ຢືນຢັນຄຸນຄ່າທາງດ້ານຍຸດທະສາດ
ເສັ້ນຊາຍແດນທີ່ຕິດຈອດກັນລະຫວ່າງແຂວງຄຳມ່ວນ, ແຂວງສະຫວັນນະເຂດ (ລາວ) ແລະເຂດຊາຍແດນຂອງແຂວງກວາງຈິ (ຫວຽດນາມ) ໃນຊຸມປີມໍ່ໆມານີ້ແມ່ນມີສະຖຽນລະພາບ, ສັນຕິພາບ ແລະມິດຕະພາບໂດຍພື້ນຖານ, ສ້າງເງື່ອນໄຂສະດວກໃຫ້ແກ່ການຮ່ວມມືພັດທະນາເສດຖະກິດ-ສັງຄົມລະຫວ່າງສອງຝ່າຍ. ລະບົບຊາຍແດນ, ຫຼັກໝາຍຊາຍແດນໄດ້ຮັບການຄຸ້ມຄອງ, ປົກປັກຮັກສາຖືກຕາມຂໍ້ກຳນົດ; ການເຄື່ອນໄຫວສົມທົບກັນລາດຕະເວນສອງຝ່າຍໄດ້ຮັບການຮັກສາເປັນປະຈຳ, ປະກອບສ່ວນເຂົ້າໃນການປັບປຸງຄວາມໄວ້ເນື້ອເຊື່ອໃຈ ແລະຄວາມຮັບຜິດຊອບລວມໃນການປົກປັກຮັກສາອະທິປະໄຕຜືນແຜ່ນດິນ.
    |
 |
|
ເຈົ້າກົກເຈົ້າເຫຼົ່າ, ນາຍບ້ານ ເຂົ້າຮ່ວມການລາດຕະເວນປົກປັກຮັກສາຊາຍແດນ ກັບພະນັກງານ, ນັກຮົບຄ້າຍທະຫານຊາຍແດນກາຣ່ອງ. ພາບ: ກົມກອງສະໜອງ |
ເຖິງຢ່າງໃດກໍ່ຕາມ, ໄປພ້ອມກັບທ່າອ່ຽງການພົບປະແລກປ່ຽນ, ການເຊື່ອມໂຍງ, ສະພາບການຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນຍັງຊ້ອນແຝງຫຼາຍປັດໄຈທີ່ສັບສົນ. ໃນສະພາບການນັ້ນ, ການຍົກສູງຄວາມຮູ້ດ້ານກົດໝາຍ, ການສ້າງ "ຄວາມຮັບຮູ້" ໃນຊຸມຊົນຊາຍແດນໄດ້ກາຍເປັນໜ້າທີ່ອັນຮີບດ່ວນ ແລະມີຄວາມໝາຍຍຸດທະສາດ, ເພື່ອແນໃສ່ຮັກສາຄວາມສະຫງົບ, ອະທິປະໄຕແຫ່ງຊາດ, ທັງປັບປຸງນ້ຳໃຈສາມັກຄີແບບພິເສດລະຫວ່າງ ຫວຽດນາມ-ລາວ.
ໃນນັ້ນ, ການບໍາລຸງສ້າງຄວາມຮູ້ດ້ານກົດໝາຍໃຫ້ແກ່ເຈົ້າກົກເຈົ້າເຫຼົ່າ, ນາຍບ້ານ, ຜູ້ມີອິດທິພົນຊື່ສຽງໄດ້ກາຍເປັນມາດຕະການຫຼັກແຫຼ່ງເພື່ອແນໃສ່ຍົກສູງຄວາມຮັບຮູ້ຂອງຊຸມຊົນ, ສ້າງກຳລັງຫຼັກແຫຼ່ງໃຫ້ມີລະດັບຄວາມຮູ້, ຄຸນທາດ ແລະຄວາມຮັບຜິດຊອບຮ່ວມແຮງຮ່ວມໃຈປົກປັກຮັກສາຊາຍແດນ. ນີ້ແມ່ນກຳລັງທີ່ໃກ້ຊິດກັບປະຊາຊົນທີ່ສຸດ, ເຂົ້າໃຈປະຊາຊົນດີທີ່ສຸດ ແລະມີອິດທິພົນສະທ້ອນໂດຍກົງຕໍ່ຊີວິດສັງຄົມຂອງແຕ່ລະບ້ານ.
ບັນດາເນື້ອໃນໂຄສະນາເຜີຍແຜ່ລ້ວນແຕ່ປິ່ນອ້ອມບັນດາບັນຫາທີ່ແທດຈິງ ເຊັ່ນ: ຂໍ້ກຳນົດຂອງກົດໝາຍວ່າດ້ວຍການຄຸ້ມຄອງ, ປົກປັກຮັກສາຊາຍແດນ; ໜ້າທີ່ລາດຕະເວນ, ການຮັກສາຫຼັກໝາຍຊາຍແດນ; ການປ້ອງກັນ, ຕ້ານການເຂົ້າ-ອອກເມືອງຜິດກົດໝາຍ; ການຕໍ່ສູ້ກັບອາດຊະຍາກຳຂ້າມຊາດ ແລະບັນດາກົນອຸບາຍທີ່ແບ່ງແຍກການພົວພັນສາມັກຄີລະຫວ່າງ ຫວຽດນາມ ແລະລາວ.
