເໝາະກັບພຶດຕິກຳຕົວຈິງບໍລິເວນ, ແກ້ໄຂຫຼາຍບັນຫາທີ່ເກີດຂື້ນ, ສະກັດກັ້ນບໍ່ໃຫ້ເກີດບັນຫາກະທັນຫັນ, ບັງເອີນ, ສ້າງ “ຈຸດເຄັ່ງຮ້ອນ” ກ່ຽວກັບຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຢູ່ຮາກຖານ.

leftcenterrightdel
ຕຳຫຼວດຕາແສງເຊີນຮົ່ງ (ຮ່າຕິ້ງ) ສົມທົບກັບຄ້າຍທະຫານຊາຍແດນລາດຕະເວນ ເພື່ອຮັບປະກັນຄວາມສະຫງົບຢູ່ເຂດຊາຍແດນ. ພາບ: cand.com.vn

ໃນເວລາດໍາເນີນກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ, ຕຳຫຼວດຕາແສງເຊີນຮົ່ງ ຍັງໄດ້ລະດົມພະນັກງານ, ນັກຮົບ ແລະກໍາລັງຕໍາຫຼວດຮາກຖານນັບຮ້ອຍຄົນລາດຕະເວນເພື່ອຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນບໍລິເວນຕິດພັນກັບການຢ້ຽມຢາມ ແລະພົບປະກັບພະນັກງານ, ປະຊາຊົນຢູ່ບໍລິເວນຮາກຖານ. ຜ່ານນັ້ນຫຼຸດຜ່ອນສະພາບອາດຊະຍາກຳ, ລະເມີດກົດໝາຍ, ສ້າງສະພາບແວດລ້ອມແຫ່ງຄວາມສະຫງົບສຸກ, ຄວາມຜາສຸກໃຫ້ປະຊາຊົນ. ຕຳຫຼວດຕາແສງໄດ້ເສີມຂະຫຍາຍມູນເຊື້ອ, ກໍາລັງແຮງບົ່ມຊ້ອນທີ່ມີຢູ່ແລ້ວຂອງທ້ອງຖິ່ນໄດ້ເປັນຢ່າງດີ, ກໍ່ສ້າງທ່າຮົບທົ່ວປວງຊົນປ້ອງກັນຄວາມສະຫງົບຢ່າງໝັ້ນແກ່ນ; ຮັກສາ, ປະຕິບັດ, ກໍ່ສ້າງຫຼາຍຮູບແບບຢ່າງມີປະສິດທິຜົນໃນຂະບວນການທົ່ວປວງຊົນຮັກສາຄວາມສະຫງົບແຫ່ງຊາດ.

ໃນຂະນະນັ້ນ, ຢູ່ເຂດຊາຍແດນ, ຍັງຊ້ອນແຝງຄວາມສ່ຽງກ່ຽວກັບຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນຫຼາຍກວ່າຢູ່ຕາແສງເຊີນກີມ 2. ຕາມທ່ານຮ້ອຍເອກພິເສດ ຫງວຽນຄັ໊ກນຸ໊ຍ, ຫົວໜ້າຫ້ອງການຕຳຫຼວດຕາແສງແລ້ວ, ຍ້ອນໄດ້ເຮັດວຽກງານກຳແໜ້ນ, ເກັບກຳຂໍ້ມູນຂ່າວສານ, ຕີລາຄາ, ໄຈ້ແຍກ ແລະຄາດຄະເນສະພາບການຢ່າງຖືກຕ້ອງ, ສະນັ້ນຄວາມໝັ້ນຄົງດ້ານການເມືອງໃນບໍລິເວນຍາມໃດກໍ່ໄດ້ຮັບການຮັກສາໂດຍພື້ນຖານ. ພິເສດ, ດ້ວຍຄວາມຕັດສິນໃຈຮັກສາຄວາມສະຫງົບສຸກຢູ່ເຂດຊາຍແດນເນື່ອງໃນໂອກາດດໍາເນີນກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ, ຕຳຫຼວດຕາແສງເຊີນກີມ 2 ໄດ້ສ້າງແຜນການ, ຜັນຂະຫຍາຍບັນດາແຜນງານລາດຕະເວນເພື່ອແນໃສ່ຄົ້ນພົບ, ແກ້ໄຂກໍລະນີທີ່ເກີດຂຶ້ນກະທັນຫັນ, ບັງເອີນໃຫ້ທັນການ. ຕຳຫຼວດຕາແສງ ໄດ້ສົມທົບຢ່າງແໜ້ນແຟ້ນກັບຄ້າຍທະຫານຊາຍແດນ ດ່ານສາກົນເກົ່າແຈວ ໃນການຄວບຄຸມຄົນເຂົ້າ-ອອກເມືອງຢ່າງເຂັ້ມງວດ; ຜ່ານນັ້ນກວດພົບ ແລະແກ້ໄຂບັນຫາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍທີ່ເກີດຂຶ້ນສັບສົນໃຫ້ທັນເວລາ.

