leftcenterrightdel
ໜ່ວຍງານລາດຕະເວນສອງຝ່າຍ ຢູ່ຫຼັກໝາຍຊາຍແດນ ຫວຽດນາມ-ລາວ. ພາບ: qdnd.vn

ໜ່ວຍງານລາດຕະເວນ ຂອງຄ້າຍທະຫານຊາຍແດນ ໝີ໊ລີ໋ ນໍາໂດຍ ພັນໂທ ບຸ່ຍຮົ່ງແມ້ງ, ຮອງຫົວໜ້າການເມືອງຄ້າຍທະຫານຊາຍແດນ ໝີ໊ລີ໋; ໜ່ວຍງານລາດຕະເວນຂອງກອງຮ້ອຍທະຫານຊາຍແດນ 217 ນໍາໂດຍ ຮ້ອຍເອກ ຄຳຫຼ້າ ສິດທິພອນ, ຮອງຫົວໜ້າກອງຮ້ອຍ.

ກໍາລັງລາດຕະເວນ ໄດ້ດໍາເນີນການກວດກາລະບົບເສັ້ນຊາຍແດນ, ຫຼັກໝາຍຊາຍແດນ, ສັນຍານຫຼັກໝາຍຊາຍແດນ; ພ້ອມທັງສົມທົບກັນໂຄສະນາເຜີຍແຜ່ໃຫ້ແກ່ປະຊາຊົນສອງຟາກຊາຍແດນປະຕິບັດຂໍ້ກໍານົດຂອງກົດໝາຍ, ສັນຍາ, ກົດລະບຽບວ່າດ້ວຍການຄຸ້ມຄອງ ແລະປົກປັກຮັກສາຊາຍແດນຢ່າງເຂັ້ມງວດ. ຜົນການກວດກາໄດ້ສະແດງໃຫ້ເຫັນວ່າ, ລະບົບຫຼັກໝາຍຊາຍແດນ, ເສັ້ນຊາຍແດນຍັງຄົງຮັກສາສະພາບເດີມ; ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢູ່ເຂດຊາຍແດນໄດ້ຮັບການຮັກສາໄວ້, ບໍ່ພົບເຫັນການກະທຳລະເມີດອະທິປະໄຕ, ຄວາມໝັ້ນຄົງຢູ່ເຂດຊາຍແດນ.

leftcenterrightdel
ສອງຝ່າຍເຫັນດີເປັນເອກະພາບບົດບັນທຶກການລາດຕະເວນສອງຝ່າຍຢູ່ເຂດຊາຍແດນ ຫວຽດນາມ-ລາວ. ພາບ: qdnd.vn

ສິ້ນສຸດການລາດຕະເວນ, ສອງຝ່າຍໄດ້ດໍາເນີນການແລກປ່ຽນຂໍ້ມູນຂ່າວສານ, ສະພາບການທີ່ກ່ຽວຂ້ອງ, ເຫັນດີເປັນເອກະພາບຕີລາຄາຜົນການສົມທົບກັນໃນໄລຍຜ່ານມາ, ພ້ອມທັງລົງນາມບົດບັນທຶກການລາດຕະເວນສອງຝ່າຍ, ເຫັນດີກ່ຽວກັບເວລາ ແລະເນື້ອໃນການລາດຕະເວນຄັ້ງຕໍ່ໄປ, ປະກອບສ່ວນຮັກສາກົນໄກປະສານສົມທົບຢ່າງແໜ້ນແຟ້ນ, ມີປະສິດທິຜົນລະຫວ່າງກຳລັງປ້ອງກັນຊາຍແດນສອງປະເທດ.

ຮ້ອຍເອກ ຄຳຫຼ້າ ສິດທິພອນ, ຮອງຫົວໜ້າກອງຮ້ອຍທະຫານຊາຍແດນ 217 ເນັ້ນໜັກວ່າ: ການສົມທົບຢ່າງແໜ້ນແຟ້ນຂອງກົມກອງກັບຄ້າຍທະຫານຊາຍແດນ ໝີ໊ລີ໋ ໄດ້ປະກອບສ່ວນສຳຄັນເຂົ້າໃນການຮັກສາຄວາມສະຫງົບຢູ່ເສັ້ນຊາຍແດນ, ຫຼັກໝາຍຊາຍແດນ, ສ້າງເງື່ອນໄຂສະດວກໃຫ້ປະຊາຊົນຢູ່ເຂດຊາຍແດນພັດທະນາເສດຖະກິດ-ສັງຄົມ.

ໂດຍ: ທູຈາງ