ຝົນຕົກໜັກຕະຫຼອດຄືນໃນທ້າຍເດືອນມິຖຸນາຜ່ານມາ, ເສັ້ນທາງລາດຕະເວນ ນັບແຕ່ຫຼັກໝາຍຊາຍແດນທີ 363 ໄປຫາຫຼັກໝາຍຊາຍແດນທີ 365 ຢູ່ເຂດປ່າຊາຍແດນມື່ນຄືນໍ້າມັນ. ແຕ່ວ່າ, ນັບແຕ່ຕອນເຊົ້າຂອງວັນທີ 1 ກໍລະກົດ, ພະນັກງານ, ນັກຮົບສອງປະເທດຫວຽດນາມ ແລະລາວ ຍັງອອກໄປລາດຕະເວນຢູ່. ສອງຝ່າຍໄດ້ສົມທົບກັນລົງກວດກາພື້ນທີ່ຕົວຈິງ, ຕີລາຄາສະພາບຄວາມສະຫງົບຢູ່ຕາມເສັ້ນຊາຍແດນ ແຕ່ຫຼັກໝາຍຊາຍແດນທີ 363 ໄປຫາຫຼັກໝາຍຍຊາຍແດນທີ 365, ຢູ່ເສັ້ນຊາຍແດນຫວຽດນາມ - ລາວ.

ເສັ້ນຊາຍແດນທີ່ຕິດຈອດກັນລະຫວ່າງແຂວງເງະອານ ແລະແຂວງຫົວພັນ ມີລວງຍາວກວ່າ 122 ກິໂລແມັດ, ພູມສັນຖານ ຕົ້ນຕໍແມ່ນພູຜາປ່າດົງທຸລະກັນດານ, ມີ 41 ຫຼັກໝາຍ ແລະ 14 ຈຸດໝາຍ, ແກ່ຍາວໄປແຕ່ຄ້າຍທະຫານຊາຍແດນໝີ໊ລີ ຈົນຮອດຄ້າຍທະຫານຊາຍແດນ ທົງທູ (ທະຫານຊາຍແດນແຂວງ ເງະອານ). ນີ້ແມ່ນເຂດທີ່ຊ້ອນແຝງຫຼາຍປັດໄຈສັບສົນທາງດ້ານຄວາມສະຫງົບ, ຄື ການຄ້າເຖື່ອນ, ອາດຊະຍາກໍາຢາເສບຕິດ, ການເຄື່ອນຍ້າຍຜິດກົດໝາຍ, ຍົກຍ້າຍທີ່ຢູ່ອາໄສຕາມລຳພັງໃຈ... ເພື່ອຍົກສູງປະສິດທິຜົນການຄຸ້ມຄອງຊາຍແດນ, ການຈັດຕັ້ງການລາດຕະເວນສອງຝ່າຍຂັ້ນແຂວງແມ່ນບາດກ້າວເດີນທີ່ມີລັກສະນະຍຸດທະສາດ, ທັງຫັນເນື້ອໃນການຮ່ວມມືດ້ານປ້ອງກັນຊາຍແດນ ຫວຽດນາມ - ລາວ ເປັນລະອຽດ ທັງສະແດງໃຫ້ເຫັນການມີໄຫວພິບ ແລະການເປັນເຈົ້າການໃນການຮັບມືກັບສະພາບຕົວຈິງ.

leftcenterrightdel
ໜ່່ວຍລາດຕະເວນຂອງທະຫານຊາຍແດນແຂວງເງະອານ ແລະກອງບັນຊາການທະຫານແຂວງຫົວພັນ. ພາບ: bienphong.com.vn

ຝ່າຍຫວຽດນາມ ນໍາໂດຍ ທ່ານພັນເອກພິເສດ ໂຮ່ກວຽດຖັ໊ງ, ຮອງຫົວໜ້າການທະຫານ, ຫົວໜ້າເສນາທິການທະຫານຊາຍແດນແຂວງ ເງະອານ; ຝ່າຍລາວ ນໍາໂດຍທ່ານພົນຈັດຕະວາ ຄຳເມືອງ ໂຄດວົງຄຸນ, ຫົວໜ້າການທະຫານກອງບັນຊາການທະຫານແຂວງຫົວພັນ.

