ທ່ານພັນເອກ ຮວ່າງວັນຢ໊າບ, ຫົວໜ້າການເມືອງຄ້າຍທະຫານຊາຍແດນ ເມືອງແລວ, ໄດ້ແບ່ງປັນວ່າ: ທາງຄ້າຍໄດ້ຮັບມອບໝາຍໜ້າທີ່ໃຫ້ຄຸ້ມຄອງ, ປົກປັກຮັກສາເສັ້ນຊາຍແດນທີ່ມີຄວາມຍາວກວ່າ 45 ກິໂລແມັດ, ຕິດກັບເມືອງຊ່ອນ, ແຂວງຫົວພັນ ແລະເມືອງໂພນທອງ, ແຂວງຫຼວງພະບາງ, ສປປ ລາວ. ກົມກອງ ຍາມໃດກໍ່ຖືການກໍາແໜ້ນສະພາບການຂອງທ້ອງຖິ່ນແມ່ນໜ້າທີ່ຫຼັກແຫຼ່ງ. ນັບແຕ່ການເຄື່ອນໄຫວຂອງປະຊາຊົນຢູ່ສອງຟາກຊາຍແດນ, ບັນຫາກ່ຽວກັບສາສະໜາ, ການຮັກສາຄວາມສະຫງົບຊົນນະບົດ, ຈົນເຖິງພຶດຕິກຳທີ່ຜິດປົກກະຕິຂອງເປົ້າໝາຍ, ເຊິ່ງລ້ວນແຕ່ໄດ້ຮັບການກຳແໜ້ນ ແລະລາຍງານຢ່າງທັນການຈາກພະນັກງານ. ສະນັ້ນ, ຄ້າຍທະຫານຊາຍແດນ ຍາມໃດກໍ່ເປັນເຈົ້າການໃນທຸກກໍລະນີ, ບໍ່ປະໃຫ້ຕົກຢູ່ໃນທ່າຮັບ ໂດຍບັງເອີນ.
    |
 |
|
ພະນັກງານ, ນັກຮົບຄ້າຍທະຫານຊາຍແດນ ຈ່ຽງເຕືອງ ລາດຕະເວນຊາຍແດນ. ພາບ: baosonla.vn |
ກອງບັນຊາການທະຫານຊາຍແດນແຂວງເຊີນລາ ໄດ້ຮັບໜ້າທີ່ໃຫ້ຄຸ້ມຄອງ, ປົກປັກຮັກສາເສັ້ນຊາຍແດນທີ່ມີຄວາມຍາວກວ່າ 274 ກິໂລແມັດ, ຕິດກັບແຂວງຫົວພັນ ແລະຫຼວງພະບາງ, ສປປ ລາວ. ເຂດຊາຍແດນມີພູມສັນຖານທີ່ທຸລະກັນດານ, ພູສູງ, ເຫວເລິກ, ເສັ້ນທາງຄົມມະນາຄົມໄປມາຫຍຸ້ງຍາກ, ພ້ອມກັບສະພາບດິນຟ້າອາກາດຮ້າຍແຮງ, ມັກຈະເກີດນໍ້າຖ້ວມ, ດິນເຈື່ອນເປັນປະຈຳ, ສ້າງອຸປະສັກຫຼາຍຢ່າງຕໍ່ການຄຸ້ມຄອງ, ປົກປັກຮັກສາຊາຍແດນ.
ທ່ານພັນເອກພິເສດ ຫງວຽນດິ່ງຮວນ, ຮອງຫົວໜ້າການທະຫານກອງບັນຊາການທະຫານແຂວງ, ຫົວໜ້າການທະຫານກອງບັນຊາການທະຫານຊາຍແດນແຂວງເຊີນລາ ໃຫ້ຮູ້ວ່າ: ໃນປີຜ່ານມາ, ກອງບັນຊາການທະຫານຊາຍແດນແຂວງເຊີນລາ ໄດ້ຊາບຊຶມຢ່າງເລິກເຊິ່ງ ແລະຈັດຕັ້ງປະຕິບັດຢ່າງເຂັ້ມງວດ, ເດັດຂາດ, ມີປະສິດທິຜົນຕໍ່ແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍ, ກົດໝາຍຂອງລັດກ່ຽວກັບຊາຍແດນ; ບັນດາມະຕິ, ຄຳສັ່ງ, ແຜນການຂອງຂັ້ນເທິງກ່ຽວກັບການຄຸ້ມຄອງ, ປົກປັກຮັກສາຊາຍແດນ, ຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນ, ດ່ານຊາຍແດນ. ຄຸ້ມຄອງ, ປົກປັກຮັກສາອະທິປະໄຕຜືນແຜ່ນດິນຢ່າງໜັກແໜ້ນ, ຮັກສາສະຖຽນລະພາບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມຢູ່ເຂດຊາຍແດນຂອງແຂວງ. ມອບໝາຍໜ້າທີ່ໃນການຄຸ້ມຄອງ, ປົກປັກຮັກສາຊາຍແດນແຫ່ງຊາດໃຫ້ແກ່ຄ້າຍທະຫານຊາຍແດນຕາມຂອບເຂດການບໍລິຫານໃໝ່; ສອດຄ່ອງກັບພຶດຕິກໍາຕົວຈິງ, ຫຼີກລ້ຽງການຕົກຢູ່ທ່າຮັບ, ບັງເອີນ.
