ໃນໄລຍະຜ່ານມາ, ກົມກອງໄດ້ຮັບເອົາ, ຄົ້ນຄວ້າ ແລະຊາບຊຶມ, ຜັນຂະຫຍາຍບັນດາມາດຕະການວຽກງານຢ່າງຄົບຊຸດ; ໃນນັ້ນໄດ້ສຸມໃສ່ຮັກສາການເຄື່ອນໄຫວການເຂົ້າ-ອອກເມືອງຢ່າງມີປະສິດທິຜົນ, ຈຸດສຸມແມ່ນຍູ້ແຮງການປະຕິຮູບລະບຽບການບໍລິຫານ, ເພີ່ມທະວີການໍາໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ, ສ້າງບາດກ້າວໃໝ່ໃນການຫັນລະບຽບການເຂົ້າ-ອອກເມືອງຜ່ານດ່ານຊາຍແດນ ເປັນທັນສະໄໝ ແລະບັນລຸໄດ້ຫຼາຍໝາກຜົນທີ່ຕັ້ງໜ້າ.
ວຽກງານຄວບຄຸມການເຂົ້າ-ອອກເມືອງໄດ້ຮັບການປັບປຸງ ແລະປ່ຽນແປງໃໝ່, ແບບແຜນວິທີເຮັດໜ້າທີ່ຄວບຄຸມຄ່ອຍໆມີລັກສະນະເປັນມືອາຊີບ ແລະມີວິທະຍາສາດກວ່າ, ເວລາເຮັດລະບຽບການເຂົ້າ-ອອກເມືອງ ໄດ້ຕັດສັ້ນລົງ, ຮັບປະກັນຄວາມແໜ້ນແຟ້ນ, ວ່ອງໄວ, ກະທັດຮັດ, ປອດໂປ່ງ.
ທີ່ດ່ານສາກົນນາແນ່ວ ໄດ້ປ່ຽນແປງໃໝ່ການປະຕິຮູບລະບຽບການບໍລິຫານ, ນໍາໃຊ້ວິທະຍາສາດ, ເຕັກໂນໂລຢີຂໍ້ມູນຂ່າວສານເຂົ້າໃນການຄຸ້ມຄອງການເຂົ້າ-ອອກເມືອງຢູ່ດ່ານຊາຍແດນ, ສ້າງເງື່ອນໄຂສະດວກໃຫ້ການເຄື່ອນໄຫວຕ່າງໆລຸລ່ວງໄປດ້ວຍດີ, ປະກອບສ່ວນພັດທະນາເສດຖະກິດ-ສັງຄົມ. ການນໍາໃຊ້ການແຈ້ງຂໍ້ມູນທາງເອເລັກໂຕນິກ ແລະລະບົບ 3M ອ່ານໜັງສືຜ່ານດ່ານນັ້ນໄດ້ຊ່ວຍຕັດເວລາເຮັດລະບຽບການເຂົ້າ-ອອກເມືອງ ສັ້ນລົງຍັງເຫຼືອແຕ່ 1 ນາທີ/ຜູ້ໜຶ່ງ ເມື່ອທຽບໃສ່ກ່ອນນັ້ນແມ່ນ 5 ນາທີ/ຜູ້ໜຶ່ງ. ແຕ່ປີ 2020-2025, ທາງກົມກອງເຮັດລະບຽບການອອກເມືອງໄດ້ 91.652 ເທື່ອຄົນ/33.448 ເທື່ອພາຫະນະ; ເຮັດລະບຽບການອອກເມືອງຢູ່ເຂດຊາຍແດນໄດ້ 14.145 ເທື່ອຄົນ, ເຂົ້າເມືອງຢູ່ເຂດຊາຍແດນໄດ້ 14.735 ເທື່ອຄົນ.
    |
 |
ຄ້າຍທະຫານຊາຍແດນດ່ານສາກົນນາແມ່ວ ໂຄສະນາເຜີຍແຜ່ກົດໝາຍໃຫ້ປະຊາຊົນໄປມາຢູ່ເຂດຊາຍແດນ. ພາບ: vhds.baothanhhoa.vn |
ເພື່ອແນໃສ່ອໍານວຍຄວາມສະດວກຊຸກຍູ້ການແລກປ່ຽນການຄ້າໄປມາຢູ່ດ່ານຊາຍແດນ, ປະກອບສ່ວນຍູ້ແຮງການຮ່ວມມືພັດທະນາເສດຖະກິດ - ສັງຄົມລະຫວ່າງແຂວງແທງຮວາ-ຫົວພັນ, ອຳນາດການປົກຄອງທ້ອງຖິ່ນທັງສອງຟາກຊາຍແດນໄດ້ເອົາໃຈໃສ່ເຖິງການຮັບປະກັນການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຮັກສາຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ສົມທົບກັນຕໍ່ສູ້, ຕ້ານ ແລະສະກັດກັ້ນອາດຊະຍາກຳ, ພ້ອມກັນກໍ່ສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ. ກົມກອງໄດ້ເປັນເຈົ້າການກໍາແໜ້ນສະພາບການພາຍໃນ, ນອກຊາຍແດນ, ຕໍ່ສູ້ຢ່າງມີປະສິດທິິຜົນກັບບັນດາອາດຊະຍາກໍາ, ເປົ້າໝາຍປະເພດຕ່າງໆທີ່ໄປມາຜ່ານດ່ານຊາຍແດນ... ກົມກອງຍັງໄດ້ຮັບ, ສົ່ງມອບເປົ້າໝາຍ 38 ຄົນ ແມ່ນຊາວຫວຽດນາມ ແລະຊາວລາວ ຜ່ານດ່ານຊາຍແດນ...