ສະຖານທີ່ດໍາເນີນການລາດຕະເວນສອງຝ່າຍຂັ້ນແຂວງຄັ້ງທໍາອິດ ແມ່ນບໍລິເວນທີ່ຄ້າຍທະຫານຊາຍແດນ ທົງທູ (ທະຫານຊາຍແດນແຂວງເງະອານ) ແລະ ກອງຮ້ອຍທະຫານຊາຍແດນ 216 (ກອງບັນຊາການທະຫານແຂວງຫົວພັນ) ຄຸ້ມຄອງ. ໃນວິວັດດໍາເນີນການລາດຕະເວນ, ສອງກົມກອງໄດ້ເສີມຂະຫຍາຍຈິດໃຈຮັບຜິດຊອບ, ສົມທົບກັນຢ່າງແໜ້ນແຟ້ນ. ທ່ານພັນໂທ ຫງວຽນວັນຫາຍ, ຫົວໜ້າຄ້າຍທະຫານຊາຍແດນ ທົງທູ ໃຫ້ຮູ້ວ່າ: “ກ່ອນໜ້ານີ້, ສອງກົມກອງໄດ້ຈັດການລາດຕະເວນຫຼາຍຄັ້ງ, ພົບເຫັນ, ແກ້ໄຂການລະເມີດຢ່າງທັນການ, ພິເສດແມ່ນບັນດາກໍລະນີທີ່ກ່ຽວຂ້ອງກັບການເຂົ້າ-ອອກເມືອງ ແລະຄ້າຂາຍຢາເສບຕິດ ຜິດກົດໝາຍ.”

ນອກຈາກໜ້າທີ່ວິຊາສະເພາະ, ການເຄື່ອນໄຫວລາດຕະເວນຄັ້ງນີ້ ຍັງໄດ້ປະກອບສ່ວນຍົກສູງປະສິດທິຜົນວຽກງານໂຄສະນາເຜີຍແຜ່, ຂົນຂວາຍປະຊາຊົນ ຢູ່ສອງຟາກຊາຍແດນໃຫ້ປະຕິບັດຕາມສັນຍາ ແລະລະບຽບການຄຸ້ມຄອງຊາຍແດນຢ່າງເຂັ້ມງວດ, ຮ່ວມແຮງຮ່ວມໃຈປົກປັກຮັກສາອະທິປະໄຕຜືນແຜ່ນດິນ. ທ່ານພັນໂທ ສົມນຶກ ຄຸນພະຈັນ, ຫົວໜ້າກອງຮ້ອຍທະຫານຊາຍແດນ 216 ເນັ້ນໜັກວ່າ: “ການລາດຕະເວນສອງຝ່າຍບໍ່ພຽງແຕ່ແນໃສ່ຮັບປະກັນຄວາມສະຫງົບຢູ່ເຂດຊາຍແດນເທົ່ານັ້ນ, ຫາກຍັງເຮັດໃຫ້ສາຍພົວພັນທີ່ເປັນມູນເຊື້ອອັນດີງາມລະຫວ່າງປະຊາຊົນສອງຊາດຫວຽດນາມ - ລາວ ເລິກເຊິ່ງກວ່າອີກ”.

leftcenterrightdel
ກໍາລັງລາດຕະເວນຂ້າມຜ່ານທາງທີ່ສູງຊັນ. ພາບ: bienphong.com.vn

ວິວັດການລາດຕະເວນໄດ້ດຳເນີນໄປຢ່າງເຂັ້ມງວດ ແລະ ຖືກກັບການກໍານົດ. ສອງຝ່າຍໄດ້ດໍາເນີນການກວດກາສະພາບຕົວຈິງຂອງເສັ້ນຊາຍແດນ, ຫຼັກໝາຍຊາຍແດນ, ປ້າຍ,  ຕີລາຄາສະພາບການຍົກຍ້າຍທີ່ຢູ່ອາໄສຕາມລຳພັງໃຈ, ຄວາມສ່ຽງຕໍ່ການລະເມີດກົດລະບຽບຊາຍແດນ. ຜົນໄດ້ຮັບສະແດງໃຫ້ເຫັນວ່າ, ລະບົບຫຼັກໝາຍຊາຍແດນແຫ່ງຊາດທັງໝົດ ແລະເສັ້ນຊາຍແດນໄດ້ຮັບການປົກປັກຮັກສາຢູ່ໃນສະພາບເດີມ, ບໍ່ມີສັນຍານລະເມີດກົດລະບຽບ. ກໍາລັງຕ່າງໆໄດ້ສົມທົບກັນທາສີ, ບູລະນະຫຼັກໝາຍຊາຍແດນ, ທໍາຄວາມສະອາດຢູ່ເຂດຊາຍແດນ, ຖ່າຍວີດີໂອ ກ່ຽວກັບວິວັດການລາດຕະເວນເພື່ອປັບປຸງເອກະສານນິຕິກໍາ, ເອກະສານວິຊາການໃນ ການຄຸ້ມຄອງຊາຍແດນໃຫ້ສົມບູນແບບ. ທ່ານພັນເອກພິເສດ ໂຮ່ກວຽດຖັ໊ງ ແບ່ງປັນວ່າ: “ທະຫານຊາຍແດນແຂວງເງະອານ ມີໜ້າທີ່ຮັບຜິດຊອບຄຸ້ມຄອງເສັ້ນຊາຍແດນທາງບົກ ດ້ວຍລວງຍາວກວ່າ 468 ກິໂລແມັດ, ທີ່ຕິດຈອດກັບ 3 ແຂວງຂອງປະເທດລາວ. ການເຄື່ອນໄຫວລາດຕະເວນສອງຝ່າຍຂັ້ນແຂວງ ໂດຍທະຫານຊາຍແດນແຂວງເງະອານ ປະຕິບັດກັບ 3 ແຂວງທີ່ມີເສັ້ນຊາຍແດນຕິດຈອດກັບລາວ ແມ່ນ ຊຽງຂວາງ, ຫົວພັນ, ບໍລິຄໍາໄຊ. ການຍົກສູງລະດັບການເຄື່ອນໄຫວດັ່ງກ່າວບໍ່ພຽງແຕ່ປະກອບສ່ວນຮັບປະກັນຄວາມໝັ້ນຄົງເທົ່ານັ້ນ, ຫາກຍັງເພີ່ມທະວີຄວາມສະໜິດຕິດພັນ, ການສົມທົບກັນລະຫວ່າງສອງກໍາລັງ”.

