ດ້ວຍຫຼາຍແຜນນະໂຍບາຍ, ມາດຕະການຢ່າງມີຫົວຄິດປະດິດສ້າງ, ບັນດາກົມກອງຂຶ້ນກັບທະຫານຊາຍແດນແຂວງກວ໋າງນີງ ໄດ້ປ່ຽນແປງໃໝ່ເນື້ອໃນ, ຮູບການເຄື່ອນໄຫວພົວພັນຕ່າງປະເທດຢ່າງບໍ່ຢຸດຢັ້ງ, ແຜ່ຂະຫຍາຍຮູບພາບ “ທະຫານລຸງໂຮ່” ໃນໃຈຂອງປະຊາຊົນ ແລະກໍາລັງປ້ອງກັນຊາຍແດນປະເທດບ້ານໃກ້ເຮືອນຄຽງ.
ແຂວງກວ໋າງນີງ ແມ່ນທ້ອງຖິ່ນດຽວໃນທົ່ວປະເທດທີ່ມີເສັ້ນຊາຍແດນທັງທາງບົກ ແລະທາງທະເລຕິດກັບຈີນ, ພ້ອມທັງມີລະບົບດ່ານຊາຍແດນທາງບົກ ແລະທ່າກໍາປັ່ນທະເລທີ່ມີບົດບາດສຳຄັນໃນການແລກປ່ຽນການຄ້າ, ການຮ່ວມມືສາກົນ. ດ້ວຍເງື່ອນໄຂທໍາມະຊາດທີ່ອຸດົມສົມບູນ, ມີທີ່ຕັ້ງພູມສາດທີ່ເປັນເອກະລັກ, ກວ໋າງນີງ ໄດ້ກໍານົດວ່າແມ່ນບໍລິເວນຍຸດທະສາດຮອບດ້ານກ່ຽວກັບເສດຖະກິດ, ການເມືອງ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະການຕ່າງປະເທດ. ທີ່ຕັ້ງຍຸດທະສາດຂອງແຂວງກວ໋າງນີງ ແມ່ນຈຸດເລີ່ມຕົ້ນຂອງເຂດຮ່ວມມື “ສອງແລວ, ໜຶ່ງເສັ້ນທາງ” ເສດຖະກິດ ຫວຽດນາມ-ຈີນ, ແລວເສດຖະກິດ ໜານໜິງ-ສິງກະໂປ ແລະເຂດການຮ່ວມມືລະຫວ່າງເຂດອ່າວພາກເໜືອເປີດກວ້າງ, ໃນຂອບເຂດການຄ້າເສລີ ອາຊຽນ-ຈີນ.
    |
 |
|
ຄະນະຜູ້ແທນທະຫານຊາຍແດນແຂວງກວ໋າງນີງ ຕ້ອນຮັບຄະນະຜູ້ແທນປ້ອມກວດກາຊາຍແດນການເຂົ້າ-ອອກເມືອງ Dongxing (ຈີນ) ທີ່ມາພົບປະແລກປ່ຽນ ເນື່ອງໃນໂອກາດວັນຊາດຫວຽດນາມ (ປີ 2023). ພາບ: bienphong.com.vn |
ກໍານົດຢ່າງຈະແຈ້ງກ່ຽວກັບຄວາມສຳຄັນຂອງວຽກງານການທູດຊາຍແດນ ໃນໄລຍະເຊື່ອມໂຍງ ແລະພັດທະນາ, ຄະນະພັກ, ຄະນະບັນຊາທະຫານຊາຍແດນແຂວງກວ໋າງນີງ ໄດ້ນຳພາ-ຊີ້ນຳຜັນຂະຫຍາຍວຽກງານການທູດຊາຍແດນໃຫ້ນັບມື້ນັບແທດຈິງ ແລະມີປະສິດທິຜົນ, ບັນລຸໄດ້ໝາກຜົນພົ້ນເດັ່ນຫຼາຍຢ່າງ, ປະກອບສ່ວນປັບປຸງນ້ຳໃຈສາມັກຄີ, ມິດຕະພາບ ແລະການຮ່ວມມືກັບກຳລັງປ້ອງກັນຊາຍແດນຈີນ, ສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພ້ອມກັນພັດທະນາ. ພົ້ນເດັ່ນແມ່ນ, ທະຫານຊາຍແດນແຂວງກວ໋າງນີງ ໄດ້ຜັນຂະຫຍາຍປະຕິບັດບັນດາຂໍ້ຕົກລົງຂັ້ນສູງລະຫວ່າງສອງພັກ, ສອງລັດ ຫວຽດນາມ-ຈີນ ຕາມທິດນໍາ “ບ້ານໃກ້ເຮືອນຄຽງມິດຕະພາບ, ການຮ່ວມມືຮອບດ້ານ, ສະຖຽນລະພາບຍາວນານ, ມຸ່ງໄປເຖິງອະນາຄົດ” ເປັນຢ່າງດີ ແລະຈິດໃຈ 4 ດີ “ບ້ານໃກ້ເຮືອນຄຽງທີ່ດີ, ເປັນເພື່ອນມິດທີ່ດີ, ເປັນສະຫາຍທີ່ດີ ແລະເປັນຄູ່ຮ່ວມທີ່ດີ” ໄດ້ປະຕິບັດເຂົ້າໃນວຽກງານຄຸ້ມຄອງ, ປົກປັກຮັກສາຊາຍແດນໃນບໍລິເວນແຂວງກວ໋າງນີງ ຢ່າງມີປະສິດທິຜົນ.
ທະຫານຊາຍແດນແຂວງກວ໋າງນີງ ສືບຕໍ່ຮັກສາ ແລະປະຕິບັດເອກະສານນິຕິກໍາ 3 ສະບັບກ່ຽວກັບຊາຍແດນ ແລະບັນດາຂໍ້ຕົກລົງສອງຝ່າຍຢ່າງມີປະສິດທິຜົນ; ຮັກສາກົນໄກຮ່ວມມືກັບກໍາລັງປ້ອງກັນຊາຍແດນ, ດ່ານຊາຍແດນຈີນ ໃນການປົກປັກຮັກສາຊາຍແດນ, ຄວບຄຸມດ່ານຊາຍແດນ. ບັນດາກົມກອງທະຫານຊາຍແດນແຂວງກວ໋າງນີງ ແລະອົງການທີ່ກ່ຽວຂ້ອງຂອງຈີນ ໄດ້ເພີ່ມທະວີການແລກປ່ຽນວຽກງານ, ແກ້ໄຂບັນຫາການຄຸ້ມຄອງຊາຍແດນ; ປ້ອງກັນ, ຕ້ານອາດຊະຍາກໍາ, ການຄ້າຂາຍເຖື່ອນຜ່ານຊາຍແດນ ແລະ ຮ່ວມມືຜ່ານດ່ານສິນຄ້າ, ການເຂົ້າ-ອອກເມືອງ, ການສົ່ງອອກ, ນໍາເຂົ້າ, ພິເສດໃນການປ້ອງກັນ, ຕ້ານພະຍາດໂຄວິດ-19. ພ້ອມກັນນັ້ນ, ທະຫານຊາຍແດນແຂວງກວ໋າງນີງ ຍັງໄດ້ເປັນປະທານ ແລະສົມທົບກັນຈັດຕັ້ງບັນດາເຫດພົວພັນການຕ່າງປະເທດ ແລະຕ້ອນຮັບ, ເຮັດວຽກກັບຄະນະຜູ້ແທນການທູດຂັ້ນສູງ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເຄື່ອນໄຫວວຽກງານພົວພັນຕ່າງປະເທດຂອງພັກ, ລັດ; ສົມທົບກັນຈັດຕັ້ງການລາດຕະເວນສອງຝ່າຍ, ແກ້ໄຂບັນດາເຫດການທີ່ເກີດຂຶ້ນຢູ່ຊາຍແດນ, ດ່ານຊາຍແດນ; ຕໍ່ສູ້ປ້ອງກັນ, ຕ້ານຢາເສບຕິດ ແລະອາດຊະຍາກໍາ, ສືບສວນສອບສວນ, ກວດກາຢັ້ງຢືນ, ຮັບ ແລະສົ່ງຄືນຜູ້ທີ່ລະເມີດ.
