    |
 |
ພະນັກງານ, ນັກຮົບ ຄ້າຍທະຫານຊາຍແດນ ມີ໊ແທ້ງໄຕ, ທະຫານຊາຍແດນແຂວງໄຕນິງ ລາດຕະເວນ, ປົກປັກຮັກສາຊາຍແດນ. ພາບ: ດິງກວນ |
ໃນໄລຍະເຊື່ອມໂຍງ ແລະພັດທະນາຢ່າງແຂງແຮງ, ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກ, ການຂົມຂູ່ດ້ານຄວາມໝັ້ນຄົງແບບໃໝ່ຢູ່ເຂດຊາຍແດນໄດ້ຫຼຸດລົງຍ້ອນມີຄວາມມານະພະຍາຍາມໃນວຽກງານການຕ່າງປະເທດ, ລົງນາມສັນຍາການຮ່ວມມືຂີດເສັ້ນຊາຍແດນປັກຫຼັກໝາຍຊາຍແດນ ແລະການຮ່ວມມືດ້ານການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ. ໄປຄຽງຄູ່ກັບການຮັບປະກັນຄວາມໝັ້ນຄົງແບບເກົ່າຢູ່ເຂດຊາຍແດນໃນຊຸມປີມໍ່ໆມານີ້, ໄພຂົມຂູ່ຈາກຄວາມໝັ້ນຄົງແບບໃໝ່ໃນໂລກໄດ້ແຜ່ຂະຫຍາຍມາຮອດຫວຽດນາມ ແລະສົ່ງຜົນກະທົບຢ່າງແຮງທີ່ສຸດຢູ່ເຂດຊາຍແດນ, ມີຄວາມສ່ຽງອາດຈະເກີດໄພຂົມຂູ່ຕໍ່ຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ແລະຜືນແຜ່ນດິນອັນຄົບຖ້ວນ.
ທ່ານພົນຈັດຕະວາ, ສຈ, ປອ ຫງວຽນຮົ່ງກວນ, ອະດີດຮອງຫົວໜ້າສະຖາບັນຍຸດທະສາດ ແລະປະຫວັດສາດປ້ອງກັນຊາດຫວຽດນາມ ໃຫ້ຮູ້ວ່າ ຄວາມໝັ້ນຄົງແບບໃໝ່ ບໍ່ພຽງແຕ່ເປັນຄວາມໝັ້ນຄົງທາງການທະຫານເທົ່ານັ້ນ, ແຕ່ຍັງເປັນຄວາມໝັ້ນຄົງລວມ, ລວມມີບັນດາໄພຂົມຂູ່ເຖິງຄວາມໝັ້ນຄົງມະນຸດ ແລະສັງຄົມຢ່າງຮອບດ້ານ ນັບທັງດ້ານການເມືອງ, ເສດຖະກິດ, ວັດທະນະທໍາ, ສັງຄົມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ...
ກ່ຽວກັບບັນຫານີ້, ທ່ານພົນຈັດຕະວາ ເລດິງຮຸຍ, ອະດີດຫົວໜ້າກົມສືບຂ່າວທະຫານຊາຍແດນ ໄດ້ວິເຄາະວ່າ: “ປະຈຸບັນ, ປະເທດ ສືບຕໍ່ພັດທະນາຢ່າງແຂງແຮງ, ຄວາມເອົາໃຈໃສ່ລົງທຶນພັດທະນາເຂດຊາຍແດນຢ່າງຮອບດ້ານ ແລະກໍ່ມີຜົນງານຫຼາຍຢ່າງ.
ພຶດຕິກຳຕົວຈິງໄດ້ຊີ້ອອກໃຫ້ເຫັນວ່າ, ຢູ່ເຂດພໍ່ແມ່ປະຊາຊົນຊົນເຜົ່າສ່ວນໜ້ອຍ ແລະເຂດຊາຍແດນ, ການຂົ່ມຂູ່ຂອງຄວາມໝັ້ນຄົງແບບໃໝ່ບໍ່ພຽງແຕ່ມີຢູ່ແລ້ວ ຫາກຍັງມັນຍັງມີທ່າອ່ຽງເພີ່ມຂຶ້ນ, ກໍ່ໃຫ້ເກີດການຂາດສະຖຽນລະພາບດ້ານການເມືອງ ແລະຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມ...
