ພົບປະສອງຝ່າຍສະຫຼຸບການຮ່ວມມືໃນການຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຕາມຊາຍແດນ
ກປ.ອອນໄລ - ວັນທີ 12 ທັນວາ, ຢູ່ຕາແສງບວນມາທວດ, ແຂວງດັ໊ກລັ໊ກ, ກອງບັນຊາການທະຫານຊາຍແດນແຂວງດັ໊ກລັ໊ກ ແລະກອງບັນຊາການຕຳຫຼວດແຂວງ Mondulkiri (ລາຊະອານາຈັກ ກໍາປູເຈຍ) ໄດ້ຈັດຕັ້ງການພົບປະສອງຝ່າຍສະຫຼຸບຜົນການຮ່ວມມືໃນການຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນ ໃນປີ 2025 ແລະເຫັນດີເປັນເອກະພາບທິດທາງສົມທົບກັນໃນປີ 2026.
    |
 |
|
ກອງບັນຊາການທະຫານຊາຍແດນແຂວງດັ໊ກລັ໊ກ ແລະກອງບັນຊາການຕຳຫຼວດແຂວງ Mondulkiri (ກໍາປູເຈຍ) ລົງນາມໃນບົດບັນທຶກການພົບປະສອງຝ່າຍ. ພາບ: ຫງວຽນງອັກເລິນ |
ທີ່ການພົບປະສອງຝ່າຍ, ສອງຝ່າຍໄດ້ຕີລາຄາຜົນການຮ່ວມມືຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນໃນປີ 2025. ຕາມນັ້ນແລ້ວ, ສອງຝ່າຍໄດ້ປະຕິບັດບັນດາເນື້ອໃນຕາມບົດບັນທຶກການພົບປະສອງຝ່າຍລະຫວ່າງກອງບັນຊາການທະຫານຊາຍແດນຫວຽດນາມ ແລະກົມໃຫຍ່ຕຳຫຼວດແຫ່ງຊາດກໍາປູເຈຍ ກໍ່ຄືບົດບັນທຶກການພົບປະສອງຝ່າຍລະຫວ່າງກອງບັນຊາການທະຫານຊາຍແດນແຂວງດັ໊ກລັ໊ກ ແລະກອງບັນຊາການຕຳຫຼວດແຂວງ Mondulkiri.
ໃນໄລຍະຈະມາເຖິງ, ສອງຝ່າຍເຫັນດີເປັນເອກະພາບຈະສືບຕໍ່ເພີ່ມທະວີການຮ່ວມມືຢ່າງແໜ້ນແຟ້ນໃນການຄຸ້ມຄອງ, ປົກປັກຮັກສາຊາຍແດນ; ແລກປ່ຽນຂໍ້ມູນຂ່າວສານກ່ຽວກັບສະພາບການປ້ອງກັນຄວາມສະຫງົບ, ການເຄື່ອນໄຫວຂອງອິດທິກໍາລັງທີ່ເປັນປໍລະປັກ; ສົມທົບກັນສະກັດກັ້ນການແບ່ງແຍກຄວາມສາມັກຄີ, ເຮັດໃຫ້ຄວາມບໍ່ໝັ້ນຄົງຢູ່ເຂດຊາຍແດນ. ສອງກຳລັງສືບຕໍ່ສົມທົບກັນໃນການຕໍ່ສູ້ປ້ອງກັນ, ຕ້ານອາດຊະຍາກໍາປະເພດຕ່າງໆ; ຈັດຕັ້ງການລາດຕະເວນສອງຝ່າຍ, ປົກປັກຮັກສາລະບົບຫຼັກໝາຍຊາຍແດນແຫ່ງຊາດ; ສ້າງເງື່ອນໄຂສະດວກໃຫ້ການຜັນຂະຫຍາຍວຽກງານຂີດເສັ້ນຊາຍແດນ, ປັກຫຼັກໝາຍຊາຍແດນຕາມຂໍ້ຕົກລົງຂອງລັດຖະບານສອງປະເທດ. ກໍາລັງປ້ອງກັນຊາຍແດນສອງແຂວງ ຢືນຢັນວ່າຈະສືບຕໍ່ຮັກສາການຮ່ວມມືບົນເນື້ອໃນຈິດໃຈສາມັກຄີ, ມິດຕະພາບ ແລະການຮ່ວມມື, ເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະຜົນປະໂຫຍດຂອງກັນ, ປະກອບສ່ວນສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາຮອບດ້ານ.
ໂດຍ: ຄໍາແພງ