ການລາດຕະເວນຊາຍແດນໃນຕົ້ນປີ 2026
ກປ.ອອນໄລ - ວັນທີ 1 ມັງກອນ 2026, ຄ້າຍທະຫານຊາຍແດນມີ້ລີ, ກອງບັນຊາການທະຫານຊາຍແດນແຂວງເງະອານ, ໄດ້ຈັດຕັ້ງການລາດຕະເວນຊາຍແດນໃນຕົ້ນປີໃນບໍລິເວນທີ່ກົມກອງຄຸ້ມຄອງ.
ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍທີ່ສຳຄັນ, ເຊິ່ງເປັນການເລີ່ມຕົ້ນຂອງບັນດາໜ້າທີ່ປົກປັກຮັກສາອະທິປະໄຕ, ຄວາມໝັ້ນຄົງຊາຍແດນແຫ່ງຊາດໃນປີໃໝ່ 2026.
ເຖິງວ່າມີສະພາບອາກາດຮ້ອນ, ແຫ້ງແລ້ງ ແລະພູມສັນຖານທີ່ທຸລະກັນດານ, ແຕ່ພະນັກງານ, ນັກຮົບຄ້າຍທະຫານຊາຍແດນມີ້ລີ ໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ຮັກສາຖັນແຖວລາດຕະເວນຢ່າງເຂັ້ມງວດ, ແໜ້ນແຟ້ນ. ໜ່ວຍລາດຕະເວນໄດ້ສຸມໃສ່ການກວດກາ, ຄວບຄຸມໃນບໍລິເວນ, ສະພາບການທີ່ເສັ້ນຊາຍແດນ, ພ້ອມທັງສົມທົບກັບການຄວບຄຸມສະພາບສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ປ້ອງກັນ, ຕ້ານການລະເມີດລະບຽບການຊາຍແດນ, ການເຂົ້າ-ອອກເມືອງທີ່ຜິດກົດໝາຍ, ການຄ້າເຖື່ອນ ແລະອາດຊະຍາກຳປະເພດຕ່າງໆ.
    |
 |
|
ຫົວໜ້າໜ່ວຍລາດຕະເວນຂອງຄ້າຍທະຫານຊາຍແດນມີ້ລີ, ກອງບັນຊາການທະຫານຊາຍແດນເງະອານ ຊາບຊຶມໃຫ້ບັນດາສະມາຊິກ ກ່ອນທີ່ອອກເດີນທາງໄປປະຕິບັດໜ້າທີ່. ພາບ: qdnd.vn |
ໃນວິວັດການລາດຕະເວນ, ກົມກອງໄດ້ເພີ່ມທະວີວຽກງານໂຄສະນາເຜີຍແຜ່, ຂົນຂວາຍປະຊາຊົນໃນເຂດຊາຍແດນເພື່ອຍົກສູງຄວາມຮັບຮູ້ກ່ຽວກັບການປະຕິບັດຕາມກົດໝາຍ, ລະບຽບການກ່ຽວກັບການຄຸ້ມຄອງ, ການປົກປັກຮັກສາຊາຍແດນ; ເປັນເຈົ້າການສົມທົບກັບກຳລັງທີ່ກ່ຽວຂ້ອງໃນບໍລິເວນໃນການແລກປ່ຽນຂໍ້ມູນຂ່າວສານ, ແກ້ໄຂກໍລະນີທີ່ເກີດຂຶ້ນ.
ພັນໂທ ຮວ່າງເທຫງອກ, ຫົວໜ້າຄ້າຍທະຫານຊາຍແດນມີ້ລີ, ໄດ້ແບ່ງປັນວ່າ: “ການລາດຕະເວນຊາຍແດນໃນຕົ້ນປີ 2026 ສະແດງໃຫ້ເຫັນເຖິງຄວາມຮັບຜິດຊອບ, ຄວາມຕັດສິນໃຈສູງຂອງພະນັກງານ, ນັກຮົບຂອງກົມກອງໃນການປະຕິບັດໜ້າທີ່. ຜ່ານນັ້ນ, ປະກອບສ່ວນເຂົ້າໃນການຮັກສາອະທິປະໄຕຜືນແຜ່ນດິນ, ຮັບປະກັນຄວາມໝັ້ນຄົງທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົຢູ່ເຂດຊາຍແດນ, ເປັນຕົ້ນແມ່ນໃນໂອກາດປີໃໝ່ສາກົນ 2026”.
ໂດຍ: ຈາງຫງວຽນ