ຫຼາຍການເຄື່ອນໄຫວໃນວັນບຸນ “ສາຍຈິດມິດໃຈຊາຍແດນ, ທະເລ, ໝູ່ເກາະ” ປີ 2025
ກປ.ອອນໄລ - ວັນທີ 3 ຕຸລາ, ຢູ່ຕາແສງຮວາລື (ແຂວງນີງບິ່ງ), ຄະນະຊາວໜຸ່ມກອງທັບ ໄດ້ເປັນປະທານ, ສົມທົບກັບບັນດາອົງການ, ກົມກອງຢູ່ພາຍໃນ ແລະນອກກອງທັບ ຈັດຕັ້ງການປຸກລະດົມວັນບຸນ “ສາຍຈິດມິດໃຈຊາຍແດນ, ທະເລ, ໝູ່ເກາະ” ປີ 2025 ແລະຈັດຕັ້ງການແຂ່ງຂັນ “ນ້ອງຮັກທະເລ, ໝູ່ເກາະບ້ານເກີດເມືອງນອນ”. ທ່ານພົນໂທ ເລກວາງມິງ, ຮອງຫົວໜ້າກົມໃຫຍ່ການເມືອງ ກອງທັບປະຊາຊົນຫວຽດນາມ ເຂົ້າຮ່ວມລາຍການ.
ວັນບຸນ “ສາຍຈິດມິດໃຈຊາຍແດນ, ທະເລ, ໝູ່ເກາະ” ປີ 2025 ແມ່ນໂອກາດເພື່ອໃຫ້ຊາວໜຸ່ມກອງທັບເວົ້າສະເພາະ ແລະຊາວໜຸ່ມທົ່ວປະເທດເວົ້າລວມ ພ້ອມແລ້ວທີ່ຈະປະຈັນບານໃນທຸກໜ້າທີ່, ພ້ອມທັງເພີ່ມທະວີຄວາມຮັກທະເລ, ໝູ່ເກາະ, ສະຕິເຄົາລົບກົດໝາຍ, ລະບຽບວິໄນໃຫ້ລຸ້ນໜຸ່ມ ແລະພວກຫຼານນັກຮຽນ.
    |
 |
ທ່ານພົນໂທ ເລກວາງມິງ ແລະບັນດາຜູ້ແທນເຂົ້າຮ່ວມວັນບຸນ “ສາຍຈິດມິດໃຈຊາຍແດນ, ທະເລ, ໝູ່ເກາະ” ປີ 2025. ພາບ: ຫວູ໋ຕູ໊ |
ວັນບຸນໄດ້ຮັບການຈັດຕັ້ງດ້ວຍຫຼາຍການເຄື່ອນໄຫວທີ່ມີຄວາມໝາຍດ້ານມະນຸດສະທຳຢ່າງເລິກເຊິ່ງເຊັ່ນ: ໂຄສະນາໃຫ້ເປົ້າໝາຍປະຊາຊົນກ່ຽວກັບສະພາບການທະເລ, ໝູ່ເກາະໃນປະຈຸບັນ; ກົດໝາຍວ່າດ້ວຍຕໍາຫຼວດທະເລຫວຽດນາມ ແລະບັນດາເອກະສານນິຕິກຳທີ່ກ່ຽວຂ້ອງ, ວຽກງານປ້ອງກັນ, ຕ້ານການຂຸດຄົ້ນສິນທະເລທີ່ຜິດກົດໝາຍ, ບໍ່ລາຍງານ, ບໍ່ປະຕິບັດຕາມຂໍ້ກໍານົດ (IUU); ວາງສະແດງຮູບພາບກ່ຽວກັບບ້ານເກີດເມືອງນອນ, ປະເທດ ແລະການເຄື່ອນໄຫວຂອງຕໍາຫຼວດທະເລຫວຽດນາມ; ຢ້ຽມຢາມຖາມຂ່າວ, ມອບຂອງຂວັນໃຫ້ແມ່ຫວຽດນາມວິລະຊົນ, ຄອບຄົວນະໂຍບາຍ, ຄອບຄົວທຸກຍາກ, ຊາວປະມົງ; ແຈກຢາຍໃບປິວ, ປຶ້ມຄູ່ມືກົດໝາຍ, ມອບທຸງຊາດ; ມອບທຶນການສຶກສາ, ລົດຖີບ, ຂອງຂວັນໃຫ້ນັກຮຽນທຸກຍາກທີ່ຜ່ານຜ່າຄວາມຫຍຸ້ງຍາກ, ຮຽນເກັ່ງໃນບໍລິເວນແຂວງນີງບິ່ງ ດ້ວຍຍອດມູນຄ່າກວ່າ 500 ລ້ານດົ່ງ. ທີ່ວັນບຸນໄດ້ດໍາເນີນການແຂ່ງຂັນ “ນ້ອງຮັກທະເລ, ໝູ່ເກາະບ້ານເກີດເມືອງນອນ” ແນໃສ່ເພີ່ມພູນຄູນສ້າງຄວາມຮັກບ້ານເກີດເມືອງນອນ, ປະເທດຊາດໃຫ້ລຸ້ນໜຸ່ມ. ກ່ອນໜ້ານັ້ນ, ບັນດາຜູ້ແທນທີ່ເຂົ້າຮ່ວມລາຍການໄດ້ມາຖະຫວາຍທູບທຽນຢູ່ເຂດປູຊະນີຍະສະຖານລະດັບຊາດພິເສດ ກຸງເກົ່າຮວາລື.
ໂດຍ: ເຈິ່ນຮວ່ຽນ