ບັນດາໝາກຜົນທີ່ບັນລຸໄດ້ບໍ່ພຽງແຕ່ປັບປຸງຄວາມເຊື່ອໝັ້ນ ແລະການສົມທົບລະຫວ່າງກຳລັງສອງຟາກຊາຍແດນເທົ່ານັ້ນ, ຫາກຍັງສ້າງເງື່ອນໄຂສະດວກເພື່ອໃຫ້ແຂວງກວ໋າງນີງ ສືບຕໍ່ເປີດກວ້າງການເຄື່ອນໄຫວວຽກງານການທູດຊາຍແດນຢ່າງເລິກເຊິ່ງ ແລະ ແທດຈິງກວ່າໃນໄລຍະຈະມາເຖິງ. ບົນພື້ນຖານນັ້ນ, ທະຫານຊາຍແດນແຂວງກວ໋າງນີງ ຍັງໄດ້ສົມທົບກັບພະແນກການຕ່າງປະເທດແຂວງກວ໋າງນີງ ຢ່າງແໜ້ນແຟ້ນເພື່ອເປັນເສນາທິການໃຫ້ແກ່ອຳນາດການປົກຄອງທ້ອງຖິ່ນ ຜັນຂະຫຍາຍວຽກງານການທູດປະຊາຊົນສອງຟາກຊາຍແດນ ຫວຽດນາມ-ຈີນ ຢ່າງມີປະສິດທິຜົນ, ຕິດພັນກັບການປະຕິບັດບັນດາສັນຍາ, ກົດລະບຽບຄຸ້ມຄອງຊາຍແດນ ແລະໜ້າທີ່ຕໍ່ສູ້ປ້ອງກັນ, ຕ້ານອາດຊະຍາກໍາ, ຄວບຄຸມໂລກລະບາດ, ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ...
ດ້ວຍບົດບາດຫຼັກແຫຼ່ງ, ມີຄວາມຮັບຜິດຊອບໃນວຽກງານຄຸ້ມຄອງ, ປົກປັກຮັກສາຊາຍແດນ, ທະຫານຊາຍແດນແຂວງກວ໋າງນີງ ໄດ້ເປັນເຈົ້າການໃນການເປັນເສນາທິການໃຫ້ຄະນະພັກ, ອໍານາດການປົກຄອງທ້ອງຖິ່ນ ຮັກສາການເຄື່ອນໄຫວແຮກສ່ຽວກຸ່ມຊຸມຊົນທີ່ຢູ່ສອງຟາກຊາຍແດນ, ຜ່ານນັ້ນປັບປຸງນ້ຳໃຈສາມັກຄີ, ມິດຕະພາບລະຫວ່າງປະຊາຊົນ ແລະກຳລັງປ້ອງກັນຊາຍແດນຂອງສອງປະເທດ. ຍ້ອນມີການພົບປະແລກປ່ຽນ, ແລກປ່ຽນສະພາບການ ແລະສົມທົບກັນໃນການໂຄສະນາເຜີຍແຜ່ກົດໝາຍໃຫ້ປະຊາຊົນຢູ່ເຂດຊາຍແດນເປັນປະຈໍາ, ບັນດາກໍລະນີທີ່ເກີດຂຶ້ນໄດ້ຮັບການແກ້ໄຂຢ່າງທັນການ, ຖືກຕ້ອງຕາມຂໍ້ກໍານົດ. ມາຮອດປະຈຸບັນ, ໃນເຂດຊາຍແດນຂອງແຂວງ, ໄດ້ມີ 10 ກຸ່ມຊຸມຊົນທີ່ຢູ່ສອງຟາກຊາຍແດນໄດ້ແຮກສ່ຽວນຳກັນ.
ບັນດາໝາກຜົນພົ້ນເດັ່ນໃນວຽກງານການທູດຊາຍແດນ ໄດ້ ແລະພວມຢືນຢັນທີ່ຕັ້ງ, ອິດທິພົນຊື່ສຽງຂອງທະຫານຊາຍແດນແຂວງກວ໋າງນີງ ຢູ່ແນວໜ້າຂອງປະເທດຊາດ, ສ້າງພື້ນຖານອັນໜັກແໜ້ນເພື່ອສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມື, ພ້ອມກັນພັດທະນາ ໃນໄລຍະເຊື່ອມໂຍງຢ່າງເລິກເຊິ່ງກວ້າງຂວາງ.
ໂດຍ: ເຈິ່ນຮວ່ຽນ