ພາຍຫຼັງການຝຶກແອບເປັນເວລາ 4,5 ເດືອນ, ລວມມີ 3 ເດືອນຝຶກແອບຕາມໂຄງການຂອງກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ ແລະ 1,5 ເດືອນຝຶກແອບວິຊາການປ້ອງກັນຊາຍແດນ, ບັນດານັກຮົບໃໝ່ໄດ້ປະກອບຄວາມຮູ້ໂດຍພື້ນຖານ ແລະຮອບດ້ານທາງດ້ານການເມືອງ, ການທະຫານ, ລະບຽບງົດງາມ, ການຕີມວຍ, ກໍາລັງກາຍ, ຄວາມຮູ້ວິຊາສະເພາະດ້ານກົດໝາຍ, ວິຊາການປ້ອງກັນຊາຍແດນ.
    |
 |
ບັນຍາກາດທີ່ພິທີປິດ. ພາບ: qdnd.vn |
ສິ້ນສຸດການຝຶກແອບ, ນັກຮົບໃໝ່ 100% ມີຄຸນທາດການເມືອງທີ່ໝັ້ນແກ່ນ, ປະຕິບັດລະບຽບວິໄນຂອງກອງທັບ ແລະຂໍ້ກໍານົດການຂອງກົມກອງຢ່າງເຂັ້ມງວດ; ນັກຮົບໃໝ່ 100% ກໍາແໜ້ນ ແລະນຳໃຊ້ອາວຸດຍຸດໂທປະກອນຢ່າງຊໍານິຊໍານານ; ກໍາແໜ້ນຄວາມຮູ້ພື້ນຖານກ່ຽວກັບວິຊາການຂອງທະຫານຊາຍແດນ, ຄວາມຮູ້ກ່ຽວກັບຜືນແຜ່ນດິນຂອງຊາດ, ຍຸດທະວິທີປ້ອງກັນຊາຍແດນ; ເນື້ອໃນກ່ຽວກັບລະບຽບງົດງາມ, ກໍາລັງກາຍ. ກົມກອງຝຶກແອບ ບັນລຸມາດຕະຖານກົມກອງຝຶກແອບທີ່ດີ.
    |
 |
ການນໍາຄະນະບັນຊາການທະຫານຊາຍແດນແຂວງດັກລັກ ມອບໃບຍ້ອງຍໍໃຫ້ແກ່ນັກຮົບໃໝ່ທີ່ມີຜົນງານໃນການຝຶກແອບ. ພາບ: qdnd.vn |
ກ່າວຄຳເຫັນທີ່ພິທີປິດ, ທ່ານພັນເອກພິເສດ ຫງວຽນກົງຕວນ, ຮອງຫົວໜ້າການເມືອງ, ຫົວໜ້າເສນາທິການຄະນະບັນຊາການທະຫານຊາຍແດນແຂວງດັກລັກ ເນັ້ນໜັກວ່າ: ການປົກປັກຮັກສາອະທິປະໄຕຜືນແຜ່ນດິນ ແລະຄວາມສະຫງົບຢູ່ຊາຍແດນຂອງຊາດ ແມ່ນພາລະກິດອັນສູງສົ່ງ, ສັກກາລະບູຊາຂອງທົ່ວພັກ, ທົ່ວປວງຊົນ ແລະ ທ່ົວກອງທັບ, ໃນນັ້ນກຳລັງປະກອບອາວຸດເປັນຫຼັກແຫຼ່ງ, ທະຫານຊາຍແດນແມ່ນກຳລັງຮັບຜິດຊອບ. ເພື່ອປະຕິບັດສໍາເລັດພາລະກິດດັ່ງກ່າວ ໃຫ້ເປັນຢ່າງດີ, ຮຽກຮ້ອງໃຫ້ນັກຮົບທະຫານຊາຍແດນ ຕ້ອງມີຄຸນທາດການເມືອງອັນໜັກແໜ້ນ, ບໍ່ພຽງແຕ່ມີຄວາມເກັ່ງກ້າສາມາດດ້ານການທະຫານເທົ່ານັ້ນ, ຫາກຍັງມີຄວາມຊໍານິຊຳນານໃນວິຊາຊີບອີກດ້ວຍ.
ເນື່ອງໃນໂອກາດນີ້, ກອງບັນຊາການທະຫານແຂວງດັກລັກ ແລະຄະນະບັນຊາການທະຫານຊາຍແດນແຂວງແຄ໋ງຮ່ວາ ໄດ້ມອບຂອງຂວັນໃຫ້ພະນັກງານ, ນັກຮົບກອງພັນຟຶກແອບ-ເຄື່ອນທີ່; ຄະນະບັນຊາການທະຫານຊາຍແດນແຂວງດັກລັກ ໄດ້ມອບໃບຍ້ອງຍໍໃຫ້ແກ່ 2 ກົມກອງ ແລະ 15 ບຸກຄົນ ທີ່ມີຜົນງານດີເດັ່ນໃນວຽກງານແອບນັກຮົບໃໝ່ປີ 2025.
ພາຍຫຼັງພິທີປິດ, ບັນດານັກຮົບໃໝ່ໄດ້ຈັດສົ່ງໄປຍັງຄ້າຍທະຫານຊາຍແດນ, ອົງການ, ກົມກອງຂຶ້ນກັບຄະນະບັນຊາການທະຫານຊາຍແດນແຂວງດັກລັກ ແລະ ຄະນະບັນຊາການທະຫານຊາຍແດນແຂວງແຄ໋ງຮ່ວາ, ປະກອບສ່ວນຄຸ້ມຄອງ, ປົກປັກຮັກສາອະທິປະໄຕຜືນແຜ່ນດິນ ຄວາມໝ້ັນຄົງຢູ່ເຂດຊາຍແດນແຫ່ງຊາດໄວ້ໃຫ້ໝັ້ນຄົງ.
ໂດຍ: ທູຈາງ