ແພດທະຫານຫວຽດນາມ ແລະກຳປູເຈຍ ກວດພະຍາດ ແລະແຈກຢາໂດຍບໍ່ເສຍຄ່າໃຫ້ແກ່ປະຊາຊົນຢູ່ເຂດຊາຍແດນ
ກປ.ອອນໄລ - ວັນທີ 5 ພະຈິກ, ຢູ່ກໍາປູເຈຍ, ກໍາລັງແພດທະຫານຫວຽດນາມ ແລະກໍາປູເຈຍ ໄດ້ສົມທົບກັນຈັດຕັ້ງການກວດພະຍາດ ແລະແຈກຢາຍຢຸກຢາໂດຍບໍ່ເສຍຄ່າໃຫ້ແກ່ປະຊາຊົນຢູ່ຕາແສງ Kokisom, ເມືອງ Svay Tiep, ແຂວງ Svay Rieng. ນີ້ແມ່ນການເຄື່ອນໄຫວກ່ອນທີ່ດໍາເນີນການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນຫວຽດນາມ - ກໍາປູເຈຍ ຄັ້ງທີ 2.
    |
 |
|
ທ່ານພົນຈັດຕະວາ ເຈິ່ນກົງເຈື່ອງ, ຮອງຫົວໜ້າກົມເສນາຮັກ, ກົມໃຫຍ່ພະລາທິການ-ເຕັກນິກ ກ່າວຄໍາເຫັນເປີດພິທີ. ພາບ: qdnd.vn |
ການເຄື່ອນໄຫວກວດພະຍາດ ແລະແຈກຢາຍຢຸກຢາໂດຍບໍ່ເສຍຄ່າໃຫ້ແກ່ປະຊາຊົນຢູ່ເຂດຊາຍແດນຫວຽດນາມ ແລະກຳປູເຈຍ ໂດຍກົມໃຫຍ່ພະລາທິການ-ເຕັກນິກ ຊີ້ນໍາກົມເສນາຮັກ ເປັນເຈົ້າພາບ, ສົມທົບກັບກົມເສນາຮັກກຳປູເຈຍ, ທະຫານເຂດ 7, ທະຫານຊາຍແດນ ແລະໂຮງໝໍກອງທັບ 175 ຜັນຂະຫຍາຍ. ບໍ່ພຽງແຕ່ກວດພະຍາດເທົ່ານັ້ນ, ຄະນະປະຕິບັດງານຍັງໂຄສະນາເຜີຍແຜ່ຄວາມຮູ້ກ່ຽວກັບການສົ່ງເສີມສຸຂະພາບ, ປົກປ້ອງສຸຂະພາບ, ປ້ອງກັນ, ຕ້ານໂລກລະບາດໃຫ້ແກ່ປະຊາຊົນ 2.000 ຄົນທີ່ພວມດໍາລົງຊີວິດຢູ່ເຂດຊາຍແດນຂອງສອງປະເທດ ອີກດ້ວນ. ຜ່ານນັ້ນ, ຊຸກຍູ້ການຮ່ວມມືສາກົນໃນຂົງເຂດແພດທະຫານ, ປະກອບສ່ວນສົ່ງສານກ່ຽວກັບຄວາມສາມັກຄີ, ມິດຕະພາບ, ການຊ່ວຍເຫຼືອເຊິ່ງກັນ ແລະກັນລະຫວ່າງລັດຖະບານ, ກອງທັບ ແລະປະຊາຊົນສອງປະເທດຫວຽດນາມ - ກຳປູເຈຍ.
    |
 |
|
ການນໍາກົມເສນາຮັກຫວຽດນາມ ມອບຂອງຂວັນໃຫ້ແກ່ກົມເສນາຮັກກໍາປູເຈຍ. ພາບ: qdnd.vn |
ກ່າວຄຳເຫັນເປີດເຫດການ, ທ່ານພົນຈັດຕະວາ ເຈິ່ນກົງເຈື່ອງ, ຮອງຫົວໜ້າກົມເສນາຮັກ, ກົມໃຫຍ່ພະລາທິການ-ເຕັກນິກ, ກະຊວງປ້ອງກັນປະເທດຫວຽດນາມ ເນັ້ນໜັກວ່າ: ວຽກງານພົບປະແລກປ່ຽນ, ຮ່ວມມືລະຫວ່າງແພດທະຫານຫວຽດນາມ ກັບກຳປູເຈຍ ໃນໄລຍະຜ່ານມາ ບັນລຸໄດ້ໝາກຜົນທີ່ມີຄວາມໝາຍຫຼາຍຢ່າງ, ປະກອບສ່ວນປັບປຸງນໍ້າໃຈສາມັກຄີມິດຕະພາບ ແລະການຮ່ວມມືຮອບດ້ານລະຫວ່າງກອງທັບສອງປະເທດ. ລາຍການຄັ້ງນີ້ທັງແມ່ນຄວາມຮັບຜິດຊອບ ທັງແມ່ນອາລົມຈິດຂອງກອງທັບສອງປະເທດ ເພື່ອແນໃສ່ສະແດງຄວາມຮູ້ບຸນຄຸນຕໍ່ການຊ່ວຍເຫຼືອ, ການອຸ້ມຊູຊ່ວຍເຫຼືອຂອງປະຊາຊົນ ແລະອຳນາດການປົກຄອງທ້ອງຖິ່ນສອງຟາກຊາຍແດນ. ພ້ອມກັນນັ້ນ, ນີ້ກໍ່ແມ່ນໂອກາດເພື່ອໃຫ້ກອງທັບສອງປະເທດຫວຽດນາມ - ກໍາປູເຈຍ ແລກປ່ຽນ, ແບ່ງປັນ ແລະຖອດຖອນບົດຮຽນເຊິ່ງກັນ ແລະກັນໃນຂົງເຂດແພດສາດ ແລະວຽກງານຈັດຕັ້ງການແພດທະຫານ.
    |
 |
|
ປະຊາຊົນຕາແສງ Kokisom, ເມືອງ Svay Tiep, ແຂວງ Svay Rieng (ກໍາປູເຈຍ) ເຂົ້າຮ່ວມພິທີເປີດ ແລະມາກວດພະຍາດ. ພາບ: qdnd.vn |
    |
 |
|
ແພດທະຫານຂອງສອງປະເທດ ກວດພະຍາດໃຫ້ແກ່ປະຊາຊົນກໍາປູເຈຍ. ພາບ: qdnd.vn |
ທ່ານ Chea Horn, ເຈົ້າເມືອງ Svay Tiep, ແຂວງ Svay Rieng (ກໍາປູເຈຍ) ໃຫ້ຮູ້ວ່າ: “ພວກຂ້າພະເຈົ້າສະແດງຄວາມຂອບອົກຂອບໃຈຢ່າງເລິກເຊິ່ງມາຍັງບັນດາແພດທະຫານຫວຽດນາມ ທີ່ໄດ້ສະຫງວນອາລົມຈິດຄວາມຮັກແພງ, ຄວາມເອົາໃຈໃສ່ ແລະການແບ່ງປັນກັບປະຊາຊົນທ້ອງຖິ່ນ. ນີ້ກໍ່ແມ່ນໂອກາດອັນລ້ຳຄ່າເພື່ອໃຫ້ແພດທະຫານສອງປະເທດ ມີໂອກາດພົບປະແລກປ່ຽນ, ສາມັກຄີ ແລະຮ່ວມມືຮອບດ້ານ, ປະກອບສ່ວນຮັດແໜ້ນສາຍພົວພັນມິດຕະພາບລະຫວ່າງສອງປະເທດ”.
ຕາມແຜນການແລ້ວ, ວັນທີ 6 ພະຈິກ, ຄະນະປະຕິບັດງານລວມມີແພດທະຫານຂອງຫວຽດນາມ ແລະກຳປູເຈຍ ຈະກວດພະຍາດ ແລະແຈກຢາຍຢຸກຢາໂດຍບໍ່ເສຍຄ່າໃຫ້ແກ່ບັນດາເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກໃນບໍລິເວນຕາແສງ ລອງທ້ວນ, ແຂວງໄຕນິງ.
ໂດຍ: ທູຈາງ