ເມື່ອປະຊາຊົນມີຄວາມຮູ້ດ້ານນິຕິກໍາຢ່າງຄົບຖ້ວນ, ເຂົາເຈົ້າບໍ່ພຽງແຕ່ເຂົ້າໃຈກົດໝາຍເທົ່ານັ້ນ ຫາກຍັງຮູ້ນຳໃຊ້ກົດໝາຍ ຄືດັ່ງເປັນເຄື່ອງມືເພື່ອປົກປ້ອງຕົນເອງ, ປົກປ້ອງຊຸມຊົນ ແລະປົກປັກຮັກສາສາຍພົວພັນມິດຕະພາບລະຫວ່າງສອງປະເທດ ອີກດ້ວຍ. ຈາກການຝຶກອົບຮົມຂະໜາດນ້ອຍ, ການແລກປ່ຽນດ້ວຍພາສາທ້ອງຖິ່ນທີ່ມີຊີວິດຊີວາຈົນເຖິງກອງປະຊຸມບ້ານ ກໍໄດ້ຈັດຂຶ້ນທັນທີ ຫຼັງຈາກກັບຄືນທ້ອງຖິ່ນ, ຂໍ້ມູນທາງດ້ານກົດໝາຍໄດ້ແຜ່ຂະຫຍາຍໄປຕາມແບບທຳມະຊາດ ແລະມີປະສິດທິຜົນ, ປະກອບສ່ວນເຂົ້າໃນການສ້າງວັດທະນະທຳເຄົາລົບກົດໝາຍຢູ່ເຂດຊາຍແດນ.
ການສ້າງກໍາລັງແຮງສັງລວມເພື່ອປົກປັກຮັກສາອະທິປະໄຕຊາຍແດນ
ເພື່ອເສີມຂະຫຍາຍກໍາລັງແຮງສັງລວມ ເພື່ອປົກປັກຮັກສາອະທິປະໄຕຊາຍແດນບໍ່ພຽງແຕ່ຢຸດຢູ່ການເຄື່ອນໄຫວເຜີຍແຜ່ຄວາມຮູ້ທາງດ້ານກົດໝາຍເທົ່ານັ້ນ, ສິ່ງທີ່ສຳຄັນກວ່ານັ້ນແມ່ນເປັນການຢັ້ງຢືນບົດບາດສົມທົບກັນຢ່າງແໜ້ນແຟ້ນລະຫວ່າງສາມກຳລັງຫຼັກແຫຼ່ງຢູ່ຂັ້ນຮາກຖານ, ນັ້ນແມ່ນເຈົ້າກົກເຈົ້າເຫຼົ່າ, ນາຍບ້ານກັບອຳນາດການປົກຄອງທ້ອງຖິ່ນ ແລະທະຫານຊາຍແດນ. ນີ້ແມ່ນຮູບແບບທີ່ມີລັກສະນະຍືນຍົງ, ສະແດງໃຫ້ເຫັນເຖິງການເຫັນດີເປັນເອກະພາບຈາກຄວາມຮັບຮູ້ໄປສູ່ການກະທຳ, ຈາກຄວາມຮັບຜິດຊອບຂອງບຸກຄົນໄປສູ່ຄວາມເຂັ້ມແຂງຂອງຊຸມຊົນ, ຮັບປະກັນໃຫ້ແກ່ໜ້າທີ່ຄຸ້ມຄອງ ແລະປົກປັກຮັກສາຊາຍແດນໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ.