ປົກປັກຮັກສາອະທິປະໄຕຜືນແຜ່ນດິນ, ຄວາມສະຫງົບຊາຍແດນແຫ່ງຊາດຢ່າງໜັກແໜ້ນ, ກອງບັນຊາການທະຫານຊາຍແດນແຂວງ ໄດ້ຮັກສາລະບອບເວນຍານກຽມພ້ອມສູ້ຮົບຢ່າງເປັນປະຈຳ; ເພີ່ມທະວີການລາດຕະເວນ, ການຄວບຄຸມບໍລິເວນພາຍໃນ ແລະນອກຊາຍແດນ, ແກ້ໄຂບັນດາກໍລະນີທີ່ລະເມີດອະທິປະໄຕ, ຄວາມສະຫງົບຊາຍແດນຢ່າງທັນການ. ວຽກງານລາດຕະເວນສອງຝ່າຍ, ການລາດຕະເວນເປັນໄລຍະ, ລະບົບຫຼັກໝາຍຊາຍແດນແຫ່ງຊາດແມ່ນໄດ້ດຳເນີນເປັນປະຈຳ.
ກໍານົດການຕໍ່ສູ້ປ້ອງກັນ, ຕ້ານອາຊະຍາກຳຢູ່ຕາມຊາຍແດນແມ່ນໜ້າທີ່ວຽກງານທີ່ທ້າທາຍ ແລະສັບສົນ, ທະຫານຊາຍແດນແຂວງ ໄດ້ສຸມໃສ່ຜັນຂະຫຍາຍມາດຕະການປະຕິບັດທີ່ຄົບຖ້ວນເພື່ອກໍາແໜ້ນສະພາບການບໍລິເວນພາຍໃນ ແລະນອກຊາຍແດນ, ສະພາບການ, ວິທີການ, ເລ່ລ່ຽມການເຄື່ອນໄຫວຂອງອາດຊະຍາກໍາປະເພດຕ່າງໆ; ຊີ້ນຳ ແລະແນະນໍາບັນດາກົມກອງແກ້ໄຂກໍລະນີທີ່ເກີດຂຶ້ນໃນບໍລິເວນຕາມພາລະບົດບາດ, ໜ້າທີ່ ແລະສິດອຳນາດຂອງເຂົາເຈົ້າ, ບໍ່ປະໃຫ້ເກີດຈຸດເຄັ່ງຮ້ອນຢູ່ເຂດຊາຍແດນ, ປະກອບສ່ວນຮັກສາຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພ ແລະຄວາມສະຫງົບໃນສັງຄົມ ແລະປົກປັກຮັກສາອະທິປະໄຕແຫ່ງຊາດ, ຮັກສາຄວາມສະຫງົບຢູ່ເຂດຊາຍແດນໄວ້ໃຫ້ໝັ້ນຄົງ.
ວຽກງານຂົນຂວາຍມະຫາຊົນ, ສ້າງທ່າສະໜາມປ້ອງກັນຊາຍແດນທົ່ວປວງຊົນອັນໝັ້ນແກ່ນໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ. ໃນປີຜ່ານມາ, ກອງບັນຊາການທະຫານຊາຍແດນແຂວງ ໄດ້ນຳພາ, ຊີ້ນຳບັນດາອົງການ, ກົມກອງໃນກອງບັນຊາການທະຫານຊາຍແດນແຂວງ ຈັດຕັ້ງການໂຄສະນາ, ຂົນຂວາຍມະຫາຊົນ ໄດ້ 865 ຄັ້ງ ໂດຍມີຜູ້ເຂົ້າຮ່ວມ 83.700 ເທື່ອຄົນຢ່າງເປັນປົກກະຕິ; ປະກອບສ່ວນອອກແຮງງານຊ່ວຍເຫຼືອປະຊາຊົນແກ້ໄຂຜົນກະທົບຂອງພາຍຸ, ນ້ຳຖ້ວມ ແລະເກັບກ່ຽວຜະລິດຕະພັນກະເສດຫຼາຍກວ່າ 400 ມື້.
ການກະທຳທີ່ລະອຽດ, ແທດຈິງຂອງທະຫານຊາຍແດນແຂວງ ໄດ້ປະກອບສ່ວນເຂົ້າໃນການສ້າງທ່າສະໜາມປ້ອງກັນຊາຍແດນທົ່ວປວງຊົນນັບມື້ນັບໝັ້ນແກ່ນ, ຮູບພາບທະຫານຊາຍແດນ ໄດ້ປະກາຍແສງສົດໃສຂຶ້ນ, ກາຍເປັນບ່ອນອີງອັນໝັ້ນແກ່ນຢູ່ເຂດຊາຍແດນ.
ໂດຍ: ຈາງຫງວຽນ