ເພີ່ມທະວີການສົມທົບກັນຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ຢູ່ເຂດຊາຍແດນ ຫວຽດນາມ-ຈີນ
ກປ.ອອນໄລ - ວັນທີ 30 ມິຖຸນາ, ຢູ່ຕາແສງທຸກຟ໊ານ, ແຂວງກາວບັງ, ຄະນະຜູ້ແທນກຸ່ມ 12 ຄ້າຍທະຫານຊາຍແດນແຂວງກາວບັງ, ແຂວງຮ່າຢາງ (ຫວຽດນາມ) ແລະຄະນະຜູ້ແທນປ້ອມພົບປະ, ການພົບປະເຈລະຈາທະຫານຊາຍແດນເຂດ Jingxi, ແຂວງ Guangxi, ກອງທັບປົດປ່ອຍປະຊາຊົນຈີນ ໄດ້ສົມທົບກັນຈັດຕັ້ງກອງປະຊຸມແລກປ່ຽນ ໄຕມາດທີ II ປີ 2025.
ໃນໄຕມາດທີ II ປີ 2025, ສະພາບການຊາຍແດນສອງຝ່າຍລ້ວນແຕ່ມີສະຖຽນລະພາບໂດຍພື້ນຖານ. ສອງຝ່າຍຮັກສາປະຕິບັດເອກະສານນິຕິກຳ 3 ສະບັບກ່ຽວກັບຊາຍແດນ ຫວຽດນາມ-ຈີນ ຢ່າງມີປະສິດທິຜົນ ແລະຄວາມຮັບຮູ້ລວມ ເຊິ່ງການນຳກອງທັບສອງປະເທດບັນລຸໄດ້; ປະຕິບັດກົນໄກການພົບປະ, ການເຈລະຈາ, ແລກປ່ຽນຂໍ້ມູນຂ່າວສານເປັນຢ່າງດີ; ແຈ້ງການສະພາບການທີ່ກ່ຽວຂ້ອງເຖິງວຽກງານຄຸ້ມຄອງ, ປົກປັກຮັກສາຊາຍແດນ; ຕັ້ງໜ້າຜັນຂະຫຍາຍການເຄື່ອນໄຫວລາດຕະເວນ, ຄວບຄຸມເຂດຊາຍແດນ, ຫຼັກໝາຍຊາຍແດນ.
    |
 |
ຜູ້ແທນສອງຝ່າຍມອບບົດບັນທຶກຊ່ວຍຈຳການພົບປະເຈລະຈາ. ພາບ: ຮຸຍເຢືອງ |
ສອງຝ່າຍເປັນເຈົ້າການເປັນເສນາທິການໃຫ້ອຳນາດການປົກຄອງທ້ອງຖິ່ນສອງຝ່າຍປະຕິບັດຂັ້ນຕອນການກໍ່ສ້າງກິດຈະກຳຢູ່ຊາຍແດນ ຕາມບົດບັນທຶກ ເຊິ່ງຄະນະກຳມະການປະສົມຊາຍແດນທາງບົກ ຫວຽດນາມ-ຈີນ ໄດ້ລົງນາມ. ພ້ອມທັງປະຕິບັດວຽກງານໂຄສະນາ, ການສຶກສາອົບຮົມໃຫ້ປະຊາຊົນສອງຟາກຊາຍແດນປະຕິບັດຕາມເອກະສານນິຕິກຳວ່າດ້ວຍຊາຍແດນ 3 ສະບັບຢ່າງເຂັ້ມງວດ, ຍົກສູງຄວາມຮັບຮູ້, ຄວາມຮັບຜິດຊອບໃນການປະຕິບັດກົດໝາຍ ແລະເພີ່ມທະວີການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳລະຫວ່າງປະຊາຊົນບັນດາໝູ່ບ້ານມິດຕະພາບ, ປະກອບສ່ວນຊຸກຍູ້ນໍ້າໃຈສາມັກຄີ, ຄວາມໄວ້ເນື້ອເຊື່ອໃຈ, ຄວາມເຂົ້າໃຈເຊິ່ງກັນ ແລະກັນ.
ໃນໄລຍະຈະມາເຖິງ, ສອງຝ່າຍຈະສືບຕໍ່ຊາບຊຶມ, ປະຕິບັດບັນດາເອກະສານນິຕິກຳວ່າດ້ວຍຊາຍແດນທາງບົກ ຫວຽດນາມ-ຈີນ ຢ່າງເຂັ້ມງວດ; ຮັກສາກົນໄກຕິດຕໍ່, ການພົບປະເຈລະຈາ, ແກ້ໄຂກໍລະນີທີ່ເກີດຂຶ້ນຢູ່ເຂດຊາຍແດນຢ່າງທັນການ; ຍູ້ແຮງການໂຄສະນາ, ລາດຕະເວນ, ປົກປັກຮັກສາເຂດຊາຍແດນ, ຫຼັກໝາຍຊາຍແດນແຫ່ງຊາດ; ເປັນເຈົ້າການສົມທົບກັນຖາງຫຍ້າ; ປ້ອງກັນ, ຕ້ານໄພທຳມະຊາດ, ກູ້ໄພກູ້ຊີບ. ພ້ອມກັນນັ້ນ, ເພີ່ມທະວີການສົມທົບກັນໃນການປ້ອງກັນ, ຕ້ານການລະເມີດ, ຮັບປະກັນຄວາມປອດໄພ, ສະຖຽນລະພາບຢູ່ເຂດຊາຍແດນ, ປະກອບສ່ວນພັດທະນາເສດຖະກິດ-ສັງຄົມທ້ອງຖິ່ນຂອງສອງຝ່າຍ.
ໂດຍ: ເຈິ່ນຮວ່ຽນ