ແຕ່ວ່າ ຢູ່ທະເລທີ່ແສນໄກ, ພະນັກງານ, ນັກຮົບຕໍາຫຼວດທະເລຫວຽດນາມ ຍັງຜັນຂະຫຍາຍບັນດາມາດຕະການ ກັບກໍາປັ່ນເວນຍາມຢ່າງງຽບໆ, ເປັນເຈົ້າການລາດຕະເວນ, ກວດກາ, ຮັກສາລະບອບກຽມພ້ອມສູ້ຮົບຢ່າງເຂັ້ມງວດໃນເຂດທະເລທີ່ໄດ້ຮັບມອບໝາຍ, ປະກອບສ່ວນເຂົ້າໃນການຮັກສາຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພຢູ່ທະເລ, ໝູ່ເກາະຂອງປະເທດຊາດ.

ເມື່ອປີໃໝ່ 2026 ມາຮອດ, ຢູ່ເຂດທະເລທີ່ຕິດຈອດລະຫວ່າງຫວຽດນາມ ແລະ ອິນໂດເນເຊຍ, ຜ່ານລະບົບຂໍ້ມູນຂ່າວສານດາວທຽມ Vinasat, ພັນຕີ ຮວ່າງວັນບຽນ, ກັບຕັນກໍາປັ່ນຕໍາຫຼວດທະເລ 8001, ກອງພັນຕໍາຫຼວດທະເລ 301, ຕໍາຫຼວດທະເລເຂດ 3, ໄດ້ແບ່ງປັນວ່າ: “ພະນັກງານ, ນັກຮົບກໍາປັ່ນຕໍາຫຼວດທະເລ 8001 ໄດ້ປະຕິບັດໜ້າທີ່ເວນຍາມຕ້ານການຫາປາຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ (IUU) ຢູ່ທີ່ນີ້ເປັນເວລາເດືອນກວ່າແລ້ວ. ສຳລັບພວກຂ້າພະເຈົ້າ, ນີ້ແມ່ນຄວາມເປັນກຽດພິເສດທີ່ສຸດ. ພະນັກງານ, ນັກຮົບຂອງກໍາປັ່ນທັງໝົດ ຮັບຮູ້ວ່າຖືກສົ່ງໄປປະຕິບັດໜ້າທີ່ຢູ່ເຂດນ່ານນ້ຳໄກທີ່ສຸດຂອງປະເທດຊາດໃນຊ່ວງປີໃໝ່ 2026 ແລະພິເສດແມ່ນມຸ່ງໄປເຖິງກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ, ພະນັກງານ, ນັກຮົບແຕ່ລະຄົນຮັບຮູ້ວ່ານີ້ເປັນໜ້າທີ່ການເມືອງທີ່ສຳຄັນ. ກໍາປັ່ນທັງໝົດໄດ້ຮັກສາລະບອບເວນຍາມຢ່າງເຂັ້ມງວດ, ກຽມພ້ອມສູ້ຮົບສູງ, ຮັກສາລະບຽບວິໄນ, ຮັບປະກັນຄວາມປອດໄພຢ່າງເດັດຂາດກ່ຽວກັບຊີວິດ ແລະອຸປະກອນ...".

leftcenterrightdel
ກຳປັ່ນໝາຍເລກ 3002, ຕໍາຫຼວດທະເລເຂດ 4 ປະຕິບັດໜ້າທີ່ເວນຍາມ, ລາດຕະເວນຢູ່ທະເລ. ພາບ: qdnd.vn

