ບໍ່ພຽງແຕ່ເປັນການລາດຕະເວນຊາຍແດນແບບປົກກະຕິເທົ່ານັ້ນ, ຫາກຍັງເປັນຄັ້ງທຳອິດໃນປະຫວັດສາດ ທີ່ການລາດຕະເວນສອງຝ່າຍຂັ້ນແຂວງ ລະຫວ່າງກອງບັນຊາການທະຫານຊາຍແດນແຂວງເງະອານ (ຫວຽດນາມ) ກັບກອງບັນຊາການທະຫານແຂວງຫົວພັນ (ລາວ) ໄດ້ຈັດຂຶ້ນອີກດ້ວຍ.

ນີ້ໄດ້ຮັບຖືວ່າເປັນຂີດໝາຍສຳຄັນ, ເປີດໜ້າປະຫວັດສາດໃໝ່ໃນວຽກງານສົມທົບກັນປົກປັກຮັກສາຊາຍແດນລະຫວ່າງສອງປະເທດບ້ານໃກ້ເຮືອນຄຽງ.

ການລາດຕະເວນສະແດງໃຫ້ເຫັນຄວາມສະໜິດຕິດພັນ

ເຖິງວ່າອາກາດຮ້າຍແຮງ, ຝົນຕົກແກ່ຍາວຕໍ່ເນື່ອງຕະຫຼອດຄືນກໍ່ຕາມ, ແຕ່ວ່າ ແຕ່ຮຸ່ງເຊົ້າ, ພະນັກງານ, ນັກຮົບຂອງສອງຝ່າຍໄດ້ຄຽງບ່າຄຽງໄຫຼ່ນຳກັນ,  ເລີ່ມເດີນທາງໄປລາດຕະເວນຂ້າມພູຜາປ່າໄມ້ ດ້ວຍເສັ້ນທາງທີ່ມີລວງຍາວກວ່າ 122 ກິໂລແມັດ.ໜ່ວຍລາດຕະເວນ ໄດ້ໄປຜ່ານຫຼັກໝາຍຊາຍແດນ 41 ຫຼັກ ແລະເສົາຫຼັກໝາຍ 14 ເສົາ, ກວດກາລະບົບຫຼັກໝາຍຊາຍແດນທັງໝົດ, ຕີລາຄາສະພາບການຍົກຍ້າຍທີ່ຢູ່ອາໄສ ແລະຄວາມສ່ຽງລະເມີດກົດລະບຽບຊາຍແດນ.

ບໍ່ພຽງແຕ່ມີອາວຸດ ແລະອຸປະກອນເທົ່ານັ້ນ, ໜ່ວຍລາດຕະເວນ ຍັງມີນ້ຳໃຈສາມັກຄີ, ມິດຕະພາບທີ່ໄດ້ຮັບເພີ່ມພູນຄູນສ້າງຜ່ານຫຼາຍລຸ້ນຄົນ. ການຈັບມື, ຄວາມໄວ້ເນື້ອເຊື່ອໃຈ ແລະການສົມທົບກັນຢ່າງສະໜິດສະໜົມລະຫວ່າງສອງກໍາລັງແມ່ນພະຍານຫຼັກຖານທີ່ມີຊີວິດຊີວາໃຫ້ແກ່ການພົວພັນແບບພິເສດຫວຽດນາມ - ລາວ.

leftcenterrightdel
ມາຮອດປະຈຸບັນ, ທະຫານຊາຍແດນແຂວງເງະອານ ໄດ້ຈັດຕັ້ງການລາດຕະເວນສອງຝ່າຍ ກັບ 3 ແຂວງຂອງລາວ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານພັນໂທ ສົມນຶກ ຄຸນພະຈັນ, ຫົວໜ້າກອງຮ້ອຍທະຫານຊາຍແດນ 216, ແຂວງຫົວພັນ ແບ່ງປັນວ່າ: “ການເຄື່ອນໄຫວລາດຕະເວນສອງຝ່າຍຄຸ້ມຄອງເສັ້ນຊາຍແດນ, ຫຼັກໝາຍຊາຍແດນ ພວກຂະເຈົ້າ ໄດ້ຮັກສາການປະຕິບັດຢ່າງເປັນປະຈໍາ ແລະເຂັ້ມງວດ. ແຕ່ລະເດືອນ, ກອງຮ້ອຍທະຫານຊາຍແດນ 216 ແລະຄ້າຍທະຫານຊາຍແດນທົງທູ  ລ້ວນແຕ່ສົມທົບກັນລາດຕະເວນເພື່ອແນໃສ່ຄຸ້ມຄອງ ແລະປົກປັກຮັກສາຊາຍແດນ”.

