ລາຍການ “ລະດູບານໃໝ່ຢູ່ເຂດຊາຍແດນ - ຄວາມອົບອຸ່ນຢູ່ໃນໃຈຂອງຊາວບ້ານ” ຢູ່ແຂວງເລິມດົ່ງ
ກປ.ອອນໄລ - ວັນທີ 22 ມັງກອນ, ຢູ່ຕາແສງ ຖ້ວນແຮ້ງ, ແຂວງ ເລິມດົ່ງ, ບັນດາກົມກອງຂຶ້ນກັບກອງບັນຊາການທະຫານຊາຍແດນແຂວງເລິມດົ່ງ ສົມທົບກັບອໍານາດການປົກຄອງທ້ອງຖິ່ນຈັດຕັ້ງລາຍການ “ລະດູບານໃໝ່ຢູ່ເຂດຊາຍແດນ - ຄວາມອົບອຸ່ນຢູ່ໃນໃຈຂອງຊາວບ້ານ” ປີ 2026.
    |
 |
|
ຄະນະຈັດຕັ້ງ ມອບຂອງຂວັນໃຫ້ແກ່ບັນດາຄອບຄົວປະສົບຄວາມທຸກຍາກ ແລະຄອບຄົວນະໂຍບາຍ ຢູ່ຕາແສງຖ້ວນແຮ້ງ, ແຂວງເລິມດົ່ງ. ພາບ: qdnd.vn |
ທີ່ລາຍການ, ພະນັກງານ, ນັກຮົບ, ປະຊາຊົນທ້ອງຖິ່ນເປັນຈໍານວນຫຼວງຫຼາຍໄດ້ຮັບຊົມລາຍການສະແດງສິລະປະທີ່ເຕັມໄປດ້ວຍສີສັນວັດທະນະທໍາຂອງບັນດາເຜົ່າເຂດໄຕຫງວຽນ, ຍ້ອງຍໍຊົມເຊີຍຄວາມຮັກຕໍ່ບ້ານເກີດເມືອງນອນ, ປະເທດ, ພັກ, ລຸງໂຮ່, ສ່ອງແສງເຖິງການປ່ຽນແປງໃໝ່ທີ່ມີຊີວິດຊີວາຂອງຊີວິດການເປັນຢູ່ເຂດຊາຍແດນ, ສ້າງບັນຍາກາດອັນຟົດຟື້ນ, ອົບອຸ່ນ, ເຕັມໄປດ້ວຍຄວາມກະຕືລືລົ້ນຕ້ອນຮັບລະດູບານໃໝ່.
    |
 |
|
ກວດພະຍາດ ແລະແຈກຢາໂດຍບໍ່ເສຍຄ່າໃຫ້ແກ່ປະຊາຊົນ. ພາບ: qdnd.vn |
ເນື່ອງໃນໂອກາດນີ້, ຄະນະຈັດຕັ້ງ ໄດ້ມອບຂອງຂວັນ 300 ພູດ (ພູດມີລະມູນຄ່າ 500.000 ດົ່ງ) ໃຫ້ແກ່ບັນດາຄອບຄົວທຸກຍາກ ແລະຄອບຄົວນະໂຍບາຍ ແລະມອບທຶນການສຶກສາໃຫ້ແກ່ນັກຮຽນທີ່ປະສົບກັບຄວາມຫຍຸ້ງຍາກໃນບໍລິເວນ (3.000.000 ດົ່ງ/ທຶນ). ໃນຂອບເຂດລາຍການດັ່ງກ່າວຍັງໄດ້ດໍາເນີນການເຄື່ອນໄຫວ, ຄື: ກວດພະຍາດ, ແຈກຢາຍຢຸກຢາໂດຍບໍ່ເສຍຄ່າໃຫ້ແກ່ປະຊາຊົນ; ພົບປະແລກປ່ຽນສະແດງສິລະປະ, ລະຫຼິ້ນພື້ນເມືອງ. ໃນໂອກາດບຸນປີໃໝ່ປະຈໍາຊາດປີມະເມຍ 2026, ລາຍການຈະໄດ້ຮັບການຈັດຂຶ້ນຢູ່ຕາແສງຕິດຈອດກັບຊາຍແດນຫຼາຍແຫ່ງໃນບໍລິເວນແຂວງເລິມດົ່ງ.
    |
 |
|
ການລະຫຼິ້ນພື້ນເມືອງທີ່ລາຍການດຶງດູດພະນັກງານ, ນັກຮົບ, ປະຊາຊົນເຂົ້າຮ່ວມເປັນຈໍານວນຫຼວງຫຼາຍ. ພາບ: qdnd.vn |
ຕາມແຜນການແລ້ວ, ລາຍການ “ລະດູບານໃໝ່ຢູ່ເຂດຊາຍແດນ - ຄວາມອົບອຸ່ນຢູ່ໃນໃຈຂອງຊາວບ້ານ” ປີ 2026 ຈະເລີ່ມດຳເນີນຢູ່ຕາແສງຖ້ວນແຮ້ງ, ແລ້ວສືບຕໍ່ຜັນຂະຫຍາຍປະຕິບັດຢູ່ບັນດາຕາແສງເຂດຊາຍແດນອື່ນອີກຂອງແຂວງເລິມດົ່ງ. ຜ່ານນັ້ນສືບຕໍ່ຢັ້ງຢືນຄວາມເອົາໃຈໃສ່, ການເບິ່ງແຍງດູແລຂອງກໍາລັງທະຫານຊາຍແດນ ຕໍ່ກັບພໍ່ແມ່ຊົນເຜົ່າຢູ່ເຂດຊາຍແດນ, ພິເສດແມ່ນໃນຍາມບຸນປີໃໝ່ປະຈໍາຊາດ, ລະດູບານໃໝ່ວຽນມາ.
ໂດຍ: ທູຈາງ