ໃນໄລຍະນີ້, ປະລິມານຄົນ, ພາຫະນະຜ່ານດ່ານສາກົນເກົ່າແຈວ ທີ່ເຊື່ອມຕໍ່ແຂວງຮ່າຕິ້ງ ກັບປະເທດເພື່ອນລາວ ນັບມື້ນັບເພີ່ມຂຶ້ນ. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນວ່າ, ເມື່ອບຸນປີໃໝ່ປະຈໍາຊາດປີມະເມຍໃກ້ຈະມາເຖິງ ການເຄື່ອນໄຫວແລກປ່ຽນການຄ້າ ແລະການເຄື່ອນໄຫວໄປມາຂອງປະຊາຊົນ, ນັກທ່ອງທ່ຽວນັບມື້ນັບມີຄວາມຟົດຟື້ນກວ່າປົກກະຕິ. ທີ່ບ່ອນເຮັດລະບຽບການເຂົ້າ-ອອກເມືອງ, ການຄວບຄຸມສິນຄ້າ, ກະເປົາ... ຂ້ອນຂ້າງຄຶກຄື້ນ, ທຸກຄົນໄດ້ປະຕິບັດລະບຽບການຢ່າງວ່ອງໄວ ແລະຖືກຕາມຂັ້ນຕອນ.
ໃກ້ຈະຮອດບຸນປີໃໝ່ປະຈໍາຊາດແລ້ວ, ສະພາບການຄ້າເຖື່ອນ, ການສໍ້ໂກງການຄ້າ, ພິເສດແມ່ນການຄ້າຂາຍ, ຂົນສົ່ງຢາເສບຕິດຜິດກົດໝາຍ, ບັ້ງໄຟດອກ, ໝາກກະໂພກຢູ່ເຂດຊາຍແດນທາງບົກມັກຈະຊ້ອນແຝງການຜັນແປທີ່ສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້. ແຕ່ວ່າ, ດ້ວຍການເຂົ້າຮ່ວມ ແລະຄວາມຮັບຜິດຊອບຂອງກໍາລັງທະຫານຊາຍແດນ, ທະຫານເຮືອ ແລະອົງການທີ່ກ່ຽວຂ້ອງໃນວຽກງານໂຄສະນາ, ກ່າວເຕືອນ, ຮັດກຸມວຽກງານກວດກາ, ຕິດຕາມກວດກາສະນັ້ນ ຈຶ່ງສາມາດສະກັດກັ້ນບັນດາການກະທຳລະເມີດກົດໝາຍໄວ້ແຕ່ຫົວທີ, ແຕ່ໄກ.
    |
 |
|
ນັບແຕ່ນີ້ໄປຈົນຮອດບຸນປີໃໝ່ປະຈໍາຊາດປີມະເມຍ, ຈຳນວນຄົນທີ່ຜ່ານດ່ານສາກົນເກົ່າແຈວ ຈະເພີ່ມຂຶ້ນເລື້ອຍໆ. ພາບ: kinhtedothi.vn |
ເອື້ອຍ ຈິ້ງທິຮົ່ງ ຢູ່ຕາແສງຮາກແທັ່ງ, ແຂວງແທັງຮວ໊າ ໃຫ້ຮູ້ວ່າ: “ຈາກປະເທດເພື່ອນລາວ ກັບບ້ານເກີດເມືອງນອນຜ່ານດ່ານສາກົນເກົ່າແຈວ ແມ່ນໄລຍະທາງທີ່ສັ້ນ, ເວລາເດີນທາງກໍ່ສັ້ນກວ່າເມື່ອທຽບໃສ່ດ່ານຊາຍແດນເຂດພາກກາງ, ຢູ່ທີ່ນີ້, ວຽກງານຄວບຄຸມຄົນເຂົ້າ-ອອກເມືອງ ແລະສິນຄ້າໄດ້ປະຕິບັດຢ່າງຮັດກຸມ, ຖືກຕ້ອງຕາມຂໍ້ກໍານົດ, ທຸກລະບຽບການທີ່ກ່ຽວຂ້ອງບັນດາກໍາລັງໄດ້ແນະນໍາຢ່າງຮອບຄອບຖີ່ຖ້ວນ, ສຸດຈິດສຸດໃຈສ້າງຄວາມປະທັບໃຈໃຫ້ແກ່ປະຊາຊົນ, ແຂກທ່ອງທ່ຽວທັງຢູ່ໃກ້ ແລະຢູ່ໄກ".
ດ່ານສາກົນເກົ່າແຈວ ແມ່ນໜຶ່ງໃນບັນດາປະຕູສຳຄັນຂອງແລວເສດຖະກິດຕາເວັນອອກ-ຕາເວັນຕົກ, ມີທີ່ຕັ້ງຍຸດທະສາດພິເສດກ່ຽວກັບດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການຕ່າງປະເທດ ແລະການພັດທະນາເສດຖະກິດ. ສະນັ້ນ, ວຽກງານຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດດ່ານຊາຍແດນ, ການເປັນເຈົ້າການຕອບໂຕ້ກັບຂໍ້ມູນຂ່າວທີ່ບໍ່ມີມູນຄວາມຈິງ, ຖ້ອຍທຳນອງເສກສັນປັ້ນແຕ່ງ ແມ່ນມີຄວາມສຳຄັນທີ່ສຸດ, ເປັນຕົ້ນແມ່ນໃນຊຸມມື້ທີ່ທົ່ວປະເທດພວມອອກແຮງແຂ່ງຂັນກັນສ້າງຜົນງານມຸ່ງໄປເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ.