    |
 |
ພະນັກງານ, ນັກຮົບ ກອງບັນຊາການທະຫານຊາຍແດນ ດ່ານຊາຍແດນ ງີເຊີນ, ທະຫານຊາຍແດນແຂວງແທງຮວາ ພ້ອມກັບການນໍາຂອງເມືອງ ຫາຍບິ່ງ ໄດ້ມອບທຸງຊາດ ແລະຮູບລຸງໂຮ່, ສົມທົບກັບການໂຄສະນາ, ເຜີຍແຜ່ກົດໝາຍໃຫ້ຊາວປະມົງ. ພາບ: ຫາຍຈວ່ຽນ |
ທ່ານພົນຕີ ເລດຶກທ໊າຍ ຜູ້ບັນຊາການທະຫານຊາຍແດນ ເຄີຍໃຫ້ຂໍ້ສັງເກດວ່າ: ໃນໄລຍະຈະມາເຖິງ, ສະພາບຄວາມໝັ້ນຄົງ, ການເມືອງໂລກ ແລະພາກພື້ນ ຈະສືບຕໍ່ຜັນແປຢ່າງສັບສົນ ແລະຍາກທີ່ຄາດຄະເນລ່ວງໜ້າໄດ້. ສະພາບການລະເມີດອະທິປະໄຕແຫ່ງຊາດ, ຂາດຄວາມໝັ້ນຄົງດ້ານການເມືອງຢູ່ບາງທ້ອງຖິ່ນຍຸດທະສາດທີ່ຊ້ອນແຝງຄວາມສ່ຽງສູງ... ສະນັ້ນ, ຄະນະພັກ, ກອງບັນຊາການທະຫານຊາຍແດນ ແລະພະນັກງານ, ນັກຮົບໃນທົ່ວກໍາລັງ ຍາມໃດກໍ່ໍກໍານົດວ່າ ການຮັບມືກັບສິ່ງທ້າທາຍຄວາມໝັ້ນຄົງແບບໃໝ່ແມ່ນໜ້າທີ່ “ຕໍ່ສູ້ໃນສະໄໝສັນຕິພາບ”, ເປັນເຈົ້າການຕໍ່ສູ້ຢ່າງດຸເດືອດກັບບັນດາອິດທິກໍາລັງປໍລະປັກ ແລະເປົ້າໝາຍທີ່ສວຍໂອກາດທາງດ້ານການເມືອງ, ຫຼຸດຜ່ອນຜົນກະທົບ, ໄພຂົມຂູ່ຂອງບັນຫາຄວາມໝັ້ນຄົງແບບໃໝ່ ຢູ່ເຂດຊາຍແດນ ໃຫ້ຢູ່ໃນລະດັບຕ່ຳສຸດ,.
ພ້ອມທັງ ສືບຕໍ່ກໍ່ສ້າງທະຫານຊາຍແດນດ້ວຍຄຸນນະພາບທີ່ນັບມື້ນັບສູງຂຶ້ນ, ໃນນັ້ນເອົາໃຈໃສ່ເປັນພິເສດເຖິງການບໍາລຸງສ້າງຖັນແຖວພະນັກການໃຫ້ມີລະດັບຄວາມຮູ້ດ້ານວິຊາການ, ວິຊາສະເພາະ, ກົດໝາຍ, ການທະຫານ, ມີຄວາມຊໍານິຊຳນານໃນການນຳໃຊ້ອາວຸດຍຸດໂທປະກອນປະເພດຕ່າງທາງການທະຫານ ແລະວຽກງານວິຊາສະເພາະຢູ່ເຂດຊາຍແດນ; ມີສະຕິລະວັງຕົວ, ເປັນເຈົ້າການຜັນຂະຫຍາຍບັນດາກຳລັງ ແລະມາດຕະການ, ກໍາແໜ້ນສະພາບການພາຍໃນ ແລະຕ່າງປະເທດ; ເປັນປະທານ, ສົມທົບຢ່າງແໜ້ນແຟ້ນກັບກຳລັງຜັນຂະຫຍາຍແຜນການປ້ອງກັນ, ຕ້ານ, ຄົ້ນພົບ, ຕໍ່ສູ້ສະກັດກັ້ນກົນອຸບາຍ, ການເຄື່ອນໄຫວມ້າງເພທໍາລາຍຂອງບັນດາອິດທິກໍາລັງປໍລະປັກ, ປະຕິການພັດຖິ່ນ ແລະບັນດາພາກສ່ວນສວຍໂອກາດການເມືອງຢູ່ບໍລິເວນ; ເຂົ້າຮ່ວມແກ້ໄຂບັນດາບັນຫາພົ້ນເດັ່ນກ່ຽວກັບຊົນຊາດ-ສາສະໜາຢ່າງທັນການ.