ຄຳເວົ້າທີ່ລຽບງ່າຍແຕ່ເຕັມໄປດ້ວຍຄວາມຮັບຜິດຊອບສະແດງໃຫ້ເຫັນເຖິງຄວາມສະໜິດຕິດພັນລະຫວ່າງບັນດາກົມກອງທະຫານຊາຍແດນຂອງສອງປະເທດ. ນັ້ນບໍ່ພຽງແຕ່ແມ່ນໜ້າທີ່ເທົ່ານັ້ນ, ຫາກຍັງແມ່ນຄວາມໄວ້ເນື້ອເຊື່ອໃຈ, ແມ່ນການໃຫ້ຄໍາໝັ້ນສັນຍາເພື່ອປົກປັກຮັກສາຜືນແຜ່ນດິນອັນສັກສິດ.

ທ່ານພັນໂທ ຮວ່າງເທ໊ຕ່າຍ, ຫົວໜ້າການເມືອງຄ້າຍທະຫານຊາຍແດນທົງທູ້, ທະຫານຊາຍແດນແຂວງເງະອານ ແບ່ງປັນວ່າ: ບໍລິເວນທີ່ກົມກອງຄຸ້ມຄອງສ່ວນຫຼາຍແມ່ນເປັນພູຜາປ່າໄມ້, ສະພາບການສັນຈອນຫຍຸ້ງຍາກ, ອາກາດຮ້າຍແຮງ, ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນຍັງປະສົບກັບຄວາມຫຍຸ້ງຍາກ. ບັນດາປັດໄຈດັ່ງກ່າວໄດ້ເຮັດໃຫ້ວຽກງານລາດຕະເວນ ແລະການຄຸ້ມຄອງເຂດຊາຍແດນປະສົບກັບສິ່ງກີດຂວາງຫຼາຍຢ່າງ.  ເຖິງຢ່າງໃດກໍຕາມ, ພວກຂ້າພະເຈົ້າ ໄດ້ກໍານົດຢ່າງຈະແຈ້ງວ່າການປົກປັກຮັກສາຊາຍແດນບໍ່ພຽງແຕ່ແມ່ນໜ້າທີ່ການເມືອງເທົ່ານັ້ນ, ຫາກຍັງແມ່ນໜ້າທີ່ຮັບຜິດຊອບອັນສັກສິດຕໍ່ກັບປະເທດຊາດ. ການລາດຕະເວນແຕ່ລະຄັ້ງແມ່ນໂອກາດເພື່ອປັບປຸງທ່າສະໜາມໃນຈິດໃຈປະຊາຊົນ, ໂຄສະນາເຜີຍແຜ່ກົດໝາຍ, ຕ້ານ ແລະສະກັດກັ້ນອາດຊະຍາກຳ ແລະກໍ່ສ້າງເສັ້ນຊາຍແດນໃຫ້ມີສັນຕິພາບ, ມິດຕະພາບ.

ການລາດຕະເວນຊາຍແດນບໍ່ພຽງແຕ່ແມ່ນໜ້າທີ່ການທະຫານເທົ່ານັ້ນ ຫາກຍັງແມ່ນສັນຍາລັກແຫ່ງນໍ້າໃຈມິດຕະພາບຫວຽດນາມ-ລາວ. ຮອຍຕີນທີ່ງຽບສະຫງົບໃນທ່າມກາງເຂດພູຜາປ່າໄມ້ໃນມື້ນີ້ ບໍ່ພຽງແຕ່ເປັນການຮັກສາຫຼັກໝາຍຊາຍແດນ, ເສົາຫຼັກໝາຍຊາຍແດນເທົ່ານັ້ນ, ຫາກຍັງສະແດງໃຫ້ເຫັນຄວາມສະໜິດຕິດພັນອັນແໜ້ນແຟ້ນລະຫວ່າງສອງຊາດອີກດ້ວຍ.

ເພື່ອເສັ້ນຊາຍແດນສັນຕິພາບ, ມິດຕະພາບ ແລະພັດທະນາ

ແຂວງເງະອານ ມີເສັ້ນຊາຍແດນຍາວກວ່າ 468 ກິໂລແມັດ, ຕິດຈອດກັບ 3 ແຂວງຂອງລາວ ຄື: ຊຽງຂວາງ, ບໍລິຄຳໄຊ ແລະ ຫົວພັນ. ດ້ວຍພູມສັນຖານທຸລະກັນດານ ແລະມີປະຊາກອນອາໄສຢູ່ກະແຈກກະຈາຍ, ວຽກງານຄຸ້ມຄອງຊາຍແດນແມ່ນສິ່ງທ້າທາຍໃຫຍ່. ເຖິງຢ່າງໃດກໍຕາມ, ດ້ວຍການເປັນເຈົ້າການ ແລະມີຫົວຄິດປະດິດສ້າງ, ມາຮອດປະຈຸບັນ, ທະຫານຊາຍແດນແຂວງເງະເານ ໄດ້ຈັດຕັ້ງການລາດຕະເວນຂັ້ນແຂວງກັບ 3 ທ້ອງຖິ່ນຂອງລາວ.

