ທ້າຍປີ 2023, ເມື່ອກົມກອງຈັດຕັ້ງການຫັດແອບການຂ້າມແມ່ນ້ຳ, ປະຕິບັດການປ່ອຍເຮືອ PMP ໃນຕອນກາງຄືນ, ເຫັນວ່າບັນດານັກຮົບຍັງງົງໆຢູ່, ຂາດຄວາມເຊື່ອໝັ້ນໃນເວລາທີ່ສັງເກດ, ປະເມີນລະດັບນ້ຳ ແລະການໄຫຼທຳມະຊາດຢູ່ທາງຂ້າມ, ອ້າຍ ຮຶງ ຕັ້ງຄຳຖາມເອງວ່າ “ມີວິທີໃດແດ່ ເພື່ອກຳນົດເວລາປ່ອຍເຮືອໃຫ້ເໝາະສົມ, ປອດໄພ, ຊ່ວຍທະຫານມີຄວາມເຊື່ອໝັ້ນຕົນເອງກວ່າ?. ພາຍຫຼັງດຳເນີນການຄົ້ນຄວ້າເປັນເວລາກວ່າ 2 ເດືອນ, ອ້າຍ ຮຶງ ໄດ້ມີຂໍ້ລິເລີ່ມ “ອຸປະກອນໜູນຊ່ວຍການປ່ອຍເຮືອ PMP ລົງນໍ້າ” ດ້ວຍການອອກແບບທີ່ງ່າຍດາຍ, ງ່າຍຕໍ່ການປະກອບ ແລະຮື້ຖອນ, ພັກພາໄປງ່າຍໃນເວລາເຄື່ອນທັບ, ເຄື່ອນຍ້າຍ. ວິວັດທະນາການຫັດແອບ, ຝຶກຊ້ອມການຂ້າມແມ່ນ້ຳ, ອຸປະກອນໄດ້ຕິດຕັ້ງຢູ່ກ້ອງລົດ, ເມື່ອຂັບລົດຂ້າມຟາກມາຮອດທ່າ, ອຸປະກອນມີປະຕິກິລິຍາຕໍ່ລະດັບນໍ້າ ຈະປ່ອຍສັນຍານດ້ວຍສຽງ ແລະແສງສະຫວ່າງຢ່າງຕໍ່ເນື່ອງ, ຊ່ວຍໃຫ້ທະຫານສາມາດກຳນົດເວລາປ່ອຍເຮືອ PMP ລົງນໍ້າໄດ້ຢ່າງເໝາະສົມ.
    |
 |
ທ່ານຮ້ອຍເອກພິເສດ ຫງວຽນວັນຮຶງ ແນະນຳພາຫະນະປ້ອງກັນ, ຕ້ານການກໍ່ການຮ້າຍໃຫ້ແກ່ພະນັກງານ, ນັກຮົບຢູ່ກົມກອງ. |
ມີເທື່ອໜຶ່ງ ລາວໄດ້ອອກໄປກວດກາວຽກງານຫັດແອບຢູ່ສະໜາມຝຶກຊ້ອມ, ເຫັນວ່າ ຫົວໜ້າໝວດ ທັງຕ້ອງຕິດຕາມ, ສັງເກດ, ແນະນຳ, ທັງຮ້ອງດັງໆວ່າ “ຈູດລະເບີດພົກ” ເພື່ອໃຫ້ທະຫານແກ້ໄຂກໍລະນີ, ຕີສັດຕູ, ອ້າຍ ຮຶງ ມີແນວຄວາມຄິດຈະອອກແບບກ້ອນລະເບີດ, ລະເບີດຍາວ ເພື່ອນຳໃຊ້ໃນການຫັດແອບ, ມີຄວາມສາມາດປອມແປງ, ມີສຽງອອກມາຄືຂອງແທ້, ຊ່ວຍໃຫ້ພະນັກງານຫັດແອບຫຼຸດຜ່ອນຄວາມຫຍຸ້ງຍາກໄດ້ສ່ວນໃດສ່ວນໜຶ່ງ; ພ້ອມທັງຊ່ວຍໃຫ້ທະຫານທຳຄວາມລື້ງເຄີຍກັບສຽງລະເບີດແຕກເທື່ອລະບາດກ້າວ, ຕັ້ງໜ້າຫັດແອບ. ຜ່ານການກວດສອບ, ກວດກາຢ່າງລະອຽດໃນທຸກຄັ້ງ, ບັນດາຊຸດ “ກ້ອນລະເບີດທີ່ນໍາໃຊ້ເຂົ້າໃນການຫັດແອບ” ໂດຍອ້າຍ ຮຶງ ປະດິດນັ້ນ, ປະຈຸບັນໄດ້ຜັນຂະຫຍາຍ, ໝູນໃຊ້ຢູ່ຫຼາຍກົມກອງ ສັງກັດກອງພົນນ້ອຍຊ່າງແສງ 270 ແລະຫຼາຍກົມກອງ ໃນກຳລັງປະກອບອາວຸດທະຫານເຂດ 5. ດ້ວຍອຸປະກອນນີ້, ເມື່ອຫັດແອບ, ປະຕິບັດການນຳໃຊ້ກ້ອນລະເບີດ, ລະເບີດຍາວ ເພື່ອດັບສູນປ້ອມໝັ້ນ, ປ້ອມປືນ, ຮົ້ວເຫຼັກໜາມ, ກິດຈະການແໜ້ນໜາຖາວອນ... ພາຍຫຼັງທະຫານຈູດລະເບີດ, ປະມານ 5-10 ນາທີ (ອີງຕາມການຕັ້ງຄ່າ), ກ້ອນລະເບີດຈະມີສຽງ, ມີແສງຄືກັບຂອງແທ້, ໃຊ້ງານງ່າຍ ແລະມີຄວາມຊັດເຈນທີ່ສຸດ.
ຕາມການເຈາະຈີ້ມຂອງການນຳກົມກອງ ແລະພະນັກງານ, ນັກຮົບ, ໃນເວລາວ່າງ, ອ້າຍ ຮຶງ ໄດ້ຄົ້ນຄວ້າປະດິດບັນດາອຸປະກອນທີ່ມີຜົນປະໂຫຍດຫຼາຍຢ່າງ: “ດອກໄຟສັນຍານຮັບໃຊ້ການຫັດແອບໃນຕອນກາງຄືນ”; “ອຸປະກອນໜູນຊ່ວຍການກວດກາສາຍຕາຍິງປືນ AK”; “ອຸປະກອນປອມແປງສຽງຮັບໃຊ້ໃນການຫັດແອບ”... ທ່ານຮ້ອຍເອກພິເສດ ຫງວຽນວັນຮຶງ ໃຫ້ຮູ້ວ່າ: ບັນດາຂໍ້ລິເລີ່ມມີໂຄງສ້າງລຽບງ່າຍພໍສົມຄວນ, ຈົນຮອດບັນດາອຸປະກອນບັນຊາແຕ່ໄກ ດ້ວຍສັນຍານຄວາມຖີ່ວິທະຍຸ, ສຽງ, ສຽງເວົ້າ... ແລະມີຄວາມສາມາດໝູນໃຊ້ໃນພຶດຕິກຳຕົວຈິງຢ່າງມີປະສິດທິຜົນ.
ໂດຍແມ່ນນາຍທະຫານໜຸ່ມແຕ່ວ່າ ຫງວຽນວັນຮຶງ ຍາດໄດ້ລາງວັນຂັ້ນທະຫານເຂດ 4 ລາງວັນ, ຂັ້ນກອງພົນນ້ອຍ 7 ລາງວັນ ໃນການແຂ່ງຂັນຂໍ້ລິເລີ່ມ, ປັບປຸງເຕັກນິກ; ອ້າຍ ໄດ້ຮັບນາມມະຍົດນັກຮົບແຂ່ງຂັນຂັ້ນຮາກຖານຫຼາຍປີລຽນຕິດ; ໄດ້ຮັບໃບຍ້ອງຍໍຫຼາຍໃບຈາກທຸກຂັ້ນ, ທຸກຂະແໜງການ.
ໂດຍ: ແສງເດືອນ