ຄຽງຂ້າງກັນນັ້ນ, ແມ່ນຈັດຕັ້ງການໂຄສະນາ ແລະຂົນຂວາຍມະຫາຊົນປະຕິບັດຕາມແນວທາງຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ; ຍົກສູງຄວາມຮັບຮູ້, ຄວາມຮັບຜິດຊອບໃນການປົກປັກຮັກສາ, ຄວາມເປັນລະບຽບຮຽບຮ້ອຍຂອງທ້ອງຖິ່ນ, ຈິດໃຈລະວັງຕົວການປະຕິວັດຂອງພໍ່ແມ່ປະຊາຊົນຢູ່ເຂດຊາຍແດນ, ມີຄວາມຕື່ນຕົວໃນການປະຕິບັດແຜນນະໂຍບາຍຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ; ຕັ້ງໜ້າຜັນຂະຫຍາຍປະຕິບັດຫຼາຍການເຄື່ອນໄຫວທີ່ມີລັກສະນະມະນຸດສະທໍາ ແລະຍົກສູງຊີວິດທາງດ້ານວັດຖຸ-ຈິດໃຈໃຫ້ພໍ່ແມ່ປະຊາຊົນຢູ່ເຂດຊາຍແດນ, ປະກອບສ່ວນກໍ່ສ້າງ “ທ່າຮົບຊາຍແດນທົ່ວປວງຊົນ” ໃຫ້ໝັ້ນຄົງເຂັ້ມແຂງຢູ່ເຂດຊາຍແດນ.
ນອກນັ້ນ, ຍັງເປັນເຈົ້າການສົມທົບຢ່າງແໜ້ນແຟ້ນກັບບັນດາກຳລັງປະຕິບັດໜ້າທີ່ຂອງປະເທດບ້ານໃກ້ເຮືອນຄຽງ ເພື່ອປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາຍແດນ; ໂດຍສະເພາະແມ່ນໃນການຮ່ວມມືແລກປ່ຽນຂໍ້ມູນຂ່າວສານ, ຜັນຂະຫຍາຍມາດຕະການກໍາແໜ້ນສະພາບການ, ເປັນເຈົ້າການປ້ອງກັນ, ຕ້ານອາດຊະຍາກໍາແຕ່ທາງໄກ, ແຕ່ຫົວທີ, ແຕ່ນອກຊາຍແດນ; ປະຕິບັດວຽກງານການທູດຊາຍແດນເປັນຢ່າງດີ, ສ້າງຊາຍແດນໃຫ້ມີສະຖຽນລະພາບ, ສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາ.
ສາມາດຢັ້ງຢືນໄດ້ວ່າ ບັນຫາຄວາມໝັ້ນຄົງແບບໃໝ່ຢູ່ເຂດຊາຍແດນແມ່ນພາກສ່ວນໜຶ່ງທີ່ບໍ່ສາມາດຂາດໄດ້ຈາກຄວາມໝັ້ນຄົງແຫ່ງຊາດ ແລະຍາມໃດກໍ່ມີຄວາມຜູກພັນຢ່າງແໜ້ນແຟ້ນກັບບັນຫາຄວາມໝັ້ນຄົງແບບໃໝ່ຂອງຫວຽດນາມ. ດ້ວຍບົດບາດແມ່ນກໍາລັງຫຼັກແຫຼ່ງ, ມີຄວາມຮັບຊອບໃນການຄຸ້ມຄອງ, ປົກປັກຮັກສາອະທິປະໄຕຜືນແຜ່ນດິນ, ຄວາມໝັ້ນຄົງຊາຍແດນແຫ່ງຊາດ, ດ້ວຍບັນດາໝາກຜົນທີ່ບັນລຸໄດ້, ທະຫານຊາຍແດນ ໄດ້ ແລະກໍາລັງສືບຕໍ່ປະກອບສ່ວນປະຕິບັດໜ້າທີ່ປົກປັກຮັກສາຄວາມໝັ້ນຄົງແຫ່ງຊາດ ແລະກິດຈະການສ້າງສາ ແລະພັດທະນາປະເທດໃນສະພາບການໃໝ່; ປະກອບສ່ວນປົກປັກຮັກສາພື້ນຖານແນວຄິດຂອງພັກ ຢູ່ເຂດຊາຍແດນຂອງປະເທດ ໄວ້ໃຫ້ໝັ້ນຄົງ.
ໂດຍ: ໄຊນີດາ