ຕໍ່ໜ້າການຜັນແປທີ່ສັບສົນກ່ຽວກັບຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ ແລະຄວາມປອດໄພໃນສັງຄົມຢູ່ບໍລິເວນເຂດດ່ານຊາຍແດນ, ກົມກອງໄດ້ເປັນເຈົ້າການກຳແໜ້ນສະພາບການ, ສົມທົບກັນຕິດຕາມກວດກາການນຳເຂົ້າ-ສົ່ງອອກສິນຄ້າ ຖືກຕາມພາລະບົດບາດ ແລະສິດອຳນາດຂອງຕົນ. ຈັດຕັ້ງການລາດຕະເວນສອງຝ່າຍ, ລາດຕະເວນ, ຄວບຄຸມທາງນ້ອຍ, ທາງຮ່ອມທີ່ໄປມາຜ່ານດ່ານຊາຍແດນດ້ວຍ 153 ຄັ້ງ/1.776 ເທື່ອພະນັກງານ, ນັກຮົບທີ່ເຂົ້າຮ່ວມ. ຈັດຕັ້ງການພົບປະສອງຝ່າຍ, ແລກປ່ຽນສະພາບການ, ພົບປະແລກປ່ຽນ, ອວຍພອນເນື່ອງໃນໂອກາດງານບຸນ, ບຸນເຕັດ ກັບກໍາລັງປົກປັກຮັກສາຊາຍແດນຝ່າຍເພື່ອນ ໄດ້ 127 ຄັ້ງ/662 ເທື່ອຄົນເຂົ້າຮ່ວມ, ຈັດຕັ້ງການຢື້ຢາມຖາມຂ່າວ, ມອບຂອງຂວັນທີ່ມີມູນຄ່າກວ່າ 420 ລ້ານດົ່ງ. ປີ 2025, ກົມກອງ ໄດ້ຈັດຕັ້ງການແຮກສ່ຽວກັບກອງຮ້ອຍ 218, ຂຶ້ນກັບກອງບັນຊາການທະຫານແຂວງຫົວພັນ. ຍ້ອນມີການຮັບປະກັນການແລກປ່ຽນການຄ້າຊາຍແດນ ໄດ້ດີ, ປະຊາຊົນຢູ່ບັນດາຕາແສງຊາຍແດນ ແລະປະຊາຊົນຂອງປະເທດເພື່ອນລາວ ຈຶ່ງມີໂອກາດແລກປ່ຽນວັດທະນະທໍາທີ່ເປັນເອກະລັກ, ບົດຮຽນໃນການທໍາມາຫາກິນນຳກັນ.
ທ່ານພັນເອກ ຮວ່າງຫງັອກບິ່ງ, ຫົວໜ້າຄ້າຍທະຫານຊາຍແດນດ່ານສາກົນ ມາແມ່ວ ໃຫ້ຮູ້ວ່າ: “ໃນໄລຍະຈະມາເຖິງ, ກົມກອງຈະສືບຕໍ່ຕິດຕາມສະພາບການຢູ່ພາຍໃນ ແລະນອກຊາຍແດນ, ໂດຍສະເພາະແມ່ນບັນດາເປົ້າໝາຍໄປມາຜ່ານດ່ານຊາຍແດນ, ຕີລາຄາຢ່າງໃກ້ຊິດ ແລະຖືກກັບສະພາບການ. ຮັກສາລະບອບກຽມພ້ອມສູ້ຮົບ, ລາດຕະເວນ, ຄວບຄຸມຊາຍແດນ, ດ່ານຊາຍແດນຢ່າງແໜ້ນແຟ້ນ ແລະເຂັ້ມງວດ; ຕໍ່ສູ້ ແລະສະກັດກັ້ນຢ່າງມີປະສິດທິຜົນກັບບັນດາອາດຊະຍາກໍາແຕ່ຫົວທີ, ແຕ່ທາງໄກ, ບໍ່ປະໃຫ້ຕົກຢູ່ໃນທ່າຮັບບັງເອີນ. ສືບຕໍ່ປ່ຽນແປງໃໝ່ເນື້ອໃນ, ວິທີການພົວພັນຕ່າງປະເທດຊາຍແດນ ເພື່ອໃຫ້ມີການພັດທະນາທັງລວງກວ້າງ ແລະລວງເລິກຕາມທິດທີ່ແທດຈິງ, ມີປະສິດທິຜົນ, ປະກອບສ່ວນປະຕິບັດພາລະບົດບາດຄຸ້ມຄອງລັດ ກ່ຽວກັບການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການພົວພັນຕ່າງປະເທດຢູ່ເຂດຊາຍແດນ, ດ່ານຊາຍແດນຂອງທະຫານຊາຍແດນ ໃນສະພາບການໃໝ່ ໃຫ້ເປັນຢ່າງດີ”.
ໂດຍ: ໄຊນີດາ