ລາຍການລວມມີບັນດາກິດຈະກໍາເຄື່ອນໄຫວທີ່ມີຄວາມໝາຍ, ແທດຈິງ, ຄື: ຈັດຕັ້ງພິທີເຄົາລົບຫຼັກໝາຍຊາຍແດນແຫ່ງຊາດ, ໂຄສະນາຄວາມໝາຍປະຫວັດສາດຂອງການປະຕິວັດເດືອນສິງຫາ ແລະວັນຊາດ ທີ 2 ກັນຍາ; ແນະນຳໂດຍສັງເຂບກ່ຽວກັບປະຫວັດສາດການສ້າງລະບົບເສັ້ນຊາຍແດນ, ຫຼັກໝາຍຊາຍແດນແຫ່ງຊາດ, ກົດໝາຍວ່າດ້ວຍຊາຍແດນ; ຮັບລ້ຽງດູນັກຮຽນທຸກຍາກແຕ່ຮຽນເກັ່ງ 2 ຄົນ ຢູ່ບ້ານອາບື (ເມືອງກະລືມ, ແຂວງເຊກອງ, ລາວ) ແລະບ້ານອາຕູ 1 (ຮຸ່ງເຊີນ), ນຳຈຳນວນນັກຮຽນທີ່ກົມກອງ ລ້ຽງດູໃນລາຍການ “ຊ່ວຍນ້ອງໄປໂຮງຮຽນ” ແລະ “ລູກລ້ຽງຄ້າຍທະຫານຊາຍແດນ” ຂຶ້ນເປັນ 7 ຄົນ (ລາວ 3 ຄົນ, ຫວຽດນາມ 4 ຄົນ). ມອບທຶນການສຶກສາໃຫ້ນັກຮຽນ 30 ຄົນທີ່ປະສົບກັບຄວາມຫຍຸ້ງຍາກໃນບໍລິເວນ.

leftcenterrightdel
ມອບຂອງຂວັນໃຫ້ບັນດາຄອບຄົວປະສົບຄວາມຫຍຸ້ງຍາກຢູ່ບ້ານອາຣອຍ, ຕາແສງຮຸ່ງເຊີນ. ພາບ: ແທັງຈູ໊ກ

ທ່ານພັນໂທ ຫງວຽນຟຸກເຈື່ອງ ຫົວໜ້າການເມືອງ ຄ້າຍທະຫານຊາຍແດນ ກາຣີ ໃຫ້ຮູ້ວ່າ: “ນີ້ແມ່ນການເຄື່ອນໄຫວແນໃສ່ປຸກລຸກນໍ້າໃຈຮັກຊາດ, ຄວາມເອກອ້າງທະນົງໃຈຂອງຊາດ, ຍົກສູງຄວາມຮັບຮູ້, ຄວາມຮັບຜິດຊອບຂອງພະນັກງານ, ປະຊາຊົນ, ນັກຮຽນ, ນັກສຶກສາ, ພ້ອມກັບກຳລັງທະຫານຊາຍແດນ ປະຕິບັດວຽກງານຄຸ້ມຄອງ, ປົກປັກຮັກສາອະທິປະໄຕຜືນແຜ່ນດິນອັນຄົບຖ້ວນ, ຄວາມໝັ້ນຄົງຢູ່ເຂດຊາຍແດນແຫ່ງຊາດ, ກໍ່ສ້າງພື້ນຖານທົ່ວປວງຊົນປ້ອງກັນຊາຍແດນ, ທ່າສະໜາມທົ່ວປວງຊົນປ້ອງກັນຊາຍແດນຢ່າງໝັ້ນແກ່ນໃນສະພາບການໃໝ່”.

ໂດຍ: ເຈິ່ນຮວ່ຽນ