ທີ່ເວທີປາໄສ, ທ່ານພົນຈັດຕະວາ ໂດ໊ງອກຕ່ວານ ໄດ້ມີບົດກ່າວປາໄສ ດ້ວຍຫົວຂໍ້ “ພ້ອມກັນຮ່ວມມືໃນການຕ້ານ ແລະສະກັດກັ້ນຄວາມສ່ຽງດ້ານຄວາມໝັ້ນຄົງຢູ່ດ່ານຊາຍແດນ, ຊຸກຍູ້ການຜ່ານດ່ານຢ່າງສະດວກ”. ໃນນັ້ນ, ທ່ານພົນຈັດຕະວາ ໂດ໊ງອກຕ່ວານ ເນັ້ນໜັກວ່າ, ເພື່ອຮັບປະກັນຄວາມໝັ້ນຄົງຢູ່ດ່ານຊາຍແດນ ແລະຊຸກຍູ້ການຜ່ານດ່ານຢ່າງສະດວກ, ຕ້ອງສືບຕໍ່ຍົກສູງປະສິດທິພາບການຄຸ້ມຄອງຂອງລັດ ກ່ຽວກັບຄວາມເປັນລະບຽບຮຽບຮ້ອຍຢູ່ດ່ານຊາຍແດນ.

leftcenterrightdel
ບັນຍາກາດທີ່ເວທີປາໄສກ່ຽວກັບການຄຸ້ມຄອງການຍົກຍ້າຍປະຊາຊົນ, ໃນຂອບເຂດເວທີປາໄສຄວາມໝັ້ນຄົງສາທາລະນະທົ່ວໂລກ (Lianyungang-ຈີນ). ພາບ: bienphong.com.vn

ການຫັນການຄຸ້ມຄອງດ່ານຊາຍແດນເປັນທັນສະໄໝ ໂດຍອີງໃສ່ພື້ນຖານເຕັກໂນໂລຢີດີຈີຕອນເພື່ອຮັບຮູ້ພາຫະນະ ແລະສິນຄ້າແບບອັດຕະໂນມັດ; ບໍລິຫານກະແສພາຫະນະສະຫຼາດ ແລະແບ່ງປັນຖານຂໍ້ມູນລະຫວ່າງບັນດາອົງການທີ່ກ່ຽວຂ້ອງ. ນີ້ແມ່ນບາດກ້າວສຳຄັນທັງຮັບປະກັນຄວາມສະຫງົບ ທັງເຮັດໃຫ້ປະສິດທິຜົນຂອງການຄ້າຊາຍແດນ ແລະໂລຈິດສະຕິກໃຫ້ມີປະສິດທິຜົນຢ່າງສຸດຂີດ. ເພີ່ມທະວີເປີດກວ້າງການຮ່ວມມືສາກົນ ແລະພາກພື້ນໃນການຄຸ້ມຄອງດ່ານຊາຍແດນ; ໃນນັ້ນສຸມໃສ່ຈັດຕັ້ງຊຸດຝຶກອົບຮົມ, ກອງປະຊຸມສຳມະນາ, ແລກປ່ຽນຂໍ້ມູນດ້ານວິຊາການ; ພ້ອມທັງສ້າງກົນໄກສົມທົບກັນເພື່ອຮັບມືກັບກໍລະນີສຸກເສີນ, ຮັກສາການປະສານສົມທົບຢ່າງແໜ້ນແຟ້ນລະຫວ່າງບັນດາປະເທດ. ສິ່ງດັ່ງກ່າວຊ່ວຍຍົກສູງຄວາມສາມາດໃນການແກ້ໄຂ, ປັບປຸງຄວາມໄວ້ເນື້ອເຊື່ອໃຈ ແລະພ້ອມກັນສ້າງສະພາບແວດລ້ອມເຂດຊາຍແດນທີ່ໝັ້ນຄົງ.

leftcenterrightdel
ຄະນະຜູ້ແທນກອງບັນຊາການທະຫານຊາຍແດນ (ກະຊວງປ້ອງກັນປະເທດຫວຽດນາມ) ພົບປະ, ເຂົ້າຢ້ຽມຂໍ່ານັບກົມຄຸ້ມຄອງການຍົກຍ້າຍປະຊາຊົນແຫ່ງຊາດຈີນ.  ພາບ: bienphong.com.vn

ໃນຂອບເຂດເວທີປາໄສ, ຄະນະຜູ້ແທນກອງບັນຊາການທະຫານຊາຍແດນ ໄດ້ເຂົ້າຮ່ວມກອງປະຊຸມກ່ຽວກັບການຄຸ້ມຄອງການຍົກຍ້າຍປະຊາຊົນໃນພາກພື້ນ; ພົບປະ ແລະເຂົ້າຢ້ຽມຂ່ຳນັບຄະນະຜູ້ແທນກົມຄຸ້ມຄອງການຍົກຍ້າຍປະຊາຊົນແຫ່ງຊາດຈີນ.

ຄະນະຜູ້ແທນກົມຄຸ້ມຄອງການຍົກຍ້າຍປະຊາຊົນແຫ່ງຊາດຈີນ ຕີລາຄາສູງບົດກ່າວປາໄສຂອງຄະນະຜູ້ແທນກອງບັນຊາການທະຫານຊາຍແດນຫວຽດນາມ ແລະໝາກຜົນການສົມທົບກັນໃນການຄຸ້ມຄອງດ່ານຊາຍແດນ, ຄວບຄຸມການເຂົ້າ-ອອກເມືອງ, ຕໍ່ສູ້ຕ້ານ ແລະສະກັດກັ້ນອາດຊະຍາກຳຂ້າມຊາຍແດນ ໃນໄລຍະຜ່ານມາ.

ໂດຍ: ທູຈາງ