ໃນຂອບເຂດລາຍການ, ຄະນະປະຕິບັດງານສອງຝ່າຍ ໄດ້ກວດກາໂດຍກົງສະພາບການຢູ່ເຂດຫຼັກໝາຍຊາຍແດນທີ 409, ເຊິ່ງເປັນຫຼັກໝາຍດຽວທີ່ແບ່ງຂີດຊາຍແດນລະຫວ່າງຕາແສງເມືອງແຊນ (ຫວຽດນາມ) ກັບເມືອງໜອງແຮດ (ລາວ).

leftcenterrightdel
ການນໍາຕາແສງເມືອງແຊນ (ຫວຽດນາມ) ແລະ ເມືອງໜອງແຮດ (ລາວ) ພ້ອມກັບກຳລັງທີ່ກ່ຽວຂ້ອງກວດກາສະພາບຫຼັກໝາຍຊາຍແດນທີ 409. ພາບ: ຢຸຍແຄງ

ພາຍຫຼັງດໍາເນີນເຄື່ອນໄຫວລາດຕະເວນສອງຝ່າຍ, ສອງທ້ອງຖິ່ນໄດ້ຈັດຕັ້ງກອງປະຊຸມເພື່ອແລກປ່ຽນຂໍ້ມູນຂ່າວສານ. ທີ່ກອງປະຊຸມ, ການນຳຕາແສງເມືອງແຊນ ແລະການນຳເມືອງໜອງແຮດ ໄດ້ແຈ້ງໃຫ້ຊາບ, ແລກປ່ຽນກ່ຽວກັບສະພາບຄວາມໝັ້ນຄົງທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢູ່ເຂດຊາຍແດນໃນໄລຍະຜ່ານມາ; ຕີລາຄາໝາກຜົນການປະສານສົບທົບລະຫວ່າງອໍານາດການປົກຄອງ, ກຳລັງປະກອບອາວຸດ ແລະປະຊາຊົນສອງຝ່າຍໃນວຽກງານຄຸ້ມຄອງ, ປົກປັກຮັກສາຊາຍແດນ, ຫຼັກໝາຍຊາຍແດນ.

ການນໍາສອງທ້ອງຖິ່ນ ຢືນຢັນວ່າ ການຮັກສາການເຄື່ອນໄຫວລາດຕະເວນສອງຝ່າຍເປັນປະຈຳມີຄວາມໝາຍສຳຄັນຍິ່ງ, ບໍ່ພຽງແຕ່ປະກອບສ່ວນເຂົ້າໃນການປົກປັກຮັກສາອະທິປະໄຕ, ຄວາມໝັ້ນຄົງຊາຍແດນແຫ່ງຊາດໄວ້ໃຫ້ໝັ້ນຄົງເທົ່ານັ້ນ ຫາກຍັງເພີ່ມທະວີຄວາມເຂົ້າໃຈ, ຄວາມໄວ້ເນື້ອເຊື່ອໃຈ ແລະຄວາມສະໜິດຕິດພັນລະຫວ່າງອໍານາດການປົກຄອງ ແລະປະຊາຊົນທັງຢູ່ສອງຟາກຊາຍແດນ. ບົນຈິດໃຈດັ່ງກ່າວ, ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ; ຮັກສາປະສິດທິຜົນຂອງກົນໄກລາດຕະເວນຮ່ວມ; ຍູ້ແຮງການໂຄສະນາເພື່ອໃຫ້ປະຊາຊົນຢູ່ເຂດຊາຍແດນ ປະຕິບັດຕາມການກໍານົດຢ່າງເຂັ້ມງວດ, ພ້ອມກັນຮັກສາຄວາມສະຫງົບ ແລະຄວາມເປັນລະບຽບຮຽບຮ້ອຍ, ປົກປັກຮັກສາຫຼັກໝາຍຊາຍແດນ ແລະເສັ້ນຊາຍແດນ.

ເນື່ອງໃນໂອກາດນີ້, ຄະນະປະຕິບັດງານສອງທ້ອງຖິ່ນ ໄດ້ມອບຂອງຂວັນທີ່ລະນຶກໃຫ້ກັນ, ສະແດງໃຫ້ເຫັນເຖິງນໍ້າໃຈສາມັກຄີ, ຄວາມສະໜິດຕິດພັນລະຫວ່າງອໍານາດການປົກຄອງ ແລະປະຊາຊົນສອງຟາກຊາຍແດນ.

ໂດຍ: ຈາງຫງວຽນ