ຄ້າຍທະຫານຊາຍແດນ ນ້ຳກ່ານ ລົງນາມແຮກສ່ຽວກັບກອງຮ້ອຍທະຫານຊາຍແດນ 224 (ລາວ)
ກປ.ອອນໄລ - ວັນທີ 20 ສິງຫາ, ຢູ່ດ່ານຊາຍແດນນໍ້າກ່ານ (ຕາແສງນາງອຍ, ແຂວງເງະອານ), ໄດ້ດໍາເນີນພິທີລົງນາມການແຮກສ່ຽວລະຫວ່າງຄ້າຍຊາຍແດນ ນໍ້າກ່ານ, ກອງບັນຊາການທະຫານຊາຍແດນແຂວງເງະອານ ກັບກອງຮ້ອຍທະຫານຊາຍແດນ 224, ກອງບັນຊາການທະຫານແຂວງຊຽງຂວາງ, ລາວ.
    |
 |
ຜູ້ຕາງໜ້າການນໍາຄ້າຍທະຫານຊາຍແດນ ນໍ້າກ່ານ ແລະກອງຮ້ອຍທະຫານຊາຍແດນ 224 ລົງນາມການແຮກສ່ຽວ. ພາບ: nhandan.vn |
ການເຄື່ອນໄຫວດັ່ງກ່າວເພື່ອແນໃສ່ປະຕິບັດບົດບັນທຶກຊ່ວຍຈໍາລະຫວ່າງທະຫານຊາຍແດນແຂວງເງະອານ ກັບກອງບັນຊາການທະຫານແຂວງຊຽງຂວາງ (ລາວ) ກ່ຽວກັບການແຮກສ່ຽວລະຫວ່າງກົມກອງຊາຍແດນສອງຝ່າຍ. ຕາມເນື້ອໃນທີ່ໄດ້ລົງນາມແລ້ວ, ສອງກົມກອງຈະເພີ່ມທະວີການສົມທົບກັນໃນການຄຸ້ມຄອງ ແລະປົກປັກຮັກສາຊາຍແດນ; ຮັກສາລະບຽບການພົບປະສອງຝ່າຍ, ແລກປ່ຽນຂໍ້ມູນຂ່າວສານ ແລະລາດຕະເວນສອງຝ່າຍເປັນປະຈຳໄລຍະ; ຍູ້ແຮງການໂຄສະນາເຜີຍແຜ່, ຂົນຂວາຍປະຊາຊົນສອງຝ່າຍປະຕິບັດຕາມສັນຍາ, ກົດລະບຽບກ່ຽວກັບການຄຸ້ມຄອງຊາຍແດນຢ່າງເຂັ້ມງວດ.
    |
 |
ພັນເອກພິເສດ ຫງວຽນວັນເຮົ້າ, ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານຊາຍແດນແຂວງເງະອານ ກ່າວຄໍາເຫັນທີ່ພິທີ. ພາບ: nhandan.vn |
ພ້ອມກັນນັ້ນ, ສົມທົບກັນຕໍ່ສູ້ ສະກັດກັ້ນ, ຕ້ານອາດຊະຍາກຳປະເພດຕ່າງໆ, ໜູນຊ່ວຍການກູ້ໄພກູ້ຊີບ, ປ້ອງກັນ ແລະຕ້ານໂລກລະບາດ; ມອບ-ຮັບ ແລະສົ່ງພົນລະເມືອງທີ່ລະເມີດກົດໝາຍກັບຄືນຖືກຕາມການກໍານົດ. ສອງຝ່າຍຍັງເຫັນດີເປັນເອກະພາບຈັດຕັ້ງບັນດາການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳ ແລະກິລາ, ແບ່ງປັນບົດຮຽນປະສົບການໃນການກໍ່ສ້າງກົມກອງໃຫ້ໝັ້ນຄົງເຂັ້ມແຂງຮອບດ້ານ.
    |
 |
ຄ້າຍທະຫານຊາຍແດນ ນໍ້າກ່ານ ມອບຂອງຂວັນໃຫ້ກອງຮ້ອຍທະຫານຊາຍແດນ 224. ພາບ: nhandan.vn |
ກ່າວຄຳເຫັນທີ່ພິທີ, ຜູ້ຕາງໜ້າກອງບັນຊາການທະຫານຊາຍແດນແຂວງເງະອານ ແລະກອງບັນຊາການທະຫານແຂວງຊຽງຂວາງ ຢືນຢັນວ່າ: ການລົງນາມແຮກສ່ຽວລະຫວ່າງຄ້າຍທະຫານຊາຍແດນ ນ້ຳກ່ານ ແລະກອງຮ້ອຍທະຫານຊາຍແດນ 224 ແມ່ນການເຄື່ອນໄຫວແທດຈິງ, ປະກອບສ່ວນປັບປຸງນ້ຳໃຈສາມັກຄີແບບພິເສດ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ, ຄວາມສະໜິດຕິດພັນລະຫວ່າງກໍາລັງປົກປັກຮັກສາຊາຍແດນສອງປະເທດ; ຮ່ວມແຮງຮ່ວມໃຈກໍ່ສ້າງເສັ້ນຊາຍແດນຫວຽດນາມ-ລາວ ແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາແບບຍືນຍົງ.
ມາຮອດປະຈຸບັນ, ໃນເສັ້ນຊາຍແດນຍາວ 468,281 ກິໂລແມັດ ທີ່ຕິດຈອດກັບ 3 ແຂວງຂອງປະເທດລາວ, ມີ 10 ຄ້າຍທະຫານຊາຍແດນ ຂຶ້ນກັບກອງບັນຊາການທະຫານຊາຍແດນແຂວງເງະອານ ໄດ້ຈັດຕັ້ງການລົງນາມແຮກສ່ຽວກັບ 9 ກອງຮ້ອຍທະຫານຊາຍແດນ ແລະ 1 ຄ້າຍປ້ອງກັນຄວາມສະຫງົບດ່ານຊາຍແດນຂອງລາວ ທີ່ມີເສັ້ນຊາຍແດນຮ່ວມ.
ໂດຍ: ທູຈາງ