ແຂວງກວາງຈິ ແລະແຂວງສະຫວັນນະເຂດ ສົມທົບກັນປົກປັກຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນ
ກປ.ອອນໄລ - ວັນທີ 18 ກັນຍາ, ຢູ່ຕາແສງດົ່ງເຮີ໊ຍ, ກອງບັນຊາການທະຫານຊາຍແດນແຂວງກວາງຈິ (ຫວຽດນາມ) ແລະກອງບັນຊາການປ້ອງກັນຄວາມສະຫງົບແຂວງສະຫວັນນະເຂດ (ລາວ) ຈັດຕັ້ງກອງປະຊຸມປະຈຳປີ 2025.
ທ່ານພັນເອກພິເສດ ເຈິ່ນຊວນລ້ານ, ຮອງຫົວໜ້າການທະຫານກອງບັນຊາການທະຫານຊາຍແດນແຂວງກວາງຈິ ເປັນຫົວໜ້າຄະນະຜູ້ແທນທະຫານຊາຍແດນແຂວງກວາງຈິ. ທ່ານພັນເອກ ກອງມີ ມຽງມະນີ ຮອງຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງສະຫວັນນະເຂດ ເປັນຫົວໜ້າຄະນະຝ່າຍລາວ.
    |
 |
|
ບັນຍາກາດທີ່ກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ. |
ທີ່ກອງປະຊຸມ, ສອງຝ່າຍໄດ້ແລກປ່ຽນ, ແຈ້ງໃຫ້ຊາບກ່ຽວກັບສະພາບຄວາມໝັ້ນຄົງ, ການເມືອງ, ເສດຖະກິດຂອງສອງທ້ອງຖິ່ນ; ວຽກງານກໍ່ສ້າງກຳລັງ ແລະສະພາບການທີ່ກ່ຽວຂ້ອງເຖິງການເຄື່ອນໄຫວປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມໝັ້ນຄົງແຫ່ງຊາດ.
ສອງຝ່າຍສະແດງຄວາມປິຕິຊົມຊື່ນ ແລະຕີລາຄາສູງຜົນການປະຕິບັດບົດບັນທຶກກອງປະຊຸມປະຈຳປີ 2024 ແລະເຫັນວ່າ ການພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດລະຫວ່າງສອງຝ່າຍມີຄວາມໝາຍສຳຄັນຍິ່ງເພື່ອສ້າງປະຖົມປັດໄຈໃຫ້ແຕ່ລະຝ່າຍສູ້ຊົນເຮັດສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍ, ປະກອບສ່ວນກໍ່ສ້າງຊາຍແດນສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພ້ອມກັນພັດທະນາ.
    |
 |
|
ສອງຝ່າຍລົງນາມບົດບັນທຶກກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ. |
ໃນໄລຍະຈະມາເຖິງ, ສອງຝ່າຍຈະຕັ້ງໜ້າສົມທົບກັນກໍາແໜ້ນ, ແລກປ່ຽນຂໍ້ມູນຂ່າວສານການເຄື່ອນໄຫວ; ໜູນຊ່ວຍ, ປະສານສົມທົບ ແລະຕໍ່ສູ້, ປາບປາມອາດຊະຍາກຳປະເພດຕ່າງໆຢ່າງມີປະສິດທິຜົນ, ຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມ ແລະປົກປັກຮັກສາອະທິປະໄຕຜືນແຜ່ນດິນຂອງແຕ່ລະປະເທດຢ່າງໝັ້ນຄົງ; ແກ້ໄຂສະພາບການ ແລະເຫດການຕ່າງໆຕາມສັນຍາວ່າດ້ວຍລະບຽບການຄຸ້ມຄອງຊາຍແດນ ແລະດ່ານຊາຍແດນທາງບົກລະຫວ່າງສອງປະເທດ ແລະກົດໝາຍຂອງແຕ່ລະປະເທດ...
ສອງຝ່າຍ ສືບຕໍ່ສົມທົບກັນກວດກາ, ຄຸ້ມຄອງຄົນ, ພາຫະນະ, ສິນຄ້າຜ່ານດ່ານຊາຍແດນເພື່ອສ້າງສະພາບແວດລ້ອມໃຫ້ປອດໂປ່ງຕາມລະບຽບກົດໝາຍຂອງແຕ່ລະປະເທດ; ເປັນເສນາທິການໃຫ້ອົງການທີ່ມີສິດອໍານາດຂອງສອງຝ່າຍຄົ້ນຄວ້າ, ເພີ່ມເຕີມແຜນການເປີດດ່ານຊາຍແດນ, ດ່ານຊາຍແດນສໍາຮອງ ແລະຕະຫຼາດຊາຍແດນ; ສົມທົບກັນຊ້ອມຮົບຕ້ານ ແລະສະກັດກັ້ນການອົບພະຍົບຢ່າງເສລີ, ເຂົ້າອອກເມືອງຜິດກົດໝາຍ; ຮັກສາການພົບປະ, ຢ້ຽມຢາມຖາມຂ່າວ ແລະອວຍພອນເຊິ່ງກັນ ແລະກັນໃນວັນບຸນ, ປີໃໝ່ຂອງແຕ່ລະປະເທດ...
ໂດຍ: ໄຊຊະນະ