ທ່ານພົນຈັດຕະວາ ຄຳເມືອງ ໂຄດວົງຄູນ, ຫົວໜ້າການທະຫານກອງບັນຊາທະຫານແຂວງຫົວພັນ ເນັ້ນໜັກວ່າ: “ນີ້ແມ່ນຄັ້ງທຳອິດທີ່ສອງຝ່າຍຈັດຕັ້ງການລາດຕະເວນຂັ້ນແຂວງ, ສິ່ງດັ່ງກ່າວມີຄວາມໝາຍສໍາຄັນແນໃສ່ຮັບປະກັນຊາຍແດນໃຫ້ມີສັນຕິພາບ ແລະພັດທະນາ”.

leftcenterrightdel
ກໍາລັງປ້ອງກັນຊາຍແດນຂອງສອງປະເທດ ຮັກສາການລາດຕະເວນຂັ້ນແຂວງ, ເປັນຕົ້ນແມ່ນໃນບໍລິເວນຈຸດສຸມ. ພາບ: ສໍານັກຂ່າວສານຫວຽດນາມ

ພາຍຫຼັງການລາດຕະເວນແຕ່ລະຄັ້ງ, ສອງຝ່າຍໄດ້ຮັກສາການແລກປ່ຽນຂໍ້ມູນຂ່າວສານ, ສົມທົບກັນຕ້ານ ແລະສະກັດກັ້ນອາດຊະຍາກຳຂ້າມຊາຍແດນ, ໂຄສະນາເຜີຍແຜ່ກົດໝາຍໃຫ້ແກ່ປະຊາຊົນຢູ່ເຂດຊາຍແດນ. ນີ້ແມ່ນການເຄື່ອນໄຫວຮ່ວມມືຢ່າງມີປະສິດທິຜົນ, ປະກອບສ່ວນຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະຊຸກຍູ້ການພັດທະນາເສດຖະກິດ - ສັງຄົມຢູ່ເຂດຊາຍແດນ.

ທ່ານພັນເອກພິເສດ ໂຮ່ກວຽດຖັ໊ງ, ຮອງຫົວໜ້າການທະຫານ ຫົວໜ້າເສນາທິການກອງບັນຊາການທະຫານຊາຍແດນແຂວງເງະອານ ຢືນຢັນວ່າ: “ພວກຂ້າພະເຈົ້າ ໄດ້ປະຕິບັດຂໍ້ຕົກລົງຮ່ວມມືລະຫວ່າງກອງບັນຊາການທະຫານຊາຍແດນຫວຽດນາມ ກັບກົມທະຫານຊາຍແດນລາວ ຢ່າງເຂັ້ມງວດ, ເພີ່ມທະວີວຽກງານການທູດຊາຍແດນ ກັບບັນດາແຂວງທີ່ຢູ່ເຊິ່ງໜ້າ. ຜ່ານນັ້ນ, ພົບເຫັນ, ແກ້ໄຂການລະເມີດຄວາມສະຫງົບຢູ່ເຂດຊາຍແດນ. ການເຄື່ອນໄຫວດັ່ງກ່າວ ຈະໄດ້ຮັກສາໄວ້ໃຫ້ເປັນລະບຽບແບບແຜນ, ເປັນຕົ້ນແມ່ນໃນບໍລິເວນຈຸດສຸມ”.

ໃນສະພາບການພາກພື້ນ ແລະໃນໂລກມີການຜັນແປຫຼາຍຢ່າງ, ການຮັກສາເສັ້ນຊາຍແດນໃຫ້ມີສັນຕິພາບ ແລະສະຖຽນລະພາບແມ່ນປັດໄຈຕົ້ນຕໍເພື່ອພັດທະນາແບບຍືນຍົງ. ການລາດຕະເວນສອງຝ່າຍຂັ້ນແຂວງ ບໍ່ພຽງແຕ່ຊ່ວຍຄວບຄຸມສະພາບການຢູ່ທ້ອງຖິ່ນເທົ່ານັ້ນ, ຫາກຍັງແມ່ນໂອກາດເພື່ອໃຫ້ສອງຝ່າຍໄດ້ຕີລາຄາ, ປັບປຸງ ແລະຍົກສູງປະສິດທິຜົນການຮ່ວມມື. ຜ່ານການເຄື່ອນໄຫວດັ່ງກ່າວ, ວຽກງານໂຄສະນາເຜີຍແຜ່ກົດໝາຍ, ຍົກສູງຄວາມຮັບຮູ້ໃຫ້ແກ່ປະຊາຊົນຢູ່ເຂດຊາຍແດນ ກ່ຽວກັບອະທິປະໄຕຜືນແຜ່ນດິນ, ການຕ້ານ ແລະສະກັດກັ້ນອາດຊະຍາກຳ ແລະປົກປັກຮັກສາສິ່ງແວດລ້ອມແຫ່ງການດຳລົງຊີວິດ ໄດ້ຮັບການຍູ້ແຮງ, ຜ່ານນັ້ນສ້າງທ່າປ້ອງກັນຊາຍແດນທ່ົວປວງຊົນ, ສະໜິດຕິດພັນລະຫວ່າງກຳລັງກ່ຽວຂ້ອງ ແລະວົງຄະນະຍາດຊຸມຊົນ.

ໂດຍ: ທູຈາງ