ເພີ່ມທະວີການຄຸ້ມຄອງຊາຍແດນ, ດ່ານຊາຍແດນ, ເປັນເຈົ້າການໃນການສະກັດກັ້ນ ແລະຕ້ານອາດຊະຍາກຳປະເພດຕ່າງໆ
ກປ.ອອນໄລ - ດ້ວຍຈິດໃຈເປັນເຈົ້າການ, ເດັດດ່ຽວໜຽວແໜ້ນ ແລະມາດຕະການຕ່າງໆຢ່າງຄົບຊຸດ, ທະຫານຊາຍແດນ ສືບຕໍ່ຢັ້ງຢືນບົດບາດຫຼັກແຫຼ່ງແກ່ນສານ, ສະເພາະກິດ ໃນການຕໍ່ສູ້ສະກັດກັ້ນ ແລະຕ້ານອາດຊະຍາກຳຢູ່ເຂດຊາຍແດນ, ຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນມີຄວາມສະຫງົບສຸກ.
    |
 |
|
ພະນັກງານ, ນັກຮົບຄ້າຍທະຫານຊາຍແດນ ລຸຸ້ງກູ໊, ກອງບັນຊາການທະຫານຊາຍແດນແຂວງຕວຽນກວາງ ສົມທົບກັບກໍາລັງທະຫານລາດ ຕາແສງລຸ້ງກູ໊ ລາດຕະເວນປົກປັກຮັກສາຊາຍແດນ. ພາບ: bienphong.com.vn |
ຕາມຂໍ້ມູນຈາກກອງບັນຊາການທະຫານຊາຍແດນ, ເພື່ອຍົກສູງຄວາມສາມາດກຽມພ້ອມສູ້ຮົບ, ຄຸ້ມຄອງ, ປົກປັກຮັກສາອະທິປະໄຕຜືນແຜ່ນດິນ ແລະຄວາມສະຫງົບຊາຍແດນແຫ່ງຊາດໃນໂອກາດປີໃໝ່ສາກົນ ແລະໄລຍະບຸນປີໃໝ່ປະຈໍາຊາດປີມະເມຍ 2026 ໄວ້ຢ່າງໝັ້ນຄົງ, ຄະນະພັກ, ກອງບັນຊາການທະຫານຊາຍແດນ ໄດ້ສ້າງແຜນການ ແລະຊີ້ນໍາບັນດາອົງການ, ກົມກອງຮັກສາເຂັ້ມງວດລະບອບປະຈໍາການບັນຊາ, ເວນຍາມ, ຮັບປະກັນຈໍານວນພົນ, ອາວຸດ, ພາຫະນະ; ກໍາແໜ້ນສະພາບການບໍລິເວນ, ຕັ້ງໜ້າປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ແລະອໍານາດການປົກຄອງທ້ອງຖິ່ນເພີ່ມທະວີວຽກງານຄຸ້ມຄອງ, ປົກປັກຮັກສາຊາຍແດນ, ດ່ານທະເລ, ທ່າເຮືອ; ຄົ້ນພົບຢ່າງທັນການ, ຕອບໂຕ້, ສະກັດກັ້ນການເຄື່ອນໄຫວຂອງອາດຊະຍາກໍາປະເພດຕ່າງໆ, ຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນ.
ໃນບັນດາເສັ້ນຊາຍແດນທາງທະເລ, ບັນດາກົມກອງທະຫານຊາຍແດນ ເພີ່ມທະວີການລາດຕະເວນ, ຄວບຄຸມເຂດທະເລ, ປາກແມ່ນໍ້າ, ບ່ອນຈອດເຮືອຢ່າງແໜ້ນແຟ້ນ; ຄຸ້ມຄອງການເຄື່ອນໄຫວເຂົ້າອອກຂອງພາຫະນະ ແລະຄົນງານຢູ່ທະເລຢ່າງເຂັ້ມງວດ, ບໍ່ໃຫ້ເກີດຈຸດຮ້ອນ ຫຼື ສະພາບການສັບສົນ. ຄຽງຂ້າງນັ້ນ, ບັນດາກົມກອງ ຍັງໄດ້ຍູ້ແຮງການຕໍ່ສູ້, ສະກັດກັ້ນ ແລະຕ້ານອາດຊະຍາກຳ, ໂດຍສະເພາະແມ່ນການລັກລອບຄ້າຂາຍ, ການສໍ້ໂກງທາງການຄ້າ, ການຂົນສົ່ງສິນຄ້າທີ່ຜິດຕໍ່ລະບຽບກົດໝາຍ, ບັ້ງໄຟດອກ, ຢາເສບຕິດ ແລະບັນດາການກະທໍາທີ່ລະເມີດກົດໝາຍ...
ດ້ວຍຈິດໃຈເປັນເຈົ້າການ, ເດັດດ່ຽວໜຽວແໜ້ນ ແລະມາດຕະການຕ່າງໆຢ່າງຄົບຊຸດ, ທະຫານຊາຍແດນ ສືບຕໍ່ຢັ້ງຢືນບົດບາດຫຼັກແຫຼ່ງແກ່ນສານ, ສະເພາະກິດໃນການຕໍ່ສູ້ສະກັດກັ້ນ ແລະຕ້ານອາດຊະຍາກຳຢູ່ເຂດຊາຍແດນ, ຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນມີຄວາມສະຫງົບສຸກ.
ໂດຍ: ໄຊຊະນະ