    |
 |
|
ເຈົ້າກົກເຈົ້າເຫຼົ່າ, ນາຍບ້ານສົມທົບກັບພະນັກງານທະຫານຊາຍແດນເພື່ອຂົນຂວາຍປະຊາຊົນບໍ່ເຂົ້າ-ອອກເມືອງຜິດກົດໝາຍ. ພາບ: ຮົ່ງລາມ. |
ໂດຍຮັບຮູ້ສິ່ງນີ້ຢ່າງຈະແຈ້ງ, ໃນໄລຍະຜ່ານມາ, ກອງບັນຊາການທະຫານຊາຍແດນແຂວງກວາງຈິ ໄດ້ຊີ້ນຳບັນດາກົມກອງ ເອົາໃຈໃສ່ບໍາລຸງສ້າງຄວາມຮູ້ໃຫ້ແກ່ຖັນແຖວເຈົ້າກົກເຈົ້າເຫຼົ່າ, ນາຍບ້ານ, ຜູ້ມີອິດທິພົນຊື່ສຽງຢູ່ເຂດຊາຍແດນ ຫວຽດນາມ-ລາວ. ພາຍຫຼັງຝຶກອົບຮົມ, ກໍາລັງເຈົ້າກົກເຈົ້າເຫຼົ່າ, ນາຍບ້ານ, ຜູ້ມີອິດທິພົນຊື່ສຽງ ໄດ້ກາຍເປັນ "ຂົວຕໍ່" ທີ່ມີປະສິດທິພາບ, ເປັນເຈົ້າການສົມທົບກັບອໍານາດການປົກຄອງ ແລະທະຫານຊາຍແດນໃນການເຄື່ອນໄຫວຢ່າງລະອຽດຕິດພັນກັບພຶດຕິກຳຕົວຈິງໃນການດຳລົງຊີວິດ. ເຂົາເຈົ້າ ໄດ້ເຂົ້າຮ່ວມລາດຕະເວນສອງຝ່າຍເພື່ອປົກປັກຮັກສາຊາຍແດນ, ຫຼັກໝາຍຊາຍແດນ; ຄົ້ນພົບ, ແຈ້ງໃຫ້ກໍາລັງທີ່ກ່ຽວຂ້ອງຮັບຊາບກ່ຽວກັບການກະທຳລະເມີດກົດໝາຍຢ່າງທັນການ; ປຸກລະດົມ, ຂົນຂວາຍປະຊາຊົນບໍ່ເຂົ້າ-ອອກເມືອງຜິດກົດໝາຍ, ບໍ່ຕໍ່ມື, ບໍ່ໃຫ້ການຊ່ວຍເຫຼືອອາດຊະຍາກຳຂ້າມຊາຍແດນ; ພ້ອມທັງເປັນເຈົ້າການຕໍ່ສູ້, ຕອບໂຕ້ຖ້ອຍທຳນອງທີ່ຜິດພາດ, ຂໍ້ມູນທີ່ປຸກປັ່ນ, ຍຸແຍ່ ກໍ່ໃຫ້ເກີດການແບ່ງແຍກກຸ່ມກ້ອນສາມັກຄີມິດຕະພາບລະຫວ່າງ ຫວຽດນາມ-ລາວ.
ຈາກຜົນສຳເລັດທີ່ບັນລຸ, ສາມາດຢືນຢັນໄດ້ວ່າ ການບໍາລຸງສ້າງຄວາມຮູ້ດ້ານກົດໝາຍກ່ຽວກັບຊາຍແດນໃຫ້ແກ່ເຈົ້າກົກເຈົ້າເຫຼົ່າ, ນາຍບ້ານ, ຜູ້ມີອິດທິພົນຊື່ສຽງຢູ່ແຂວງກວາງຈິ ແມ່ນແຜນນະໂຍບາຍທີ່ຖືກຕ້ອງ, ຕິດແທດກັບສະພາບການຕົວຈິງ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ໃນສະພາບການໃໝ່. ເມື່ອກົດໝາຍຖືກນຳໃຊ້ຢ່າງຖືກຕ້ອງ, ເມື່ອປະຊາຊົນເຂົ້າໃຈ ແລະເປັນເຈົ້າການເຂົ້າຮ່ວມປົກປັກຮັກສາຊາຍແດນ, ນັ້ນແມ່ນຜົນສຳເລັດທີ່ຍິ່ງໃຫຍ່ທີ່ສຸດ ແລະເປັນພື້ນຖານທີ່ໝັ້ນແກ່ນຂອງຄວາມໝັ້ນຄົງແຫ່ງຊາດ. ຊາຍແດນທີ່ສະຫງົບສຸກບໍ່ພຽງແຕ່ເກີດຂຶ້ນຈາກສິ່ງກີດຂວາງທາງເຕັກນິກ ຫຼື ຖັນແຖວລາດຕະເວນປົກກະຕິເທົ່ານັ້ນ, ຫາກຍັງເກີດຂຶ້ນຈາກສະຕິຄວາມຮັບຜິດຊອບ, ຄວາມສາມັກຄີ ແລະຄວາມໄວ້ວາງໃຈຂອງປະຊາຊົນທີ່ອາໄສຢູ່ຂົງເຂດນັ້ນອີກດ້ວຍ. ເມື່ອເຈົ້າກົກເຈົ້າເຫຼົ່າ, ນາຍບ້ານ ແຕ່ລະຄົນ ກາຍເປັນ "ຫຼັກໝາຍຊາຍແດນທີ່ມີຊີວິດ" ນັ້ນ, ຫຼັກໝາຍຊາຍແດນແຕ່ລະຫຼັກ, ຊາຍແດນແຕ່ລະເສັ້ນຈະມີຄວາມໝັ້ນຄົງຂຶ້ນຕື່ມ.
ໂດຍ: ຈາງຫງວຽນ