leftcenterrightdel
ສອງຝ່າຍດໍາເນີນພິທີການ ທີ່ຫຼັກໝາຍຊາຍແດນທີ 365. ພາບ: bienphong.com.vn

ສິ້ນສຸດການລາດຕະເວນ, ສອງຝ່າຍໄດ້ຈັດກອງປະຊຸມປຶກສາຫາລື, ຕີລາຄາໝາກຜົນ ແລະເຫັນດີຕໍ່ຫຼາຍເນື້ອໃນສຳຄັນໃນໄລຍະຕໍ່ໄປ: ສືບຕໍ່ຮັກສາກົນໄກແລກປ່ຽນຂໍ້ມູນຂ່າວສານເປັນປະຈໍາໄລຍະ; ສົມທົບກັນຕໍ່ສູ້, ຕ້ານອາດຊະຍາກຳຂ້າມຊາຍແດນ; ຍູ້ແຮງວຽກງານໂຄສະນາເຜີຍແຜ່ກົດໝາຍ ໃຫ້ປະຊາຊົນຢູ່ເຂດຊາຍແດນ. ທ່ານພົນຈັດຕະວາ ຄຳເມືອງ ໂຄດວົງຄຸນ, ຫົວໜ້າການທະຫານ ກອງບັນຊາການທະຫານແຂວງຫົວພັນ ຢືນຢັນວ່າ: “ເຖິງວ່ານີ້ແມ່ນຄັ້ງທໍາອິດທີ່ທະຫານຊາຍແດນແຂວງເງະອານ ກັບກອງບັນຊາການທະຫານແຂວງຫົວພັນ ຈັດຕັ້ງການລາດຕະເວນຂັ້ນແຂວງຂຶ້ນ, ແຕ່ການສົມທົບກັນລະຫວ່າງສອງປະເທດຍັງໄດ້ດໍາເນີນໄປຢ່າງແໜ້ນແຟ້ນ. ນີ້ບໍ່ພຽງແຕ່ແມ່ນການເຄື່ອນໄຫວດ້ານວິຊາສະເພາະເທົ່ານັ້ນ, ຫາກຍັງເປັນສັນຍາລັກທີ່ມີຊີວິດຊີວາແຫ່ງນໍ້າໃຈສາມັກຄີ, ມິດຕະພາບ, ປະກອບສ່ວນກໍ່ສ້າງເສັ້ນຊາຍແດນສັນຕິພາບ, ສະຖຽນລະພາບ ແລະພັດທະນາອັນຍາວນານ”.

ໃນໄລຍະມໍ່ໆມານີ້, ທະຫານຊາຍແດນແຂວງເງະອານ ເວົ້າລວມ ແລະຄ້າຍທະຫານຊາຍແດນທົງທູ ເວົ້າສະເພາະ ໄດ້ຜັນຂະຫຍາຍບັນດາມາດຕະການປ້ອງກັນຊາຍແດນ, ຮັກສາໜ່ວຍຄຸ້ມຄອງຊາຍແດນ ແລະຫຼັກໝາຍຊາຍແດນດ້ວຍຕົນເອງຢ່າງມີປະສິດທິຜົນ, ພ້ອມທັງສົມທົບກັນຢ່າງແໜ້ນແຟ້ນກັບກໍາລັງທີ່ກ່ຽວຂ້ອງຂອງລາວ ເພື່ອກໍາແໜ້ນສະພາບການ ແລະແກ້ໄຂເຫດການຕ່າງໆ. ການເຄື່ອນໄຫວລາດຕະເວນຂັ້ນແຂວງລະຫວ່າງແຂວງເງະອານ ແລະແຂວງຫົວພັນ ບໍ່ພຽງແຕ່ແມ່ນມາດຕະການດ້ານວິຊາການເພື່ອປົກປັກຮັກສາອະທິປະໄຕຜືນແຜ່ນດິນ ແລະຄວາມສະຫງົບປອດໄພຊາຍແດນຂອງຊາດເທົ່ານັ້ນ, ຫາກຍັງແມ່ນສັນຍາລັກທີ່ມີຊີວິດຊີວາໃຫ້ແກ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ - ລາວ ອີກດ້ວຍ.

ໂດຍ: ທູຈາງ