ແຂວງຮ່າຕິ້ງ ມີເສັ້ນຊາຍແດນຕິດຈອດກັບແຂວງບໍລິຄໍາໄຊ ແລະແຂວງຄໍາມ່ວນຂອງລາວ, ມີຄວາມຍາວເກືອບ 165 ກິໂລແມັດ, ໄປຜ່ານ 8 ຕາແສງຊາຍແດນທາງທິດຕາເວັນຕົກ ລວມມີ: ເຊີນຮົ່ງ, ເຊີນກີມ 1, ເຊີນກີມ 2, ຫວູກວາງ, ເຮືອງບິ່ງ, ເຮືອງເຄ, ເຮືອງຊວນ ແລະຟຸກແຈັ້ກ. ໃນຊຸມປີຜ່ານມາ, ເຂດຊາຍແດນແຂວງຮ່າຕິ້ງ ກັບປະເທດເພື່ອນລາວ ຍາມໃດກໍ່ຊ້ອນແຝງຄວາມສ່ຽງດ້ານຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ເມື່ອມີທາງຫຼວງແຫ່ງຊາດ 8A ໄປຜ່ານດ່ານສາກົນເກົ່າແຈວ-ນໍ້າພາວ ແລະເສັ້ນທາງ 12C ເຊື່ອມຕໍ່ເຂດເສດຖະກິດຫວູງແອ໊ງ ໄປຜ່ານດ່ານຊາຍແດນ ຈາລໍ (ແຂວງກວ໋າງບິ່ງ) ໄປລາວ, ມີອາດຊະຍາກຳຂ້າມຊາດທີ່ກ່ຽວຂ້ອງເຖິງຢາເສບຕິດ, ຄ້າຂາຍເຖື່ອນ ແລະສໍ້ໂກງການຄ້າ...

ທ່ານຮ້ອຍເອກພິເສດ ຫງວຽນຕ໊ຽນຢຸງ, ຫົວໜ້າຫ້ອງການຕຳຫຼວດຕາແສງຟຸກແຈັ້ກ, ແຂວງຮ່າຕິ້ງ ແບ່ງປັນວ່າ, ການກຳນົດເອົາການຮັບປະກັນຄວາມໝັ້ນຄົງຊາຍແດນ; ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນບໍລິເວນເຂດຊາຍແດນ, ແມ່ນໜ້າທີ່ເປັນປະຈຳ, ສະນັ້ນຕຳຫຼວດຕາແສງຟຸກແຈັ້ກ ເວົ້າສະເພາະ ແລະກຳລັງຕຳຫຼວດບັນດາຕາແສງຊາຍແດນ ເວົ້າລວມຍາມໃດກໍ່ຕິດຕາມບໍລິເວນດັ່ງກ່າວຢ່າງໃກ້ຊິດ, ສ້າງກົດລະບຽບສົມທົບ,  ລາດຕະເວນເພື່ອຮັກສາຄວາມສະຫງົບສຸກຢູ່ເຂດຊາຍແດນ.

ເພື່ອປະກອບສ່ວນປົກປັກຮັກສາຄວາມປອດໄພຢ່າງເດັດຂາດຂອງກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ, ກໍາລັງຕຳຫຼວດບັນດາຕາແສງຊາຍແດນໃນບໍລິເວນແຂວງຮ່າຕິ້ງ ກໍ່ໄດ້ຮັກສາລະບອບເວນຍາມກຽມພ້ອມສູ້ຮົບຢ່າງເຂັ້ມງວດ. ພ້ອມທັງສົມທົບກັນລາດຕະເວນ, ຄວບຄຸມເຂດຊາຍແດນຢ່າງແໜ້ນແຟ້ນ, ຕັດສິນໃຈຮັກສາຄວາມສະຫງົບຢູ່ເຂດຊາຍແດນ. ດ້ວຍການຜັນຂະຫຍາຍບັນດາມາດຕະການດ້ານວິຊາການຢ່າງຄົບຊຸດ ແລະສົມທົບຢ່າງແໜ້ນແຟ້ນກັບກົມກອງກຳລັງປະກອບອາວຸດ ກໍ່ຄືປະຊາຊົນຢູ່ເຂດຊາຍແດນ, ສະພາບຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຢູ່ເສັ້ນຊາຍແດນຮ່າຕິ້ງ ຍາມໃດກໍ່ໄດ້ຮັກສາ, ເປັນຕົ້ນແມ່ນໃນເວລາດໍາເນີນເຫດການສຳຄັນຂອງປະເທດ. ຄວາມຕັດສິນໃຈ ແລະເຈດຈໍານົງຂອງກຳລັງຕຳຫຼວດໃນການຮັກສາຄວາມສະຫງົບສຸກຢູ່ເຂດຊາຍແດນ ໄດ້ປະກອບສ່ວນສຳຄັນເຂົ້າໃນການຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ.

ໂດຍ: ເຈິ່ນຮວ່ຽນ