ໃນເຂດທະເລທີ່ຕິດຈອດລະຫວ່າງຫວຽດນາມ ແລະ ມາເລເຊຍ, ຮ້ອຍເອກ ເລຮົ່ງດຶກ, ຫົວໜ້າການເມືອງຂອງກໍາປັ່ນຕໍາຫຼວດທະເລ 4039, ກອງພັນຕໍາຫຼວດທະເລ 422, ກອງພັນໃຫຍ່ 42, ຕໍາຫຼວດທະເລເຂດ 4, ໄດ້ໃຫ້ຮູ້ວ່າ: "ໃນຊຸມວັນທີ່ຜ່ານມາ, ສະພາບອາກາດຢູ່ເຂດແດນທະເລລະຫວ່າງຫວຽດນາມ ແລະ ມາເລເຊຍ ບໍ່ສະດວກ, ແຕ່ພະນັກງານ, ນັກຮົບທຸກຄົນຂອງກໍາປັ່ນລ້ວນແຕ່ກໍານົດຢ່າງຈະແຈ້ງກ່ຽວກັບຄວາມຮັບຜິດຊອບ, ຄວາມເປັນກຽດຂອງນັກຮົບຕໍາຫຼວດທະເລຫວຽດນາມ, ປະຕິບັດໜ້າທີ່ຮັກສາຄວາມສະຫງົບເພື່ອພ້ອມກັບປະເທດກ້າວເຂົ້າສູ່ປີໃໝ່ສາກົນ 2026. ກໍາປັ່ນທັງໝົດຍາມໃດກໍ່ສາມັກຄີກັນ, ແບ່ງປັນຄວາມຮັບຜິດຊອບ, ມອບໝາຍໜ້າທີ່ໃຫ້ກັນຢ່າງຈະແຈ້ງ, ເປັນເຈົ້າການຮັບປະກັນວຽກງານດ້ານເຕັກນິກ, ພະລາທິການໄດ້ເປັນຢ່າງດີ. ແຕ່ລະຄົນລ້ວນແຕ່ຍົກສູງສະຕິລະວັງຕົວ, ບໍ່ປະມາດ, ພ້ອມແລ້ວທີ່ຈະແກ້ໄຂທຸກກໍລະນີຢ່າງທັນການ, ປອດໄພ ແລະດ້ວຍມາດຕະການຕອບໂຕ້ທີ່ຖືກຕ້ອງ.

ເມື່ອແລກປ່ຽນກ່ຽວກັບບາງຈຸດຕົ້ນຕໍຂອງສະພາບການປະຕິບັດໜ້າທີ່ເວນຍາມໃນຊ່ວງເວລາຕ້ອນຮັບປີໃໝ່ສາກົນ 2026, ພົນຈັດຕະວາ ເຈິ່ນວັນເລື້ອງ, ຮອງຜູ້ບັນຊາການ, ຫົວໜ້າເສນາທິການຕໍາຫຼວດທະເລຫວຽດນາມ, ໃຫ້ຮູ້ວ່າ: ການປະຕິບັດຄຳແນະນຳ, ຄຳສັ່ງຂອງຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ແລະກອງບັນຊາການຕໍາຫຼວດທະເລຫວຽດນາມ ຢ່າງເຂັ້ມງວດ, ບັນດາອົງການ, ກົມກອງຕໍາຫຼວດທະເລໄດ້ເປັນເຈົ້າການສ້າງແຜນການ, ວິທີການລາດຕະເວນທີ່ເໝາະສົມກັບສະພາບການຕົວຈິງໃນແຕ່ລະເຂດທະເລ. ປະຈຸບັນ, ກອງກຳລັງມີກໍາປັ່ນ, ເຮືອທັງໝົດ 10 ລຳ ທີ່ເວນຍາມກຽມພ້ອມສູ້ຮົບຢູ່ບັນດາເກາະ; ມີກໍາປັ່ນ 49 ລຳ ທີ່ປະຕິບັດໜ້າທີ່ຕ້ານການຫາປາ IUU ໃນເຂດທະເລຕົ້ນຕໍ, ເຂດແດນ, ເຂດທີ່ມີຄວາມສ່ຽງຕໍ່ການລະເມີດກົດໝາຍ, ການຄ້າເຖື່ອນ, ແລະ ການສໍ້ໂກງທາງການຄ້າ. ພ້ອມທັງ ຮັກສາກໍາປັ່ນ, ເຮືອລຳອື່ນໆອີກ 14 ລຳ ທີ່ເວນຍາມກຽມພ້ອມສູ້ຮົບຢູ່ທ່າກໍາປັ່ນຂອງກຳລັງຢ່າງເຂັ້ມງວດ ໂດຍມີພະນັກງານຮັບປະກັນຄວາມພ້ອມ 100% ເມື່ອມີກໍລະນີເກີດຂຶ້ນ.