ຍ້ອນການສົມທົບກັນຢ່າງແໜ້ນແຟ້ນລະຫວ່າງກໍາລັງທະຫານຊາຍແດນ, ພາສີ ແລະອົງການທີ່ກ່ຽວຂ້ອງ, ສະພາບຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມຢູ່ດ່ານສາກົນເກົ່າແຈວ ໄດ້ຮັບການຮັກສາຢ່າງໝັ້ນຄົງ. ການເຄື່ອນໄຫວການເຂົ້າ-ອອກເມືອງ, ການນຳເຂົ້າ-ສົ່ງອອກ, ການແລກປ່ຽນການຄ້າຊາຍແດນໄດ້ດຳເນີນໄປຢ່າງລຸລ່ວງ, ຄ່ອງຕົວ, ຖືກຕ້ອງຕາມຂໍ້ກໍານົດຂອງກົດໝາຍ, ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ, ເພີ່ມທະວີການພົວພັນມິດຕະພາບ, ການຮ່ວມມືຮອບດ້ານລະຫວ່າງສອງປະເທດ ຫວຽດນາມ-ລາວ.
ທ່ານ ຫງວຽນແອັງຕ໊ວນ ຢູ່ຕາແສງແທັ່ງວີງ ໃຫ້ຮູ້ວ່າ: “ຢູ່ເຂດຊາຍແດນ ຫວຽດນາມ-ລາວ ເວົ້າລວມ, ດ່ານສາກົນເກົ່າແຈວ ເວົ້າສະເພາະ ທຸກການເຄື່ອນໄຫວແມ່ນໄດ້ດໍາເນີນໄປຢ່າງມີສະຖຽນລະພາບ. ປະຊາຊົນ, ນັກທ່ອງທ່ຽວແຕ່ລະຄົນ ລ້ວນແຕ່ຮັບຮູ້ຂໍ້ກຳນົດຂອງກົດໝາຍຢ່າງຈະແຈ້ງ, ເປັນເຈົ້າການປ້ອງກັນ, ຕ້ານ ແລະສະກັດກັ້ນຂໍ້ມູນຂ່າວທີ່ບໍ່ມີມູນຄວາມຈິງ ແລະປະກົດການແບ່ງແຍກນ້ຳໃຈສາມັກຄີຊົນຊາດຊົນເຜົ່າໃນທຸກເວລາ. ພ້ອມກັນນັ້ນ, ຕັ້້ງຄວາມເຊື່ອໝັ້ນ, ຕັ້ງຄວາມຫວັງຕໍ່ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ ໄວ້ວ່າ ຈະມີລັດຖະນະໂຍບາຍສຳຄັນນຳປະເທດພັດທະນາຂຶ້ນສູ່ລະດັບສູງໃໝ່”.
ເນື່ອງໃນໂອກາດດຳເນີນກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ, ບັນດາອິດທິກໍາລັງປໍລະປັກ, ກຸ່ມຄົນບໍ່ຫວັງດີ ແລະພາກສ່ວນທີ່ສວຍໂອກາດທາງການເມືອງ ພວມເພີ່ມທະວີການເຄື່ອນໄຫວຕ້ານ ແລະທຳລາຍ, ສວຍໃຊ້ເຄືອຂ່າຍອິນເຕີແນັດ, ສື່ສັງຄົມອອນລາຍເພື່ອເຜີຍແຜ່ຂໍ້ມູນຂ່າວທີ່ບໍ່ມີມູນຄວາມຈິງ, ບິດເບືອນແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ; ປຸກປັ່ນ, ຍຸແຫຍ່ໃຫ້ມີແນວຄິດສົງໄສ, ແບ່ງແຍກກຸ່ມກ້ອນມະຫາສາມັກຄີ ທົ່ວປວງຊົນທັງຊາດ. ສະນັ້ນ, ວຽກງານຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ຕອບໂຕ້ກັບຂໍ້ມູນທີ່ບໍ່ມີມູນຄວາມຈິງຢູ່ເຂດຊາຍແດນ, ດ່ານຊາຍແດນ ຈຶ່ງໄດ້ຮັບການເພີ່ມທະວີ, ປະກອບສ່ວນຮັກສາຄວາມສະຫງົບສຸກໃຫ້ແກ່ປະຊາຊົນ.
ທ່ານພັນຕີ ເລແທັງດ້າຍ ຮອງຫົວໜ້າປ້ອມປ້ອງກັນຊາຍແດນ, ດ່ານສາກົນເກົ່າແຈວ ໃຫ້ຮູ້ວ່າ: “ໃນຍາມເວລາຈຸດສູງ, ກົມກອງໄດ້ຮັກສາຈຳນວນພົນ 100% ໃນການປະຕິບັດໜ້າທີ່ຄວບຄຸມການເຂົ້າ-ອອກເມືອງ, ເວນຍາມກຽມພ້ອມສູ້ຮົບ. ເປັນເຈົ້າການ ກໍາແໜ້ນສະພາບການແຕ່ຫົວທີ, ແຕ່ໄກ, ສ້າງແຜນງານ, ແຜນການຢ່າງທັນການ, ສົມທົບກັນຢ່າງແໜ້ນແຟ້ນກັບກຳລັງທີ່ກ່ຽວຂ້ອງ ຕໍ່ສູ້, ສະກັດກັ້ນເປົ້າໝາຍກຸ່ມຄົນບໍ່ຫວັງດີ ແລະການກະທຳລະເມີດກົດໝາຍ; ຍູ້ແຮງການປະຕິຮູບດ້ານບໍລິຫານ ຫຼຸດຜ່ອນເວລາເຮັດລະບຽບການຢູ່ດ່ານຊາຍແດນ, ຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະຂໍ້ກໍານົດທີ່ກຳລັງໃຊ້ໃນປະຈຸບັນ”.
ໂດຍ: ເຈິ່ນຮວ່ຽນ