ກອງປະຊຸມປະສົມລະຫວ່າງທະຫານເຂດ 5 (ກອງທັບປະຊາຊົນຫວຽດນາມ) ແລະທະຫານເຂດ 1 (ກອງທັບລາຊະອານາຈັກກຳປູເຈຍ)
ກປ.ອອນໄລ - ຕອນບ່າຍວັນທີ 7 ພະຈິກ, ຢູ່ກໍາປູເຈຍ, ທະຫານເຂດ 5 (ກອງທັບປະຊາຊົນຫວຽດນາມ) ແລະທະຫານເຂດ 1 (ກອງທັບລາຊະອານາຈັກກຳປູເຈຍ) ໄດ້ຈັດຕັ້ງກອງປະຊຸມປະສົມ ຄັ້ງທີ 25. ທ່ານພົນຕີ ເລຫງອັກຫາຍ, ຜູ້ບັນຊາການທະຫານເຂດ 5 ແລະທ່ານພົນຕີ Ly So Rarith, ຜູ້ບັນຊາການທະຫານເຂດ 1 ໄດ້ເປັນປະທານຮ່ວມກອງປະຊຸມ.
ທີ່ກອງປະຊຸມ, ສອງຝ່າຍໄດ້ຕີລາຄາສູງໝາກຜົນການຮ່ວມມືໃນໄລຍະຜ່ານມາ; ບັນດາເນື້ອໃນທີ່ໄດ້ເຫັນດີທີ່ກອງປະຊຸມປະສົມ ຄັ້ງທີ 24 (ປີ 2024) ໄດ້ຮັບການຜັນຂະຫຍາຍຢ່າງເຂັ້ມງວດ, ບັນລຸໄດ້ປະສິດທິຜົນຢ່າງແທດຈິງ. ສອງຝ່າຍຮັກສາການແລກປ່ຽນ, ສະໜອງຂໍ້ມູນຂ່າວສານ, ສົມທົບກັນຢ່າງແໜ້ນແຟ້ນລະຫວ່າງບັນດາກຳລັງປະຕິບັດໜ້າທີ່ໃນການລາດຕະເວນ, ຄວບຄຸມເຂດຕິດກັບຊາຍແດນ; ສະກັດກັ້ນບັນດາການເຄື່ອນໄຫວຂ້າມຊາຍແດນ, ການແຊກຊຶມທີ່ຜິດກົດໝາຍຢ່າງທັນການ, ປະກອບສ່ວນຮັກສາສະຖຽນລະພາບຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມຢູ່ເຂດຊາຍແດນ. ຄຽງຂ້າງນັ້ນ, ທະຫານເຂດ 1 ຕັ້ງໜ້າເປັນເສນາທິການໃຫ້ອຳນາດການປົກຄອງທ້ອງຖິ່ນໜູນຊ່ວຍຊາວຫວຽດນາມ ດຳລົງຊີວິດ, ທໍາມາຫາກິນເປັນປົກກະຕິ. ຝ່າຍທະຫານເຂດ 5 ໄດ້ຊ່ວຍເຫຼືອບັນດາກົມກອງເພື່ອນມິດກໍ່ສ້າງ ແລະສ້ອມແປງຄ້າຍທະຫານ, ໜູນຊ່ວຍອຸປະກອນ, ຈັດຕັ້ງຄະນະແພດໝໍໄປກວດພະຍາດ, ແຈກຢາຍຢຸກຢາ, ມອບຂອງຂວັນໃຫ້ປະຊາຊົນກໍາປູເຈຍ...
    |
 |
|
ສອງຝ່າຍລົງນາມໃນບົດບັນທຶກກອງປະຊຸມ. ພາບ: ເລໄຕ |
ສອງຝ່າຍໄດ້ເຫັນດີໂຄງການຮ່ວມມື ປີ 2025 ແລະໄຕມາດທີ 1 ປີ 2026, ສຸມໃສ່ໂຄສະນາ, ສຶກສາອົບຮົມພະນັກງານ, ນັກຮົບ ແລະປະຊາຊົນ, ເປັນຕົ້ນແມ່ນລຸ້ນໜຸ່ມ, ຮັບຮູ້ຢ່າງເລິກເຊິ່ງກວ່າກ່ຽວກັບການພົວພັນ “ບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຍືນຍົງຍາວນານ”; ລະຫວ່າງສອງປະເທດ, ສອງກອງທັບ. ພ້ອມທັງແລກປ່ຽນຂໍ້ມູນຂ່າວສານເປັນປະຈໍາ, ສົມທົບກັນຢ່າງແໜ້ນແຟ້ນໃນການຄຸ້ມຄອງ, ປົກປັກຮັກສາຊາຍແດນ, ສະກັດກັ້ນ, ຕ້ານອາດຊະຍາກໍາ, ປ້ອງກັນ, ຕ້ານໄພທໍາມະຊາດ, ກູ້ໄພກູ້ຊີບຕາມເນື້ອໃນຈິດໃຈອະນຸສັນຍາການຮ່ວມມືທີ່ໄດ້ລົງນາມໃນວັນທີ 20 ກໍລະກົດ 2017 ລະຫວ່າງກະຊວງປ້ອງກັນປະເທດສອງປະເທດ.
ໂດຍ: ເຈິ່ນຮວ່ຽນ