ໃນການປະຕິບັດໜ້າທີ່ເວນຍາມຕາມການກຳນົດປົກກະຕິ ເຊັ່ນດຽວກັນກັບໃນຈຸດເວລາສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ສາກົນ 2026 ນີ້, ຜ່ານການກວດກາ, ເຫັນວ່າ ພະນັກງານ, ນັກຮົບ 100%, ພ້ອມກັບກໍາປັ່ນລາດຕະເວນຢູ່ທະເລລ້ວນແຕ່ຮັກສາລະບອບບັນຊາ, ເວນຍາມກຽມພ້ອມສູ້ຮົບຢ່າງເຂັ້ມງວດ; ມີການສົມທົບກັນຢ່າງແໜ້ນແຟ້ນລະຫວ່າງການລາດຕະເວນ, ການກວດກາ ແລະການຄວບຄຸມດ້ວຍການເຜີຍແຜ່ກົດໝາຍໃຫ້ແກ່ຊາວປະມົງທີ່ເຂົ້າຮ່ວມຂຸດຄົ້ນສິນທະເລຢູ່ທະເລ. ຜ່ານນັ້ນຊ່ວຍໃຫ້ກວດພົບ, ປ້ອງກັນ, ແລະແກ້ໄຂການລະເມີດໄດ້ຢ່າງທັນເວລາ, ພ້ອມທັງປະກອບສ່ວນຍົກສູງສະຕິໃນການປະຕິບັດຕາມກົດໝາຍຂອງປະຊາຊົນ, ກໍ່ສ້າງທ່າສະໜາມໃນໃຈປະຊາຊົນຢ່າງເຂັ້ມແຂງຢູ່ທະເລ.

ກໍຕາມທ່ານ ພົນຈັດຕະວາ ເຈິ່ນວັນເລື້ອງ ແລ້ວ, ໄປພ້ອມກັບໜ້າທີ່ດ້ານວິຊາສະເພາະ, ບັນດາກໍາປັ່ນເວນຍາມຂອງກໍາລັງຕໍາຫຼວດທະເລ ກໍ່ໄດ້ເອົາໃຈໃສ່ເປັນພິເສດຕໍ່ວຽກງານຮັບປະກັນເຕັກນິກ, ພະລາທິການ, ເບິ່ງແຍງດູແລຊີວິດທາງດ້ານວັດຖຸ, ຈິດໃຈໃຫ້ທະຫານໃນເງື່ອນໄຂເວນຍາມຢູ່ຫ່າງໄກຈາກແຜ່ນດິນໃຫຍ່ເປັນເວລາຫຼາຍວັນ. ການຫັດແອບ, ຝຶກແອບບັນດາແຜນການກຽມພ້ອມສູ້ຮົບ, ການປ້ອງກັນ, ຕ້ານໄຟໄໝ້, ການຄົ້ນຫາ ແລະກູ້ໄພ ໃນທະເລ ພະນັກງານ, ນັກຮົບຂອງບັນດາກໍາປັ່ນໄດ້ຮັບການຮັກສາຢ່າງເຂັ້ມງວດ ແທດກັບສະພາບການຕົວຈິງ, ຮັບປະກັນວ່າເມື່ອມີກໍລະນີເກີດຂຶ້ນ, ສາມາດແກ້ໄຂຢ່າງວ່ອງໄວ, ມີປະສິດທິຜົນ, ຖືກຕາມກົດໝາຍ.

ດ້ວຍຄວາມຕັ້ງໃຈທາງດ້ານການເມືອງສູງ, ຈິດໃຈທີ່ເປັນເຈົ້າການ, ມີສະຕິລະວັງຕົວ ແລະເຈດຈຳນົງທີ່ຜ່ານຜ່າຄວາມຫຍຸ້ງຍາກ, ພະນັກງານ, ນັກຮົບຕໍາຫຼວດທະເລຫວຽດນາມ ຍັງສືບຕໍ່ຢູ່ທະເລທັງກາງເວັນ ແລະກາງຄືນ, ມືຖືອາວຸດແໜ້ນ, ພ້ອມແລ້ວທີ່ຈະຮັບ ແລະເຮັດສຳເລັດທຸກໜ້າທີ່ທີ່ໄດ້ຮັບມອບໝາຍ, ປະກອບສ່ວນເຂົ້າໃນການຮັກສາສະພາບແວດລ້ອມທີ່ສັນຕິພາບ, ສະຖຽນລະພາບໃນທະເລ.

ໂດຍ: ຈາງຫງວຽນ